ການທ່ອງທ່ຽວໃນລະດູຮ້ອນຈະແມ່ນຫົວຂໍ້ທີ່ເວົ້າເຖິງຫຼາຍທີ່ສຸດໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້. ເຊີນທ່ານຜູ້ຟັງຕິດຕາມຮັບຟັງ.
ໃນອາທິດ, ທ່ານ ບົວທອງ, ແຂວງ ຊຽງຂວາງ, ທ່ານ ວັນແສງ, ແຂວງ ບໍລິຄຳໄຊ ໄດ້ສົ່ງ ອີແມວ ແລະ ໂທລະສັບມາຍັງລາຍການໂດຍຝາກຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງໄຊຊະນະ 30/4 ຂອງ ຫວຽດນາມ. ໃນນັ້ນ, ທ່ານ ບົວທອງ ໄດ້ຂຽນວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງ 41 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (30/4/1975), ຂ້າພະເຈົ້າຂໍອວຍພອນໃຫ້ນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ປະເທດ ຫວຽດນາມ ເວົ້າລວມນັບມື້ນັບພັດທະນາ, ຮັ່ງມີ, ສວຍງາມກ່ວາອີກ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຢາກໄດ້ຮັບຟັງບາງບົດເພງຍ້ອງຍໍປະທານ ໂຮ່ຈີມິນ ແລະ ກ່ຽວກັບການປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບແດ່.”
ທ່ານ ບົວທອງ ແລະ ທ່ານ ວັນແສງ ທີ່ຮັກແພງ, ພວກຂ້າພະເຈົ້າຂໍຂອບໃຈບັນດາຄຳອວຍພອນອັນດີງາມຂອງພວກທ່ານທີ່ສະຫງວນໃຫ້ແກ່ປະຊາຊົນ ຫວຽດນາມ. ທ່ານສາມາດຮັບຟັງລາຍການເພງຂອງພວກເຮົາທີ່ໄດ້ອອກອາກາດເວລາ 18 ໂມງ 30 ນາທີ ໃນຂຶ້ນ 7285 KHz ແລະ ເວລາ 21 ໂມງ ໃນຂຶ້ນ 1242 KHz ແຕ່ວັນທີ 25/4 – 1/5 ເພື່ອຮັບຟັງບັນດາບົດເພງຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ແລະ ປົດປ່ອຍພາກໃຕ້ ໂຮມປະເທດຊາດເປັນເອກະພາບ. ນອກຈາກນັ້ນ, ໃນແວບໄຊ vovworld.vn ຂອງພວກເຮົາກໍ່ອັບເດັດບັນດາລາຍການເພງທີ່ໄດ້ອອກອາກາດໃນອາທິດ. ເຊີນທ່ານ ບົວທອງ, ທ່ານ ວັນແສງ ແລະຜູ້ຟັງທຸກທ່ານຕິດຕາມຮັບຟັງ.
ປະພາຄານຢູ່ເກາະ ໂກໂຕ
ສ່ວນເພື່ອນ ປານອມ, ແຂວງ ຫົວພັນໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ກ່ອນນີ້ໜຶ່ງປີ, ມີເພື່ອນລາວບາງຄົນທີ່ເຄີຍຮຽນຢູ່ ຫວຽດນາມ ໄດ້ຊວນຂ້າພະເຈົ້າໄປທ່ຽວຢູ່ ເກາະ ໂກໂຕ. ສ່ວນໜຶ່ງແມ່ນຍ້ອນຄ້າງຄາກັບວຽກງານ, ສ່ວນໜຶ່ງແມ່ນບໍ່ທັນມີຂໍ້ມູນໃດກ່ຽວກັບສະຖານທີ່ທ່ອງທ່ຽວແຫ່ງນີ້ດັ່ງນັ້ນຂ້າພະເຈົ້າບໍ່ທັນມາທ່ອງທ່ຽວເກາະແຫ່ງນີ້ເທື່ອ. ປີນີ້, ພວກເພື່ອນຜູ້ອື່ນກໍ່ເຊີນຂ້າພະເຈົ້າໄປທ່ອງທ່ຽວຢູ່ເກາະແຫ່ງນີ້ອີກ ແລະ ເວົ້າວ່າທະເລຢູ່ນີ້ງາມຫຼາຍ. ກ່ອນທີ່ຈະໄປ, ຂ້າພະເຈົ້າຢາກຮູ້ຂໍ້ມູນຂ່າວກ່ຽວກັບສະຖານທີ່ທ່ອງທ່ຽວແຫ່ງນີ້ໄດ້ບໍ່?”
