(vovworld) - ໃນສັບປະດາຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ໄດ້ຮັບຈົດໝາຍ, email ແລະ ໂທລະສັບ ຈາກຜູ້ຟັງລາວຫລາຍທ່ານ ທີ່ພວມດຳລົງຊີວິດຢູ່ ສປປ ລາວ, ຢູ່ ໄທ ແລະ ປະເທດອື່ນຈຳນວນຫນຶ່ງ. ບັນດາທ່ານຜູ້ຟັງລ້ວນແຕ່ໃຫ້ຂໍ້ສັງເກດກ່ຽວກັບເນື້ອໃນຂອງລາຍການ, ສະແດງຄວາມຮູ້ສຶກເມື່ອໄດ້ຮັບຟັງແຕ່ລະລາຍການ ກໍ່ຄືປະກອບຄຳຄິດຄຳເຫັນ, ຢາກຊອກຮູ້ບາງບັນຫາທີ່ຜູ້ຟັງມີຄວາມສົນໃຈ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າຂໍຄັດສະເຫນີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນສັບປະດາຜ່ານມາ.
ໃນຈົດໝາຍຝາກມາລາຍການ, ເພື່ອນ ບົວໄລ ຢູ່ ເມືອງຫນອງແຫດ ແຂວງ ຊຽງຂວາງ ເວົ້າວ່າ: ຍ້ອນມີຫນ້າເວັບ vovworld.vn ຂ້າພະເຈົ້າສາມາດຕິດຕາມຂ່າວ, ບົດ ກ່ຽວກັບເຫດການຕ່າງໆ ຢູ່ ຫວຽດນາມ ກໍຄືຢູ່ໃນໂລກຢ່າງສະດວກກວ່າ ແລະ ທັນການ, ພ້ອມທັງ ລາຍການຍັງມີບັນດາບົດວິເຄາະເຫດການຢ່າງເລິກເຊິ່ງອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຟັງ.
ເພື່ອນ ກິແກ້ວ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ ລາວໄດ້ຝາກຈົດໝາຍມາລາຍການໂດຍແບ່ງປັນວ່າ : ນ້ອງເປັນຄົນມັກຄົ້ນຫາພື້ນຖານວັດທະນະທຳຂອງບັນດາປະເທດ ຢູ່ອາຊີຕາເວັນອອກສຽງໃຕ້ ແລະ ເຄີຍຕິດຕາມລາຍການຕ່າງໆຂອງ VOV5, ພິເສດ ແມ່ນ ລາຍການຊາຍຄາອາຊຽນ ນ້ອງຢາກຮັບຟັງລາຍການນີ້ທີ່ສຸດ. ຜ່ານລາຍການນີ້ ນ້ອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບຮີດຄອງປະເພນີ, ພື້ນຖານວັດທະນະທຳ ແລະ ສາຍພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນກວ່າ. ໃນສັບປະດາຜ່ານມາ, ລາຍການມີບົດທີ່ມີຫົວຂໍ້ວ່າ : “ງານວາງສະແດງ ຄົ້ນຫາ ປະເທດສິງກະໂປ - ສີສັນມໍລະດົກ ນ້ອງໄດ້ອ່ານທາງແວບໄຊ vovworld.vn, ຜ່ານນັ້ນ ນ້ອງມີຄວາມເຂົ້າໃຈກ່ຽວກັບປະເທດສິງກະໂປ, ກ່ຽວກັບວັດທະນະທຳຂອງເຜົ່າຕ່າງໆຢູ່ປະເທດນີ້ກວ່າ.
