ໃນອາທິດຜ່ານມາ, ພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມໄດ້ຮັບຈົດໝາຍ, ອີແມວ 195 ສະບັບຈາກທ່ານຜູ້ຟັງໃນທົ່ວໂລກ, ໃນນັ້ນພາກພາສາ ລາວ ໄດ້ຮັບຈົດໝາຍ, ອີແມວ 6 ສະບັບ ແລະ ໂທລະສັບຈາກທ່ານຜູ້ຟັງ ຫວຽດນາມ ແລະ ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.
ໃນວັນທີ 12 – 13/10, ພາກພາສາລາວ ໄດ້ອອກອາກາດລາຍການກະຈາຍສຽງພິເສດ “ການໂອ້ລົມສົນທະນາສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງລາຍການພາກພາສາລາວ”, ເຂົ້າຮ່ວມລາຍການມີແຂກຜູ້ມີກຽດ 3 ທ່ານ, ໃນນັ້ນມີທ່ານນາງ ທອງມີ ດວນສັກດາ, ຮອງທີ່ປຶກສາວັດທະນະທຳ ແລະ ການສຶກສາ ສະຖານທູດ ສປປ ລາວ ປະຈຳ ຫວຽດນາມ ພ້ອມກັບ ອະດີດບັນນາທິການພາກພາສາລາວ 2 ທ່ານ. ຜ່ານການໂອ້ລົມສົນທະນາດັ່ງກ່າວ, ທ່ານຜູ້ຟັງ, ຜູ້ອ່ານສາມາດເຂົ້າໃຈໄດ້ສ່ວນໃດໜຶ່ງໄລຍະທາງແຫ່ງການພັດທະນາຂອງພາກພາສາລາວ ໃນຕະຫຼອດ 60 ປີຜ່ານມາ. ພາຍຫຼັງລາຍການອອກອາກາດ ແລະ ອັບເດັດໃນແວບໄຊ vovworld.vn, ພວກເຮົາໄດ້ຮັບໂທລະສັບ, ຈົດໝາຍ, ອີແມວ ຈາກທ່ານຜູ້ຟັງ, ຜູ້ອ່ານຫຼາຍຄົນ. ໃນອີແມວຂອງເພື່ອນຕະທູຮ່າ, ພະນັກງານບໍລິສັດ ດົງເຢືອງແຊງ ໄດ້ຂຽນວ່າ: “ຂ້າພະເຈົ້າບໍ່ຮັບຟັງລາຍການເປັນປະຈຳ, ພຽງແຕ່ອ່ານຂ່າວ, ບົດໃນ ອີນເຕີເນັດເທົ່ານັ້ນ, ແຕ່ເມື່ອໄດ້ຮູ້ວ່າພວກເພື່ອນຈັດລາຍການພິເສດສະເຫຼີມສະຫຼອງ 60 ປີແຫ່ງວັນອອກອາກາດລາຍການກະຈາຍສຽງພາກພາສາລາວລາຍການທຳອິດ, ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍເພາະພວກເພື່ອນໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ປະເທດ. ຂ້າພະເຈົ້າອວຍພອນໃຫ້ລາຍການນັບມື້ນັບພັດທະນາກ່ວາອີກ.”
ສ່ວນທ່ານ ຄຳມີ, ແຂວງ ສາລະວັນ ໄດ້ໃຫ້ຂໍ້ສັງເກດກ່ຽວກັບລາຍການໂອ້ລົມສົນທະນາພິເສດວ່າ: “ໃນລາຍການໂອ້ລົມສົນທະນານັ້ນ, ຂ້າພະເຈົ້າກໍ່ມີຄວາມປະທັບໃຈຕໍ່ອະນຸສອນຂອງອະດີດບັນນາທິການ 2 ທ່ານທີ່ສຸດ. ຜ່ານນັ້ນກໍ່ຮູ້ໄດ້ວ່າ: ພວກເພີ່ອນເປັນຄົນສຸດຈິດສຸດໃຈ ແລະ ຮັກອາຊີບຄືແນວໃດ. ຂໍຂອບໃຈວິທະຍຸກະຈາຍສຽງພາກພາສາລາວທີ່ໄດ້ຈັດລາຍການມ່ວນ ແລະ ພິເສດຄືແນວນີ້ໃຫ້ທ່ານຜູ້ຟັງ, ຜູ້ອ່ານ.”
