ນັບແຕ່ເມື່ອວິທະຍຸກະຈາຍສຽງຫວຽດນາມ ປຸກລະດົມການເສັງ: ທ່ານຮູ້ຫຍັງແດ່ກ່ຽວກັບຫວຽດນາມ (ໃນວັນທີ 1/2/2015 ເປັນຕົ້ນມາ), ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດໄດ້ຮັບບົດເສັງຫລາຍບົດຂອງທ່ານຜູ້ຟັງສົ່ງມາຈາກອິນໂດເນເຊຍ, ເຢຍລະມັນ, ຝລັ່ງ, ແອສະປາຍ, ອັງກິດ, ລັດເຊຍ, ລາວ ແລະ ກຳປູເຈຍ. ແລະໃນອາທິດຜ່ານມາ ທ່ານ ສົມພັນ, ທ່ານຄຳດີ ຢູ່ ແຂວງຫລວງພະບາງ, ທ່ານຄຳໝັ້ນ, ຈັນທີ ຢູ່ ແຂວງ ຄຳມ່ວນ ພ້ອມກັບທ່ານຜູ້ຟັງອື່ນຈຳນວນຫນຶ່ງ ສືບຕໍ່ສົ່ງບົດເສັງ ແລະ ຈົດໝາຍມາຫາລາຍການ, ໃນນັ້ນ ຜູ້ຟັງຫລາຍທ່ານຢາກຊອກຮູ້ກ່ຽວກັບບັນຫາຈຳນວນຫນຶ່ງທີ່ກ່ຽວຂ້ອງເຖິງການເສັງ. ເພື່ອຕອບສະຫນອງຄວາມປະສົງຂອງທ່ານຜູ້ຟັງ, ໃນລາຍການໂອ້ລົມກັບເພື່ອນລາວພາກນີ້ ພວກຂ້າພະເຈົ້າຂໍຕອບຄຳຖາມຈຳນວນຫນື່ງທີ່ ທ່ານຜູ້ຟັງໄດ້ສົ່ງເຖິງລາຍການໃນອາທິດຜ່ານມາ.
|
ທ່ານສົມພັນ ຢູ່ ແຂວງ ຫລວງພະບາງ ໄດ້ສົ່ງຈົດໝາຍມາຫາລາຍການໂດຍເວົ້າວ່າ: ກ່ອນນີ້ ຂ້າພະເຈົ້າໄດ້ມາຮຳ່ຮຽນຢູ່ ຫວຽດນາມ ແລະ ມີໂອກາດໄປຢ້ຽມຢາມສະຖານີວິທະຍຸກະຈາຍສຽງຫວຽດນາມ. ປະຈຸບັນ ຂ້າພະເຈົ້າກໍຍາດເວລາຕິດຕາມລາຍການກະຈາຍສຽງຫວຽດນາມພາກພາສາລາວເປັນປະຈຳຜ່ານຄື້ນວິທະຍຸກໍຄືໃນຫນ້າເວັບ vovworld.vn, ແຕ່ ຂ້າພະເຈົ້າບໍ່ທັນເຂົ້າໃຈແຈ້ງບັນດາຂໍ້ມູນຂ່າວກ່ຽວກັບຜົນງານຊື່ງວິທະຍຸກະຈາຍສຽງຫວຽດນາມຍາດມາໄດ້ໃນໄລຍະຜ່ານມາ. ສະນັ້ນ ຂ້າພະເຈົ້າຫວັງວ່າບັນນາທິການຈະຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈບັນຫານີ້ລະອຽດກວ່າ.