ເພື່ອນ ບຸນເລີດ ຢູ່ ແຂວງ ອຸດົມໄຊ ຝາກຈົດໝາຍມາລາຍການໂດຍເວົ້າວ່າ : ໃນອາທິດຜ່ານມາ ລາຍການໄດ້ອອກອາກາດບົດທີ່ມີຫົວຂໍ້ວ່າ : “ຫ້ອງຮຽນແຫ່ງສາຍຈິດມິດໃຈ” ແມ່ນເວົ້າເຖິງຫ້ອງຮຽນຫນຶ່ງ ແຕ່ນັກຮຽນສ່ວນຫລາຍແມ່ນຄົນພິການ, ປັນຍາອ່ອນ, ມີອາຍຸແຕ່ 6 -30 ປີ, ພິເສດ ອາຈານສອນຢູ່ຫ້ອງຮຽນນີ້ ແມ່ນເອື້ອຍຄູອະວຸໂສ ອາຍຸ 80 ປີ. ພາຍຫລັງໄດ້ຮັບຟັງບົດຂຽນດັ່ງກ່າວ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫລາຍ ຕໍ່ຄູສອນຜູ້ຫນຶ່ງທີ່ເຕັມໄປດ້ວຍຄວາມເມດຕາຈິດ, ສຸດຈິດສຸດໃຈກັບ ອາຊີບຄູ, ເຖິງວ່າ ອາຍຸສູງແລ້ວກໍຕາມ ແຕ່ທ່ານນາງຍັງຄົງຊ່ວຍເຫລືອຜູ້ອາພັບເພື່ອໃຫ້ເຂົາເຈົ້າໄດ້ຮຽນຫນັງສື, ຮຽນວິຊາເລກ, ຊ່ວຍໃຫ້ເຂົາເຈົ້າຫລຸດພົ້ນອອກຈາກຄວາມປົ່ມດ້ອຍເພື່ອເຈືອຈານກັບເຂົ້າກັບວົງຄະນາຍາດ. ນີ້ແມ່ນວຽກງານທີ່ມີຄວາມໝາຍ ແລະ ເປັນຫນ້າເຄົາລົບນັບຖື.
ເພື່ອນ ວັນດີ ຢູ່ ແຂວງ ບໍ່ແກ້ວ ຝາກຈົດໝາຍມາຫາລາຍການໂດຍແບ່ງປັນວ່າ : ຂ້າພະເຈົ້າເຄີຍຕິດຕາມລາຍການພາກພາສາລາວ ເປັນປະຈຳ, ລາຍການໄດ້ນຳມາໃຫ້ຂ້າພະເຈົ້າ ຂໍ້ມູນຂ່າວສານທີ່ມີປະໂຫຍດ, ຂ້າພະເຈົ້າມັກຮັບຟັງລາຍການໂອ້ລົມກັບເພື່ອນລາວທີ່ສຸດ. ຜ່ານລາຍການນີ້, ຂ້າພະເຈົ້າຮູ້ຈັກເຖິງຂ່າວຄາວຫລາຍຢ່າງກ່ຽວກັບສາຍພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ພິເສດ ບາງບັນຫາຊື່ງຂ້າພະເຈົ້າເອງ ກໍຄືຜູ້ຟັງຫລາຍທ່ານມີຄວາມສົນໃຈຝາກມາລາຍການ ນັ້ນ ກໍລ້ວນແຕ່ໄດ້ຮັບຄຳຕອບຢ່າງຈະແຈ້ງ ແລະ ທັນການຈາກບັນນາທິການພາກພາສາລາວ. ທີ່ທ່ານໄດ້ຮັບຟັງຜ່ານໄປແລ້ວນັ້ນ ແມ່ນບາງຄຳເຫັນຂອງບັນດາທ່ານຜູ້ຟັງໄດ້ຝາກມາລາຍການຂອງພວກເຮົາໃນສັບປະດາຜ່ານມາ. ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ແລະ ຂໍສະແດງຄວາມຂອບອົກຂອບໃຈຕໍ່ທ່ານຜູ້ຟັງທີ່ໄດ້ຮັບຟັງ ແລະ ຝາກຈົດໝາຍມາລາຍການ. ບັນດາຄຳເຫັນປະກອບຂອງພວກທ່ານ ແມ່ນ ແຫລ່ງລະດົມກຳລັງໃຈເພື່ອຊ່ວຍໃຫ້ນັກຂ່າວ, ບັນນາທິການ ແລະ ໂຄສົກໃນພາກພາສາລາວປະຕິບັດສຳເລັດວຽກງານຂອງຕົນໃຫ້ດີກວ່າເກົ່າ.
ສຸດທ້າຍ ຂໍອວຍພອນໃຫ້ພວກທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນວຽກງານຂອງຕົນ.
ພວກທ່ານສາມາດຮັບຟັງລາຍການພາກພາສາລາວ ຄືນ ຜ່ານເວັບໄຊ : vov5, vovworld.vn
ທ່ານຢ່າລືມຂຽນຈົດໝາຍມາໃຫ້ລາຍການເດີ!
ໂດຍຈ່າຫນ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເຮືອນເລກທີ 45 ຖະຫນົນ Ba Trieu Ha Noi, ໂທລະສັບ 0084-4-38256631. Email: laovov@hotmai.com, laovov@yahoo.com. ຂໍຂອບໃຈລ່ວງຫນ້າ.