ຄັດສະເໜີເນື້ອໃນຈົດໝາຍຈຳນວນໜຶ່ງທີ່ທ່ານຜູ້ຟັງໄດ້ຟາກມາຍັງລາຍການ

ຂຶ້ນ​ຕົ້ນ​ລາຍການ​ຕອບ​ຈົດໝາຍ​ຈາກ​ທ່ານ​ຜູ້​ຟັງ​ໃນ​ມື້​ນີ້, ບັນນາທິການ​ພາກ​ພາສາ​ລາວ​ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ຂໍ​ອວຍພອນ​ໃຫ້​ທ່ານ​ຜູ້​ຟັງ​ທຸກໆ​ທ່ານ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ​​ໃນ​ທັນທີວຽກ​ງານ​ເປັນ​ຢ່າງ​ດີ, ຄອບຄົວ​ມີ​ຄວາມ​ຜາ​ສຸກ​ຕະຫຼອດ​ການ. ​ໃນອາທິດ​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ ​ແລະ ບັດ​ອວຍພອນ​ປີ​ໃໝ່ຫຼາຍ​ສະບັບ​ຈາກ​ທ່ານ​ຜູ້​ຟັງ. ​ໃນ​ນັ້ນ, ມີ​ທ່ານ​ຜູ້​ຟັງ​ໄດ້​ຕິດຕາມ​ຮັບ​ຟັງ​ລາຍການ​ເປັນ​ປະຈຳ, ກໍ​ຄື​ທ່ານ​ຜູ້​ຟັງ​ທີ່​ຫາ​ກໍ​ຮູ້ຈັກ​ລາຍການ​ຜ່ານ​ແວບ​ໄຊ vovworld.vn. ​ໃນ​ລາຍການ​ຕອບ​ຈົດໝາຍ​ຈາກ​ທ່ານ​ຜູ້​ຟັງ​ທ​ຳອິດ​ຂອງ​ປີ 2013 ມື້​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍ​ຈຳນວນ​ໜຶ່ງ​ທີ່​ທ່ານ​ຜູ້​ຟັງ​ໄດ້​ຟາກ​ມາຍັງລາ​ຍການ

ຄັດສະເໜີເນື້ອໃນຈົດໝາຍຈຳນວນໜຶ່ງທີ່ທ່ານຜູ້ຟັງໄດ້ຟາກມາຍັງລາຍການ - ảnh 1
ບັດອວຍພອນປີໃໝ່ຈາກທ່ານຜູ້ຟັງ

ທ່ານ ສຸ​ກັນຍາ ອິນ​ທະ​ວົງ, ​ເຮັດ​ວຽກ​ຢູ່​ຄະນະ​ຊາວ​ໜຸ່ມ ປະຊາຊົນ ປະຕິວັດ​ລາວ ​ແຂວງ ​​ເຊກ​ອງ ​ໄດ້​ສົ່ງ ອີ​ແມວ​ເຖິງ​ລາຍການ​ໂດຍ​ຂຽນ​ວ່າ: ຂ້າພະ​ເຈົ້າ​ເຫັນ​ວ່າ: ລາຍການ​ພາສາ​ລາວ ມີ​ປະ​ໂຫຍ​ດຫຼາຍ​ສຳລັບ​ຄົນ​ລາວ ຢູ່ ສສ ຫວຽດນາມ ກໍ່​ຄື​ຢູ່​ລາວ. ​ເນື່ອງ​ໃນ​ໂອກາ​ດ​​ໃກ້​ສົ່ງ​ທ້າຍ​ປີ​ເກົ່າ 2012 ​ແ​ລະ ຕ້ອນຮັບ​ປີ​ໃໝ່ 2013 ຈະ​ມາ​ເຖິງ​ນີ້, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໄຊ​ແດ່​ບັນດາ​ທ່ານ ຈົ່ງ​ມີ​ແຕ່​ສຸ​ຂະພາບ​ເຂັ້ມ​ແຂງ, ປະສົບຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ, ຮັ່ງມີ​ຜາ​ສຸກ​ພ້ອມ​ດ້ວຍ​ຄອບຄົວ​ຊົ່ວ​ກາລະ​ນາ​ດ້ວຍ​ເຖີດ.

