(vovworld) - ໃນອາທິດຜ່ານມາ, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ໄດ້ຮັບໂທລະສັບ, ອີແມວ, ຈົດໝາຍຈາກຜູ້ຟັງລາວ ທີ່ສົ່ງມາລາຍການ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ໃນອາທິດຜ່ານມາ, ເພື່ອນ ທອນສະໄໝ ຈັນທະນະສິນ, ນັກວິຊາການກາແດງແຂວງຄຳມ່ວນ ໄດ້ສົ່ງຂໍ້ຄວາມທາງ Facebook ໃຫ້ຮູ້ວ່າ, ເພື່ອນໄດ້ຮັບບັດອວຍພອນປີໃໝ່ຈາກພາກພາສາລາວ ວິທະຍຸກະການສຽງຫວຽດນາມ (VOV) ແລ້ວ ແລະ ຂໍອວຍພອນໃຫ້ລາຍການຈົ່ງນັບມື້ນັບພັດທະນາ. ນອກນັ້ນ, ເພື່ອນຍັງ ມອບບັດໄປສະນີຍະບັດສະແຕມຮູບດອກຈຳປາ ທີ່ເປັນສັນຍາລັກຂອງລາວເຖິງລາຍການອີກດ້ວຍ.
ເພື່ອນ ທອນສະໄໝ ຈັນທະນະສິນ ທີ່ຮັກແພງ, ລາຍການພາກພາສາລາວ VOV ຂໍຂອບໃຈເພື່ອນທີ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບເລື່ອງໄດ້ຮັບບັດອວຍພອນປີໃໝ່ ເຊິ່ງທາງລາຍການສົ່ງໃຫ້ເພື່ອນ ແລະ ບັນນາທິການພາກພາສາລາວ ກໍ່ຂໍສະແດງຄວາມຂອບອົກຂອບໃຈເພື່ອນທີ່ໄດ້ສົ່ງບັດອວຍພອນທີ່ມີຄວາມໝາຍຄືແນວນັ້ນໃຫ້ລາຍການຂອງພວກເຮົາ.
ນອກຈາກນັ້ນ, ເພື່ອນສຸດທະສອນ ເຄືອບຄຳວອນ, ສະຫະພັນກຳມະບານນະຄອນຫຼວງວຽງຈັນ ກໍ່ໂທລະສັບຝາກຄຳອວຍພອນປີໃໝ່ສາກົນເຖິງລາຍການ.
ທ່ານຜູ້ຟັງທີ່ເຄົາລົບ, ເນື່ອງໃນໂອກາດປີໃໝ່ສາກົນ 2016, ບັນນາທິການ VOV ຂໍອວຍພອນໃຫ້ຜູ້ຟັງທຸກໆທ່ານ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສຳເລັດໜ້າທີ່ວຽກງານຂອງຕົນ. ຫວັງວ່າ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ໄດ້ຮັບຄຳເຫັນປະກອບຈາກທ່ານຜູ້ຟັງກ່ຽວກັບບັນດາຂ່າວ/ບົດ ທາງວິທະຍຸກະຈາຍສຽງ ກໍຄືໃນແວັບໄຊ vovworld.vn ຫຼື vov5.vn ຫຼາຍກວ່າອີກ. ນອກນີ້ລາຍການຍັງແນະນຳບາງຂ່າວ/ບົດກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ ທາງ Facebook ທີ່ມີຊື່ວ່າ VOV Lao ອີກ, ນີ້ກໍແມ່ນໜຶ່ງໃນບັນດາຊ່ອງຕິດຕໍ່ພົວພັນລະຫວ່າງບັນນາທິການ ແລະ ທ່ານຜູ້ຟັງ. ດັ່ງນັ້ນຢ່າງລືມປະກອບຄຳເຫັນໃຫ້ລາຍການພາກພາສາລາວແດ່ເດີ
ເພື່ອນ ສຸກມະລີວົງ ແຂວງ ໄຊຍະບຸລີ ໄດ້ສົ່ງຈົດໝາຍຫາລາຍການໂດຍຖາມວ່າ: ໃນລາຍການຊົນນະບົດໃໝ່, ຂ້າພະເຈົ້າໄດ້ຮັບຟັງກ່ຽວກັບການພັດທະນາບັນດາຂະແໜງອາຊີບ, ທາງຄົມມະນາຄົມ, ວິທີປ່ຽນໃໝ່ໃນການພັດທະນາກະສິກຳ. ແຕ່ຂ້າພະເຈົ້າຍັງບໍ່ທັນເຂົ້າໃຈໄດ້ວ່າ ອີງໃສ່ມາດຖານໃດເພື່ອໄດ້ຮັບການຮັບຮອງວ່າເປັນຕາແສງບັນລຸມາດຖານ ຊົນນະບົດໃໝ່?
