ໂຄງການທຶນສຶກສາ Darmasiswa: ກາລະໂອກາດຊອກຮູ້ປະເທດຊາດ ແລະ ຊາວ ອິນໂດເນເຊຍ

(vovworld) - ​ເພື່ອ​ໂຄສະນາ ​ແລະ ​ແນະນຳ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ ອິນ​ໂດ​ເນ​ເຊຍ ​ເຖິງບັນດາ​ປະ​ເທດ​​ໃນ​ພາກ​ພື້ນ ​ແລະ ​ໂລກນັ້ນ. ​ໃນ​ຊຸມ​ປີຜ່ານມາ, ລັດຖະບານ ອິນ​ໂດ​ເນ​ເຊຍ ​ໄດ້​ຜັນ​ຂະຫຍາຍ​ໂຄງການ​ທຶນ​ສຶກສາ​ບຳລຸງ​ສ້າງ​ຫລາຍ​ໂຄງການທີ່​ສະ​ຫງວນ​ໃຫ້​ແກ່​ນັກ​ສຶກສາ ​ແລະ ພະນັກງານ​ຢູ່ ຫລາຍ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ປີ 2012, ລັດຖະບານ ອິນ​ໂດ​ເນ​ເຊຍ ສືບ​ຕໍ່​ສະຫນອງ​ໂຄງການ​ທຶນ​ສຶກສາ Darmasiswa ຕື່ມ​ອີກ. ຜ່ານ​ນັ້ນ, ບັນດາ​ນັກ​ສຶກສາ​ຕ່າງປະ​ເທດ​ຈະມີ​ກາລະ​ໂອກາດ​​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ວັດທະນະທຳ​ສັງຄົມ​ທີ່​ມີຫລາຍ​ຮູບ​ຫລາຍ​ແບບຂອງ​ປະ​ເທດ​ຊາດ​ທີ່​ມີ​ໝູ່​ເກາະ​ນັບ​ພັນ​ແຫ່ງ​ນີ້.

        ​ໂຄງການ​ທຶນ​ສຶກສາ Darmasiswa ​ແມ່ນ​ໂຄງກາ​ນບຳລຸງ​ສ້າງ​ປະຈຳ​ປີ ​ໂດຍ​ລັດຖະບານ ອິນ​ໂດ​ເນ​ເຊຍ ສະຫງວນ​ໃຫ້. ​ໂຄງການ​ນີ້​ເລີ່​ມຕົ້ນ​ຜັນ​ຂະຫຍາຍ​ແຕ່​ປີ 2001 ​ແລະ ຈຳນວນ​ນັກຮຽນ​ເຂົ້າ​ຮ່ວມ​ໂຄງການ​ນີ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ. ບັນດາ​ນັກຮຽນ​ທີ່ເຂົ້າ​ຮ່ວມ​​ໂຄງການຈະ​ໄດ້​ຍົກ​ເວັ້ນຄ່າ​ຮຽນ ພ້ອມ​ທັງ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ລາຍ​ຈ່າຍ, ຄ່າ​ກິນ​ຢູ່. ​ໂຄງການ​ນີ້ ​ໄດ້​ຊ່ວຍ​ນັກ​ສຶກສາ​ປະ​ເທດຕ່າງໆ ມີ​ກາລະ​ໂອກາດ​​ໄປ​ຍັງ​ປະ​ເທດ ອິນ​ໂດ​ເນ​ເຊຍ ​ເພື່ອ​ຮຳ່ຮຽນ ​ແລະ ຊອກຮູ້​ກ່ຽວ​ກັບ​ດ້ານ​ພາສາ, ວັດທະນະທຳ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ ອິນ​ໂດ​ເນ​ເຊຍ​ກວ່າ.

        ​ໃນ​ສົກຮຽນ 2012 - 2013, ທຶນ​ສຶກສາ Darmasiswa ​ລວມມີ: ບັນດາ​ຊຸດ​ຮຽນ​ໄລຍະ​ສັ້ນ ​ແລະ ຍາວ ກ່ຽວ​ກັບ​ພາສາ​ອິນ​ໂດ​ເນ​ເຊຍ, ດົນຕີ, ບັນດາວາດ​ຟ້ອນ ​ແລະ ອາຊີບ​ຜະລິດ​ເຄື່ອງ​ສິລະ​ປະ​ຫັດຖະກຳ​ຢູ່ ມະຫາວິທະຍາ​ໄລ​ທີ່​ມີ​ຊື່​ສຽງຕ່າງໆ​ຂອງ ອິນ​ໂດ​ເນ​ເຊຍ.​ທ່ານ I Nyoman ທີ່​ປຶກສາ​ດ້ານ​ວັດທະນະທຳ ​ແລະ ຖະ​ແຫລ​ງ ຂ່າວ ຂອງ​ສະຖານທູດ​ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ ກໍ​ເຊັ່ນ​ດຽວ​ກັບປະເທດອື່ນໆ, ​ໃນແຕ່ລະປີ ລັດຖະບານ ອິນໂດເນເຊຍ ໄດ້ມອບທຶນສຶກສາ​ໃຫ້​ແກ່​ນັກຮຽນ​ຕ່າງປະ​ເທດ​ຫລາຍ​ຄົນ. ທຶນ​ສຶກສາ​ນີ້​ມີ​ຊື່ວ່າ: Darmasiswa ລວມມີ 3 ​ລາຍການ: ​ບຳລຸງ​ສ້າງ​ໄລຍະ​ຍາວ, ​ໄລຍະ​ກາງ ​ແລະ ​ໄລຍະ​ສັ້ນ. ປີ​ນີ້ ລັດຖະບານ ອິນ​ໂດ​ເນ​ເຊຍ ​ໄດ້​ມອບ​ 700 ທຶນ​ສຶກສາ ​ໃຫ້​ແກ່​ນັກ​ສຶກສາ​ຢູ່​ຫລາຍ​ປະ​ເທດ, ​ໃນ​ນັ້ນ ຫວຽດນາມ ມີ 25 ຄົນ​ໄດ້​ຮັບ​ທຶນ​ສຶກສາ​ນີ້.”

ໂຄງການທຶນສຶກສາ Darmasiswa: ກາລະໂອກາດຊອກຮູ້ປະເທດຊາດ ແລະ ຊາວ ອິນໂດເນເຊຍ - ảnh 1
ປະເທດ ອິນໂດເນເຊຍ
ພາບ:internet

        ຕາມ​ທ່ານ I Nyoman ​ແລ້ວ, ​ໂຄງການ​ທຶນ​ສຶກສາ Darmasiswa ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຕາມ​ນະ​ໂຍບາຍ​ຫນູນ​ຊ່ວຍ​ການ​ສຶກສາບ​ຳລຸງ​ສ້າງ​ຂອງ​ສະຖານທູດ ອິນ​ໂດ​ເນ​ເຊຍ. ຈຸດ​ໝາຍ​ຂອງ​ໂຄງການ​ນີ້​ແມ່ນ​ສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​ບັນດາ​ນັກຮຽນ​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໂລກ ສາມາດ​ມາ ອິນ​ໂດ​ເນ​ເຊຍ ​ເພື່ອ​ຊອກ​ຮູ້​ທາງ​ດ້ານ​ວັດທະນະທຳ ​ແລະ ຊາວ​ອິນ​ໂດ​ເນ​ເຊຍ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ອິນ​ໂດ​ເນ​ເຊຍ​ໃນ​ຫລາຍ​ຂົງ​ເຂດຄື: ດ້ານພາສາ, ວັດທະນະທຳ, ສິລະ​ປະ, ຊີວິດ​ສັງຄົມ… ຜ່ານ​ນັ້ນ ຈະ​ປະກອບສ່ວນ​ໂຄສະນາ ​ແລະ ​ແນະນຳພາ​ບພົດ​ຂອງ​ ອິນ​ໂດ​ເນ​ເຊຍ ​ເຖິງປະ​ເທດ​ອື່ນໆ. ພາຍຫລັງ​ຫລາຍ​ປີ, ​ໂຄງການ​ນີ້ ​ບັນລຸ​ໄດ້​ໝາກຜົນ​ອັນ​ຕັ້ງຫນ້າ. ທ່ານ I Nyoman ​ເວົ້າ​ວ່າ:

        “ລັດຖະບານ ອິນ​ໂດ​ເນ​ເຊຍ ​ຜັນ​ຂະຫຍາຍ​ໂຄງການນີ້ມາ​ເປັນ​ເວລາ ກວ່າ 10 ປີ​ແລ້ວ. ​ໄລຍະ​ຈະ​ມາ​ເຖິງ ​ໂຄງການ​ທຶນ​ສຶກສາ​ນີ້​ ຈະກາຍ​ເປັນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ. ຄຸນ​ນະພາ​ບບັນດາ​ຊຸດ​ຮຽນ ​ແລະ ຈຳນວນ​ນັກຮຽນ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ ​ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ຢູ່ ອິນ​ໂດ​ເນ​ເຊຍ.”

ໂຄງການທຶນສຶກສາ Darmasiswa: ກາລະໂອກາດຊອກຮູ້ປະເທດຊາດ ແລະ ຊາວ ອິນໂດເນເຊຍ - ảnh 2
ນາງສາວ ອິນໂດເນເຊຍ ແນະນຳໃຫ້ນັກທ່ອງທ່ຽວການລະຫລິ້ນພື້ນເມືອງ
ພາບປະກອບ:internet

        ທ່ານ I Nyoman ຍັງ​ໃຫ້​ຮູ້​ວ່າ: ​ໃນ​ປີ 2011, ມີ​ນັກຮຽນ ຫວຽດນາມ 20 ຄົນ​ໄດ້​ຮັບ​ທຶນ​ສຶກສາ​ດັ່ງກ່າວ, ສ່ວນ​ໃນ​ປີ 2012 ນີ້ ​ໂຄງການ​ທຶນ​ສຶກສາ Darmasiswa ຈະ​ມອບທຶນສຶກສາ​​ໃຫ້ນັກຮຽນ​ຫວຽດນາມ 25 ຄົນ​ເພື່ອ​ເຂົ້າ​ຮ່ວມ​ຊຸດຮຽນ​ພາສາ​ອິນ​ໂດ​ເນ​ເຊຍໃນ​​ເວລາ 6 ​ເດືອນ. ບັນດາ​ນັກຮຽນ​ຈະ​ເລີ່​ມຕົ້ນ​ຊຸດ​ຮຽນ​ຂອງ​ຕົນ​​ແຕ່​ເດືອນ 9/2012 ຈະ​ມາ​ເຖິງ. ​ໂດຍ​ແມ່ນ​ນັກຮຽນ​ຜູ້ຫນຶ່ງ​ທີ່ໄດ້​ຮັບ​ທຶນ​ສຶກສາ​ໃນ​ຄັ້ງ​ນີ້​, ນາງ Tran Huong Tra ບັນນາທິການ​ລາຍການ​ພາກ​ພາສາ ອິນ​ໂດ​ເນ​ເຊຍ, ສັງກັດ​ລະບົບ​ກະຈາຍສຽງ​ພາສາ​ຕ່າງປະ​ເທດ - ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ແມ່ນ​ຫນຶ່ງ​ໃນຈຳນວນນັກຮຽນ 25 ຄົນ​ທີ່ໄດ້​ຮັບ​ທຶນ​ສຶກສາ Darmasiswa ​ຂອງ​ສະຖານທູດ ອິນ​ໂດ​ເນ​ເຊຍ ປະຈຳ ຫວຽດນາມ. ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ຊຸດ​ຮຽນ​ທີ່​ມີ​ປະ​ໂຫຍ​ດສຳລັບ​ຜູ້​ທີ່​ຢາກ​ຝຶກ​ຝົນ​ຫລໍ່​ຫລອມ​ພາສາ​ອິນ​ໂດ​ເນ​ເຊຍ ກໍ​ຄື ມີ​ໂອກາດ​ໄດ້​ຊອກ​ຮູ້​ຕື່ມກ່ຽວ​ກັບ​ວັດທະນະທຳ​ຂອງ​ປະ​ເທດ​ນີ້​. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ພາຍຫລັງ​​ຊຸດຮຽນນີ້ ຂ້າພະ​ເຈົ້າ​ສາມາດ​ໂອ້​ລົມ ​ແລະ ນຳ​ໃຊ້​ພາສາ​ອິນ​ໂດ​ເນ​ເຊຍ​ໄດ້ດີກ​ວ່າ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຂອງ​ຂ້າພະ​ເຈົ້າ​ຢູ່ ວິທະຍຸ​ກະຈາຍສຽງ ຫວຽດນາມ.”

        ຜ່ານ​ບັນດາ​ຊຸດ​ຮຽນ ຄື​ດັ່ງກ່າວ ​ລັດຖະບານ ອິນ​ໂດ​ເນ​ເຊຍຢາກ​ໂຄສະນາ​ພາບ​ພົດ, ​ແນະນຳ​ປະ​ເທດ​ຊາດ ​ແລະ ຊາວ​ອິນ​ໂດ​ເນ​ເຊຍ ​ເຖິງ​ປະ​ເທດ​ເພື່ອນ​ມິດ. ສຳລັບ​ບັນດາ​ນັກຮຽນ​ໄດ້​ຮັບ​ທຶນ​ສຶກສາ Darmasiswa ​ແລະ ບັນດາ​ໂຄງການ​ທຶນ​ສຶກສາ​ອື່ນໆ, ນີ້​ແມ່ນ​ໂອກາດ​ເພື່ອ​​ໃຫ້​ເຂົາ​ເຈົ້າສາມາດ​ຊອກ​ຮູ້​ກ່ຽວ​ກັບ​ດ້ານ​ພາສາ, ສິລະ​ປະວັດທະນະທຳ​ທີ່ມີ​ຫລາຍ​ຮູບ​ຫລາຍ​ແບບ​ຢູ່​ປະ​ເທດ​ທີ່​ມີ​ກວ່າ 250 ຊົນ​ເຜົ່າ, ຜ່ານ​ນັ້ນປະຊາຊົນ​ປະ​ເທດຕ່າງໆ​ສາມາດ​ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ນຳ​ກັນ​ກວ່າ ​ແລະ ຫຍັບ​ມໍ່​ເຂົ້າ​ໃກ້​ກັນ​ກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