(vovworld) – ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຈາກທ່ານຜູ້ຟັງລາວ ແລະ ຫວຽດນາມ ຫຼາຍທ່ານ. ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນ ຈົດໝາຍ, ອີແມວ, ໂທລະສັບ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການ.
ເພື່ອນ ສຸດທະສອນ ເຄືອບຄຳວອນ, ຮອງເລຂາຫ້ອງການສະຫະພັນກຳມະບານນະຄອນຫຼວງວຽງຈັນ ໂທລະສັບມາຫາລາຍການ ສະແດງຄວາມຂອບອົກຂອບໃຈວິທະຍຸກະຈາຍສຽງຫວຽດນາມລະບົບ VOV5 ໄດ້ຝາກຂອງຂວັນ ແລະ ໃບຢັ້ງຢືນຜູ້ຟັງວິທະຍຸຕະຫຼອດ 3 ປີ ໃຫ້ເພື່ອນ, ພ້ອມທັງອວຍພອນໃຫ້ລາຍການກະຈາຍສຽງພາກພາສາລາວ, ກໍ່ຄືວິທະຍຸກະຈາຍສຽງຫວຽດນາມ ນັບມື້ນັບພັດທະນາ, ມີຂ່າວ, ບົດຂຽນມ່ວນຫຼາຍບົດເພື່ອຮັບໃຊ້ຜູ້ຟັງ.
(ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຊັນຄຳສັ່ງປະກາດ
ລັດຖະທຳມະນູນປະເທດ ສສ ຫວຽດນາມ)
ເພື່ອນຄຳແກ້ວ ວົງສາ, ຢູ່ແຂວງຈຳປາສັກ ໄດ້ສົ່ງອີແນວ ມາຍັງລາຍການໂດຍຂຽນວ່າ: ຂ້າພະເຈົ້າໄດ້ຮູ້ວ່າລັດຖະທຳມະນູນສະບັບໄໝຂອງ ສສ ຫວຽດນາມ ຫາກໍ່ໄດ້ຮັບການຮັບຮອງເອົາ ແລະ ຂ້າພະເຈົ້າຢາກຮູ້ວ່າ ລັດຖະທຳມະນູນໃໝ່ດັ່ງກ່າວມີຜົນສັກສິດນັບແຕ່ເວລາໃດ?
ເພື່ອນຄຳແກ້ວ ວົງສາ ທີ່ຮັກແພງ, ວັນທີ 28/11/2013, ດ້ວຍຈຳນວນບັດເຫັນດີສູງຈາກສະມາຊິກສະພາແຫ່ງຊາດຊຸດທີ 13, ສະພາແຫ່ງຊາດໄດ້ຮັບຮອງເອົາລັດຖະທຳມະນູນປະເທດ ສສ ຫວຽດນາມ. ລັດຖະທຳມະນູນສະບັບໄໝ່ໄດ້ຮັບການປະກາດແມ່ນເຫດການການເມືອງ - ນິຕິກຳທີ່ມີຄວາມໝາຍສຳຄັນ,ເປັນຂີດໝາຍໃໝ່ໃນປະຫວັດແຫ່ງການສ້າງລັດຖະທຳມະນູນຂອງຫວຽດນາມ. ລັດຖະທຳມະນູນມີຄຸນຄ່ານິຕິກຳສູງສຸດຂອງກົດໝາຍທີ່ເປັນພື້ນຖານແຫ່ງລັດຫວຽດນາມ ໃນໄລຍະຍູ້ແຮງກິດຈະການປ່ຽນໃໝ່, ເຊື່ອມໂຍງເຂົ້າກັບສາກົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນໄລຍະໃໝ່ຢ່າງຮອບດ້ານ. ລັດຖະທຳມະນູນແມ່ນໄດ້ລວບລວມເອົາປັນຍາ, ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນເປັນຈຳນວນຫຼວງຫຼາຍ, ສະແດງໃຫ້ເຫັນແນວຄິດຂອງພັກ, ຈິດໃຈຂອງປະຊາຊົນ ແລະ ຄວາມເຫັນດີເຫັນພ້ອມຂອງທັງລະບົບການເມືອງ. ວັນທີ 08/12/2013, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຊັນຄຳສັ່ງປະກາດລັດຖະທຳມະນູນປະເທດ ສສ ຫວຽດນາມ ແລະ ຄຳສັ່ງປະກາດມະຕິກຳນົດບາງຂໍ້ກ່ຽວກັບການປະຕິບັດລັດຖະທຳມະນູນປະເທດ ສສ ຫວຽດນາມ. ລັດຖະທຳມະນູນປະເທດ ສສ ຫວຽດນາມ ມີຜົນສັດສິດນັບແຕ່ວັນທີ 01/01/2014 ເປັນຕົ້ນໄປ.
