ການເສັງຊອກຮູ້ກ່ຽວກັບຫວຽດນາມໂດຍ VOV ຈັດຕັ້ງ

(VOVWORLD) -ການເສັງນີ້ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນລະຫວ່າງ 2 ປະເທດ, ຊ່ວຍໃຫ້ປະຊາຊົນລາວຊອກຮູ້ຂໍ້ມູນກ່ຽວກັບປະເທດຊາດແລະຊາວຫວຽດນາມຕື່ມອີກ.
ການເສັງຊອກຮູ້ກ່ຽວກັບຫວຽດນາມໂດຍ VOV ຈັດຕັ້ງ - ảnh 1 (ພາບອີນເຕີແນັດ)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍ, ອີແມວ 290 ສະບັບແລະໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດແລະເຂດແຄ້ວນ.

        ເພື່ອນຄຳມີ, ຢູ່ແຂວງເຊກອງໄດ້ສະແດງຄວາມເຫັນຜ່ານທາງ Facebook ໂດຍໃຫ້ຮູ້ວ່າ, ເພື່ອນດີໃຈຫຼາຍເມື່ອໄດ້ຮັບຂ່າວວ່າ VOV5 ສືບຕໍ່ຈັດການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”. ຕາມເພື່ອນ ຄຳມີແລ້ວ, ການເສັງນີ້ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນລະຫວ່າງ 2 ປະເທດ, ຊ່ວຍໃຫ້ປະຊາຊົນລາວຊອກຮູ້ຂໍ້ມູນກ່ຽວກັບປະເທດຊາດແລະຊາວຫວຽດນາມຕື່ມອີກ.

        ສ່ວນເພື່ອນສຸກສາດາ, ຢູ່ແຂວງວຽງຈັນ, ໃຫ້ຮູ້ວ່າ: “ຂ້າພະເຈົ້າໄດ້ຮັບຂ່າວວ່າມີການເສັງຊອກຮູ້ກ່ຽວກັບຫວຽດນາມໂດຍ VOV ຈັດຕັ້ງ. ຂ້າພະເຈົ້າມີຄວາມເບີກບ່ານມ່ວນຊື່ນຍ້ອນວ່າຕົນເອງມີໂອກາດໄດ້ເຂົ້າຮ່ວມແລະຫວັງວ່າຈະໄດ້ຮັບລາງວັນ. ຂ້າພະເຈົ້າພວມຊອກຫາຄຳຕອບທີ່ຊັດເຈັນແລະຜ່ານໜ້າເວັບຂອງພວກເພື່ອນ, ຂ້າພະເຈົ້າສາມາດອັບເດດຄວາມຮູ້ກ່ຽວກັບປະເທດຫວຽດນາມຕື່ມອີກເພື່ອແນໃສ່ຮັບໃຊ້ໃຫ້ແກ່ການເສັງນີ້”.

        ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ສືບຕໍ່ໄດ້ຮັບໂທລະສັບ, ຂໍ້ຄວາມແລະ ຄວາມຕິຊົມສົ່າງມາລາຍການຜ່ານທາງ Facebook ຂອງລາຍການພາກພາສາລາວໂດຍເວົ້າວ່າ: ຂໍຂອບໃຈ VOV ເວົ້າລວມແລະລາຍການພາກພາສາລາວເວົ້າສະເພາະຍ້ອນໄດ້ມີຄວາມມານະພະຍາຍາມຮັກສາການອອກອາກາດຂ່າວ ແລະ ບົດເປັນປະຈຳໃນຈຸດເວລາເກີດໂລກລະບາດທີ່ ຫຍຸ້ງຍາກຄືປະຈຸບັນ. ໃນນັ້ນ, ເພື່ອນສົມຟອງໄດ້ແບ່ງປັນວ່າ: ບັນດາໂຄສົກບັນນາທິການແລະນັກຂ່າວໄດ້ເຮັດທຸກສິ່ງທຸກຢ່າງເພື່ອຮັບປະກັນໃຫ້ລາຍການສືບຕໍ່ໄດ້ອອກອາກາດເປັນປົກກະຕິ. ບາງຄົນໄດ້ເຮັດວຽກຢູ່ເຮືອນ, ບາງຄົນໄປການເພື່ອອັດສຽງລາຍການ. ຂໍຂອບໃຈພວກອ້າຍເອື້ອຍໄດ້ມານະພະຍາຍາມເພື່ອຜູ້ຟັງ.

