ທ່ານຜູ້ຟັງທີ່ເຄົາລົບ!
ອາທິດຜ່ານມາ, ໃນຈົດໝາຍຝາກມາລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ຜູ້ຟັງວິທະຍຸກະຈາຍສຽງຫລາຍທ່ານໄດ້ສະແດງຄວາມເອົາໃຈໃສ່ເຖິງການພົວພັນມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ພິເສດແມ່ນການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລຸນ ສີສຸລິດ ທີ່ດຳເນີນໄປໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງຜູ້ຟັງບາງທ່ານທີ່ໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
***
ໃນຈົດໝາຍຝາກມາລາຍການ, ເພື່ອນ ອຸດົມໄຊ ຈັນທະວົງ ແຂວງ ຄຳມ່ວນ ແລະ ເພື່ອນ ແປງ ແກ້ວມານີ ຢູ່ນະຄອນຫລວງ ວຽງຈັນ ໄດ້ສະແດງຄວາມສົນໃຈເຖິງການຢ້ຽມຢາມມິດຕະພາບ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ (ສປປ) ລາວ ທອງລຸນ ສີສຸລິດ. ເພື່ອນ ແປງ ແກ້ວມານີ ຖາມວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ ການຢ້ຽມຢາມມິດຕະພາບ ຫວຽດນາມຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ລາວ ຜ່ານມາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຂ້າພະເຈົ້າຢາກຮູ້ແຈ້ງຕື່ມອີກກ່ຽວກັບບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ ? ຫວັງວ່າທາງລາຍການຈະແນະນຳ ໃຫ້ຂ້າພະເຈົ້າ. ຂໍຂອບໃຈ”.
(ນາຍົກລັດຖະມົນຕີ 2 ປະເທດ ໄດ້ເປັນສັກຂີພິຍານ
ພິທີລົງນາມໃນເອກະສານສຳຄັນບາງສະບັບ)
+++
ເພື່ອນ ແປງ ແກ້ວມານີ ທີ່ຮັກແພງ! ການຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ພາຍຫລັງພິທີຕ້ອນຮັບຖືກຈັດຕັ້ງຢ່າງສົມກຽດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ຫລັງຈາກນັ້ນ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ມີບັນດາການພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ໄປຢ້ຽມຢາມນະຄອນ ໂຮ່ຈີມິນ. ທີ່ບັນດາການພົບປະເຈລະຈາ 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນບັນດາແຜນນະໂຍບາຍ, ມາດຕະການ ເພື່ອແນໃສ່ສືບຕໍ່ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ; ພ້ອມກັນນັ້ນ ກໍ່ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ເນື່ອງໃນໂອກາດການມາຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ 2 ປະເທດ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານສຳຄັນບາງສະບັບລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ແລະ ລາວ ຄື: ບົດບັນທຶກຂໍ້ຕົກລົງຮ່ວມມືລະຫວ່າງ 2 ກະຊວງແຜນການ ແລະ ການລົງທຶນປີ 2016; ບົດບັນທຶກຂໍ້ຕົກລົງລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ລາວ ກ່ຽວກັບການຜັນຂະຫຍາຍໂຄງການດຳນົດເຂດຜະລິດກະສິກຳຢູ່ ລາວ.
***
ສ່ວນໃນອີແມວສົ່ງມາຍັງລາຍການຂອງເພື່ອນ ວົງໄຊ ທິບປະວົງ ແຂວງ ບໍ່ແກ້ວ ມີເນື້ອໃນຂຽນວ່າ: “ຫວ່າງແລ້ວນີ້ ຂ້າພະເຈົ້າໄດ້ຊົມບັນດາພາບສາລະຄະດີໃນ ເວັບໄຊຂອງລາຍການ ທີ່ແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ. ຂ້າພະເຈົ້າເຫັນວ່າ ບັນດາພາບສາລະຄະດີນີ້ ມີປະໂຫຍດທີ່ສຸດ ໃຫ້ແກ່ບັນດາຜູ້ເມົາມົວກັບການທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບັນດາພາບສາລະຄະດີໄດ້ພັນລະນາຢ່າງຈະແຈ້ງ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆຂອງ ຫວຽດນາມ. ເມື່ອໄດ້ເບິ່ງບັນດາພາບສາລະຄະດີນີ້ ຂ້າພະເຈົ້າຮູ້ສຶກວ່າຕົນເອງຄືພວມໄດ້ຢ້ຽມຊົມບັນດາສະຖານທີ່ນັ້ນຢູ່ ຂໍຂອບໃຈທາງລາຍການ ທີ່ໄດ້ແນະນຳບັນດາພາບສາລະຄະດີມ່ວນໆງາມໆເຖິງຜູ້ຟັງຜູ້ຊົມພວກຂ້າພະເຈົ້າ”.