ເພື່ອນ ປານອມ ທີ່ຮັກແພງ, ໂກໂຕ ແມ່ນໝູ່ເກາະແຫ່ງໜຶ່ງຊຶ່ງນອນໃນທາງທິດຕາເວັນອອກຂອງເກາະ ເວີນໂດ່ນ, ແຂວງ ກວາງນີງ (ທາງພາກເໜືອ ຫວຽດນາມ). ໝູ່ເກາະ ໂກໂຕ ລວມມີເກາະໃຫຍ່ນ້ອຍ 50 ແຫ່ງ. ໂກໂຕ ມີພູມສັນຖານແມ່ນເຂດພູພຽງ, ຢູ່ກາງມີພື້ນທີ່ສູງ, ອ້ອມແອ້ມແມ່ນໂນນພູຕຳ່, ຢູ່ແຄມເກາະແມ່ນຫາດຊາຍທະເລ ແລະ ອ່າວນ້ອຍໆ. ລະບົບພືດຢູ່ໃນເກາະແມ່ນອຸດົມສົມບູນພໍສົມຄວນ. ປ່າທຳມະຊາດທີ່ຫຼາຍຮູບຫຼາຍແບບ ແລະ ປະກອບດ້ວຍໄມ້ທີ່ມີຄ່າຫຼາຍຊະນິດ. ສັດປ່າກໍ່ມີຫຼາຍຊະນິດພໍສົມຄວນ, ໃນນັ້ນພົ້ນເດັ່ນແມ່ນຝູງລີງຂົນເຫຼືອງປະມານ 100 ໂຕ. ການບໍລິການກິນດື່ມໃນເກາະບໍ່ທັນມີຫຼາຍ, ດັ່ງນັ້ນເພື່ອນຄວນຈ່ອງກ່ອນ ຫຼື ຖືອາຫານໄປນຳ. ເພື່ອນກໍ່ສາມາດໄປຊື້ເຄື່ອງກິນຢູ່ຕະຫຼາດໃກ້ກັບເຂດຊຸມຊົນເຊິ່ງໄດ້ເປີດໃນຕອນເຊົ້າກໍໄດ້. ໃນເກາະກໍ່ມີເຮືອນພັກ, ໂຮງແຮມຫຼາຍຫຼັງ, ເພື່ອນສາມາດເຊົ່າຫ້ອງດ້ວຍລາຄາແຕ່ 200.000 – 500.000 ດົ່ງ/ມື້. ເພື່ອນກໍ່ສາມາດອາບນຳ້ທະເລຢູ່ຫາດຊາຍທະເລ ບັກວ່ານ. ຫາດທະເລນີ້ມີຄວາມຍາວເກືອບ 15 ກມ. ມີຄື້ນຟອງແຮງ ແລະ ມີຕົ້ນຕະຊົນງາມອີຫຼີ. ຫຼືຫາດຊາຍທະເລ ຮົ່ງວ່ານ, ວ່ານຈ໋າຍ ກໍ່ງາມຫຼາຍ. ປະພາຄານກ່ໍແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ນອກຈາກນັ້ນ, ເພື່ອນສາມາດຄົ້ນຫາເກາະ ແທງເລີນ, ເກາະແຫ່ງນີ້ຢູ່ໃກ້ກັບເກາະ ໂກໂຕ, ມີເຮືອຂົນສົ່ງແຂກໄປຫາເກາະແຫ່ງນີ້ໃນຕອນເຊົ້າ. ເກາະ ແທງເລີນ ມີຫາດຊາຍທະເລນ້ອຍແຕ່ງາມ, ເພື່ອນສາມາດໄປ - ມາໃນມື້. ຫາດຫິນໂກໂຕ, ແມ່ນໜຶ່ງໃນບັນດາສະຖານທີ່ງາມທີ່ສຸດຢູ່ໃນເກາະ, ບ່ອນທີ່ມີນັກທ່ອງທ່ຽວຫຼາຍຄົນເລືອກເຟັ້ນເພື່ອຖ່າຍຮູບເປັນທີ່ລະນຶກ.
