ການເຄື່ອນໄຫວຂອງນັກສຶກສາລາວ ຢູ່ ຫວຽດນາມ ເພື່ອສະເຫຼີມສະຫຼອງວັນຊາດລາວ (2/12)

(VOVWORLD) - ນອາທິດ, ລະບົບກະຈາຍສຽງພາສາຕ່າງປະເທດແຫ່ງຊາດ ໄດ້ຮັບຈົດໝາຍ, ອີແມວ 176 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 4 ສະບັບຈາກທ່ານຜູ້ຟັງ ລາວ ແລະ ຫວຽດນາມ ຝາກມາລາຍການ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ຶ້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.

        ໃນອາທິດ, ເພື່ອນ ວອນ ວິໄລວົງ, ແຂວງ ບໍ່ແກ້ວ, ເພື່ອນ ຟ້າມຊວນແບັກ, ແຂວງ ຟູ໋ທໍ້ ໄດ້ຝາກອີແມວ ອວຍພອນວັນສະຖາປະນາປະເທດ ສປປ ລາວ (ທີ 2 ທັນວາ). ໃນນັ້ນ, ເພື່ອນ ຟ້າມຊວນແບກ ໄດ້ຂຽນວ່າ: “ເຊິ່ງເປັນຜູ້ທີ່ມີຄວາມສະໜິດຕິດພັນກັບປະເທດລາວ ເປັນເວລາຫຼາຍປີ. ຍາມໃດ ຄອບຄົວຂ້າພະເຈົ້າກໍ່ຈັດງານລ້ຽງອວຍພອນບັນດາງານບຸນໃຫຍ່ຂອງລາວ ແລະ ວັນຊາດຫວ່າງແລ້ວນີ້ກໍ່ເຊັ່ນດຽວກັນ. ຂ້າພະເຈົ້າໄດ້ຈັດງານລ້ຽງ, ເຊື້ອເຊີນເພື່ອນມິດຄົນລາວເຂົ້າຮ່ວມນຳ. ໃນຄາບເຂົ້າ, ພວກຂ້າພະເຈົ້າໄດ້ຮັບປະທານບັນດາເຍື່ອງອາຫານລາວ ໂດຍ ເມຍຂອງຂ້າພະເຈົ້າປຸງແຕ່ງເອງ ແລະ ຮ້ອງ karaoke ບາງບົດເພງມິດຕະພາບ ຫວຽດນາມ - ລາວ. ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫຼາຍຍ້ອນໄດ້ເວົ້າ, ໂອ້ລົມດ້ວຍພາສາລາວ - ເຊິ່ງເປັນພາສາທີ່ຂ້າພະເຈົ້າໄດ້ສະໜິດຕິດພັນມາເປັນເວລາກ່ວາ 15 ປີ. ຂ້າພະເຈົ້າອວຍພອນໃຫ້ບັນດາບັນນາທິການຂອງພາກພາສາລາວ ໄດ້ຕ້ອນຮັບວັນຊາດຢ່າງມີຄວາມໝາຍ, ພວກເພື່ອນແມ່ນບັນດາຜູ້ເຮັດວຽກງານໂຄສະນາຂໍ້ມູນຂ່າວສານດ້ວຍພາສາລາວໃນແຕ່ລະວັນ. ເຖິງວ່າ, ພວກເພື່ອນບໍ່ແມ່ນຄົນລາວ ແຕ່ກໍ່ໄດ້ເຮັດວຽກງານທີ່ກ່ຽວຂ້ອງເຖິງພາສາລາວ ດັ່ງນັ້ນ ຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນໄດ້ຕ້ອນຮັບວັນຊາດລາວ ດ້ວຍຄວາມເບິກບານມ່ວນຊື່ນ ແລະ ມີຄວາມໝາຍ. ອວຍພອນພວກເພື່ອນຈົ່ງມີສຸຂະພາບແຂງແຮງ ແລະ ຍາມໃດກໍ່ເຮັດລ້ອນໜ້າທີ່ເພື່ອສ້າງບັນດາລາຍການກະຈາຍສຽງມ່ວນໆຮັບໃຊ້ທ່ານຜູ້ຟັງ.”

ການເຄື່ອນໄຫວຂອງນັກສຶກສາລາວ ຢູ່ ຫວຽດນາມ ເພື່ອສະເຫຼີມສະຫຼອງວັນຊາດລາວ (2/12) - ảnh 1 ການສະແດງສິລະປະທີ່ລາຍການ

        ໃນອາທິດ, ເພື່ອນ ເຈີ່ນຮ່ວາງຮ່າ, ແຂວງ ເຊີນລາ ໄດ້ຝາກອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ອາທິດຜ່ານມາ, ມີການເຄື່ອນໄຫວຫຼາຍຢ່າງໄດ້ຈັດຕັ້ງເພື່ອສະເຫຼີມສະຫຼອງວັນສະຖາປະນາປະເທດ ສປປ ລາວ (2/12). ໃນນັ້ນ, ມີໂຮງຮຽນບາງແຫ່ງມີນັກສຶກສາລາວ ຮ່ຳຮຽນຢູ່ແຂວງເຊີນລາຂອງຂ້າພະເຈົ້າ ກໍ່ໄດ້ຈັດຕັ້ງການສະແດງສິລະປະ ຂ່ຳນັບຮັບຕ້ອນວັນບຸນໃຫຍ່ຂອງປະເທດລາວ. ຂ້າພະເຈົ້າ ຢາກຮູ້ວ່າ, ນອກຈາກການເຄື່ອນໄຫວໂດຍ ຫວຽດນາມ ຈັດຕັ້ງໃຫ້ບັນດານັກຮຽນ, ນັກສຶກສາ ລາວ ແລ້ວ, ຍັງມີການເຄື່ອນໄຫວໃດແດ່ທີ່ເພື່ອນລາວ ຈັດຕັ້ງເອງ?”

