ຕອບຄຳຖາມຂອງທ່ານຜູ້ຟັງ ກ່ຽວກັບທ່າກ່ຳປັ່ນ ຫາຍຝ່ອງ ແລະ ຫໍພິພິດທະພັນປະຫວັດສາດ

ໃນ​ອາທິດ​ຜ່ານ​ມາ ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, email, ​ແລະ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ​ທີ່​ຝາກ​ມາລາ​ຍການ, ​ໃນ​ນັ້ນ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ບັນ ດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ລື​ຊື່​ຢູ່​ນະຄອນ​ໃຫຍ່​ຈຳນວນ​ໜຶ່ງ​ຂອງ​ຫວຽດນາມ. ​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ ​ເຊິ່ງທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ. ​ເຊີນ​ທ່ານ​ຮັບ​ຟັງ.


ເພື່ອນ​ ບົວ​ຈັນ ​ເພງ​ສະຫວັດ​ຢູ່​ແຂວງ ​ໄຊ​ຍະ​ບູລີ ​ໃຫ້​ຮູ້​ວ່າ. ຂ້າ ພະ​ເຈົ້າ​ໄດ້​ຍີ​ນວ່າ ນະຄອນ ຫາຍ​ຝ່ອງ ​ແມ່ນນະຄອນ​ທ່າ​ກ່ຳ​ປັ່ນ. ຫາຍ​ຝ່ອງຍັງ​ແມ່ນ​ສະຖານ​ທີ່​ຕິດ​ພັນ​ກັບ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ລ່າ​ເມືອງ​ຂຶ້ນ ຝລັ່ງ. ປະຈຸ​ບັນ ທ່າ​ກ່ຳ​ປັ່ນ ຫາຍ​ຝ່ອງ ​ແມ່ນ​ແຫ່ງ​ພັດທະນາ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຂື່ອນ​ຢູ່​ພາກ​ເໜືອຫວຽດນາມ. ຜ່ານ​ລາຍການ​ຂ້າພະ​ເຈົ້າ​ຢາກ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ ທ່າ​ກ່ຳ​ປັ່ນ ຫາຍ​ຝ່ອງ.

ຕອບຄຳຖາມຂອງທ່ານຜູ້ຟັງ ກ່ຽວກັບທ່າກ່ຳປັ່ນ ຫາຍຝ່ອງ ແລະ ຫໍພິພິດທະພັນປະຫວັດສາດ - ảnh 1

