ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍທີ່ທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.
ໃນອີແມວຝາກໃຫ້ພວກເຮົາ, ທ່ານ ເພັດສະຫວັນ ສີສະນົນ - ພະນັກງານກິນເບ້ຍບຳນານແຂວງ ອັດຕະປື ໄດ້ຂຽນວ່າ: ຂ້າພະເຈົ້າ ພ້ອມກັບເມຍຂອງຕົນ ຈະໄປທ່ອງທ່ຽວຢູ່ນະຄອນຫຼວງ ຮ່າໂນ້ຍ, ປະຈຸບັນ, ຂ້າພະເຈົ້າພວມແລ່ນເອກະສານໃຫ້ເມຍແລ້ວ. ເມື່ອໄປຮອດ ຮ່າໂນ້ຍ, ບັນນາທິການ ພາກພາສາລາວ ເປັນຜູ້ນຳທ່ຽວໃຫ້ພວກຂ້າພະເຈົ້າໄດ້ບໍ່?
ທ່ານ ເພັດສະຫວັນ ສີສະນົນ ທີ່ເຄົາລົບ, ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນຫຼາຍເມື່ອໄດ້ຮັບແຫຼ່ງຂ່າວດັ່ງກ່າວ, ພວກຂ້າພະເຈົ້າຍາມໃດກໍ່ກຽມພ້ອມຕ້ອນຮັບຜູ້ຟັງ, ຜູ້ອ່ານຂອງລາຍການ, ເມື່ອທ່ານພ້ອມກັບພັນລະຍາ ມາຮອດ ຮ່າໂນ້ຍ, ເຊີນມາຢາມ ວິທະຍຸກະຈາຍສຽງ ຫວຽດນາມ, ພາກພາສາລາວເຮືອນເລກທີ 45, ຖະໜົນ ບ່າຈ້ຽວ. ພວກຂ້າພະເຈົ້າຍາມໃດກໍ່ກຽມພ້ອມເປັນຜູ້ນຳທ່ຽວໃຫ້ທ່ານ, ພວກເຮົາຈະແນະນຳໃຫ້ທ່ານບັນດາສະຖານທີ່ລືຊື່ ແລະ ອາຫານຫຼາຍເຍື່ອງຂອງ ນະຄອນຫຼວງ ຮ່າໂນ້ຍ. ຂໍຂອບໃຈທີ່ທ່ານໄດ້ຕັ້ງຄວາມໄວ້ເນື້ອເຊື່ອໃຈໃຫ້ພວກເຮົາ. ຂໍທົບທວນຄືນອີກເທ່ື່ອໜຶ່ງວ່າ: ພວກເຮົາຍິນດີຕ້ອນຮັບທ່ານພ້ອມກັບພັນລະຍາ.
ສ່ວນທ່ານ ຫງວຽນວັນແຕ້ວ, ຊາວ ຫວຽດນາມ ອາໄສຢູ່ ໄທ, ເຊິ່ງແມ່ນທ່ານຜູ້ຟັງທີ່ສະໜິດສະໜົມຂອງລາຍການ, ນອກຈາກນັ້ນ, ທ່ານຍັງປະກອບຄຳເຫັນກັບລາຍການເປັນປະຈຳ. ໃນອີແມວ ຄັ້ງຫຼ້າສຸດ, ທ່ານໄດ້ຝາກຄຳອວຍພອນເຖິງແມ່ຍິງທຸກຄົນເນື່ອງໃນໂອກາດວັນແມ່ຍິງສາກົນ 8/3 ດ້ວຍເນື້ອໃນວ່າ: ຂໍອວຍພອນໃຫ້ພວກແມ່, ເອື້ອຍນ້ອງ ແມ່ຍິງຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກພ້ອມກັບຄອບຄົວ.
ພາບປະກອບ
ນອກນັ້ນ, ທ່ານ ແຕ້ວ ຍັງທົບທວນຄືນນັກວິລະຊົນຍິງ ຂອງຊາດ ຫວຽດນາມບາງຄົນ ແລະ ສະແດງຄວາມຮູ້ບູນຄຸນຢ່າງເລິກເຊິ່ງເຖິງບັນດານັກວິລະຊົນຍິງນີ້, ທ່ານໄດ້ຂຽນວ່າ: ຜ່ານສົງຄາມຄັ້ງຕ່າງໆ, ໄດ້ປະກົດຕົວບັນດານັກວິລະຊົນຍິງຄື: ຫງວຽນທິມິງຄາຍ (Nguyễn Thị Minh Khai), ຫວໍທິເຊົ໋າ ( Võ Thị Sáu), ມາກທິເບືອຍ (Mạc Thị Bưởi), ຕະທິກຽວ (Tạ Thị Kiều), ຄານລິກ (Kan Lịch), ເລທິຮົ່ງເງີ໋ມ (Lê Thị Hồng Gấm). ໃນສົງຄາມກັບ ອາເມລິກາ, ຂ້າພະເຈົ້າເຄົາລົບນັບຖືທະຫານລາດຍິງຄື: ຫງວຽນທິມຸ້ນ (Nguyễn Thị Mụn) ບ້ານເກີດເມືອງນອນຢູ່ ກວາງບີ່ງ, ຫງວຽນທິເຮື່ອງ (Nguyễn Thị Hường) ຈັບຕົວນັກບິນ ອາເມລິກາ ດ້ວຍກ່ຽວ ແລະ ເອື້ອຍ ຫງວຽນທິກິມລາຍ (Nguyễn Thị Kim Lai) ໃນຮູບຖ່າຍມີພຽງຜູ້ໜຶ່ງພາຕົວນັກບິນ ອາເມລິກາ ກັບເມືອບ່ອນກັກຂັງ, ສິ່ງທີ່ສ້າງຄວາມປະທັບໃຈນັ້ນແມ່ນ ນັກບິນ ອາເມລິກາ ຄົນນັ້ນ, ເມື່ອກັບມາ ຫວຽດນາມ ໄດ້ ຂໍພົບປະກັບທະຫານລາດຍິງຄົນນັ້ນ, ສິ່ງດັ່ງກ່າວສະແດງໃຫ້ເຫັນ ເຂົາເຈົ້າຍອມຈຳນົນບັນດາແມ່ຍິງ ຫວຽດນາມ. ຄືແບບຢ່າງຂອງທ່ານນາງ ຫງວຽນທິບີ່ງ, ເຄີຍເປັນຫົວໜ້າຄະນະແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ, ລັດຖະບານປະຕິວັດຊົ່ວຄາວ ສ. ພາກໃຕ້ ຫວຽດນາມ. ພວກເອື້ອຍ, ພວກແມ່ ຫວຽດນາມ ນັ້ນ ລ້ວນແຕ່ແມ່ນແບບຢ່າງທີ່ດີເດັ່ນ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ. ໃນໄລຍະສັນຕິພາບຄືປະຈຸບັນນີ້ , ແມ່ຍິງ ຫວຽດນາມ ກວມ 51% ກຳລັງແຮງງານ, ເຂົາເຈົ້າສວມບົດບາດຕົ້ນຕໍ່ໃນວຽກງານໃນຄອບຄົວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ແມ່ຍິງ ຫວຽດນາມ ຍາມໃດກໍ່ເປັນຈິດໜຶ່ງໃຈດຽວ, ຮັກແພງຜົວ ແລະ ລູກເຕົ້າ. ສະມາຊິກສະພາແຫ່ງຊາດ ຫວຽດນາມ ແມ່ນແມ່ຍິງກວມ 27,3% ແລະ ສະຫະປະຊາຊາດໄດ້ຕີລາຄາວ່າ: ແມ່ຍິງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວທາງດ້ານການເມືອງສູງສຸດໃນໂລກ. ແມ່ຍິງ ຫວຽດນາມ ໄດ້ຮັບການເຊີດຊູແມ່ນນັກວິລະຊົນ, ລຸງໂຮ່ມອບໃຫ້ນາມມະຍົດທີ່ວ່າ: ນັກວິລະຊົນ, ບໍ່ຍອມຈຳນົນ, ຈົ່ງຮັກພັກດີ, ສື່ຊັດ, ເຮັດວຽກບ້ານກໍ່ເຮືອງ ເຮັດວຽກເມືອງກໍ່ດີ.
ຂໍຂອບໃຈທ່ານ ຫງວຽນວັນແຕ້ວ ທີ່ໄດ້ຝາກອີແມວ, ຈົດໝາຍ ມາໃຫ້ພວກເຮົາເປັນປະຈຳ. ຜ່ານອີແມວຂອງທ່ານ, ພວກເຮົາມີຄວາມນັບຖືຕໍ່ການຮຳ່ຮຽນເອົາບົດຮຽນຢ່າງບໍ່ຢຸດຢັ້ງຂອງທ່ານ. ເຖິງວ່າ ໄດ້ເຕີບໃຫຍ່ ແລະ ດຳລົງຊີວິດຢູ່ເມືອງ ໄທ ມາເປັນເວລາກ່ວາ 50 ປີແລ້ວກໍ່ຕາມ ແຕ່ຍາມໃດທ່ານກໍ່ອວາຍໜ້າເມືອຫາກົກເຂົ້າເຫົ້ງາກໍ່, ບັນດາຂໍ້ມູນຂ່າວກ່ຽວກັບປະເທດຊາດຍາມໃດກໍ່ແມ່ນອາຫານດ້ານຈິດໃຈທີ່ຂາດບໍ່ໄດ້ສຳລັບທ່ານ.
ໃນລາຍການ ໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍອວຍພອນໃຫ້ທ່ານ ຫງວຽນວັນແຕ້ວ ທີ່ໄດ້ຮັບຂອງຂວັນຈາກລາຍການ ແມ່ນເສື້ອຢືດຜືນໜຶ່ງທີ່ມີ logo ຂອງ VOV5 ຍ້ອນທ່ານໄດ້ຕອບຄຳຖາມຂອງລາຍການຖືກຕ້ອງ. ແລະພວກເຮົາຈະຕັ້ງຄຳຖາມໃນເດືອນ 3 ນີ້, ທ່ານຜູ້ຟັງຈົ່ງກະກຽມປີກ ແລະ ເຈ້ຍເພື່ອຈົດຄຳຖາມຂອງພວກເຮົາແດ່. ຄຳຖາມຂອງພວກເຮົາມີເນື້ອໃນດັ່ງຕໍ່ໄປນີ້: ຄືພວກເຮົາໄດ້ຮູ້ນຳກັນແລ້ວວ່າ, ວັນທີ 8/3 ແມ່ນວັນແມ່ຍິງ ສາກົນ ແຕ່ວັນທີ ໃດ, ເດືອນໃດແມ່ນວັນແມ່ຍິງ ຫວຽດນາມ?
ທ່ານຜູ້ຟັງ, ຜູ້ອ່ານສາມາດເລືອກເຟັ້ນເອົາໜຶ່ງໃນ 3 ຄຳຕອບຢູ່ລຸ່ມນີ້:
- ວັນທີ 20/10
- ວັນທີ 20/11
- ວັນທີ 20/12
ຕອບຄຳຖາມ ແລະ ຝາກໃຫ້ພວກເຮົາ ຜ່ານອີແມວ: laovov@yahoo.com ຫຼື ຈ່າໜ້າຊ່ອງວ່າ: ພາກພາສາລາວ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ທ່ານສາມາດອ່ານຄຳຖາມຄືນ ຫຼື ຕອບຜ່ານແວບໄຊຂອງລາຍການ vovworld.vn.