        ເພື່ອນ ເຈີ່ນຮ່ວາງຮ່າ ທີ່ຮັກແພງ! ແມ່ນແລ້ວ, ໃນອາທິດຜ່ານມາ, ມີການເຄື່ອນໄຫວຫຼາຍຢ່າງເພື່ອຂ່ຳນັບຮັບຕ້ອນວັນຊາດ ລາວ, ທັງຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງ. ພິເສດ, ບັນດາມະຫາວິທະຍາໄລ ທີ່ມີນັກສຶກສາລາວ ຫຼາຍຄົນໃນບໍລິເວນນະຄອນຫຼວງ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ ກໍ່ໄດ້ຈັດຕັ້ງງານສະແດງສິລະປະຂ່ຳນັບຮັບຕ້ອນວັນຊາດລາວ ເພື່ອຊ່ວຍໃຫ້ພວກເພື່ອນລາວ ໄດ້ຕ້ອນຮັບວັນບຸນຢ່າງອົບອຸ່ນ ແລະ ເບີກບານມ່ວນຊື່ນ, ຊ່ວຍໃຫ້ພວກເພື່ອນຫລຸດຜ່ອນຄວາມຄິດຮອດຄິດເຖິງຄອບຄົວ. ເມື່ອເວົ້າເຖິງບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນນັ້ນແມ່ນມີຫຼາຍພໍສົມຄວນ ແຕ່ເມື່ອເວົ້າເຖິງການເຄື່ອນໄຫວໂດຍນັກສຶກສາຈັດຕັ້ງນັ້ນມີ “ງານແຂ່ງຂັນແລກປ່ຽນສິລະປະຂ່ຳນັບຮັບຕ້ອນວັນຊາດລາວ” ລະຫວ່າງບັນດາມະຫາວິທະຍາໄລໃນບໍລິເວນນະຄອນຫຼວງ ຮ່າໂນ້ຍ ໂດຍສະໂມສອນວັດທະນະທຳລາວ ແລະ ສະຖາບັນການຕ່າງປະເທດ ສົມທົບກັນຈັດຕັ້ງ. ລາຍການດັ່ງກ່າວມີການເຂົ້າຮ່ວມຂອງມະຫາວິທະຍາໄລ 5 ແຫ່ງ, ເຊິ່ງລວມມີ: ສະຖາບັນການຕ່າງປະເທດ, ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ, ມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ມະຫາວິທະຍາໄລ ການຄ້າຕ່າງປະເທດ, ມະຫາວິທະຍາໄລວັດທະນະທຳ. ງານແຂ່ງຂັນດັ່ງກ່າວແມ່ນການເຄື່ອນໄຫວມີຜົນປະໂຫຍດ ຊ່ວຍໃຫ້ນັກສຶກສາລາວ ມີໂອກາດໄດ້ພົບປະ, ແລກປ່ຽນກັບບັນດານັກສຶກສາ ຫວຽດນາມ, ຈາກນັ້ນ, ຊ່ວຍເຫຼືອກັນໃນການຮ່ຳຮຽນ ແລະ ໃນຊີວິດປະຈຳວັນ. ດ້ວຍຫຼາຍລາຍການສະແດງສິລະປະໂດຍບັນດານັກສຶກສາ ຫວຽດນາມ ແລະ ລາວ ສະແດງ ໄດ້ນຳມາໃຫ້ຜູ້ຊົມບັນດາທຳນອງເພງທີ່ອ່ອນຊ້ອນ ແລະ ຮູບພາບທີ່ມີຊີວິດຊີວາກ່ຽວກັບມູນເຊື້ອຂອງ 2 ປະເທດ. ນີ້ແມ່ນໂອກາດເພື່ອໂຄສະນາຈຸດວັດທະນະທຳທີ່ເປັນເອກະລັກສະເພາະແຫ່ງປະເທດດິນແດນຂອງດອກຈຳປາ ເຖິງນັກສຶກສາ ຫວຽດນາມ ເປັນຈຳນວນຫຼວງຫຼາຍ; ພ້ອມທັງຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ. ເມື່ອສິ້ນສຸດງານແຂ່ງຂັນ, ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ໃຫ້ສະຖາບັນການຕ່າງປະເທດ; ລາງວັນທີ 2 ໃຫ້ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ; ລາງວັນທີ 3 ໃຫ້ມະຫາວິທະຍາໄລກົດໝາຍຮ່າໂນ້ຍ.

ການເຄື່ອນໄຫວຂອງນັກສຶກສາລາວ ຢູ່ ຫວຽດນາມ ເພື່ອສະເຫຼີມສະຫຼອງວັນຊາດລາວ (2/12) - ảnh 2 ບັນດານັກສຶກສາໃນຄະນະຈັດຕັ້ງລາຍການ

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