(VOVWORLD) -ສະຖານທູດລາຊະອານາຈັກ ໄທ ແລະ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຂໍເຊີນຊວນຊາວໜຸ່ມຂອງປະເທດ ຫວຽດນາມ - ໄທ ເຂົ້າຮ່ວມການເສັງປະດິດຄິດສ້າງ ຄຼິບວິດີໂອ ດ້ວຍຫົວຂໍ້ “ສາຍພົວພັນມິດຕະພາບ ໄທ-ຫວຽດນາມ ໃນສະພາບການໃໝ່” (Thai-Vietnamese Friendship in the New Normal).
ກະຕິກາການເສັງປະດິດຄິດສ້າງຄຼິບວີດີໂອ Thai-Vietnamese Friendship in the New Normal ມີຄືດັ່ງນີ້:
1/ ເປົ້າໝາຍຜູ້ເຂົ້າຮ່ວມ: ການເສັງສະຫງວນໃຫ້ແກ່ຄູ່ຊາວໜຸ່ມທີ່ຢູ່ໃນເກນອາຍຸ ແຕ່ 18 – 30 ປີ, ໃນນັ້ນ ຕ້ອງມີຜູ້ໜຶ່ງຖືສັນຊາດ ຫວຽດນາມ ແລະ ຜູ້ໜຶ່ງຖືສັນຊາດ ໄທ.
2/ ຫົວຂໍ້ ແລະ ຄວາມຍາວຂອງຄຼິບວິດີໂອ: ແຕ່ລະຄຼິບວີດີໂອມີຄວາມຍາວແຕ່ 2 – 5 ນາທີ ດ້ວຍຫົວຂໍ້ກ່ຽວກັບການແລກປ່ຽນວັດທະນະທຳລະຫວ່າງ ໄທ ແລະ ຫວຽດນາມ (ຕົວຢ່າງຄື ແຕ່ງກິນ, ຮ້ອງເພງ…) ໂດຍສາມາດໃຊ້ພາສາ ໄທ, ພາສາ ຫວຽດ ຫຼື ພາສາ ອັງກິດ.
3/ ວິທີສົ່ງຜົນງານເຂົ້າຮ່ວມການເສັງ: ພາຍຫຼັງຖ່າຍທຳ ແລະ ສ້າງຄຼິບວີດີໂອສຳເລັດ, ຜູ້ເຂົ້າຮ່ວມການເສັງຈະສົ່ງຜົນງານຂອງຕົນມາຍັງເວັບໄຊ ไทยเท่ (https://www.facebook.com/ThaiThebyRTEH1anoi) ດ້ວຍແບບ file MP4, AVI, MOV ຫຼື One Drive ແລະ ຕິດຂັດຊື່ ແລະ ນາມສະກຸນ, ອາຍຸ, ທີ່ຢູ່ ອີເມວ ແລະ ເບີໂທລະສັບສອງທັງສອງຄົນມາພ້ອມ.
4/ ເວລາກຳນົດ: ເວລາກຳນົດສຸດທ້າຍຂອງການສົ່ງຜົນງານເຂົ້າຮ່ວມການເສັງແມ່ນວັນທີ 12 ກັນຍາ 2021.
ຄຼິບວິດີໂອທີ່ມີຄຸນນະພາບດີ ຈະໄດ້ເອົາລົງຊ່ອງ Youtube: Royal Thai Embassy in Hanoi.
ໝາຍເຫດ: - ຜູ້ຢາກເຂົ້າຮ່ວມການເສັງ ແຕ່ຍັງບໍໍ່ທັນມີຄູ່ ສາມາດລົງທະບຽນຢູ່ທີ່ https://fb.me/e/K4lnwCKq - ໃນໄລຍະຖ່າຍທຳຄຼິບວິດີໂອ ໃຫ້ຮັບປະກັນມາດຕະການ ແລະ ຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ລັດຖະບານ ໄທ ແລະ ຫວຽດນາມ.
5/ ລາງວັນການເສັງ:
- ລາງວັນທີໜຶ່ງ: 20.000.000 ດົ່ງ (ຄົນລະ 10.000.000 ດົ່ງ)
- ລາງວັນທີສອງ: 10.000.000 ດົ່ງ (ຄົນລະ 5.000.000 ດົ່ງ)
- ລາງວັນທີສາມ: 5.000.000 ດົ່ງ (ຄົນລະ 2.500.000 ດົ່ງ)
ໝາຍເຫດ: - ສະຖານທູດ ໄທ ມີສິດດັດປັບລາງວັນການເສັງ ໂດຍບໍ່ຕ້ອງແຈ້ງໃຫ້ຊາບລ່ວງໜ້າ.
- ຜູ້ທີ່ໄດ້ຮັບລາງວັນທີ່ພວມດຳລົງຊີວິດຢູ່ ໄທ ຈະໄດ້ຮັບຈຳນວນເງິນທີ່ເທົ່າກັນ ພາຍຫຼັງການປ່ຽນມາເປັນສະກຸນເງິນບາດ.
6/ ມາດຖານໃຫ້ຄະແນນ: ການໃຫ້ຄະແນນໄດ້ອີງໃສ່ 3 ປັດໄຈລຸ່ມນີ້:
- ລັກສະນະຫົວຄິດປະດິດສ້າງ;
- ຄຸນນະພາບຂອງຮູບພາບ, ຄຼິບວິດີໂອ
- ປະລິມານການກົດ Like ຂອງບົດເສັງໃນຊ່ອງ Youtube ຂອງສະຖານທູດ.
ທຸກຂໍ້ຂ້ອງໃຈທ່ານສາມາດສອບຖາມໄດ້ຜ່ານອີເມວ rte.hanoi2021@gmail.com ຫຼື Facebook ไทยเท่.