(vovworld) - ໃນອາທິດຜ່ານມາ, ລາຍການຂອງວິທະຍຸກະຈາຍສຽງຫວຽດນາມພາກພາສາລາວ ໄດ້ຮັບຈົດໝາຍ ແລະ email ຫລາຍສະບັບ ພ້ອມດ້ວຍໂທລະສັບ ຈາກຜູ້ຟັງລາວຫລາຍຄົນ. ໃນຈົດໝາຍ, ບັນດາ ທ່ານຜູ້ຟັງລ້ວນແຕ່ໃຫ້ຂໍ້ສັງເກດກ່ຽວກັບເນື້ອໃນຂອງລາຍການ, ສະແດງຄວາມຮູ້ສຶກເມື່ອໄດ້ຮັບຟັງແຕ່ລະລາຍການ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍຄັດສະເຫນີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ສົ່ງເຖິງລາຍການ ພາກພາສາລາວໃນອາທິດຜ່ານມາ.
ຈາກແຂວງອຸດົມໄຊ ທ່ານ ຄຳແດງ ໄດ້ສົ່ງຈົດໝາຍມາຫາລາຍການໂດຍເວົ້າວ່າ: ເນື່ອງໃນໂອກາດ ສະເຫລີມສະຫລອງວັນແມ່ຍິງສາກົນຄືວັນທີ 8/3, ຂ້າພະເຈົ້າຂໍອວຍພອນໃຫ້ພວກເອື້ອຍນ້ອງແມ່ຍິງໃນວິທະຍຸະຈາຍສຽງຫວຽດນາມເວົ້າລວມ ແລະ ໃນລະບົບບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດເວົ້າສະເພາະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນຫນ້າທີວຽກງານຂອງຕົນ. ໃນລາຍການຊີວິດສັງຄົມ ຊຶ່ງລາຍການກະຈາຍສຽງພາກພາສາລາວໄດ້ອອກອາກາດໃນອາທິດຜ່ານມາມີບົດທີ່ພາດຫົວເລື່ອງວ່າ : “ເພ່ືອການພັດທະນາຂອງວົງຄະນາຍາດ” ແມ່ນເວົ້າເຖິງການເຄື່ອນໄຫວຊ່ວຍເຫລືອຜູ້ທຸກຍາກເພື່ອໃຫ້ເຂົາເຈົ້າມີກາລະໂອກາດບືນຕົວຂຶ້ນ. ພິເສດແມ່ນຮູບແບບຂະຫຍາຍຝູງແບ້ຢູ່ເມືອງ ເຕີນແທ່ງ ນະຄອນ ບວນມາທວດ. ນະທີ່ນີ້ ແທນທີ່ໃຫ້ການຊ່ວຍເຫລືອຄອບຄົວທຸກຍາກທາງດ້ານວັດຖຸ, ສະມາຄົມຊາວກະສິກອນຢູ່ໃນຕາແສງໄດ້ຫນູນຊ່ວຍເຂົາເຈົ້າດ້ວຍແບ້ພັນ, ແນະນຳດ້ານເຕັກນິກ ແລະ ປາບສັດຕູພືດໃຫ້ເຂົາເຈົ້າ. ຈາກວຽກງານນີ້ໄດ້ຊ່ວຍໃຫ້ຫລາຍຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງຊີວິດການເປັນຢູ່ເປັນປົກກະຕິ. ນີ້ແມ່ນວຽກງານທີ່ມີຄວາມໝາຍ ປະກອບສ່ວນໃຫ້ແກ່ກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ຢູ່ ຫວຽດນາມ. ຂ້າພະເຈົ້າເຫັນວ່າ ນີ້ກໍແມ່ນຮູບແບບທີ່ດີເພື່ອໃຫ້ພວກຂ້າພະເຈົ້າສາມາດຮຳ່ຮຽນເອົາ ແລະ ນຳໃຊ້ຢູ່ບ້ານເກີດເມືອງນອນຂອງຕົນ.
ໃນຈົດໝາຍສົ່ງເຖິງລາຍການ, ທ່ານ ບຸນສົງ ຢູ່ແຂວງ ບໍລິຄຳໄຊ ເວົ້າວ່າ : ຂ້າພະເຈົ້າຕິດຕາມລາຍການພາກພາສາລາວເປັນປະຈຳ, ລາຍການໄດ້ນຳເອົາຂໍ້ມູນຂ່າວສານທີ່ມີປະໂຫຍດຫລາຍຢ່າງມາໃຫ້ຂ້າພະເຈົ້າ, ພິເສດແມ່ນລາຍການ “ຊາຍຄາອາຊຽນ”. ຜ່ານລາຍການນີ້ ຂ້າພະເຈົ້າເຂົ້າໃຈຕື່ມອີກກ່ຽວກັບຮີດຄອງປະເພນີ, ການພົວພັນຮ່ວມມືລະຫວ່າງບັນດາປະເທດພາຍໃນກຸ່ມອາຊຽນ. ພິເສດ ໃນອາທິດຜ່ານມາ, ລາຍການພາກພາສາລາວມີບົດແນະນຳກຽວກັບຫນ້າເວັບຂອງລະບົບກະຈາຍສຽງພາກພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມໂດຍລະອຽດ. ຜ່ານບົດນີ້ພວກຂ້າພະເຈົ້າໄດ້ຮູ້ຈັກເຖິງຫນ້າເວັບກວ່ານີ້ກໍຄືຮູ້ວິທີນຳໃຊ້ຫນ້າເວັບ. ໃນຫນ້າເວັບ ບໍ່ພຽງແຕ່ມີຂໍ້ມູນຂ່າວເປັນພາສາລາວເທົ່ານັ້ນ ຫາກຍັງມີຫລາຍພາສາຕ່າງປະເທດອີກດ້ວຍ, ຮູບພາບ ແລະ ເນື້ອໃນອຸດົມສົບບູນ. ຫນ້າເວັບ vovworld ແມ່ນຊ່ອງຂໍ້ມູນຂ່າວສານທີ່ມີປະໂຫຍດສຳລັບຂ້າພະເຈົ້າ, ຊ່ວຍໃຫ້ຂ້າພະເຈົ້າສາມາດຕິດຕາມຂ່າວຄາວ, ຄົ້ນຫາ ແລະ ຮັບຟັງບັນດາລາຍການຢ່າງສະດວກ ແລະ ງ່າຍດາຍກວ່າ.
ເພື່ອນສົມດີ ຢູ່ ນະຄອນຫລວງວຽງຈັນ ສົ່ງຈົດໝາຍມາຫາລາຍການໂດຍແບ່ງບັນວ່າ : ຂ້າພະເຈົ້າແມ່ນຜູ້ມັກໄປຄົ້ນຫາກ່ຽວກັບທິວທັດທຳມະຊາດແລະ ປູຊະນີຍະສະຖານປະຫວັດສາດ. ຂ້າພະເຈົ້າບໍໍ່ມີເງື່ອນໄຂເພື່ອໄປເຖິງທຸກແຖບຖິ່ນ, ເພາະສະນັ້ນ ຂ້າພະເຈົ້າເຄີຍຕິດຕາມລາຍການທ່ອງທ່ຽວເປັນປະຈຳ. ຜ່ານລາຍການນີ້ ຂ້າພະເຈົ້າຮູ້ຈັກເຖິງສະຖານທີ່ທ່ອງທ່ຽວທີ່ລືຊື່ຢູ່ຫວຽດນາມຫລາຍແຫ່ງຄື : ອ່າວຮ້າລອງ, ຊາປາ, ຍາຈາງ, ເຫ້ວ ແລະອື່ນໆ. ໃນອາທິດຜ່ານມາ, ພາກພາສາລາວມີບົດແນະນຳກ່ຽວກັບເຂດປູຊະນີຍະສະຖານປະຕິວັດ ກົນດ໋າວ. ຜ່ານຫນ້າເວັບພວກຂ້າພະເຈົ້າເຫັນໄດ້ບັນດາຮູບພາບກ່ຽວກັບຄຸກກົນດ໋າວ, ຮູບການທໍລະມານຢ່າງໂຫດຮ້າຍສາມານຂອງສັດຕູທີ່ມີຕໍ່ນັກຮົບປະຕິວັດ. ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ ແລະ ເຄົາລົບນັບຖືເຈດຈຳນົງອົງອາດກ້າແກ່ນບໍ່ຍອມຈຳນົນຂອງບັນດານັກຮົບປະຕິວັດຫວຽດນາມ. ຂ້າພະເຈົ້າປາດຖະຫນາວ່າ ຈະມີໂອກາດມາຢ້ຽມຢາມຫວຽດນາມ ເພື່ອເຫັນປະຈັກຕາເຂດປູຊະນີຍະສະຖານປະຕິວັດຊຶ່ງໄດ້ຮັບການຂະຫນານນາມວ່າແມ່ນຂຸມນາລົກແຫ່ງໂລກມະນຸດ.
ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຂໍສະແດງຄວາມຂອບອົກຂອບໃຈຕໍ່ທ່ານຜູ້ຟັງທີ່ໄດ້ຮັບຟັງ ແລະ ສົ່ງຈົດໝາຍປະກອບຄຳຄິດຄຳເຫັນເຖິງລາຍກາຍ. ຫວັງວ່າ ໃນໄລຍະຈະມາເຖິງ ພວກທ່ານຈະສົ່ງຈົດໝາຍ, email ແລະ ໂທລະສັບມາຫາລາຍການຫລາຍກວ່າອີກ. ສຸດທ້າຍ ຂໍອວຍພອນໄຊແດ່ພວກທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນວຽກງານຂອງຕົນ.
ທ່ານຢ່າລືມຂຽນຈົດໝາຍມາໃຫ້ລາຍການເດີ!
ໂດຍຈ່າຫນ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເຮືອນເລກທີ 45 ຖະຫນົນ Ba Trieu Ha Noi, ໂທລະສັບ 0084-4-38256631. Email: Laovov@hotmai.com. ຫນ້າເວັບvov5.vn, vovworld.vn
ຂໍຂອບໃຈຫລ່ວງຫນ້າ.
ແອງດ່າວ