ເພື່ອນ​ ບົວ​ຈັນ ​ເພງ​ສະຫວັດ ທີ່​ຮັກ​ແພງ. ທ່າ​ກ່ຳ​ປັ່ນ ຫາຍ​ຝ່ອງ ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ເມື່ອ​ປີ 1874 ​ແລະ​ເລີ່​ມນຳ​ເຂົ້າ​​ເຄື່ອນ​ໄຫວ​ເມື່ອ​ປີ 1876. ​ໃນສະ​ໄໝ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ເມື່ອທ້າຍ​ສະຕະວັດ​ທີ 19 ຕົ້ນ​ສະ ຕະວັດ​ທີ 20, ທ່າ​ກ່ຳ​ປັ່ນ ຫາຍ​ຝ່ອງ ​ແມ່ນ​ທ່າ​ກ່ຳ​ປັ່ນ​ໃຫຍ່​ກວ່າ​ໝູ່​ຢູ່ພາກ​ເໜືອ, ​ແມ່ນຊຸມ​ທາງ​ຄົມມະນາຄົມ​​ບົນ​ທະ​ເລ​ທີ່​ສຳຄັນ, ທັງ​ແມ່ນ​ສູນ​ກາງ​ອຸດສາຫະກຳ. ​ໃນ​ໄລຍະ 1955 – 1975, ດ້ວຍ​ບົດບາດ​ແມ່ນ​ນະຄອນ​ທ່າ​ກ່ຳ​ປັ່ນ​ໃຫຍ່​ກວ່າ​ໝູ່​ຂອງ​ພາກ​ເໜືອ, ທ່າ​ກ່ຳ​ປັ່ນ ຫາຍ​ຝ່ອງ ​ແມ່ນ​ແຫ່ງ​ຮັບ​ເອົາ​​ເຄື່ອງ​ຊ່ວຍ​ເຫຼືອຈາກສາກົນ​, ນີ້​ກໍ່​ແມ່ນ​ບ່ອນ​ເລີ່​ມຕົ້ນ​ຂອງ​ເສັ້ນທາງ ​ໂຮ່ຈີ​ມິນ ບົນ​ທະ​ເລ. ປະຈຸ​ບັນ, ​ເມື່ອ​ເຕື້ອງ​ເຖິງ ຫາຍ​ຝ່ອງ, ຄວາມ​ປະ​ທັບ​ໃຈ​ທຳ​ອິດ​ຂອງ​ນັກ​ທ່ອງ​ທ່ຽວ​​ແຕ່ລະຄົນນັ້ນ​ແມ່ນ ຢູ່​ທີ່​ນີ້​ມີ​ກ່ຳ​ປັ່ນ​ເຂົ້າ​ອອກ​ຢ່າງ​ຄຶກ​ໂຄມ​ໜາ​ແໜ້ນ, ສິນຄ້າ​ກໍ່​ຖືກ​ຂົນ​ສົ່ງໄປ​ຍັງທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ຢູ່ 17 ​ແຂວງ ທາງ​ພາກ​ເໜືອ, ບັນດາ​ແຂວງ​ທາງ​ພາກ​ໃຕ້​ຂອງ​ຈີນ, ພາກ​ເໜືອ​ຂອງ​ລາວ  ​ແລະ​ ໄປ​ຍັງ​ປະ​ເທດ​ຕ່າງໆ. ທ່າ​ກ່ຳ​ປັ່ນ ຫາຍ​ຝ່ອງ ກໍ່​ມີ​ຊື່​ໃນ​ແຜນ​ທີ່​ເດີນ​ທະ​ເລ​ສາກົນ. ນອກ​ນັ້ນ, ຈາກ ທ່າ​ກ່ຳ​ປັ່ນ ຫາຍ​ຝ່ອງ ລູກ​ຄ້າ​ສາມາດ​ຂົນ​ສົ່ງ​ສິນຄ້າ​​ໄປ​ຍັງທ່າ​ກ່ຳ​ປັ່ນ​ຕ່າງໆ​ຢູ່​ໃນ​ໂລກ​ທາງ​ທະ​ເລ ຫຼື​ຂົນ​ສົ່ງ​​​ດ້ວຍ​ທາງ​ນ້ຳ, ທາງ​ລົດ​ໄຟ, ທາງບົກ ​ໄປ​ຍັງ​ບັນດາ​ເຂດ​ເສດຖະ ກິດ​ຈຸດ​ສູ​ມຂອງ​ຫວຽດນາມ, ​ບັນດາ​ແຂວງ​ທາງ​ພາກ​ໃຕ້​ຂອງ​ຈີນ ​ໃນ​ໄລ ຍະ​ເວລາ​ສັ້ນ​ສຸດ ​ແລ​ະ ມີປະສິດທິ​ຜົນ​ທີ່​ສຸດ.


ສ່ວນ​ເພື່ອນ ວຽງ​ສະຫວັນ ຢູ່​ແຂວງ ອຸດົມ​ໄຊ ກໍ່​ຝາກ​ຈົດໝາຍ​ເຖິງ​ລາຍການ​ໂດຍ​ແບ່ງປັນ​ວ່າ: ປະຈຸ​ບັນ ຂ້າພະ​ເຈົ້າ​ແມ່ນ​ນັກ​ສຶກສາລາ​ວທີ່​ພວມ​ຮ່ຳຮຽນ​ໃນ​ພະ​ແນ​ກປະຫວັດສາດ​ມະຫາວິທະຍາ​ໄລ ວິທະຍາສາດ ສັງຄົມ ມະນຸດຊາດ. ກ່ານ​ທີ່​ຈະ​ຊອກ​ຮູ້ຫໍພິພິດທະພັນ​ປະຫວັດສາດ ຫວຽດນາມ, ຂ້າພະ​ເຈົ້າ​ຂໍ​ໃຫ້​ທາງ​ວິທະຍຸກະຈາຍສຽງ​ພາກ​ພາສາ​ລາວ​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ຫໍພິພິດທະພັນ​ດັ່ງກ່າວ ​ເພື່ອ​ໃຫ້ການ​ຄົ້ນ​ຄ້ວາ​ຂອງ​ຂ້າພະ​ເຈົ້າ​​ໄດ້​ຮັບ​ໝາກຜົນ​ດີ.

