ຄັດສະເໜີເນື້ອໃນບັນດາຈົດໝາຍຂອງທ່ານຜູ້ຟັງຜູ້ອ່ານ

(vovworld)-​​​​ອາທິດຜ່ານມາ, ພວກເຮົາໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບແລະໂທລະສັບຂອງຜູ້ຟັງຜູ້ອ່ານຫຼາຍຄົນ ຝາກມາຍັງລາຍການເພື່ອສະແດງອາລົມຈິດຂອງຕົນເມື່ອໄດ້ຮັບຂ່າວທ່ານພົນເອກຫວໍ້ງວຽນຢາເຖິງແກ່ມໍລະນະກຳ. VOV ຂໍຄັດສະເໜີບາງເນື້ອໃນບັນດາຈົດໝາຍດັ່ງກ່າວ. ​

ຄັດສະເໜີເນື້ອໃນບັນດາຈົດໝາຍຂອງທ່ານຜູ້ຟັງຜູ້ອ່ານ - ảnh 1
(ພາບ: baomoi.com)

   ​ໃນ​ອາທິດ​ຜ່ານ​ມາ,​ ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ທ່ານ​ສຸບິນ ພິມ​ມະ​ສອນ, ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ສາຂາ​ແຂວງ​ຈຳປາ​ສັກ ​ແລະ ​ທ່ານ​ຫງວຽນ​ວັນ​ແຕວ ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ. ຈົດໝາຍ​ຂອງ​ພວກທ່ານ​​ມີ​ຮູບ​ພາບ​ຂອງ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ແລະ ສະ​ແດງ​ອາລົມ​ຈິດຄວາມ​ຮັກ​ແພງ, ຄວາມ​ອາ​ໄລ​ອາວ​ອນ​​ແບ່ງ​ເບົາ​ຄວາມທຸກ​ໂສກ​ເສົ້າ​ເສຍ​ດາຍ​ຕໍ່​ການ​ຈາກ​ໄປ​ຂອງ​ທ່ານ​ພົນ​ເອກ​.

   ​ເພື່ອນ​ຮ່ວາຍ​ອານ, ມິ​ງທູ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​​ໂດຍໃຫ້​ຮູ້​ວ່າ: “ພວກ​ຂ້າພະ​ເຈົ້າ​ແມ່ນ​ບັນດາ​ນັກ​ສຶກສາ​ຫວຽດນາມ ພວມ​ຮ່ຳຮຽນ​ຢູ່​ລາວ ມີ​ຄວາມ​ຕົກສະ​ເງີ້​ເມື່ອ​ໄດ້ ຮັບ​ຂ່າວທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ. ພວກ​ຂ້າພະ​ເຈົ້າບໍ່​ສາມາດ​ກັບ​ເມືອ​ປະ​ເທດ​ໄດ້ ຍ້ອນ​ພວມຮ່ຳຮຽນ. ພວກ​ຂ້າພະ​ເຈົ້າ​ໄດ້​ສະ​ແດງ ຄວາມ​ໂສ​ກເສົ້າ​ເສຍ​ດາຍທ່ານ​ພົນ​ເອກ​ດ້ວຍ​ວິທີສະ​ເພາະ​ຂອງ​ຕົນຄື: ພວກ​ຂ້າພະ​ເຈົ້າ​ໄດ້​​ເຂົ້າຮ່ວມ​ພິທີ​ໄວ້ອາ​ໄລ​ທ່ານ​ພົນ​ເອກ​ຢູ່​ສະຖານທູດ​ຫວຽດນາມ ປະຈຳ​ລາວ, ຊັກທຸງຊາດ​ລົງ​ເຄິ່ງ​ເສົາ​ຢູ່​ຫໍ​ພັກ​ນັກ​ສຶກສາ ​ແລະ ພິ​ເສດ, ຍາມ​ໃດພວກ​ຂ້າ​ພະ​ເຈົ້າກໍ່​ຕິດຕາມ​ຂ່າວ​ກ່ຽວ​ກັບ​ພິທີ​ງານ​ສົບ​ລະດັບ​ຊາດ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ທາງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ….“

ຄັດສະເໜີເນື້ອໃນບັນດາຈົດໝາຍຂອງທ່ານຜູ້ຟັງຜູ້ອ່ານ - ảnh 2

ຮູບທ່ານ​ພົນ​ເອກຫວໍ້​ງຽນຢາ​ບເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍ

ຜູ້​ແທນ​ທົ່ວ​ປະ​ເທດ ພັກ ປຊຊ ປະຕິວັດ​ລາວ ຄັ້ງທີ 2

(ພາບ: nld.com.vn)

   ທ່ານ​ເພັດ​ອຳນວຍ, ນັກຮົບ​ເກົ່າຢູ່​ແຂວງ​ຫົວພັນ -​​ ນະຄອນຫຼວງ​​ແຫ່ງ​ການປະຕິວັດ ຂອງ​ລາວ ​ໃນ​ສະ​ໄໝ​ສົງຄາມ, ​ທັງແມ່ນ​ແຫ່ງ​ທີ່ທ່ານພົນ​ເອກຫວໍ້​ງວຽນ​ຢາ​ບ ​ຕາງໜ້າ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ ພັກ ປຊຊ ປະຕິວັດ​ລາວ ຄັ້ງທີ 2 ​ເມື່ອ​ເດືອນ ກຸມພາ​ປີ 1972 ​…. ​ໄດ້​ສະ​ແດງ​ຄວາມ​ສະ​ເທືອ​ນ​ໃຈ​ທີ່​ສຸດ​​ເມື່ອ​ໄດ້​ຮັບ​ຂ່າວທ່ານ ພົນ​ເອກຫວໍ້​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ. ທ່ານ​ແບ່ງປັນ​ວ່າ: “ຂໍ​ຂອບ​ອົກ​ຂອບ​ທ່ານ​ພົນ​ເອກ​ທີ່​ໄດ້​ພອ້ມກັບ​ທະຫານ​ຫວຽດນາມ ຊ່ວຍ​ພວກຂ້າພະ​ເຈົ້າຂັບ​ໄລ່​ສັດຕູ​ຜູ້​ຮຸກ​ຮານ. ຍ້ອນ​ໄດ້​ຮັບ​ການ​ຊ່ວຍ​ເລື້ອຈາກ​ທ່ານ ​ແລະ ທະຫານ​ຫວຽດນາມ, ປຊຊ ລາວ​ ພວກ​ຂ້າພະ​ເຈົ້າຈຶ່ງ​​ໄດ້​ດຳລົງຊີວິດ​​ໃນ​ຄວາມສະຫງົບ​ສຸກ​ຄື​ທຸກ​ວັນ​ນີ້. ຂໍ​ໃຫ້​ດວງ​ວິນ​ຍານເພິ່ນ​ຂຶ້ນ​ສູ່​ສຸຄະຕິ​ດ້ວຍ“.

​ ເພື່ອນຄຳ​ຜອງ ຢູ່​ແຂວງ​ບໍ່​ແກ້ວ ​ໂທລະສັບ​ມາລາ​ຍການ​ໂດຍ​ແບ່ງປັນ​ວ່າ: “ຂ້າພະ​ເຈົ້າ​ເຄີຍ​ຮັບ​ຊົມ​ບັນດາ​ລາຍການ​ໂທລະພາບ​ລາວ ​ທີ່ເວົ້າ​ເຖິງພົນ​ເອກ​ຫວໍ້​ງວຽນ​ຢາ​ບ, ພີ​ເສດ​ແມ່ນ​ເລື່ອງ​ສົມທົບ​ກັບ​ກອງທັບ​ປະ​ເທດ​ລາວ ຕີ​ເອົາ​ຊະນະ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ​ ໃນ​ບັ້ນຮົບ​ທາງ​ພາກ​ເໜືອ​ຂອງ​ລາວ, ​ເປີດ​ກ້ວາງ​ເຂດ​ຕໍ່ຕ້າ​ນລາວ, ສ້າງ​ເປັນ​ໄຊຊະນະ​ດ້ຽນບຽນ​ຝູ ທີ່ດັງ​ກ້ອງ​ກັງວານ​​ໄປ​ທົ່ວ​ໂລກ​ໃນສະ​ໄໝຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ​​ໄຊຊະນະ​ຢູ່ທາງ​ເລກ 9 ພາກໃຕ້​ລາວ​ ໃນ​ສະ​ໄໝ​ສົງຄາມຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ, ຊ່ວຍ ປຊຊ ສອງ​ປະ​ເທດ​ຫວຽດນາມ-​ລາວ ​ໄດ້​ດຳລົງ​ຊີ​ວິດ​ໃນ​ສັນຕິພາບ. ປຊຊ ລາວ​ມີ​ຄວາມ​ຮູ້​ບຸນຄຸນ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​​ເພິ່ນ

ຄັດສະເໜີເນື້ອໃນບັນດາຈົດໝາຍຂອງທ່ານຜູ້ຟັງຜູ້ອ່ານ - ảnh 3
 ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບຟ້ອນ​ລຳວົງ​ກັບ

