(vovworld) - ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ໂທລະສັບ 185 ສະບັບຈາກຜູ້ຝັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍການກະຈາຍສຽງພາກພາສາລາວ ໄດ້ຮັບອີແມວ, ໂທລະສັບ 9 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ການລ້າງທາດພິດສີສົ້ມຢູ່ສະໜາມບິນ ດ່ານັ້ງ
ເພື່ອນ ບຸນທອງ, ຢູ່ແຂວງ ໄຊສົມບຸນ ໄດ້ສົ່ງ ອີເມວມາຍັງລາຍການ ດ້ວຍເນື້ອໃນວ່າ: “ຜ່ານພາບສາລະຄະດີໃນເວັບໄຊ: vovworld.vn, ຂ້າພະເຈົ້າໄດ້ຮູ້ວ່າ, ວັນທີ 10/8 ແມ່ນວັນສະເຫຼີມສະຫຼອງວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຢູ່ ຫວຽດນາມ. ຂ້າພະເຈົ້າກໍ່ຮູ້ວ່າຢູ່ຫວຽດນາມມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວ, ແຕ່ຍ້ອນຄາວຽກ, ດັ່ງນັ້ນຂ້າພະເຈົ້າບໍ່ສາມາດຕິດຕາມໝົດໄດ້. ໂດຍແມ່ນຜູ້ທີ່ເຮັດວຽກງານສັງຄົມ, ຂ້າພະເຈົ້າສົນໃຈທີ່ສຸດເຖິງການເຄື່ອນໄຫວນີ້. ຫວັງວ່າບັນນາທິການຂອງລາຍການແນະນຳໂດຍຫຍໍ້ການເຄື່ອນໄຫວທີ່ພົ້ນເດັ່ນໃນເຫດການນີ້“.
ເພື່ອນບຸນທອງທີ່ຮັກແພງ, ເພື່ອສະເຫຼີມສະຫຼອງ 55 ປີ ແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (10/8/1961-10/8/2016). ຢູ່ ຫວຽດນາມ ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງ, ໃນນັ້ນພົ້ນເດັ່ນແມ່ນ: ງານວາງສະແດງ “ທາດພິດສີສົ້ມ - ມະໂນທຳ ແລະ ຄວາມຍຸຕິທຳ“, ເຊິ່ງຖືກຈັດຕັ້ງຢູ່ຫໍພິພິດຕະພັນການທະຫານ ຫວຽດນາມ ໃນວັນທີ 3/8. ງານວາງສະແດງໄດ້ແນະນຳຮູບພາບ, ເອກະສານ, ວັດຖຸພັນ 400 ຢ່າງ, ທີ່ສ່ອງແສງເຖິງຄວາມອັນຕະລາຍ, ລະດັບຄວາມເສຍຫາຍຂອງທາດພິດເຄມີໂດຍກອງທັບ ອາເມລິກາກໍ່ຂຶ້ນຢູ່ ຫວຽດນາມ; ບັນດາຄວາມມານະພະຍາຍາມຂອງພັກ, ລັດ ຫວຽດນາມໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເຄມີໂດຍ ອາເມລິກາກໍ່ຂຶ້ນ… ຕອນເຊົ້າວັນທີ 8/8, ຢູ່ ຮ່າໂນ້ຍ, ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA) ໄດ້ເປີດກອງປະຊຸມສຳມະນາ ວິທະຍາສາດສາກົນ “ຕີລາຄາຜົນຮ້າຍຢ້ອນຫຼັງຈາກທາດພິດສີສົມ/ດີໂອຊິນ ໂດຍ ອາເມລິການຳໃຊ້ໃນປາງສົງຄາມຢູ່ ຫວຽດນາມ“. ວັນທີ 10/8, ກໍ່ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງເຫດການນີ້ ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ກ່ອນໜ້ານັ້ນ, ວັນທີ 6/8, ຢູ່ຫໍວັດທະນະທຳໃຈກາງແຂວງ ນິງບິ່ງ, ໄດ້ດຳເນີນລາຍການພົບປະແລກປ່ຽນສິລະປະດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປ່ວຍຈາກທາດພິດສີສົ້ມ“. ແລະກໍ່ໃນວັນທີ 6/8, ຢູ່ສວນສາທາລະນະວັດທະນະທຳ ເດິ່ມແຊນ, ສະພາກາແດງນະຄອນ ໂຮ່ຈີມິນ ໄດ້ຈັດລາຍການ ຍ່າງເພື່ອຕອບສະໜອງເດືອນກະທຳ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຄົນພິການທີ່ທຸກຍາກ“ ປີ 2016, ເຊິ່ງໄດ້ດຶງດູດ 5.000 ກວ່າຄົນເຂົ້າຮ່ວມ. ວັນທີ 7/8 ຢູ່ສະໜາມກິລາແຫ່ງຊາດ ມິ້ດິ່ງ (ຮ່າໂນ້ຍ) ໄດ້ດຳເນີນລາຍການຖີບລົດ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ“ ຄັ້ງທີ 2. ລາຍການນີ້ໄດ້ດຶງດູດນັກອາສະໝັກເກືອບ 1.000 ຄົນ ແລະ ລົດຖີບ 500 ຄັນເຂົ້າຮ່ວມ. ນອກນັ້ນ. ສະມາຄົມຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນ ບັນດາແຂວງ, ນະຄອນໃນທົ່ວປະເທດກໍ່ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ. ເນື່ອງໃນເຫດການນີ້, ບັນດາລາຍການໃນລະບົບກະຈຍສຽງເປັນພາສາຕ່າງປະເທດແຫ່ງຊາດ, ຂອງວິທະຍຸກະຈາຍສຽງ ຫວຽດນາມ ກໍ່ຈັດລາຍການກະຈາຍສຽງພິເສດເພື່ອສະເຫຼີມສະຫຼອງ 55 ປີ ແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໃນວັນທີ 10/8. ຖ້າເພື່ອນບຸນທອງ ແລະ ບັນດາທ່ານຜູ້ຟັງມີຄວາມສົນໃຈເຖິງເຫດການນີ້ສາມາດອ່ານຫຼືຟັງຄືນຂ່າວບົດໃນເວັບໄຊ vovworld.vn ຂອງພວກຂ້າພະເຈົ້າກໍ່ໄດ້.
+++
ໃນອີເມວຝາກມາລາຍການ, ເພື່ອນ ມອນແສງ, ແຂວງ ວຽງຈັນ ໄດ້ສົນໃຈເຖິງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງສະຫະສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ທີ່ຈັດຕັ້ງຢູ່ ຫວຽດນາມ, ເພື່ອນໄດ້ຂຽນວ່າ: “ວັນອາທິດຜ່ານມາ (6/8), ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຕັ້ງການຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 – 8/8/2016) ແລະ 19 ປີແຫ່ງວັນລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997 – 23/7/2016). ຂ້າພະເຈົ້າຢາກຮູ້ວ່າ ຢູ່ ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວໃດແດ່ເນື່ອງໃນໂອກາດນີ້.”
ເພື່ອນ ມອນແສງ ທ່ີຮັກແພງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 – 8/8/2016) ແລະ 21 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 – 28/7/2016), ວັນທີ 8/8 ຜ່ານມາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີຊັກທຸງ ອາຊຽນ 2016. ເຂົ້າຮ່ວມພິທີຊັກທຸງ ອາຊຽນ ມີຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ນະຄອນ ຮ່າໂນ້ຍ ແລະ ຫົວໜ້າຄະນະທູຕານຸທູດ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າສະຖານທູດ ບັນດາປະເທດ ອາຊຽນ ປະຈຳ ຫວຽດນາມຢູ່ຮ່າໂນ້ຍ. ພິທີຊັກທຸງເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ໄດ້ກາຍເປັນການເຄື່ອນໄຫວປະຈຳປີ ທີ່ເປັນໜ້າເອກອ້າງທະນົງໃຈຂອງທຸກໆປະເທດສະມາຊິກ ອາຊຽນ ແລະ ຄະນະເລຂາ ອາຊຽນ. ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 3/8, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງລາຍການພົບປະແລກປ່ຽນ ແລະ ໄຂງານວາງສະແດງດ້ວຍຫົວຂໍ້ວ່າ: “ອາຊຽນ - ສີສັນວັດທະນະທຳ”. ຕອນເຊົ້າວັນທີ 5/8, ກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ສົມທົບກັບບັນດາອົງການ, ກະຊວງ, ຂະແໜງການກ່ຽວຂ້ອງໄຂງານວາງສະແດງກ່ຽວກັບປະຊາຄົມ ອາຊຽນ. ນີ້ແມ່ນການເຄື່ອນໄຫວນອນໃນສັບປະດາ ອາຊຽນ ເນື່ອງໃນໂອກາດວັນສ້າງຕັ້ງປະຊາຄົມ ອາຊຽນ ຄົບຮອບໜຶ່ງປີ ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (2017). ນອກຈາກຂ່າວຕ່າງໆ, ພວກຂ້າພະເຈົ້າຍັງມີຫຼາຍບົດຂຽນກ່ຽວກັບ ອາຊຽນ, ເຊີນທ່ານຜູ້ຟັງ, ຜູ້ອ່ານ ອ່ານຄືນໃນແວບໄຊ vovworld.vn.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານ ທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບ ມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍສາມາດເຂົ້າເວັບໄຊ vovworld.vn ຫຼື vov5.vn ເພື່ອແລກປ່ຽນ, ປະກອບຄຳເຫັນ ໃຫ້ບັນດາລາຍການທີ່ໄດ້ລົງໃນເວັບໄຊດັ່ງກ່າວ.