ທ່ານສົມພັນທີ່ຮັກແພງ! ພ້ອມກັບການພັດທະນາຂອງປະເທດຊາດ, ປະຈຸບັນ ວິທະຍຸກະຈາຍສຽງຫວຽດນາມ ແມ່ນອົງການສື່ມວນຊົນຫນຶ່ງດຽວທີ່ມີ 4 ຮູບການສື່ສານຄື: ກະຈາຍສຽງ, ໂທລະພາບ, ສື່ສິ່ງພິມ, ສື່ເອເລັກໂຕນິກ. ປະຈຸບັນ, ຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ ປົກຄຸມ 99,5% ເນື້ອທີ່ດິນແດນຫວຽດນາມ ແລະ ເຂດນ່ານທະເລຫວຽດນາມເກືອບທັງໝົດບົນທະເລຕາເວັນອອກ. ວິທະຍຸກະຈາຍສຽງຫວຽດນາມ ມີ 5 ລະບົບກະຈາຍສຽງ ແລະ 5 ສຳນັກງານປະຈຳຢູ່ພາຍໃນປະເທດ ແລະ 9 ສຳນັກງານປະຈຳ ຢູ່ 9 ປະເທດໃນໂລກ ຊື່ງໄດ້ໃຫ້ຂ່າວໃຫມ່ກ່ຽວກັບຫວຽດນາມ ແລະ ໂລກຢ່າງທັນການ. ເພື່ອຢາກຮູ້ລະອຽດກວ່າກ່ຽວກັບການພັດທະນາຂອງວິທະຍຸກະຈາຍສຽງຫວຽດນາມໃນຊຸມປີຜ່ານມາ, ທ່ານສາມາດຊອກຮູ້ຕື່ມອີກຜ່ານລາຍການ ສະຖານະການການເມືອງ ດ້ວຍຫົວຂໍ້ວ່າ: “ເສີມຂະຫຍາຍບົດບາດຂອງຂົງເຂດກະຈາຍສຽງໃນຊີວິດ” ໃນວັນທີ 13/2/2013 ແລະ ຈົດໝາຍອວຍພອນປີໃຫມ່ 2015ຂອງທ່ານຫງວຽນດັງຕຽນ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຜ່ານລາຍການຕິດຕໍ່ກັບທ່ານຜູ້ຟັງ. ບັນດາລາຍການນີ້ ພວກເຮົາໄດ້ອັບເດັດໃນຫນ້າເວັບ vovworld.vn ຫລື vov5.vn. ສະນັ້ນ ທ່ານ ສົມພັນ ສາມາດເຂົ້າຊົມບັນດາລາຍການດັ່ງກ່າວເພື່ອຊອກຮູ້ຕື່ມອີກກ່ຽວກັບວິທະຍຸກະຈາຍສຽງຫວຽດນາມ ແລະ ຫວັງວ່າທ່ານຈະສຳເລັດບົດເສັງຂອງຕົນໃນໄວນີ້ເພື່ອສົ່ງເຖິງຄະນະຈັດຕັ້ງການເສັງກ່ອນວັນທີ 30/6/2015.
ທ່ານ ຄຳດີ ຢູ່ ແຂວງ ຫລວງພະບາງ ສົ່ງຈົດໝາຍມາຫາລາຍການ ໂດຍເວົ້າວ່າ: ຂ້າພະເຈົ້າຕິດຕາມລາຍການກະຈາຍສຽງພາກພາສາລາວ ເປັນປະຈຳ, ພິເສດນັບແຕ່ເມື່ອລາຍການມີຫນ້າເວັບ vovworld.vn,ຂ້າພະເຈົ້າໄດ້ຕິດຕາມຂ່າວຄາວ, ຄໍລຳກ່ຽວກັບບັນດາຂົງເຂດຄື: ວັດທະນະທຳ, ເສດຖະກິດ, ຊີວິດສັງຄົມ… ຢູ່ ຫວຽດນາມ, ໃນນັ້ນ ຂ້າພະເຈົ້າມັກທີ່ສຸດແມ່ນຄໍລຳວັດທະນະທຳ. ສະນັ້ນ ຂ້າພະເຈົ້າຈຶ່ງຮູ້ໄດ້ວ່າ ປີ 2014 ຜ່ານມາ 2 ມໍລະດົກວັດທະນະທຳຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ UNESCO ແມ່ນມໍລະດົກວັດທະນະທຳໂລກ ນັ້ນແມ່ນ ກຸ່ມທັດສະນີຍະພາບ ຈ່າງອານ ແລະ ເພງພື້ນເມືອງ ຫວີຢ້ຳ ຂອງເຫງ້ຕີງ. ແຕ່ວ່າ ບັນດາມໍລະດົກຂອງຫວຽດນາມ ກ່ອນນີ້ໄດ້ຮັບການຮັບຮອງຈາກ UNESCO ແມ່ນມໍລະດົກວັດທະນະທຳຂອງໂລກນັ້ນ ຂ້າພະເຈົ້າບໍ່ທັນຮູ້ລະອຽດປານໃດ, ຢາກໃຫ້ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ຊ່ວຍຂ້າພະເຈົ້າກ່ຽວກັບບັນຫານີ້ແດ່ ເພື່ອໃຫ້ຂ້າພະເຈົ້າສຳເລັດ 5 ຄຳຖາມໃນບົດເສັງຂອງຕົນ. ຫວັງວ່າ ຂ້າພະເຈົ້າຈະໄດ້ຮັບລາງວັນໃນການເສັງຄັ້ງນີ້, ເພາະວ່າ ນີ້ແມ່ນກາລະໂອກາດທີ່ຂ້າພະເຈົ້າຈະໄດ້ໄປຢ້ຽມຢາມບັນດາມໍລະດົກວັດທະນະທຳຢູ່ຫວຽດນາມ ຊື່ງ ແມ່ນຄວາມມຸ່ງຫວັງຂອງຂ້າພະເຈົ້າແຕ່ດົນແລ້ວ.
