(vovworld) - ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຈາກທ່ານຜູ້ຟັງຊາວລາວ ແລະ ຫວຽດນາມຫຼາຍທ່ານ. ໃນລາຍການນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຄຳເຫັນ ກໍ່ຄືຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາຫາລາຍການ.
ລຸງ ຫງວຽນວັນແຕ້ວ, ປະຈຸບັນພວມດຳລົງຊີວິດຢູ່ໄທ ໄດ້ສົ່ງອີແມວ ມາຍັງລາຍການ ໂດຍແບ່ງປັນວ່າ: ຍັງອີກ 2 – 3 ອາທິດຈະຮອດບຸນປິໃໝ່ປະຈຳຊາດ ແລະ ໃນເວລາໃກ້ຈະຮອດບຸນປີໃໝ່ ບັນຍາກາດຂອງວັນບຸນນັບມື້ນັບຄຶກຄື້ນມ່ວນຊື່ນ, ເຮັດໃຫ້ຂ້າພະເຈົ້າຮູ້ສຶກຍິ່ງຄິດຮອດບ້ານເກີດເມືອງນອນກວ່າເວລາໃດໝົດ. ຂ້າພະເຈົ້າຂໍຂອບໃຈວິທະຍຸກະຈາຍສຽງທີ່ໄດ້ເອົາໃຈໃສ່ເຖິງຜູ້ຟັງຄືຂ້າພະເຈົ້າ, ຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະແນະນຳໃຫ້ເພື່ອນຂອງຕົນຮັບຟັງ, ອ່ານຂ່າວ ແລະ ບົດຜ່ານເວັບໄຊ ເພື່ອເຂົ້າໃຈກ່ຽວກັບປະຊາຊາດ ແລະ ຊາວຫວຽດນາມ ຫຼາຍກວ່າ.
ລຸງ ຫງວຽນວັນແຕ້ວ ທີ່ຮັກແພງ, ຍັງພຽງເກືອບ 1 ເດືອນອີກ ຈະຮອດບຸນປີໃໝ່ປະຈຳຊາດຂອງຫວຽດນາມ ໝາຍເຖິງບຸນເຕັດ. ໃນໄລຍະໃກ້ຈະຮອດບຸນປີໃໝ່ປີມະເມຍ 2014, ບໍ່ພຽງແຕ່ຊາວຫວຽດນາມ ທີ່ດຳລົງຊີວິດພາຍໃນປະເທດເທົ່ານັ້ນ, ຫາກຍັງມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດກໍ່ລ້ວນແຕ່ຢາກກັບຄືນເມືອປະເທດ ເພື່ອຕ້ອນຮັບບຸນປີໃໝ່ທີ່ອົບອຸ່ນພ້ອມກັບຄອບຄົວ ແລະ ເພື່ອນມິດອີກດ້ວຍ. ບັນນາທິການລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ ຂໍອວຍພອນລຸງຈົ່ງມີສຸຂະພາບເຂັ້ມແຂງ, ມີແດ່ສິ່ງທີ່ໂຊກດີ ແລະ ຕິດຕາມລາຍການຂອງພວກເຮົາເປັນປະຈຳ ເພື່ອປະກອບຄຳເຫັນຊ່ວຍລາຍການນັບມື້ນັບດີກວ່າເກົ່າ.
ເພ່ືອນ ມາດທິດາ ມາໄຊຍະວົງ, ດຳລົງຊີວິດຢູ່ແຂວງ ຫົວພັນ ໄດ້ສົ່ງອີແມວມາຍັງລາຍການໂດຍຂຽນວ່າ. ຂ້າພະເຈົ້າເປັນຄົນລາວ ເຊື້ອຊາດຫວຽດນາມ ລຸ້ນທີ 3. ໃນຄອບຄົວຂອງຂ້າພະເຈົ້າ, ມີພໍ່ຕູ້ພວມເກັບຮັກສາໝໍ້ຫຸງເຂົ້າເຮັດດ້ວຍຂາງ, ຢູ່ຝາອັດທັງມີຊື່ ແລະ ຕົວເລກອີກດ້ວຍ. ພໍ່ຕູ້ໃຫ້ຮູ້ວ່າ ໝໍ້ນີ້ໄດ້ມີແຕ່ດົນແລ້ວ ແລະ ໄດ້ສັ່ງເຮັດເອງ. ຂ້າພະເຈົ້າຢາກຊອກຮູ້ວ່າ ເຮັດໝໍ້ນີ້ເສຍເວລາບໍ່? ມີຈຸດພິເສດຫຍັງບໍ່ເມື່ອທຽບໃສ່ໝໍ້ທຳມະດາຄືປະຈຸບັນ? ຢູ່ຫວຽດນາມ ມີຄົນຍັງເຮັດອາຊີບນີ້ບໍ່?
ອາຊີບຫຼໍ່ໝໍ້, ໝໍ້ຕົ້ນນ້ຳ..
ເພ່ືອນ ມາດທິດາ ມາໄຊຍະວົງ ທີ່ຮັກແພງ, ອາຊີບຫຼໍ່ໝໍ້, ໝໍ້ຕົ້ມນ້ຳ.. ເຮັດດ້ວຍຂາງ ໄດ້ມີມາແຕ່ດົນແລ້ວຢູ່ຫວຽດນາມ. ອາຊີບຫຼໍ່ຂາງ ເຊິ່ງພໍ່ຕູ້ເລົ່າໃຫ້ຟັງນັ້ນ ປະຈຸບັນນີ້ຫວຽດນາມ ບໍ່ມີຫຼາຍອີກແລ້ວ, ເພື່ອນສາມາດຊອກເຫັນຜູ້ທີ່ປະກອບອາຊີບຫຼໍ່ຂາງຢູ່ບັນດາໝູ່ບ້ານອາຊີບຫັດຖະກຳ ຫຼືຢູ່ບັນດາເຂດຊົນນະບົດຂອງຫວຽດນາມ.
ສຽງທີ່ພວກເພື່ອນຫາກໍ່ຮັບຟັງຜ່ານໄປແມ່ນສຽງຕີຂາງ, ເຊິ່ງປະຈຸບັນບໍ່ມີຫຼາຍຄົນໄດ້ຮັບຟັງອີກ ແລະ ເພື່ອຜະລິດໄດ້ຜະລິດຕະພັນຄືແນວນັ້ນເພື່ອໃຊ້ໃນເຮືອນຄົວ, ຜູ້ຫຼໍ່ຂາງຕ້ອງເຮັດຫຼາຍຂັ້ນຕອນດ້ວຍມື. ເພື່ອຊອກຮູ້ໃຫ້ແຈ້ງກວ່າກ່ຽວກັບບັນດາຂັ້ນຕອນນັ້ນ, ອ້າຍ ກາວຊວນທຸຍ, ຢູ່ເມືອງແທງລຽມ, ແຂວງ ຮ່ານາມ, ຜູ້ທີ່ໄດ້ເມົາມົວກັບອາຊີບຫຼໍ່ຂາງເປັນເວລາກວ່າ 20 ປີແບ່ງປັນວ່າ.
“ເພື່ອຫຼໍ່ໝໍ້ຫຸ່ງເຂົ້າ 1 ໜ່ວຍ, ຕ້ອງກະກຽມຫຼາຍຢ່າງຄື: ຂີ້ຊາຍ, ອາລູມີຍົມ, ເບົ້າຫຼໍ່, ໝໍ້ຕົ້ມ... ແລະ ເພ່ືອເຮັດໝໍ້ 1 ໜ່ວຍທີ່ມີນຳໜັກ 10 ກິໂລກຣາມ ຕ້ອງເສຍເວລາປະມານກວ່າ 2 ຊົ່ວໂມງ. ຖ້າຫາກບໍ່ມີການກະກຽມທີ່ດີບາງເທື່ອຕ້ອງເສຍເວລາກວ່າ 3 ຊົ່ວໂມງຈຶ່ງໄດ້”.
ໝໍ້ແຕ່ລະໜ່ວຍເມື່ອຫຼໍ່ສຳເລັດລ້ວນແຕ່ໄດ້ຄວັດຊື່ຂອງຜູ້ສັ່ງເຮັດໃສ່ຝາອັດ, ນັ້ນກໍ່ແມ່ນຈຸດພິເສດເຊິ່ງບັນດາໝໍ້ໃນປະຈຸບັນບໍ່ມີ, ໝໍ້ກໍ່ຖືກຈັດແບ່ງເປັນບັນດາຊະນິດຄື ໝໍ້ 14, 30, 50... ຊື່ເອື້ນແບບນັ້ນແມ່ນຊີ້ໃຫ້ເຫັນຂະໜາດຂອງໝໍ້ແຕ່ລະໜ່ວຍ. ນອກຈາກນັ້ນ, ຕາມການປຽບທຽບຂອງປະຊາຊົນ, ໝໍ້ເຮັດດ້ວຍຂາງຫຸງເຂົ້າຈະແຊບກວ່າໝໍ້ໃຊ້ໄຟໄຟ້. ປະຈຸບັນ, ຢູ່ຫວຽດນາມ ຜູ້ທີ່ຜູກພັນກັບອາຊີບຫຼໍ່ຂາງນີ້ບໍ່ມີຫຼາຍອີກແລ້ວ. ອ້າຍ ກາວຊວນທຸຍ ໃຫ້ຮູ້ເຕື່ມອີກວ່າ.
“ອາຊີບນີ້ມີຕົ້ນກຳເນີດຢູ່ແຂວງບັ໋ກນິງ, ບັ໋ກຢາງ, ໃນເມື່ອກ່ອນຢູ່ແຂວງນັ້ນມີເຕົາຫຼໍ່ຂາງປະມານ 20 ເຕົາ, ແຕ່ມາຮອດປະຈຸບັນຍັງມີພຽງ 5 – 7 ເຕົາເທົ່ານັ້ນ, ທຸກຄົນກໍ່ຄ່ອຍໆບໍ່ເຮັດອີກແລ້ວ. ຍ້ອນວ່າ, ທີ 1 ແມ່ນບໍ່ມີວຽກເຮັດ, ທີ 2 ແມ່ນປະຊາຊົນໄດ້ປະກອບເຄື່ອງໃຊ້ໃນເຮືອນຄົວແບບທັນສະໄໝເກືອບໝົດແລ້ວ, ບັນດາໝໍ້ຄືແບບນີ້ຂາຍກໍ່ຊ້າ. ຂ້າພະເຈົ້າບໍ່ຮູ້ວ່າ ອີກ 2 – 3 ປີຈະມາເຖິງຈະມີໃຜໃຊ້ໝໍ້ນີ້ອີກບໍ່”.
ໃກ້ຈະຮອດບຸນປິໃໝ່ປະຈຳຊາດ, ຖ້າຫາກເພື່ອນມີໂອກາດກັບເມືອຫວຽດນາມ ແລະ ໄປຢ້ຽມຢາມບັນດາເຂດຊົນນະບົດ, ເພື່ອນອາດຈະພົບເຫັນບັນດາຜູ້ຫຼໍ່ຂາງ ເຊິ່ງພວກຂ້າພະເຈົ້າໄດ້ແນະນຳໃຫ້ເພື່ອນຄືດັ່ງກ່າວ.
ນັບແຕ່ອາທິດນີ້ ລາຍການພາກພາສາລາວວິທະຍຸກະຈາຍສຽງຫວຽດນາມ ຈະມີຄຳຖາມເພື່ອໃຫ້ຮູ້ຟັງຊອກຮູ້ເຫດການຕ່າງໆຂອງຫວຽດນາມ. ພວກເຮົາຈະມີຂອງຂວັນໃຫ້ຜູ້ຟັງທ່ານໃດຕອບໄວ ແລະ ຖືກຕ້ອງກວ່າໝູ່.
ຄຳຖາມຂອງອາທິດນີ້ແມ່ນ: ລະບົບລາຍການພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມ, ໄລ່ມາຮອດປະຈຸບັນໄດ້ຮັບການສ້າງຕັ້ງມາເປັນເວລາຈັກປີແລ້ວ?
1. 69 ປີ
2. 70 ປີ
3. 71 ປີ
ທ່ານຜູ້ຟັງ, ຜູ້ອ່ານ ຝາກຄຳຕອບດ້ວຍວິທີຄື: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ສົ່ງຈົດໝາຍທາງອີແມວ: laovov@yahoo.com. ທ່ານຜູ້ຟັງສາມາດໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631.