+++
ຂອບໃຈເພື່ອນ ວົງໄຊ ທິບປະວົງ ທີ່ໄດ້ມີຄວາມສົນໃຈຕໍ່ລາຍການ. ໃນໄລຍະຈະມາເຖິງ ທາງລາຍການຈະແນະນຳພາບສາລະຄະດີ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ຕື່ມອີກ. ເຊີນທ່ານຕິດຕາມ ແລະ ປະກອບຄຳຄິດເຫັນ ເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບດີກ່ວາເກົ່າ.
***
ສ່ວນໃນອີແມວສົ່ງມາລາຍການຂອງເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແຂວງ ອຸດົມໄຊ ກໍ່ຂຽນວ່າ: “ຂ້າພະເຈົ້າຢາກຮູ້ຂໍ້ມູນຂ່າວຕື່ມອີກ ກ່ຽວກັບການໄປຢ້ຽມຢາມແຂວງ ຮ່ານາມ ຂອງຄະນະປະຕິບັດງານຂັ້ນສູງແຂວງ ອຸດົມໄຊ. ຂໍໃຫ້ທາງລາຍການ ແນະນຳໃຫ້ຂ້າພະເຈົ້າ ? ຂໍຂອບໃຈ ”.
+++
ເພື່ອນ ວິໄລສະວັນ ແກ້ວພິລາຫວັນ ທີ່ຮັກແພງ ! ຫວ່າງແລ້ວນີ້ ຄະນະປະຕິບັດງານຂັ້ນສູງແຂວງ ອຸດົມໄຊ ໂດຍທ່ານ ເພັດສະຄອນ ຫລວງອາໄພ ເລຂາພັກແຂວງ ທັງເປັນເຈົ້າແຂວງ ແຂວງ ອຸດົມໄຊ ເປັນຫົວໜ້າຄະນະ ມີການເຮັດວຽກກັບແຂວງ ຮ່ານາມ. ທີ່ການເຮັດວຽກ ທ່ານ ຫງວຽນດີງຄາງ ເລຂາຄະນະພັກແຂວງ ຮ່ານາມ ເນັ້ນໜັກວ່າ: ການມາຢ້ຽມຢາມແຂວງ ຮ່ານາມ ຂອງຄະນະໃນຄັ້ງນີ້ ຈະແມ່ນປະຖົມປັດໃຈ ເພື່ອກໍ່ສ້າງ, ປັບປຸງການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ 2 ແຂວງເວົ້າສະເພາະ, ຫວັງວ່າ ແຂວງ ອຸດົມໄຊ ແລະ ແຂວງ ຮ່ານາມ ຈະສ້າງການພົວພັນ, ຍຸດທະສາດຍາວນານ ເພື່ອໜູນໃຊ້ ແລະ ຂຸດຄົ້ນຄວາມສາມາດ ບົ່ມຊ້ອນ, ທ່າແຮງຂອງ 2 ແຂວງ. ສ່ວນທ່ານ ເພັດສະຄອນ ຫລວງອາໄພ ໃຫ້ຮູ້ວ່າ: ເປົ້າໝາຍຂອງຄະນະໃນການມາປະຕິບັດງານຢູ່ແຂວງ ຮ່ານາມ ຄັ້ງນີ້ ແມ່ນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືແບບພິເສດ, ທ່ານກໍ່ສະແດງຄວາມປາດຖະໜາຢາກໃຫ້ແຂວງ ຮ່ານາມ ແນະນຳບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ແຂວງ ອຸດົມໄຊ.
+++
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com