​ທ່ານ​ປະທານ​ໄກສອນ ພົມວິຫານ

(ພາບ:dantri.com.vn)

     ​ອ້າຍ​ບຸນ​ມີ ຢູ່​ແຂວງ​ຫົວ​ພັນ​ ແບ່ງປັນ​ວ່າ: ອ້າຍ​ຢາກ​ມາ​ຢ້ຽ​ມຢາມ​ເຂດ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ປະຕິວັດ​ສຸພາ​ນຸວົງທີ່​ສຸດ, ຢູ່​ແຫ່ງ​ນີ້ ມີ​ຮູບ​ຖ່າຍ 2 ​ແຜ່ນ​ ທີ່ຖ່າຍ​ໃນ​ໂອກ​າດທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດພັກ ປຊຊ ປະຕິວັດ​ລາວ ຄັ້ງທີ 2 ​ເມື່ອ​ເດືອນ ກຸມພາ​ປີ 1972 ທີ່​ແຂວງ​ຫົວພັນ. ນັ້ນ​ແມ່ນ​ຮູບ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ກຳລັງ​ຟ້ອນ​ລຳວົງ​ກັບ​ທ່ານ​ປະທານ​ໄກສອນ ພົມວິຫານ ຢູ່​ຖ້ຳຟ້າ​ແດງ (ວຽງ​ໄຊ) ​ແລະ ຮູບ​ຖ່າຍ​ຕົ້ນໝາກສົ້ມ​ໂອ​ທີ່​ທ່ານ​ພົນ​ເອກ​ເອົາ​ມາຈາກ​ສວນ​ຕົ້ນ​ໄມ້​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ ມາ​ປູກ​ຢູ່ຕໍ່ໜ້າປາກ​ຖ້ຳທີ່​ເຂດປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ປະຕິວັດ​ສຸພາ​ນຸວົງ-ບ່ອນ​ທີ່​ສະ​ເດັດ​ເຈົ້າສຸພາ​ນຸວົງ ​ເຄີຍ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ຕ້ານ.

  ອ້າຍ​ບຸນ​ມີ ​ໃຫ້​ຮູ້​ວ່າ: ຢູ່​ເຂດ​ປູສະ​ນີຍະສະ​ຖານ​ດັ່ງກ່າວ, ອ້າຍ​ໄດ້​ຮັບ​ຟັງ​​ແນະນຳ​ວ່າ: “ບັນດາ​ນັກ​ປະຕິວັດ​ຜູ້ອະ​ວຸ​ໂສ​ເລ່ົາສູ່​ຟັງ​ວ່າ: ພາຍຫຼັງ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍ, ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ໄດ້​ເຂົ້າຮ່ວມ​ງານ​ລ້ຽງ ​ແລະ ຟ້ອນ​ລຳວົງ​ກັບ​ການ​ນຳ​ຂອງ​ລາວ. ຕອນ​ເຊົ້າມື້​ຕໍ່​ມາ, ​ເພິ່ນ​​ໄດ້​ມາ​ຢາມເຂດ​ຖານ​ທີ່ໝັ້ນຂອງ​ທ່ານ​ສຸພາ​ນຸວົງ, ປູກ​ຕົ້ນໝາກສົ້ມ​ໂອ​ເປັນ​ທີ່​ລະນຶກ ​ແລ້ວ​ເດີນທາງ​ກັບ​ເມືອ​ປະ​ເທດ. 40 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ​ແຕ່ຕົ້ນໝາກສົ້ມ​ໂອ​ທີ່​ທ່ານ​ພົນ​ເອກ​ປູກ​ໃນ​ມື້ນັ້ນຍັງຂຽວ​ສົດ​ງົດ​ງາມຢູ ​ແລະ ​ໃຫ້​ໝາກ​ຫຼາຍ​ທີ່​ສຸດ ຍ້ອນ​ໄດ້​ຮັບ​ການ​ບົວລະບັດ​ຮັກສາເປ​ັນປະຈຳ​ “.

     ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ທີ່​ກ່າວ​ມາຂ້າງ​ເທິງ​ນັ້ນ ​ແມ່ນ​ຄັດ​ສະ​ເໜີ​ບາງ​ເນື້ອ​ໃນ​ຂອງ​ຈົດໝາຍ​ສະບັບ​ຕ່າງໆ​ທີ່​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລຸນາ​ຝາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈ້ຽວ​ຮ່າ​ໂນ້ຍ- ​​ເບີໂທ: 00844.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ ທ່ານ​ທີ່​ໄດ້​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ, ສະບາຍດີ!

 

ຕອບກັບ

ຂ່າວ/ບົດ​ອື່ນ