ນອກຈາກນັ້ນ, ພວກເຮົາຍັງໄດ້ຮັບຄຳອວຍພອນຈາກທ່ານ ຄຳພອນ, ບຸນເລີດ, ສີສະຫວ່າງ… ສ່ວນພວກເພື່ອນເດ? ພວກເພື່ອນໄດ້ຮັບຟັງລາຍການພິເສດຂອງພວກເຮົາແລ້ວບໍ່? ຖ້າຢາກເຂົ້າໃຈກວ່າກ່ຽວກັບລາຍການ, ເຊີນທ່ານເຂົ້າແວບໄຊ vovworld.vn ຫຼື vov5.vn ເພື່ອຮັບຟັງ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບ ຫວຽດນາມ - ລາວ
(ພາບ: cpv.org.vn)
ໃນອາທິດ, ເພື່ອນ ວິໄລສຸກ, ແຂວງ ຄຳມ່ວນ ໄດ້ຝາກ ອີແມວຖາມກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບ ຫວຽດນາມ - ລາວ ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ. ເພື່ອນໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າກອງປະຊຸມຫາກໍ່ຈັດຂຶ້ນໃນອາທິດ, ແຕ່ບໍ່ໄດ້ຮັບຟັງລະອຽດ, ດັ່ງນັ້ນ, ຂ້າພະເຈົ້າຢາກຮູ້ກອງປະຊຸມໄດ້ເລືອກຕັ້ງຄະນະບໍລິຫານງານລວມມີຈັກຄົນ ແລະ ບັນດາອົງການກ່ຽວຂ້ອງຕີລາຄາການເຄື່ອນໄຫວຂອງສະມາຄົມຄືແນວໃດ?
ເພື່ອນ ວິໄລສຸກ ທີ່ຮັກແພງ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 4 ອາຍຸການ 2014 – 2019 ຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງໃນວັນທີ 10/10, ຢູ່ຮ່າໂນ້ຍ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານລວມມີສະມາຊິກ 69 ທ່ານ. ທີ່ກອງປະຊຸມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ກ່າວຄຳເຫັນຕີລາຄາສູງການເຄື່ອນໄຫວຕ່າງໆຂອງສະມາຄົມມິດຕະພາບຫວຽດນາມ - ລາວ ທຸກຂັ້ນໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2012, ກໍ່ຄືການເຄື່ອນໄຫວຕອບບຸນແທນຄຸນ, ກໍ່ສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ ແລະ ການຮ່ວມມື… ໂດຍຕາງໜ້າໃຫ້ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານ ຫງວຽນທ້ຽນເຍີນ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງສະມາຄົມມິດຕະພາບ ຫວຽດນາມ - ລາວ ທຸກຂັ້ນບັນລຸໄດ້ໃນອາຍຸການທີ 3 ຜ່ານມາ. ເພື່ອແນໃສ່ປະກອບສ່ວນເສີມຂະຫຍາຍຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ທ່ານປະທານ ຫງວຽນທ້ຽນເຍີນ ສະແດງຄວາມຫວັງວ່າ: ສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະສົມທົບກັບສະມາຄົມມິດຕະພາບລາວ - ຫວຽດນາມ ເອົາໃຈໃສ່, ແນະນຳ ແລະ ສົ່ງເສີມບັນດານັກຮຽນ, ນັກສຶກສາລາວ ມາຮ່ຳຮຽນຢູ່ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານປະທານ ຫງວຽນທ້ຽນເຍີນ ສະແດງຄວາມຫວັງວ່າ: ພາຍໃຕ້ການຊີ້ນຳຂອງຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ - ລາວ ຊຸດທີ 4, ສະມາຄົມທຸກຂັ້ນໃນທົ່ວປະເທດຈະສືບຕໍ່ສ້າງຜົນງານໃໝ່, ປະກອບສ່ວນກ່ວາອີກເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ຖ້າຫາກຜູ້ໃດມີຄວາມສົນໃຈ ແລະ ຢາກປະກອບຄຳເຫັນໃຫ້ລາຍການສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ-ເຮືອນເລກທີ 45 ຖະໜົນບາຈ້ຽວ-ຮ່າໂນ້ຍ ຫຼືໂທລະສັບມາໂດຍກົງຕາມເບີໂທ: 00844.38256631, ອີແມວ: Laovov@.yahoo.com ຫຼື laovov5@gmail.com. ພວກເຮົາຍິນດີຕ້ອນຮັບ ແລະ ພ້ອມແລ້ວຈະຕອບຄຳຖາມຂອງທ່ານທຸກປະການ. ຂໍຂອບໃຈທ່ານທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ.