ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຈາກທ່ານຜູ້ຟັງທີ່ຝາກມາລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບ ບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນປີ 2017. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
(ສະມາຄົມມິດຕະພາບ ຫວຽດນາມ - ລາວ ພົບປະ
ກັັບສະມາຄົມມິດຕະພາບ ລາວ - ຫວຽດນາມ)
ໃນຈົດໝາຍຝາກມາລາຍການ, ເພື່ອນ ຈັນດອນ ຢູ່ແຂວງບໍ່ແກ້ວ ຂຽນວ່າ: “ຫວ່າງແລ້ວນີ້ຂ້າພະເຈົ້າໄດ້ຊົມພາບສາລະຄະດີຫຼາຍຊຸດ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ ຫຼື ງານບຸນຈຳນວນໜຶ່ງໃນເວັບໄຊ vovworld.vn ວິທະຍຸກະຈາຍສຽງ ຫວຽດນາມ. ຂ້າພະເຈົ້າເຫັນວ່າບັນດາພາບສາລະຄະດີດັ່ງກ່າວທັງມ່ວນ ແລະ ມີປະໂຫຍດຫຼາຍ ໃຫ້ແກ່ຜູ້ນິຍົມທ່ອງທ່ຽວ ແລະ ຄົ້ນຫາກ່ຽວກັບປະເທດ ແລະ ປະຊາຊົນ ຫວຽດນາມ ຄືຂ້າພະເຈົ້າ. ເມື່ອຊົມບັນດາ ພາບສາລະຄະດີດັ່ງກ່າວແລ້ວ, ຂ້າພະເຈົ້າກໍ່ຢາກມາຢ້ຽມຢາມ ແລະ ຄົ້ນຫາສະຖານທີ່ເຫຼົ່ານັ້ນໃນທັນທີ. ຂໍຂອບໃຈພວກເພື່ອນທີ່ໄດ້ມີບັນດາພາບສາລະຄະດີທີ່ມ່ວນໆເພື່ອແນະນຳໃຫ້ແກ່ທ່ານຜູ້ຟັງ”
*****
ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບປະວົງ ຢູ່ແຂວງ ຫລວງນ້ຳທາ ໄດ້ສົ່ງອີແມວມາລາຍການດ້ວຍເນື້ອໃນວ່າ: “ປີ 2017 ແມ່ນປີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ. ດັ່ງນັ້ນ ສະມາຄົມມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ມີບັນດາການເຄື່ອນໄຫວແທດຈິງໃດແດ່ ໃນປີ 2017”
ເພື່ອນ ເບັ້ນ ພິມມະສອນ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແລະ ເພື່ອນ ວົງໄຊ ທິບປະວົງ ທີ່ຮັກແພງ ! ຕາມທີ່ພວກຂ້າພະເຈົ້າໄດ້ຮູ້ວ່າ: ເພື່ອຄຳນັບຊົມເຊີຍພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນປີ 2017. ສະມາຄົມມິດຕະພາບ 2 ປະເທດ ຫວຽດນາມ - ລາວ ໄດ້ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ລາວ, ລາວ - ຫວຽດນາມ ຄັ້ງທີ 4 ຢູ່ແຂວງ ຊຽງຂວາງ ແລະ ແຂວງ ຫົວພັນ ຂອງ ລາວ. ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ 2 ປະເທດເຂົ້າຮ່ວມງານມະໂຫລານຈະມີຜູ້ແທນ 55 ຄົນ ແມ່ນມີຄວາມໝາຍໃຫ້ແກ່ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ປະເທດ. ພິເສດ 2 ຝ່າຍຈະພິມຈຳໜ່າຍວາລະສານພິເສດກ່ຽວກັບການພົວພັນມິດຕະພາບ 2 ປະເທດດ້ວຍພາສາ ຫວຽດ ແລະ ພາສາ ລາວ, ປະກອບສ່ວນເຂົ້າໃນການໂຄສະນາກ່ຽວກັບການເຄື່ອນໄຫວມິດຕະພາບປະຊາຊົນ, ການຮ່ວມມື ຫວຽດນາມ - ລາວໃນທຸກຂົງເຂດ. ວາລະສານພິເສດຈະລວມມີຫລາຍບົດທີ່ຂຽນກ່ຽວກັບເນື້ອໃນຄວາມໝາຍຄື: ຫວນຄືນບັນດາຂີດໝາຍສຳຄັນໃນການພົວພັນ 2 ປະເທດ, ພິເສດແມ່ນໄລຍະທາງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ. ຄຽງຂ້າງນັ້ນ 2 ຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນເພື່ອຈັດຕັ້ງໃຫ້ຄະນະຜູ້ແທນທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຢູ່ ລາວ ໄດ້ໄປຢ້ຽມຢາມສະໜາມຮົບເກົ່າຢູ່ ລາວ; ຈັດຕັ້ງໃຫ້ຄະນະຜູ້ແທນນັກຮົບເກົ່າ, ປະຊາຊົນ ລາວ ທີ່ໄດ້ຮຽງບ່າຮຽງໄຫລ່, ຊ່ວຍເຫຼືອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ລາວ ໄດ້ມາຢ້ຽມຢາມ ຫວຽດນາມ.
***
ສ່ວນໃນອີແມວຂອງເພື່ອນ ເຈີ່ນມີງດຶກ ຢູ່ແຂວງ ເຫງ້ອານ ຂຽນວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ: ປະເທດ ລາວ ໄດ້ປ່ຽນແປງໃໝ່ບາງຂໍ້ກຳນົດສຳລັບແຮງງານຕ່າງປະເທດທີ່ອາໄສຢູ່ ລາວ. ຜ່ານລາຍການຂ້າພະເຈົ້າຢາກຮູ້ແຈ້ງກ່ວາ ກ່ຽວກັບບັນດາຂໍ້ກຳນົດດັ່ງກ່າວ ຂໍຂອບໃຈ”.
ເພື່ອນ ເຈີ່ນມີງດຶກ ທີ່ຮັກແພງ ! ກົມຄຸ້ມຄອງແຮງງານຕ່າງປະເທດ, ສປປ ລາວ ໄດ້ກຳນົດໄວ້ວ່າ: ເມື່ອເຂົ້າ ລາວ ໃນໄລຍະເວລາ 30 ວັນ, ຄົນງານຕ່າງປະເທດຕ້ອງຈົດທະບຽນ ແລະ ຂໍໃບອະນຸຍາດເຮັດວຽກໂດຍຜ່ານອົງການຄຸ້ມຄອງແຮງງານຢູ່ສູນກາງ ຫຼື ທ້ອງຖິ່ນ. ຕາມຂໍ້ກຳນົດໃໝ່ສຸດ, ຄົນງານຕ່າງປະເທດໄດ້ພັກອາໄສຢູ່ ລາວ ບໍ່ກາຍ 5 ປີ. ພາຍຫລັງໝົດກຳນົດເວລາເຮັດວຽກຢູ່ ລາວ, ຄົນງານຕ່າງປະເທດຕ້ອງສົ່ງບັດອອກແຮງງານຄືນໃຫ້ອົງການຄຸ້ມຄອງແຮງງານ (ໃນກຳນົດເວລາ 15 ວັນ) ຫຼື ສົ່ງໃຫ້ຕຳຫລວດຢູ່ດ່ານຊາຍແດນເມື່ອເດີນທາງອອກຈາກປະເທດ ລາວ. ຄົນງານຕ່າງປະເທດທັງໝົດ ໄດ້ອະນຸຍາດເຮັດວຽກຢູ່ ສປປ ລາວ ຕ້ອງເສຍອາກອນລາຍຮັບ ແລະ ຄ່າທຳນຽມໃຫ້ລັດຖະບານ ລາວ ຕາມຂໍ້ກຳນົດຂອງກົດໝາຍ. ເພື່ອໃຫ້ໄປເຮັດວຽກຢູ່ ລາວ, ຄົນງານຕ່າງປະເທດຕ້ອງຮັບປະກັນບາງເງື່ອນໄຂຄື: ມີສີມືແຮງງານທີ່ເໝາະສົມຕຳແໜ່ງທີ່ຕ້ອງການ; ມີຊີວະປະຫວັດຈະແຈ້ງ; ອາຍຸນັບແຕ່ 20 ປີຂຶ້ນໄປ; ບໍ່ຕິດພະຍາດຕິດແປດ, ມີກຳລັງຄວາມສາມາດຮັບຜິດຊອບການກະທຳທາງແພ່ງ.
*****
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.