(VOVWORLD) ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບຫຼາຍສາຍ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ທ່ານຜູ້ຟັງ, ຜູ້ອ່ານຫຼາຍຄົນ ໄດ້ສະແດງຄວາມຮູ້ສຶກເມື່ອຕິດຕາມບັນດາຄໍລຳຂອງລາຍການ ແລະ ຕັ້ງບາງຄຳຖາມກ່ຽວກັບການທ່ອງທ່ຽວ ແລະ ເສດຖະກິດຂອງຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານ ໄດ້ຝາກມາລາຍການໃນອາທິດຜ່ານມາ.
ເມື່ອພາບສາລະຄະດີ ດ້ວຍຫົວຂໍ້ “ເຂດພູສູງ ກວ໋າງນິງ ດຶງດູດແຂກທ່ອງທ່ຽວມາຄົ້ນຫາໃນລະດູໃບໄມ້ຫຼົ່ນ” ໄດ້ເອົາລົງໃນເວັບໄຊ vovworld.vn, ພວກຂ້າພະເຈົ້າໄດ້ຮັບຄຳຍ້ອງຍໍຈາກຜູ້ຕິດຕາມລາຍການເປັນຈຳນວນຫຼາຍຕໍ່ຄວາມສວຍງາມຂອງແຂວງກວ໋າງນິງ - ເຊິ່ງເປັນບ່ອນເຕົ້າໂຮມຄວາມສວຍງາມຂອງທັງ 3 ຮູບແບບພູມສັນຖານຄື ທົ່ງພຽງ, ພູດອຍ ແລະ ທະເລ. ໃນນັ້ນ, ມີເພື່ອນ ເກສອນ - ປັດຈຸບັນພວມເຮັດວຽກຢູ່ວຽງຈັນ ໄດ້ສະແດງຄວາມປະຫຼາດໃຈຕໍ່ຄວາມສວຍງາມຂອງທິວທັດທຳມະຊາດແຫ່ງນີ້ວ່າ:
ຕາງໜ້າລາຍການພາກພາສາລາວ ຂ້າພະເຈົ້າຂໍສະແດງຄວາມຂອບໃຈທີ່ເພື່ອນໄດ້ຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn. ບໍ່ພຽງແຕ່ຢູ່ແຂວງກວ໋າງນິງເທົ່ານັ້ນ, ຫວຽດນາມຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ຈັບອົກຈັບໃຈພວມລໍຄອຍຕ້ອນຮັບເພື່ອນມາຢ້ຽມຊົມ.ຫວັງວ່າ ພວກຂ້າພະເຈົ້າຈະໄດ້ຕ້ອນຮັບເພື່ອນໃນເວລາໃກ້ໆນີ້.
ທ່ອງທ່ຽງອ່າວຮະລອງ
|
ພາຍຫຼັງອ່ານຂ່າວທີ່ມີຫົວຂໍ້ວ່າ “ບັນດາພື້ນຖານເສດຖະກິດ APEC ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ” ທ່ານ ພັນຊາ ແສງອາຄົມ ໄດ້ຕັ້ງຄຳຖາມໃນ comment ຄືດັ່ງນີ້: “ບັນດາພື້ນຖານເສດຖະກິດ APEC ໄດ້ນຳມາເຊິ່ງຜົນປະໂຫຍດຫຍັງແດ່ໃຫ້ແກ່ປະຊາຊົນຫວຽດນາມ”?
ທ່ານພັນຊາ ແສງອາຄົມ ທີ່ຮັກແພງ! ຕາມສື່ເອເລັກໂຕນິກຂອງລັດຖະບານຫວຽດນາມແລ້ວ, ເລື່ອງເຂົ້າຮ່ວມ APEC ແລະ ເພີ່ມທະວີການຮ່ວມມືກັບບັນດາພື້ນຖານເສດຖະກິດສະມາຊິກ ກໍຄືປະຊາຄົມວິສາຫະກິດໃນພາກພື້ນ ໄດ້ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ ຫວຽດນາມ ຄືດັ່ງນີ້:
ກອ່ນອື່ນໝົດ, ແມ່ນຄຸນນະພາບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນກໍມີເງື່ອນໄຂໄດ້ຮັບການປົວແປງ ແລະ ຍົກສູງຂຶ້ນ. ຄວາມຜູກພັນຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ເສດຖະກິດ-ການຄ້າ ຂອງບັນດາພື້ນຖານເສດຖະກິດສະມາຊິກ ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນມີການເລືອກເຟັ້ນວຽກເຮັດງານທຳ, ສິນຄ້າ, ການບໍລິການ, ສາທາລະນະສຸກ ແລະ ເບິ່ງແຍງດູແລສຸຂະພາບວົງຄະນະຍາດ, ການທ່ອງທ່ຽວ... ໄດ້ຫຼາຍກວ່າ ດ້ວຍຄຸນນະພາບ ແລະ ລາຄາທີ່ດີກວ່າ. APEC ພວມຜັນຂະຫຍາຍບັນດາລາຍການພົວພັນແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນນັກສຶກສາ... ດ້ວຍຈຸດປະສົງລະອຽດ ແມ່ນແລກປ່ຽນນັກສຶກສາລະຫວ່າງໂຮງຮຽນແຫ່ງຕ່າງໆຂອງບັນດາພື້ນຖານເສດຖະກິດ APEC ໃຫ້ບັນລຸ 1 ລ້ານຄົນໃນປີ 2020 ແລະ ຈໍານວນແຂກທ່ອງທ່ຽວຂອງ APEC ໃຫ້ບັນລຸໄດ້ 800 ລ້ານເທື່ອຄົນໃນປີ 2025.
ປະຊາຊົນ ຫວຽດນາມ, ພິເສດແມ່ນຄົນລຸ້ນໜຸ່ມ, ມີເງື່ອນໄຂສະດວກກວ່າໃຫ້ແກ່ການສຶກສາຮ່ຳຮຽນ ແລະ ຄົ້ນຄວ້າໃນສະພາບແວດລ້ອມແຫ່ງການສຶກສາ, ກໍ່ສ້າງທີ່ມີຄຸນນະພາບສູງ. ປັດຈຸບັນ, ມີນັກສຶກສາຫວຽດນາມ ປະມານ 80% ພວມຮ່ຳຮຽນຢູ່ໂຮງຮຽນແຫ່ງຕ່າງໆຂອງບັນດາປະເທດສະມາຊິກ APEC, ສ່ວນຫຼາຍແມ່ນຢູ່ປະເທດ ອົດສະຕາລີ, ອາເມລິກາ, ຈີນ, ຍີ່ປຸນ, ສິງກະໂປ, ລັດເຊຍ ແລະ ການາດາ.
ເພື່ອນຈັນນະພາ, ຢູ່ແຂວງຄຳມ່ວນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: ອາທິດຜ່ານມາ, ມີນັກສຶກສາຫວຽດນາມຫຼາຍຄົນ ໄດ້ເອົາຮູບຖ່າຍກັບດອກເດຊີ ລົງໃນຢູ່ facebook ງາມຫຼາຍ. ໃນທ້າຍເດືອນພະຈິກນີ້, ຂ້າພະເຈົ້າ ພ້ອມດ້ວຍໝູ່ຂອງຕົນ ຈະໄປທ່ອງທ່ຽວ ຊາປາ, ຕອນເມືອ, ພວກຂ້າພະເຈົ້າກໍຈະຢາກ check in ຢູ່ສວນປູກດອກເດຊີຢູ່ຮ່າໂນ້ຍ. ຫວັງວ່າ ບັນດາອ້າຍເອື້ອຍບັນນາທິການຂອງລາຍການພາກພາສາລາວ ຈະແນະນຳໃຫ້ພວກຂ້າພະເຈົ້າກ່ຽວກັບບາງສະຖານທີ່ປູກດອກໄມ້ຊະນິດນີ້ຢູ່ຮ່າໂນ້ຍ ແລະການໄປມາແນວໃດໃຫ້ສະດວກ. ຂໍຂອບໃຈ.
ເພື່ອນ ຈັນນະພາ ທີ່ຮັກແພງ! ໃນຊ່ວງທ້າຍເດືອນຕຸລາ ຫາ ທ້າຍເດືອນ ພະຈິກ, ບັນດາສວນປູກດອກເດຊີ ຢູ່ຮ່າໂນ້ຍ ໄດ້ພາກັນອວດອ້າງເບັ່ງບານສີສັນ ແລະ ແມ່ນສະຖານທີ່ຖ່າຍຮູບທີ່ຈັບອົກຈັບໃຈຂອງບັນດາເພື່ອນໜຸ່ມ, ເຊິ່ງມີສະຖານທີ່ບາງແຫ່ງດັ່ງນີ້:
ໝູ່ບ້ານປູກດອກໄມ້ ເຍິດເຕິນ ຢູ່ຕາແສງເຍິດເຕີນ, ເມືອງເຕິຍໂຮ່, ຮ່າໂນ້ຍ. ຈາກໃຈກາງນະຄອນຮ່າໂນ້ຍ, ພວກເພື່ອນສາມາດຂີ່ລົດເມ ເລກທີ 55, 58, 31 ແລະ ໄປລົງຢູ່ທາງສາມແຍກເຍິດເຕິນ ແລ້ວ ຍ່າງເຂົ້າໄປໜ້ອຍໜຶ່ງກໍຮອດສວນປູກດອກໄມ້ໂລດ. ປີ້ເຂົ້າຊົມສວນ ແມ່ນປະມານ 30.000 – 50.000 ດົ່ງ/ຄົນ.
ໝູ່ບ້ານປູກດອກໄມ້ ເຍິດເຕິນດຶງດູໄວໜຸ່ມມາຖ່າຍຮູບເປັນຈໍານວນຫຼາຍ |
ຖ້າຫາກພວກເພື່ອນກັບມາຈາກ ຊາປາ ແລະ ລົງຢູ່ຄິວລົດເມໝີດິ່ງ, ໝູ່ບ້ານປູກດອກໄມ້ ເຕິຍຕື້ວ ກໍແມ່ນບ່ອນທີ່ເໝາະສົມສຳລັບພວກເພື່ອນ. ເພາະວ່າໝູ່ບ້ານປູກດອກໄມ້ ເຕິຍຕື້ວ ແມ່ນສະຖານທີ່ໃຫ້ຊົມດອກໄມ້ ແລະ ຖ່າຍຮູບ ເຊິ່ງໄດ້ຮັບຄວາມນິຍົມຈາກໄວໜຸ່ມ ແລະ ບັນດາຄອບຄົວຫຼາຍທີ່ສຸດ ພິເສດແມ່ນລະດູດອກເດຊີເບັ່ງບານ. ຈາກຄິວລົດ, ຂີ່ລົດແທັກຊີໄປປະມານ 30 – 40 ນາທີ ດ້ວຍລາຄາປະມານ 100.000 ດົ່ງ. ຢູ່ ເຕິຍຕື້ວ ບໍ່ມີບໍລິການຖ່າຍຮູບ ສະນັ້ນ ບໍ່ໄດ້ເສຍຄ່າເຂົ້າຊົມ ແຕ່ຢ່າລືມຂໍອະນຸຍາດນຳເຈົ້າຂອງສວນດອກໄມ້ກ່ອນເດີ.
ຂໍອວຍພອນພວກເພື່ອນຈົ່ງມີການຄົ້ນຫາທີ່ຈັບອົກຈັບໃຈ ຢູ່ ຊາປາ ແລະ ມີອະນຸສອນ ກໍຄືຮູບຖ່າຍສວຍງາມຫຼາຍໆແຜ່ນຢູ່ຫວຽດນາມ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.