ເພື່ອນຈັນດອນ, ຢູ່ແຂວງ ຫຼວງພະບາງ ໄດ້ຝາກອີແມວເຖິງລາຍການ, ໃນນັ້ນມີຕອນຂຽນວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ: ປີທ່ອງທ່ຽວແຫ່ງຊາດ ຫວຽດນາມ 2016 ຈະສຸມໃສ່ເຂົ້າ ຟູ໋ກວກ - ເຂດທົ່ງພຽງແມ່ນຳ້ຂອງ, ຂ້າພະເຈົ້າຢາກຖານວ່າ: ມີເຫດການໃດແດ່ຈະຖືກຈັດຂຶ້ນໃນປີທ່ອງທ່ຽວແຫ່ງຊາດ 2016”
ປີທ່ອງທ່ຽວແຫ່ງຊາດ 2016 ມີຫົວຂໍ້ວ່າ: “ປີທ່ອງທ່ຽວແຫ່ງຊາດ 2016 - ຟູ໋ກວກ - ເຂດທົ່ງພຽງແມ່ນຳ້ຂອງ” ດ້ວຍຫົວຂໍ້ວ່າ: “ຄົ້ນຫາເຂດດິນແດນທາງພາກໃຕ້”. ນີ້ແມ່ນເຫດການວັດທະນະທຳ - ເສດຖະກິດ - ສັງຄົມທີ່ພົ້ນເດັ່ນ, ລະດັບຊາດ ແລະ ສາກົນ, ຈະຈັດຕັ້ງຢູ່ແຂວງ ກຽນຢາງ ເປັນຕົ້ນ. ນອກຈາກນັ້ນ, ໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2016 ຍັງຈັດຕັ້ງຫຼາຍເຫດການຢູ່ 18 ແຂວງ, ນະຄອນໃນທົ່ວປະເທດອີກ. ບັນດາເຫດການກ່ຽວຂ້ອງເຖິງປີທ່ອງທ່ຽວແຫ່ງຊາດ 2016 ຈະເລີ່ມດຳເນີນແຕ່ວັນທີ 9/4/2016 ແລະ ອັດລົງໃນວັນທີ 24/12/2016 ຢູ່ເມືອງເກາະ ຟູ໋ກວກ, ແຂວງ ກຽນຢາງ. ໃນນັ້ນແຂວງ ກຽນຢາງ ຈັດຕັ້ງ 11 ເຫດການ. ນອກນັ້ນ, ຍັງມີ 13 ເຫດການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບບັນດາກະຊວງ, ຂະແໜງການສູນກາງຈັດຕັ້ງອີກ. ພວກຂ້າພະເຈົ້າຈະອັບເດັດການເຄື່ອນໄຫວຕ່າງໆທີ່ກ່ຽວຂ້ອງເຖິງປີທ່ອງທ່ຽວແຫ່ງຊາດ 2016 ໃນຂ່າວປະຈຳວັນ, ເຊີນເພື່ອນ ຈັນດອນ ຕິດຕາມຮັບຟັງ.
ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານ ທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ມັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າລະຊ່ອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.