        ເພື່ອນໂດ້ວັນທຶ໊ກ, ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ຂອງລາຍການພາກພາສາລາວໂດຍຖາມວ່າ: ຂ້າພະເຈົ້າພວມເຮັດວຽກຢູ່ລາວ. ຂ້າພະເຈົ້າຢາກຮູ້ວ່າ, ປະຈຸບັນຊາວຫວຽດນາມແລະສິນຄ້າຈາກຫວຽດນາມເຂົ້າອອກ - ເມືອງລາວ ໄດ້ບໍ່?

        ເພື່ອນໂດ້ວັນທຶ໊ກ ແລະທ່ານຜູ້ຟັງທີ່ຮັກແພງ. ຕອນບ່າຍວັນທີ 05 ເມສາ, ສະຖານທູດຫວຽດນາມປະຈຳລາວໄດ້ອອກແຈ້ງການກ່ຽວກັບເລື່ອງລັດຖະບານລາວຕົກລົງຍົກລະດັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ດ້ວຍມາດຕະການທີ່ວ່າປິດດ່ານຊາຍແດນສາກົນທັງໝົດທີ່ພວມເຄື່ອນໄຫວໃນປະຈຸບັນ. ຕາມຂໍ້ຕົກລົງດັ່ງກ່າວແລ້ວແມ່ນບໍ່ອະນຸຍາດໃຫ້ສ່ວນບຸກຄົນໃດເຂົ້າ-ອອກເມືອງຜ່ານບັນດາດ່ານຊາຍແດນດັ່ງກ່າວຢ່າງເດັດຂາດ, ເວັ້ນເສຍແຕ່ພາຫະນະຂົນສົ່ງສິນຄ້າແລະການເຂົ້າ-ອອກເມືອງໃນກໍລະນີຮີບດ່ວນ. ມາດຕະການນີ້ໄດ້ເລີ່ມປະຕິບັດນັບແຕ່ວັນທີ 03 ເມສາ 2020 ຈົນໄປຮອດວັນທີ 19 ເມສາ 2020. ສະນັ້ນ, ພົນລະເມືອງຫວຽດນາມບໍ່ອະນຸຍາດໃຫ້ອອກຈາກລາວເພື່ອກັບເມືອຫວຽດນາມໃນເວລາກຳນົດດັ່ງກ່າວຢ່າງເດັດຂາດ.

        ສະຖານທູດຫວຽດນາມປະຈຳລາວໄດ້ສະເໜີໃຫ້ພົນລະເມືອງຫວຽດນາມທີ່ພວມດຳລົງຊີວິດ, ເຮັດວຽກຢູ່ລາວປະຕິບັດຕາມບັນດາຂໍ້ກຳນົດຂອງລັດຖະບານລາວກໍຄືບັນດາທ້ອງຖິ່ນຂອງລາວກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ: ບໍ່ເຕົ້າໂຮມຫຼາຍຄົນ, ບໍ່ຍົກຍ້າຍອອກຈາກທີ່ຢູ່ອາໄສ, ບໍ່ໄປດ່ານຊາຍແດນເພື່ອຊອກຫາວິທີກັບເມືອຫວຽດນາມ; ຄວນມີຄວາມທຸ່ນທ່ຽງໃຈ, ບໍ່ໂຄສະນາ, ອອກຂ່າວຢ່າງຜິດພາດກ່ຽວກັບໂລກລະບາດໂຄວິດ - 19 ກໍ່ຄວາມວຸ້ນວາຍ, ແຕກຕື່ນໃນວົງຄະນະຍາດ; ເປັນເຈົ້າການຕິດຕາມ,ເຝົ້າລະວັງ,ອັບເດດສະພາບການຜັນແປຂອງໂລກລະບາດໂຄວິດ-19 ຢູ່ທ້ອງຖິ່ນທີ່ຕົນເອງພວມອາໄສຢູ່; ແຈ້ງຂໍ້ມູນ, ແລກປ່ຽນກັບສະຖານທູດແລະບັນດາສະຖານກົງສູນໃຫຍ່ຫວຽດນາມປະຈຳລາວເພື່ອໄດ້ຮັບຂໍ້ມູນທາງການກ່ຽວກັບໂລກລະບາດໂຄວິດ- 19 ຢູ່ລາວຢ່າງທັນການແລະ ເມື່ອມີຄວາມຈຳເປັນຈະໄດ້ຮັບການແນະນຳ, ການໜູນຊ່ວຍ

ໃນຈົດໝາຍຂອງເພື່ອນ ແສງດາວົງພວມເເຮັດວຽກຢູ່ແຂວງຈຳປາສັກໄດ້ຖາມວ່າຂ້າພະເຈົ້າໄດ້ຍິນຊື່ສະຖານທີ່ທ່ອງທ່ຽວປ່າສະຫງວນແຫ່ງຊາດ ກາດບ່າ, ຢູ່ນະຄອນຫ໋າຍຟ່ອງຫຼາຍທີ່ສຸດ, ແຕ່ຂ້າພະເຈົ້າຍັງບໍ່ທັນມີໂອກາດມາຢ້ຽມຢາມເທື່ອ. ຫວັງວ່າທາງວິທະຍຸກະຈາຍສຽງຫວຽດນາມ ຈະແນະນຳໃຫ້ຂ້າພະເຈົ້າຮູ້ກ່ຽວກັບສະຖານທີ່ດັ່ງກ່າວນີ້ແດ່ໄດ້ບໍ່?.

        ເພື່ອນ ແສງດາວົງ ທີ່ຮັກແພງ,ປ່າສະຫງວນແຫ່ງຊາດ ກາດບ່າ ນອນໃນເກາະ ກາດບ່າເມືອງ ກາດຫ໋າຍ, ນະຄອນຫ໋າຍຟ່ອງ (ຫ່າງຈາກໃຈກາງນະຄອນຫ໋າຍຟ່ອງ 60ກ.ມ) ປ່າສະຫງວນແຫ່ງຊາດກາດບ່າແມ່ເຂດປ່າດົງດິບທັງແມ່ນໜຶ່ງໃນບັນດາເຂດປ່າສະຫງວນແຫ່ງຊາດໃຫຍ່ກວ່າໝູ່ຢູ່ຫວຽດນາມດ້ວຍເນື້ອທີ່ທັງໝົດແມ່ນ 15.200 ເຮັກຕາ. ປ່າສະຫງວນແຫ່ງຊາດ ກາດບ່າ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນປ່າສະຫງວນແຫ່ງຊາດ ນັບແຕ່ວັນທີ 23/05/1983 ແລະ UNESCO ໄດ້ຮັບຮອງເອົາໝູ່ເກາະ ກາດບ່າ ແມ່ນເຂດນິເວດວິທະຍາໂລກ ນັບແຕ່ວັນທີ 29/10/2014. ປ່າສະຫງວນແຫ່ງຊາດ ກາດບ່າ ມີເນື້ອທີ່ປ່າດົງດິບ 4,500ເຮັກຕາ, ມີລະບົບພຶກສາຊາດນາໆຊະນິດ, ມີສັດປ່າ 20  ຊະນິດ, ມີນົກ 69 ຊະນິດ, ສັດເລືອຄານ ແລະ ສັດເຄິ່ງບົກເຄິ່ງນ້ຳ 20 ຊະນິດ. ຈຸດທີ່ເປັນເອກະລັກສະເພາະຂອງປ່າສະຫງວນແຫ່ງຊາດນີ້ແມ່ນມີສັດ 22 ຊະນິດຖືກຈົດເຂົ້າໃນປຶ້ມປົກແດງແຫ່ງຊາດຫວຽດນາມ ແລະ 6 ຊະນິດໄດ້ຈົດເຂົ້າໃນປຶ້ມປົກແດງຂອງໂລກຄື  ລີງວອກຫົວເຫຼືອງ, ລີງຂົນເຫຼືອງ, ໂຕເຢືອງ... ແລະ ໃນຈຳນວນພືດ 745 ຊະນິດຢູ່ທີ່ນີ້ ມີເຖິງ  350 ຊະນິດສາມາດໃຊ້ເປັນຢາພື້ນເມືອງເພື່ອປິ່ນປົວພະຍາດ. ໃນຫຼາຍປີມານີ້ ປ່າສະຫງວນແຫ່ງຊາດ ກາດບ່າແມ່ນສະຖານທີ່ທ່ອງທ່ຽວຊີວະພາບທີ່ດູດດື່ມເປັນພິເສດສຳລັບນັກທ່ອງທ່ຽວທີ່ມັກຄົ້ນຫາປ່າ ແລະ ທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