ເພື່ອນ ສຸກມະລີວົງ ທີ່ຮັກແພງ, ບັນດາມາດຖານແຫ່ງຊາດກ່ຽວກັບການພັດທະນາຊົນນະບົດໃໝ່, ເຊິ່ງທ່ານນາຍົກລັດຖະມົນຕີໄດ້ເຊັນຂໍ້ຕົກລົງປະກາດໃນເດືອນ 4/2009, ໄດ້ແບ່ງອອກເປັນ 5 ໝວດຄື: ໝວດທີ 1 ແມ່ນມາດຖານກ່ຽວກັບ “ແຜນກຳນົດ ແລະ ການປະຕິບັດແຜນກຳນົດ”. ໝວດທີ 2 ແມ່ນ “ໂຄງລ່າງເສດຖະກິດ - ສັງຄົມ” ດ້ວຍບັນດາມາດຖານຄົມມະນາຄົມ, ຊົນລະປະທານ, ໄພຟ້າ, ໂຮງຮຽນ, ພື້ນຖານດ້ານວັດຖຸ, ວັດທະນະທຳ, ຕະຫຼາດຊົນນະບົດ, ໄປສະນີ, ເຮືອນຢູ່ຂອງປະຊາຊົນ. ໝວດທີ 3 ແມ່ນ “ເສດຖະກິດ ແລະ ຈັດຕັ້ງການຜະລິດ”, ເຊິ່ງລວມມີມາດຕະຖານດ້ານລາຍຮັບ, ຄອບຄົວທຸກຍາກ, ໂຄງປະກອບແຮງງານ ແລະ ຮູບການຈັດຕັ້ງການຜະລິດ. ໝວດທີ 4 ແມ່ນ “ວັດທະນະທຳ - ສັງຄົມ - ສິ່ງແວດລ້ອມ” ເຊິ່ງລວມມີມາດຖານກ່ຽວກັບການສຶກສາ, ສາທາລະນະສຸກ, ວັດທະນະທຳ ແລະ ສິ່ງແວດລ້ອມ. ແລະ ມາດຖານສຸດທ້າຍແມ່ນໝວດກ່ຽວກັບ “ລະບົບການເມືອງ” ດ້ວຍ 2 ມາດຖານ: ລະບົບອົງການການເມືອງສັງຄົມໝັ້ນຄົງເຂັ້ມແຂງ ແລະ ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ມາດຖານແຫ່ງຊາດໄດ້ກຳນົດບັນດາມາດຖານຢ່າງລະອຽດທີ່ສຸດໃນຊີວິດສັງຄົມ, ການຜະລິດ, ການດຳລົງຊີວິດຢູ່ເຂດຊົນນະບົດ. ມີບັນດາມາດຖານທີ່ມີລັກສະນະເປັນຮູບຮ່າງຄື: ລະບົບຕາໜ່າງໄພຟ້າ, ທາງຄົມມະນາຄົມ,ໂຮງຮຽນ, ສຸກສາລາ, ລາຍຮັບ, ເຮືອນຢູ່, ແຕ່ກໍມີບັນດາມາດຖານທີ່ມີລັກສະນະບໍ່ເປັນຮູບຮ່າງຄື: ອັດຕາສ່ວນສຳເລັດການສຶກສາພາກບັງຄັບ, ຄົນງານໄດ້ຮັບການບຳລຸງສ້າງ, ການເຂົ້າຮ່ວມບັນດາຮູບການປະກັນສຸຂະພາບ, ໝູ່ບ້ານບັນລຸມາດຖານວັດທະນະທຳ, ສຸສານໄດ້ຮັບການກໍ່ສ້າງຕາມແຜນຜັງ...
ດັ່ງທີ່ກ່າວມາຂ້າງເຖິງນັ້ນແມ່ນເນື້ອໃນຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ສົ່ງອີແມວດ້ວຍລະຫັດ laovov5@gmail.com. ຂໍອວຍພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ.