ຄັດສະເຫນີເນື້ອໃນຂອງຈົດໝາຍບາງ ສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການ

ພວກ​ເຮົາ​ມີ​ຄວາມ​ພາກພູມ​ໃຈ​​ເປັນ​ຢ່າງ​ຍິ່ງທີ່​ໄດ້​ກັບ​ມາ​ພົບ​ກັບ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຂໍ​ແນະນຳ​ບາງ​ຄຳ​ເຫັນ​ຂອງ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ໄດ້​ຝາກ​ມາລາ​ຍການ​ຂອງ​ພວກ​ເຮົາ​ໃນ​ອາທິດ​ຜ່ານ​ມາ.

   ​​ໃນ​ອາທິດ​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​​ຈົດໝາຍຫຼາຍ​ສະບັບ ​ແລະ ໂທລະສັບ​ຫຼາຍ​ຄັ້ງຈາກ​ບັນດາ​ທ່ານ​ຊື່​ງ​ໄດ້​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ ​ແລະ ຄວາມພາກພູມ​ໃຈ​ຍ້ອນ​ໄດ້​ຮັບ​ບັດ​ອວຍພອນ ດ້ວຍ​ຄຳ​ອວຍພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ​ໃນ​ໂອກາດ​ບຸນປີ​ໃໝ່​ລາວ ຫວ່າງ​ແລ້ວ​ນີ້. ອ້າ​ຍສຸ​ກັນຍາ ຢູ່​ແຂວງ​ສາລະ​ວັນ ​ໄດ້​ຝາດ​ຈົດ​ໝາຍ​ມາ​ແບ່ງປັນ​ວ່າ: ​ໃນ​ໂອກາດ​ບຸນປີ​ໃໝ່​ລາວ​ປີ​ນີ້, ຂ້າພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ​ທີ່​ໄດ້​ຮັບ​ຄຳ​ອວຍພອນ​ຈາກພວກ​ອ້າຍ​ເອື້ອຍ​ນັກ​ຂ່າວ​ຂອງວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ. ຂໍຂອບ​ອົກ​ຂອບ​ໃຈ​ນຳ​ພວກ​ອ້າຍ​ເອື້ອຍ ​ແລະ ຂໍ​ອວຍພອນ​ໃຫ້​ພວກ​ອ້າຍ​ເອື້ອຍ​ຈົ່ງ​ມີ​ສຸຂະພາບ​ແຂງ​ແຮງ, ມີ​ແຕ່​ຄວາມສຸກ ​ແລະ ຄວາມ​ສົມຫວັງ​ຕະຫຼອດ​ປີ ​ແລະ ຂໍ​ພວຍພອນ​ໃຫ້​ລາຍການ​ນັບ​ມື້​ນັບ​ມີການ​ພັດທະນາ“

ຄັດສະເຫນີເນື້ອໃນຂອງຈົດໝາຍບາງ ສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການ - ảnh 1

(ພາບປະກອບ:giaoduc.net.vn)

    ​ເພື່ອນ​ອຳ​ມີນາ ນັກ​ສຶກສາ​ປີ​ທີ 2 ມະຫາວິທະຍາ​ໄລ​ສຸພາ​ນຸວົງ-​ແຂວງ​ຫຼວງ​ພະ​ບາງ ​ແມ່ນ​ຜູ້​ຟັງ​ປະຈຳ​ຂອງ​ລາຍການ, ໃຫ້​ຮູ້​ວ່າ: ​ເພື່ອ​ນມັກ​ລາຍການໃໝ່ “ສີສັນ 54 ຊົນ​ເຜົ່າ​ຫວຽດນາມ“​ ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ​ທີ່​ສຸດ, ຜ່ານ​ນັ້ນ ​ເພື່ອນ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດທະນະທຳບັນດາ​ເຜົ່າ​​ຫວຽດນາມ. ​ເພື່ອນ​ມີ​ຄວາມ​ສົນ​​ໃຈທີ່​ສຸດ​ຕໍ່​ບົດ “ອາຊີບ​ປູກ​ເຂົ້ານາມ​ທາມ​ຊອງ​ຊາວ​ເຜົ່າ​ກິ​ງ“ ​ແລະ ບົດ​ຕ່າງໆ​ກ່ຽວ​ກັບ​ມູນ​ເຊື້ອ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ກິ​ງ ​ແລະ ຢາກ​ຮັບ​ຟັງ​ບັນດາ​ບົດ​ເຫຼົ່າ​ນີ້​ຄືນ​ໃໝ່. ​ເພື່ອນ​ອຳ​ມີນາ ​ແລະ ຜູ້​ຟັງຜູ້​ອ່ານ​ທີ່​ເຄົາລົບ! ພວກ​ທ່າ​ນສາມາດ​ອ່ານ/​ຟັງ ບົດ​ຕ່າງໆ​ທີ່​ທ່ານ​ນິຍົມ​ຜ່ານ​ເວັບ​ໄຊ​ຂອງ​ພວກ​ເຮົາ ດ້ວຍ​ລະຫັດ: www.vovworld.vn

      ​ໃນ​ອາທິດ​ທີ່​ຜ່ານ​ມາ, ​ເພື່ອ​ນສົມ​ສຸກ ຢູ່​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ເພື່ອ​ຖາມ​ວ່າ: ຂ້າພະ​ເຈົ້າຮູ້​ວ່າ: ວັນ​ທີ 30/4 ​ແມ່ນ​ສະ​ເຫຼີ​ມສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ລາຍການ​ມີ​ບົດ​ຂຽນ​ກ່ຽວ​ກັບ​ວັນ​ສະ​ເຫຼີມ​ສະຫຼອງ​ນີ້​ບໍ່?

ຄັດສະເຫນີເນື້ອໃນຂອງຈົດໝາຍບາງ ສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການ - ảnh 2

ໄຊຊະນະ​ວັນ​ທີ 30/4/1975

ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ຫວຽດນາມ

(ພາບ:vov.vn)

   ​ເພື່ອ​ນສົມ​ສຸກ ​ແລະ ທ່ານ​ຜູ້​ຟັງຜູ້​ອ່ານ​ທີ່​ເຄົາລົບ!

   ​ຫວຽດນາມ ພວມ​ກະກຽມສະ​ເຫຼີ​ມສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ຄົບຮອບ 38 ປີ. ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ຈະ​ຈັດ​ບັນດາ​ການ​ເຄື່ອນ​ໄຫວຟົດ​ຟື້ນ​ມ່ວນ​ຊື່ນ​ຄື: ງານ​ຊຸມນຸມ​ມິດ​ຕິງ, ພົບ​ປະ​ແລກປ່ຽນ, ບັນດາ​ການ​ເຄື່ອນ​ໄຫວສິລະ​ປະວັດ​ທະນະ​ທຳ….. ພ້ອມ​ກັບ​ບັນຍາ​ກາດ​ເບີກບານ​ມ່ວນ​ຊື່ນ​ລວມນັ້ນ, ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ ​ຈະ​ຈັດ​ລາຍການ​ພິ​ເສດ ດ້ວຍ​ບັນດາ​ບົດ “ກຳລັງ​ແຮງ​ມະຫາ​ສາມັກຄີ​ສ້າງ​ເປັນ​ໄຊຊະນະວັນ​ທີ 30/4/1975“ ​ແລະ ບົດ “ທາດ Bitexco-ສັນຍາ​ລັກ​ແຫ່ງ​ຄວາມ​ວັດທະນາ​ຖາວອນ​ຂອງ​ນະຄອນ​ໂຮ່ຈິ​ມິນ“ ພ້ອມກັບລາຍການ​ຂ່າວ​ດ້ວຍ​ບັນດາ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງຕ່າງໆ, ຫາງ​ສຽງ​ສາກົນ​ກ່ຽວ​ກັບ​ໄຊຊະນະ​ປະຫວັດສາດ​ນີ້….​ນອກຈາກ​ນັ້ນ ພວກ​ເຮົາ​ກໍ່​ຍັງ​ມີ​ລາຍການ​ເພງ​ດ້ວຍ​ບັນດາ​ບົດ​ເພງ​ຍ້ອງຍໍ​ສັນລະ​ເສີນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ​ຂອງປະຊາຊົນຫວຽດນາມ ​ແລະ ​ໄຊຊະນະ​ວັນ​ທີ 30/4​.  ​

 

   ​ໃນ​ອາທິດ, ພວກ​ເຮົາຍັງ​ໄດ້​ຮັບ​ອີ​ແມວ​ຈາກ​ເພື່ອນ​ກວາງ​ຮ່າ ຢູ່​ແຂວງ​ທາຍ​ບິງ ​ແລະ ​ເພື່ອນ​ຕວນແອ​ງ, ພະນັກງານ​ສະຖານ​ບັນ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ໂດຍ​​ໃຫ້​ຮູ້​ວ່າ: ພວກ​ເຮົາ​ແມ່ນ​ອະດີດ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ແລະ ​ໄດ້​ຮັບ​ຟັງ​ລາຍການວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ ພາກ​ພາສາ​ລາວ ​ເປັນ​ປະຈຳ. ພວກ​ເຮົາ​ນິຍົມ​ລາຍການ​ເພງ​ທີ່​ສຸດ ຢາກ​ຮັບ​ຟັງ​ບັນດາ​ບົດ​ເພງ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ບົດ​ເພງ​ສະຕິ​ງພວມ​ໄດ້​ຮັບ​ຄວາມ​ນິຍົມ​ຊອບ​ຢູ່​ລາວ​ ປະຈຸ​ບັນ. ພວກ​ເຮົາ​ຍິນ​ດີ​ຕອບ​ສະໜອງ​ຕາມ​ຄຳ​ຂໍ​ຂອງ​ພວກເພື່ອນ ​ແລະ ​ເຊີນ​ພວກ​ເພື່ອນ​ຮັບ​ຟັງ​ໃນ​ລາຍການ​ເພງ​ຕາມ​ຄຳ​ຂໍ ຊື່​ງອອກ​ອາກາດ​ໃນ​ວັນ​ອາທິດ ​ແລະ ວັນ​ຈັນ​ທຸກ​ໆອາທິດ!

     ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ທີ່​ກ່າວ​ມາ​ແມ່ນການ​ຕອບ​ຄຳ​ຖາມ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລູນາ​ຝາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈຽວ​ຮ່າ​ໂນ້ຍ- ​​ເບີໂທ: 04.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