ເພື່ອນ ພິມມະສອນ ສຸດດາລາ, ຢູ່ແຂວງໄຊຍະບູລີ ໄດ້ສົ່ງອີແນວມາຍັງລາຍການໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ໃນໄລຍະຜ່ານມາ ຄະນະພະນັກງານຂັ້ນສູງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແລະປຶກສາຫາລືຫຼາຍບັນຫາກ່ຽວກັບການຮ່ວມມືດ້ານການສຶກສາ. ຂ້າພະເຈົ້າຢາກຮູ້ລະອຽດກ່ຽວກັບຜົນແຫ່ງການຮ່ວມມືດ້ານການສຶກສາ, ບຳລຸງສ້າງລະຫວ່າງ 2 ປະເທດໃນປີຜ່ານມາ?
ເພື່ອນ ພິມະສອນ ສຸດດາລາ ທີ່ຮັກແພງ, ໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 06 – 09/12 ຂອງຄະນະຜູ້ແທນຂັ້ນສູງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໂດຍທ່ານລັດຖະມົນຕີ ຟ້າມຫວູລ້ວນ ນຳໜ້ານັ້ນ. ສອງຝ່າຍໄດ້ສຳຫຼວດກວດຄືນໝາກຜົນແຫ່ງການຮ່ວມມືດ້ານການສຶກສາລະຫວ່າງ 2 ປະເທດດັ່ງຕໍ່ໄປນີ້:
ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໄລ່ຮອດເດືອນ 09/2013, ຈຳນວນພະນັກງານ, ນັກສຶກສາລາວທັງໝົດທີ່ພວມຮໍ່າຮຽນຢູ່ຫວຽດນາມ ແມ່ນ 6,493 ຄົນ. ໃນນັ້ນມີບັນດາຂົງເຂດບຳລຸງສ້າງຄື: ບຳລຸງສ້າງໄລຍະສັ້ນ ແລະ ໄລຍະຍາວ, ເຊິ່ງຂຶ້ນກັບບັນດາຂົງເຂດການເມືອງ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດເຕັກນິກ. ປະຕິບັດສຳເລັດຄາດໝາຍບຳລຸງສ້າງແຫ່ຼງຊັບພະຍາກອນມະນຸດໃຫ້ລາວ, ຕາມແຜນການຮ່ວມມືປີ 2013.
ກ່ຽວກັບວຽກງານກໍ່ສ້າງຮາກຖານບຳລຸງສ້າງ, ປີ 2013, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ສຳເລັດໂຄງການເພີ່ມຮາກຖານບຳລຸງສ້າງພະແນກພາສາຫວຽດ ຢູ່ມະຫາວິທະຍາໄລແຫ່ງຊາດລາວ, ດ້ວຍຈຳນວນເງິນກວ່າ 52 ຕື້ດົງ, ກິດຈະກຳໄດ້ຮັບການກໍ່ສ້າງສຳເລັດໃນເດືອນ 04/2013; ໂຄງການລົງທຶນກໍ່ສ້າງໂຮງຮຽນມັດທະຍົມກິນນອນຊົນເຜົ່າແຂວງຊຽງຂວາງ, ດ້ວຍຍອດຈຳນວນເງິນ 63,6 ຕື້ດົງ, ກິດຈະກຳໄດ້ຮັບການກໍ່ສ້າງສຳເລັດໃນເດືອນ 09/2013.
ຂະແໜງສຶກສາ 2 ປະເທດ ໄດ້ຕັ້ງໜ້າຜັນຂະຫາຍບັນດາມາດຕະການເພື່ອຍົກສູງຄຸນນະພາບການສຶກສາ, ດ້ວຍຮູບການຄັດເລືອກແບບໃໝ່. ຄຸນນະພາບການຮໍ່າຮຽນຂອງນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ຫວຽດນາມ ຕາມສັນຍາ ໄດ້ມີການຫັນປ່ຽນຢ່າງຈະແຈ້ງ, ຜົນການຮ່ຳຮຽນໄດ້ຮັບການຕີລາຄາວ່າແມ່ນທຽບເທົ່າກັບນັກສຶກສາຫວຽດນາມ. ກະຊວງກໍ່ໄດ້ຊີ້ນຳສົມທົບກັນຢ່າງແໜ້ນແຟ້ນກັບກະຊວງ, ຂະແໜງການ, ທ້ອງຖິນຕ່າງໆເພື່ອຜັນຂະຫຍາຍ ບັນດາຂໍ້ຕົກລົງຮ່ວມມືເຊິ່ງລັດຖະບານ 2 ປະເທດໄດ້ລົງນາມໃນວັນທີ 09/02/2012 ແລະ ສັນຍາຮ່ວມມືປະຈຳປີລະຫວ່າງ 2 ລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດເຕັກນິກຢ່າງມີປະສິດທິຜົນ.
ນີ້ແມ່ນເນື້ອໃນຄຳເຫັນຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນ ອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຮັບຟັງ ແລະ ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ສິ່ງດັ່ງກ່າວຈະປະກອບສ່ວນເຮັດໃຫ້ລາຍການຂອງພວກເຮົານັບມືມັບດີກວ່າເກົ່າ.