        ທ່ານ ດ່ວານ​ວັນ​ມິນ, ປະຈຸ​ບັນ​ພວມ​ດຳລົງ​ຊີ​ວິ​ດ ​ແລະ ​ເຮັດ​ວຽກ​ຢູ່​ ວຽງ​ຈັນ ​ໄດ້​ຝາກ​ບັດ​ອວຍພອນ​ປີ​ໃໝ່​ດ້ວຍ​ເນື້ອ​ໃນ​ທີ່ວ່າ: ​ໄລຍະ​ຜ່ານ​ມາ, ຂ້າພະ​ເຈົ້າ​ໄດ້​ຕິດຕາມ​ລາຍການ​ຜ່ານ ອີນ​ເຕີ​ເນັດ ​ເປັນ​ປະຈຳ, ​​ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ເມື່ອ​ມີຂ່າວ​ບົ​ດ ​ໄດ້​ຮັບ​ການອັບ​​ເດດ​ເປັນ​ປະຈຳ ​ແລະ ທັນ​ການ. ຜ່ານ​ລາຍການ, ຂ້າພະ​ເຈົ້າ​ໄດ​້​ຮຽນ​ຮູ້​ພາສາ​ລາວ​​ໄດ້​ເພີ່ມ​ອີກ​ຫຼາຍ, ພິ​ເສດ​ແມ່ນ​ບັນດາ​ຄຳ​ສັບ​ກ່ຽວ​ກັບ​ດ້ານ​ການ​ເມືອງ. ນັບ​ແຕ່​ເວລາ​ລາຍການ​ໄດ້​ສະ​ເໜີ​ຜ່ານອິນ​ເຕີ​​ເນັດ​ມາ​ຮອດ​ປະຈຸ​ບັນ ​ໄດ້​ຮັບ​ການປັບປຸງ​ໃຫ້​ດີ​ຂຶ້ນ​ຫຼາຍ. ຂໍ​ອວຍພອນ​ໃຫ້​ທຸກໆ​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ເພື່ອ​ອຸທິດ​ສ່ວນ ​ແລະ ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ລະຫວ່າງ 2 ປະ​ເທດຫວຽດນາມ - ລາວ.

        ທ່ານ​ນາງ ຕະທູ​ຮ່າ, ​ເປັນ​ພະນັກງານ ບໍລິສັດ ດົງ​ເຢຶອງ​ແຊງ ​ແປ​ວ່າ ອີນດູ​ຈີນ​ຂຽວ ​ໄດ້ສ່ົງ​ຈົດໝາຍ​ເຖິງ​ລາຍການ​ໂດຍ​ຂຽນ​ວ່າ: ຂ້າພະ​ເຈົ້າ​​ໃນອະ​ດິດ​ແມ່ນນັກ​ສຶກສາ​ຫວຽດນາມ ຮຽນ​ຢູ່ລາວ ​ໃນສົກ​ຮຽນ 2003 – 2009, ​ໄດ​້ກັບ​ເມືອປະ​ເທດ ​ແລະ ​ເຮັດ​ວຽກ​ເວລາ​ບໍ່​ດົນ​ປານ​ໃດ. ປະຈຸ​ບັນ, ຂ້າພະ​ເຈົ້າ​ພວມ​ເຮັດ​ວຽກ​​ເປັນໃຫ້​ບໍລິສັດ​ຮ່ວມ​ທຸລະ​ກິດ​ລາວ - ຫວຽດນາມ, ​ແຕ່​ວ່າ​ເວລາ​ໃຊ້​ພາສາ​ລາວ ບໍ່​ໄດ້​ຫຼາຍປານ​ໃດ. ຜ່ານ​ລາຍການ​ຂອງ​ພວກ​​ເພື່ອ​ນ​, ຂ້າພະ​ເຈົ້າ​ມີ​ໂອກາດ​ທົບ​ທວນຄື້ນ​ພາສາ​ລາວ ກໍ​ຄື​ຕິດຕາມ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ປີ​​ໃໝ່ 2013, ອວຍພອນ​ໃຫ້​ພວກ​ເພື່ອນ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ.

        ນອກຈາກ​ຈົດໝາຍ​ແລ້ວ, ພວກ​ເຮົາ​ຍັງ​ໄດ້​ຮັບ​ບັດ​ອວຍພອນ​ປີ​ໃໝ່​ຈາກ​ທ່ານ​: ລັດດາ​ພອນ, ວຽງ​ຄຳ, ກິ​ແກ້ວ.​.​. ຢູ່​ວຽງຈັນ, ທ່ານ ​ແສງ ອາ​ລຸນ, ສຸກ​ຈະ​ເລີ​ນ..​. ຢູ່​ຫຼວງ​ພະ​ບາງ, ທ່ານ ສຸບິນ ພິມ​ມະ​ສອນ - ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ສາຂາ​ແຂວງ​ຈຳປາ​ສັກ. ທ່ານ​ເພັດ​ສະຫວັນ ສີ​ຊາ​ນົນ ​ແຂວງ ອັດຕາ​ປື, ທ່ານ ຫງວຽນ​ວັນ​ແຕ໋ວ, ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ໄທ. ພວກ​ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ຕໍ່​ທ່ານ​ຜູ້​ຟັງ​ທີ່​ໄດ້​ຕິດຕາມ​ຟັງລາຍການ​ໃນ​ໄລຍະ​ຜ່ານ​ມາ. ​​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວັງ​ວ່າ​ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​ຕິດຕາມຟັງ​ລາຍການ ​ແລະ ປະກອບ​ຄຳ​ເຫັນ​ໃຫ້​ລາຍການ. 
ຄັດສະເໜີເນື້ອໃນຈົດໝາຍຈຳນວນໜຶ່ງທີ່ທ່ານຜູ້ຟັງໄດ້ຟາກມາຍັງລາຍການ - ảnh 2
ພາບປະກອບ

ຖ້າ​ຫາກ​ຢາກ​ຟາກ​ຈົດໝາຍ​ປະກອບ​ຄຳ​ເຫັນ​ໃຫ້​ລາຍການ, ທ່ານ​ຜູ້​ຟັງ​ສາມາດ​ຟາກ​ຈົດໝາຍ​ໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​ຍັງ​ລາຍການ​ໂດຍ​ກົງ​ຕາມ​ເບີ​ໂທ: 04.38256631, ອີ​ແມວ: Laovov@.yahoo.com. ພວກ​ເຮົາ​ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.     

        ​​ເພື່ອ​ມ້ວນທ້າຍ​ລາຍການ​ຕອບ​ຈົດໝາຍ​ໃນ​ມື້​ນີ້, ບັນນາທິການ​ພາກ​ພາສາ​ລາວ ​ຂໍ​ຝາກ​ບົດ​ເພງ ​Mua Xuan Hat ​ແປ່​ວ່າ ສຽງ​ຂັບ​ຮ້ອງ​ຍາມລະດູ​ບານ​ໃໝ່​ ​ສະ​ເໜີໂດຍ​ນັກ​ຮ້ອງ ​ໂຮ່ກວຽງ​ເຮືອງ​ເຖິງ​ທ່ານ​ຜູ້​ຟັງ​ທຸກໆ​ທ່ານ. ຫວັງ​ວ່າ ດ້ວຍ​ສຽງ​ເພງ​ທີ່​ມ່ວນໆ ທ່ານ​ຜູ້​ຟັງ​ທຸກ​ທ່ານ​ຈະ​ມີ​ຄວາມ​ໂຊກ​ດີ ​ແລະ ມ່ວນ​ຊື່ນຕະຫຼອດ​ປີ​ໃໝ່. ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າ, ສະບາຍດີ.


       

 

ຂ່າວ/ບົດ​ອື່ນ