ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມທີ່ທ່ານຜູ້ຟັງ, ຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ.
ອາທິດຜ່ານມາ, ເພື່ອນ ຕີ ວິລາວົງ, ແຂວງ ບໍ່ແກ້ວ ໄດ້ຝາກອີແມວມາຍັງລາຍການໂດຍມີເນື້ອໃນວ່າ: “ໄລຍະມໍ່ໆມານີ້, ເມື່ອເຂົ້າແວບໄຊ: vovworld.vn ຂ້າພະເຈົ້າເຫັນວ່າມີຫຼາຍຂ່າວກ່ຽວກັບການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງປະຊາຊົນ ຫວຽດນາມ. ຜ່ານພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງກອງທັບປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດານັກຮົບທະຫານເວົ້າສະເພາະ. ອວຍພອນໃຫ້ກອງທັບປະຊາຊົນ ຫວຽດນາມ ນັບມື້ນັບເຕີບໃຫຍ່, ພັດທະນາ ແລະ ໝັ້ນຄົງເຂັ້ມແຂງກ່ວາອີກ, ອວຍພອນໃຫ້ບັນດານັກຮົບກອງທັບປະຊາຊົນ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງເພື່ອປົກປັກຮັກສາປະເທດຊາດ.”
ສ່ວນໃນອີແມວຂອງເພື່ອນ ອະນຸສັກ, ນະຄອນຫຼວງ ວຽງຈັນໄດ້ຂຽນວ່າ: “ຂ້າພະເຈົ້າແມ່ນນັກສຶກສາພະແນກພົວພັນຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດລາວ. ອາທິດຜ່ານມາ, ຂ້າພະເຈົ້າໄດ້ອ່ານບົດຂຽນ “ທົບທວນຄືນບັນດາ ຜົນງານທີ່ພົ້ນເດັ່ນໃນ ການພົວພັນລະຫວ່າງ ຫວຽດນາມ - ລາວປີ 2015”. ບົດຂຽນດັ່ງກ່າວມີຄວາມໝາຍສຳລັບນັກສຶກສາຮຽນພະແນກພົວພັນຕ່າງປະເທດຄືຂ້າພະເຈົ້າ. ເຖິງວ່າບົດຂຽນສັ້ນໆແຕ່ເນື້ອໃນພດຄົບຖ້ວນພໍສົມຄວນ, ເວົ້າເຖິງບັນດາໝາກຜົນພົ້ນເດັ່ນເຊິ່ງ 2 ປະເທດບັນລຸໄດ້ໃນປີ 2015. ຂອບໃຈພວກເພື່ອນຫຼາຍ.”
ເພື່ອນ ແສງອາລຸນ, ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບຫາລາຍການໂດຍຖາມວ່າ: “ອາທິດຜ່ານມາ, ເມື່ອຮັບຟັງລາຍການ “ຄົ້ນຫາ ຫວຽດນາມ” ມີບົດຂຽນກ່ຽວກັບເມືອງ ມົກເຈົາ, ຂ້າພະເຈົ້າເຫັນວ່າເຂດດິນແດນນີ້ສົມເປັນສະຖານທີ່ເຊິ່ງຂ້າພະເຈົ້າຢາກຈະໄປທ່ຽວໃນປີໜ້າ. ດັ່ງນັ້ນຂ້າພະເຈົ້າຢາກຮູ້ຕື່ມບາງຈຸດທີ່ພົ້ນເດັ່ນຢູ່ ມົກເຈົາໄດ້ບໍ່?”
ເພື່ອນ ແສງອາລຸນ ທີ່ຮັກແພງ, ເມືອງ ມົກເຈົາຂຶ້ນກັບແຂວງ ເຊີນລາ ແມ່ນເຂດພູພຽງທີ່ກ້ວາງໃຫຍ່ ແລະ ສວຍງາມຢູ່ພາກເໜືອ ຫວຽດນາມ, ບັນດາສະຖານທີ່ທ່ອງທ່ຽວລືຊື່ຢູ່ທີ່ນີ້ຄື: ຮາງຢອຍ, ປ່າຕົ້ນແປກ ມົກເຈົາ, ນ້ຳຕົກຕາກ ທ໋າຍຮືງ… ແລະ ບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ເຊິ່ງຂາດບໍ່ໄດ້ ນັ້ນແມ່ນບ່ອນປູກຊາ, ປູກຫຍ້າລ້ຽງງົວນົມຂອງເທດສະບານ NT ມົກເຈົາ. ແຕ່ລະປີ, ເມືອງ ມົກເຈົາໄດ້ຕ້ອນຮັບແຂກທ່ອງທ່ຽວນັບໝື່ນໆຄົນມາທ່ຽວ ແລະ ພັກຜ່ອນ ແຕ່ມັນບໍ່ທັນເໝາະສົມກັບຄວາມສະມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງເມືອງເທື່ອ. ເມືອງມົກເຈົາກໍ່ພວມຜັນຂະຫຍາຍບັນດາເຂດທ່ອງທ່ຽວຊີວະພາບຢູ່ເທດສະບານ ມົກເຈົາ ແລະ NT ມົກເຈົາ. ມົກເຈົ້າມີບັນດາທິວທັດທຳມະຊາດສວຍງາມພົ້ນເດັ່ນ ແລະ ອາຫານການກິນອຸດົມສົມບູນ. ຖ້າມີໂອກາດເພື່ອນ ແສງອາລຸນ ຄວນໄປທ່ຽວຢູ່ມົກເຈົາໃນເດືອນ 11 ຫາເດືອນ 3 (ພິເສດໃນເດືອນ 11 ຫາເດືອນ 1 ແມ່ນລະດູຂອງດອກຜັກກາດຂາວ, ເດືອນ 1 ຫາເດືອນ 3 ມີດອກຂອງໝາກໝັ້ນ, ດອກຄາຍ…). ທ່ານຜູ້ຟັງ, ຜູ້ອ່ານສົນໃຈເຖິງການທ່ອງທ່ຽວຢູ່ມົກເຈົາ ສາມາດອ່ານບົດຂຽນ “ເຂດພູພຽງມົກເຈົາ, ສະຖານທີ່ດຶງດູດນັກທ່ອງທ່ຽວ ມາຢ້ຽມຢາມໃນ ມື້ທ້າຍສັບປະດາ” ໃນແວບໄຊ vovworld.vn ຂອງພວກເຮົາ.
+++
ເພື່ອນ ຄຳສິງ, ແຂວງ ວຽງຈັນ ໄດ້ໂທຫາລາຍການໂດຍຖາມວ່າ: “ອາທິດຜ່ານມາ, ເມື່ອຟັງວິທະຍຸ ຂ້າພະເຈົ້າໄດ້ຮັບຟັງຂ່າວກ່ຽວກັບກອງປະຊຸມລະຫວ່າງກະຊວງການເງິນ ຫວຽດນາມ ແລະ ລາວ, ແຕ່ເວລາຟັງພັດຄາວຽກໂດຍບັງເອີນ, ດັ່ງນັ້ນບໍ່ໄດ້ຮັບຟັງເນື້ອໃນລະອຽດ. ພວກເພື່ອນສາມາດແນະນຳໂດຍຫຍໍ້ເນື້ອໃນຂອງກອງປະຊຸມໃຫ້ຂ້າພະເຈົ້າຮັບຟັງໄດ້ບໍ່?”
ເພື່ອນ ຄຳສິງ ທີ່ເຄົາລົບ, ກອງປະຊຸມຄັ້ງທີ 12 ຂອງຄະນະຊີ້ນຳໂຄງການຮ່ວມມືລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນລາວ ຖືກຈັດຂຶ້ນໃນລະຫວ່າງວັນທີ 17 – 19/12, ຢູ່ແຂວງ ຫວີງຟຸກ, ຫວຽດນາມ. ຕາມນັ້ນແລ້ວ, ມີບາງເນື້ອໃນພົ້ນເດັ່ນຄື: ປີ 2016, ຝ່າຍ ຫວຽດນາມ ຈະໜູນຊ່ວຍກະຊວງການເງິນລາວໃນວຽກງານສ້າງບັນດາເອກະສານນິຕິກຳ, ໜູນຊ່ວຍການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ພະນັກງານກະຊວງການເງິນລາວ ຢູ່ລາວ ແລະ ຢູ່ ຫວຽດນາມ, ແລກປ່ຽນບົດຮຽນກັບບັນດາຄະນະຜູ້ແທນຂັ້ນສູງກະຊວງການເງິນ 2 ປະເທດ, ໜູນຊ່ວຍດ້ານວັດຖຸ ແລະ ເຕັກນິກໃຫ້ແກ່ກະຊວງການເງິນລາວ. ທີ່ກອງປະຊຸມ, 2 ຝ່າຍເຫັນດີເປັນເອກະສັນຮັບຮອງເອົາບັນດາເນື້ອໃນຮ່າງແຜນການຮ່ວມມືປີ 2016 ເພື່ອລາຍງານຕໍ່ລັດຖະມົນຕີວ່າການກະຊວງການເງິນ 2 ປະເທດ ຫວຽດນາມ ແລະ ລາວ ອະນຸມັດຜ່ານຢ່າງເປັນທາງການ, ບົນຈິດໃຈປ່ຽນໃໝ່ວິທີເຮັດ “ມີຈຸດສຸມ, ເພີ່ມທະວີປະສິດທິຜົນ ແລະ ປະຢັດ”. 2 ຝ່າຍກໍເຫັນດີເປັນເອກະສັນຈັດຕັ້ງກອງປະຊຸມຄັ້ງທີ 13 ຄະນະຊີ້ນຳໂຄງການຮ່ວມມືລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນລາວ ຢູ່ລາວ ໃນໄຕມາດທີ 4 ປີ 2016. ກໍທີ່ກອງປະຊຸມນີ້, ເພື່ອແນໃສ່ໜູນຊ່ວຍການກໍ່ສ້າງພື້ນຖານດ້ານວັດຖຸເພື່ອຜັນຂະຫຍາຍໂຄງການຄຸ້ມຄອງເອກະສານ ແລະ ບໍລິຫານໃຫ້ແກ່ກະຊວງການເງິນ ລາວ, ກະຊວງການເງິນ ຫວຽດນາມ ໄດ້ມອບໃຫ້ກະຊວງການເງິນ ລາວກອມພີວເຕີ 30 ຊຸດ, Laptop 20 ຊຸດ ແລະ ເຄື່ອງເຕັກໂນໂລຢີຂໍ້ມູນຂ່າວສານບາງຢ່າງອື່ນໆອີກ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com.