ທ່ານຄຳດີທີ່ຮັກແພງ! ປີ 2014 ຜ່ານມາ, ຫວຽດນາມ ມີ 2 ມໍລະດົກຕື່ມອີກເຊິ່ງໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳໂລກ, ນັ້ນແມ່ນ ກຸ່ມທັດສະນີຍະພາບ ຈ່າງອານ ແລະ ເພງພື້ນເມືອງ ຫວີຢ້ຳຂອງ ເຫງ້ຕິງ ຄືດັ່ງທີ່ທ່ານໄດ້ກ່າວມານັ້ນ. ເປັນອັນວ່າ ປະຈຸບັນ ຍອດຈຳນວນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງຫວຽດນາມ ຊື່ງໄດ້ຮັບການຮັບຮອງຈາກ UNESCO ເປັນມໍລະດົກວັດທະນະທຳຂອງໂລກ ທັງໝົດແມ່ນ 9 ມໍລະດົກ. ເພື່ອເຂົ້າໃຈແຈ້ງກວ່າ ທ່ານສາມາດຊອກຮູ້ຜ່ານຄໍລຳວັດທະນະທຳໃນຫນ້າເວັບ vovworld.vn.
ໃນຈົດໝາຍສົ່ງເຖິງລາຍການ, ທ່ານ ຈັນທີ ຢູ່ ແຂວງ ຄຳມ່ວນ ແບ່ງປັນວ່າ: ຄຳຖາມ 5 ຂໍ້ ກ່ຽວກັບການສອບເສັງ: ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ໂດຍ ວິທະຍຸກະຈາຍສຽງຫວຽດນາມ ປຸກລະດົມ ນັບແຕ່ວັນທີ 1/2/2015-30/6/2015, ຂ້າພະເຈົ້າໄດ້ຊອກຮູ້ຜ່ານຫນັງສືພິມ, ວາລະສານ ແລະ ເອກະສານສະບັບຕ່າງໆແລ້ວ. ແຕ່ວ່າ ເພື່ອໃຫ້ຮູ້ເນື້ອໃນຄຳຖາມ 5 ຂໍ້ ແບບສັງລວມກວ່າ ຊື່ງລາຍການພາກພາສາລາວໄດ້ແນະນຳໃນຫນ້າເວັບ vovworld.vn, ຂ້າພະເຈົ້າສາມາດຊອກຮູ້ຜ່ານລາຍການໃດ, ພວກອ້າຍເອື້ອຍບັນນາທິການແນະນຳໃຫ້ຂ້າພະເຈົ້າໄດ້ບໍ່?
ທ່ານ ຈັນທີທີ່ຮັກແພງ! ຄຳຖາມກ່ຽວກັບບັນດາຜົນງານພົ້ນເດັ່ນຂອງຫວຽດນາມໃນປີ 2014, ທ່ານສາມາດຊອກຮູ້ຕື່ມອີກຜ່ານບົດທີ່ພາດຫົວຂໍ້ວ່າ: 10 ເຫດການພົ້ນເດັ່ນພາຍໃນປະເທດປີ 2014” ໂດຍວິທະຍຸກະຈາຍສຽງຫວຽດນາມ ເລືອກເຟັ້ນ. ຄຳຖາມທີ 2 ກ່ຽວກັບບັນດາການປະກອບສ່ວນຂອງຫວຽດນາມ ໃນປີທຳອິດຂອງອາຍຸການທີ່ຫວຽດນາມຮັບເຂົ້າເປັນສະມາຊິກຂອງສະພາສິດທິມະນຸດ ສປຊ, ວັນທີ 23/1/2015, ທ່ານສາມາດເຂົ້າຊົມຜ່ານເວັບໄຊvovworld.vn. ສ່ວນຄຳຖາມອື່ນ ພວກເຮົາໄດ້ແນະນຳໃນລາຍການຕິດຕໍ່ກັບຜູ້ຟັງໃນອາທິດຜ່ານມາແລ້ວ. ຫວັງວ່າ ທ່ານຈະມີຄຳຕອບມ່ວນເພື່ອຍາດໄດ້ລາງວັນສູງທີ່ການເສັງຄັ້ງນີ້.
ທີ່ທ່ານຫາກໍຮັບຊົມແມ່ນບັນດາຄຳຕອບບັນດາບັນຫາຊື່ງທ່ານຜູ້ຟັງສົ່ງເຖິງລາຍການໃນອາທິດຜ່ານມາ. ຫວັງວ່າ ອາທິດຫນ້າພວກເຮົາຈະໄດ້ຮັບບົດເສັງຈາກທ່ານຜູ້ຟັງຫລາຍກວ່າ.
ເພື່ອໄດ້ຮັບບົດເສັງໄວກວ່າ ທ່ານຜູ້ຟັງສາມາດສົ່ງໃຫ້ພວກຂ້າພະເຈົ້າຜ່ານ ອີແມວ laovov5@gmail.com & laovov@yahoo.com
ຂໍອວຍພອນໃຫ້ພວກທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດ.