ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 370 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 11 ສະບັບຈາກທ່ານຜູ້ຟັງລາວ.
ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 - ảnh 1(ໃນເວັບໄຊ ມີກລຼິບສັ້ນແນະນຳກ່ຽວກັບວັດທະນະທຳ, ສັງຄົມ, ອາຫານການກິນຂອງ ຫວຽດນາມ)

ເພື່ອນ ຈັນທະວອນ ໄດ້ສົ່ງຂໍ້ຄວາມມາຫາລາຍການແບ່ງປັນວ່າ: ຂ້າພະເຈົ້າໄດ້ຕິດຕາມຂ່າວ/ບົດໃນເວັບໄຊພາສາລາວ, VOV ເປັນປະຈຳ. ບັນດາຂ່າວ/ບົດທີ່ລົງໃນເວັບໄຊ ແມ່ນອຸດົມສົມບູນທີ່ສຸດ, ຜ່ານນີ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບບັນດາການເຄື່ອນໄຫວດ້ານການເມືອງ, ວັດທະນະທຳ, ສັງຄົມຂອງ ຫວຽດນາມ ຫຼາຍກວ່າ. ພິເສດ, ໃນເວັບໄຊ ມີກລຼິບວີດີໂອສັ້ນແນະນຳກ່ຽວກັບວັດທະນະທຳ, ສັງຄົມ, ອາຫານການກິນຂອງ ຫວຽດນາມ, ຂ້າພະເຈົ້າຫວັງວ່າ ໄລຍະຈະມາເຖິງທາງລາຍການຈະມີຫລາຍ ກລຼິບວີດີໂອ ມ່ວນໂຄສະນາກ່ຽວກັບວັດທະນະທຳ, ທ່ອງທ່ຽວ ເພື່ອໃຫ້ປະຊາຊົນໄດ້ຮັບຊົມ ແລະ ມີຄວາມເຂົ້າໃຈກ່ຽວກັບຫວຽດນາມ ກວ່າ.

ເພື່ອນ ຄຳສຸວັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ຫວ່າງມໍ່ໆມານີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໃຫ້ຮູ້ວ່າ: ລາວ ອາດຈະເປີດປະຕູຊາຍແດນໃຫ້ແກ່ນັກທ່ອງທ່ຽວທີ່ໄດ້ສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມ. ເວລານັ້ນ, ນັກທ່ອງທ່ຽວທີ່ມາຈາກບັນດາປະເທດ ບ້ານໃກ້ເຮືອນຄຽງ, ພິດເສດແມ່ນຫວຽດນາມ, ຈີນ ແລະ ບັນດາປະເທດ ອາຊຽນ ອື່ນ ຈະໄດ້ຮັບການພິຈາລະນາທຳອິດ, ຫລັງຈາກນັ້ນຈະແມ່ນນັກທ່ອງທ່ຽວຂອງປະເທດມີຄວາມສ່ຽງຕ່ຳອື່ນ. ນີ້ແມ່ນຂໍ້ມູນຂ່າວທີ່ໜ້າຊົມຊື່ນ ຍ້ອນນັກທ່ອງທ່ຽວມາຈາກຫຼາຍປະເທດສືບຕໍ່ໄດ້ທ່ຽວຊົມວັດທະນະທຳຂອງປະຊາຊົນລາວ. ພິເສດແມ່ນນັກທ່ອງທ່ຽວທີ່ມາຈາກບັນດາປະເທດ ອາຊຽນ, ໃນນັ້ນມີ ຫວຽດນາມ ເຊິ່ງແມ່ນປະເທດອ້າຍນ້ອງ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບປະເທດ ລາວ ໃນການຕໍ່ສູ້ຄັ້ງຕ່າງໆໃນປະຫວັດສາດ ແລະ ປະຈຸບັນແມ່ນພ້ອມກັນຕ້ານໂລກລະບາດ.

ເພື່ອນ ຄຳພອນ, ຢູ່ແຂວງ ສະຫວັນນະເຂດ ໄດ້ມີຄຳຕິຊົມທາງ Facebook ໂດຍໃຫ້ຮູ້ວ່າ: ຜ່ານລາຍການພາກພາສາລາວ, ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນກ່ຽວກັບເລື່ອງທີ່ວ່າ ປະຈຸບັນ ນະຄອນ ດ່ານັ້ງ ໄດ້ສ້າງແຜນການຕ້ອນຮັບນັກທ່ອງທ່ຽວສາກົນແລ້ວບໍ່?

ເພື່ອນ ຄຳພອນ ທີ່ຮັກແພງ, ໃນອາທິດຜ່ານມາ, ພະແນກທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ປະກາດໂຄງການຜັນຂະຫຍາຍແຜນການຟື້ນຟູການຮັບໃຊ້ການທ່ອງທ່ຽວ ດ່ານັ້ງ ໃນໄລຍະເປັນປົກກະຕິໃໝ່. ສຳລັບການຕ້ອນຮັບນັກທ່ອງທ່ຽວສາກົນ, ນະຄອນ ດ່ານັ້ງ ໄດ້ຄາດຄະເນແບ່ງເປັນ 3 ໄລຍະ. ໄລຍະ ທີ 1, ແຕ່ເດືອນ ພະຈິກ ຈະທົດລອງຕ້ອນຮັບນັກທ່ອງທ່ຽວສາກົນຕາມລາຍການທ່ອງທ່ຽວຄົບວົງຈອນ, ຜ່ານການຈ້າງເຮືອບິນ ແລະ ເຮືອບິນການຄ້າສາກົນຕາມທຳມະດາຢູ່ບັນດາເຂດ, ຮາກຖານການບໍລິການທ່ອງທ່ຽວທີ່ໄດ້ຄັດເລືອກ. ໄລຍະທີ 2, ແຕ່ເດືອນ ມັງກອນ 2021, ເປີດກວ້າງຂອບເຂດຕ້ອນຮັບນັກທ່ອງທ່ຽວສາກົນ, ສົມທົບກັບບັນດາສະຖານທີ່ທ່ອງທ່ຽວຜ່ານການຈ້າງເຮືອບິນ ແລະ ເຮືອບິນການຄ້າຕາມທຳມະດາ. ໄລຍະທີ 3, ເປີດປະຕູການທ່ອງທ່ຽວເປັນປົກກະຕິສຳລັບຕະຫຼາດນັກທ່ອງທ່ຽວສາກົນ.

ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 - ảnh 2ຄະນະປະຕິບັດງານໄປສຳຫຼວດຕົວຈິງເຂດຈະຈັດຕັ້ງເຫດການ
(ພາບ: baoquocte.vn)

ເພື່ອນ ໄຂຄຳ ສຸລິວັນ, ຢູ່ເມືອງ ດັກຈຶງ, ແຂວງ ເຊກອງ ໄດ້ຕິດຕໍ່ກັບລາຍການໂດຍຢາກຊອກຮູ້ຂໍ້ມູນກ່ຽວກັບການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 ປີ 2021. ລາຍການດັ່ງກ່າວຈະຈັດຕັ້ງການເຄື່ອນໄຫວໃດ ແລະ ຈະດຳເນີນໄປໃນຈຸດເວລາໃດ?

ເພື່ອນ ໄຂຄຳ ສຸລິວັນ ທີ່ຮັກແພງ. ຕາມການຄາດຄະເນ, ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 ຈະໄດ້ຈັດຂຶ້ນໃນເດືອນ ທັນວາ 2021 ຢູ່ເຂດຊາຍແດນເມືອງ ເຮືອງຮວາ, ແຂວງ ກວາງຈິ້, ປະເທດ ຫວຽດນາມ ແລະ ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ. ຫວ່າງມໍ່ໆມານີ້, ຝ່າຍ ຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານໄປສຳຫຼວດຕົວຈິງເຂດຈະຈັດຕັ້ງເຫດການ. ໃນການໄປສຳຫຼວດດັ່ງກ່າວ, ຄະນະປະຕິບັດງານໄດ້ດຳເນີນການສຳຫຼວດສະຖານທີ່ຈັດຕັ້ງພິທີເຄົາລົບເສົາປັກລັກໝາຍຊາຍແດນ, ຈັດການລາດຕະເວັນຮ່ວມ; ສະຫຼຸບເບື້ອງຕົ້ນວຽກງານ “ແຮກສ່ຽວພົນລະເມືອງ 2 ປະເທດຢູ່ເຂດຊາຍແດນ”; ຈັດການໂອ້ລົມສົນທະນາ, ແລກປ່ຽນສິລະປະ ວັດທະນະທຳ, ປູກຕົ້ນໄມ້ມິດຕະພາບຢູ່ເຂດດ່ານຊາຍແດນສາກົນ ລາວບ໋າວ… ການເຄື່ອນໄຫວດັ່ງກ່າວແມ່ນເຫດການການເມືອງສຳຄັນຍິ່ງລະຫວ່າງ ຫວຽດນາມ - ລາວ.

ເພື່ອນ ວິໄລວັນ, ນັກສຶກສາ ລາວ ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ໄດ້ໂທລະສັບມາຫາລາຍການຢາກຊອກຮູ້ກ່ຽວກັບຫໍພິພິດຕະພັນ 3 ມິຕິ ທີ່ຫາກໍ່ເປີດຕົວ. ເພື່ອນຢາກຊອກຮູ້ວິທີຢ້ຽມຊົມຫໍພິພິດຕະພັນນີ້.

ເພື່ອນ ວິໄລວັນ ທີ່ຮັກແພງ. ພາຍຫຼັງການທົດລອງ, ຫວ່າງແລ້ວນີ້ ຫໍພິພິດຕະພັນວິຈິດສິນ ຫວຽດນາມ ໄດ້ສະເໜີເຕັກໂນໂລຊີຢ້ຽມຊົມທາງອອນລາຍ 3 ມິຕິ tour, ເຊິ່ງໄດ້ເອົາລົງໃນເວັບໄຊ vnfam.vn. ເນື້ອໃນອະທິບາຍດ້ວຍພາສາ ຫວຽດ ແລະ ພາສາອັງກິດ, ມະຫາຊົນຢູ່ປະເທດໃດໃນໂລກກໍ່ສາມາດຄົ້ນຫາເຂດວາງສະແດງຂອງຫໍພິພິດຕະພັນ, ຮັບຊົມບັນດາວັດຖຸສິ່ງຂອງສິລະປະ ແລະ ຮັບຟັງການແນະນຳກ່ຽວກັບບັນດາຫົວເລື່ອງທີ່ນຳມາວາງສະແດງ. ຄຽງຂ້າງນັ້ນ, ມີວັດຖຸພັນ 100 ຢ່າງທີ່ດີເດັ່ນກໍ່ໄດ້ແນະນຳດ້ວຍສຽງເວົ້າກໍໄດ້ຮ່ວມເຊື່ອມຕໍ່ກັບການວາງສະແດງ 3 ມິຕິ tour ດັ່ງກ່າວ ແລະ ໄດ້ຕິດສັນຍາລັກຊ່ວຍໃຫ້ຜູ້ຊົມເຫັນໄດ້ງ່າຍ. Tour ຢ້ຽມຊົມທາງອອນລາຍດັ່ງກ່າວໂດຍບໍ່ເກັບຄ່າ.

ຕອບກັບ

ຂ່າວ/ບົດ​ອື່ນ