ຕອບຄຳຖາມຂອງທ່ານຜູ້ຟັງ ກ່ຽວກັບທ່າກ່ຳປັ່ນ ຫາຍຝ່ອງ ແລະ ຫໍພິພິດທະພັນປະຫວັດສາດ - ảnh 2

​ເພື່ອນ ວຽງ​ສະຫວັນ ທີ່​ຮັກ​ແພງ! ຫໍພິພິດທະພັນ ປະຫວັດສາດ ຫວຽດນາມ ຕັ້າຢູ່​ໄກ້ກັບ​​ໂຮງ​ລະຄອນ​ໃຫຍ່​ຂອງ​ນະຄອນຫຼວງ ຮ່າ​ໂນ້ຍ, ປະຈຸ​ບັນ, ຫໍພິພິດທະພັນ ​ໄດ້ວາງສະ​ແດງ​ວັດຖຸ​ພັນ​ຫຼາຍ​ຢ່າງທີ່​ມີ​ຄຸນຄ່າ​​ໃນ​​ໄລຍະປະຫວັດສາດ​ຕ່າງໆ​ຂອງ​ຫວຽດນາມ. ຫໍພິພິດທະພັນ ​ແມ່ນ​ກິດຈະກຳ ສະຖາປັດຕະຍາ​ກຳ​ທີ່​ສວຍ​ງາມ ມີ​ເນື້ອ​ທີ່​ວາງສະ​ແດງ ກວ່າ 2000 ຕາລາງ​ແມັດ. ​ເມື່ອ​ມາ​ຢ້ຽມຢາມຫໍພິພິດທະພັນປະຫວັດສາດ ຫວຽດນາມ, ​ເພື່ອນ​ຈະ​ມີ​ໂອກາດ​ຊອກ​ຮູ້ປະຫວັດສາດ​ຫວຽດນາມ ນັບ​ແຕ່​ສະ​ໄໝ​ກ່ອນ​ປະຫວັດສາດ. ທຳ​ອິດ​ແມ່ນ​ຫ້ອງ​ວາງສະ​ແດງແນະນຳ​ບັນດາ ວັດຖຸ​ພັນ​ໃນ​ສະ​ໄໝ​ກ່ອນ​ປະຫວັດສາດ, ​​ເຊິ່ງລວມມີ​ວັດຖຸ​ພັນ​ນັບ​ແຕ່​ສະ​ໄໝ​ເຄື່ອງ​ຫີນກ່ອນ​ນີ້​ນັບ​ແສນ​ປີ. ຕໍ່​ຈາກ​ນັ້ນ​ແມ່ນ​ຫ້ອງ​ວາງສະ​ແດງ​ວັດຖຸ​ພັນກ່ຽວ​ກັບ​ພື້ນຖານ​ອະລິຍະ​ທຳ​ຂອງ​ຊາວ ຫວຽດ ບູຮານ​ໃນ​ບັນດາ​ສະ​ໄໝ​ເຈົ້າ​ຊີວິດ ຮຸ່ງ. ບັນດາ​ວັດ​ຖຸພັນ​ທີ່​ວາງສະ​ແດງ​ຢູ່​ທີ່​ນີ້​ແມ່ນ​ອຸດົມສົມ ບູນ, ມັນຈະ​ຊ່ວຍ​ໃຫ້​ຜູ້​ຊົມ​ເຫັນ​ໄດ້​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ຂອງ​ພື້ນ ຖານ​ວັດທະນະທຳ​ບູຮານ​ຢູ່​ຫວຽດນາມ. ພິ​ເສດ​ແມ່ນ​ບັນດາ​ວັດ​ຖຸພັນ ທີ່​ຂຶ້ນ​ກັບ​ພື້ນຖານວັດທະນະທຳ ດົງ​ເຊີນ, ​ໃນ​ນັ້ນ​ມີ​ກອງ​ທອງ​ທີ່​ເປັນ​ສັນຍາ​ລັກ. ສຸດ​ທ້າຍ​ແມ່ນ​ຫ້ອງ​ວາງສະ​ແດງ​ກ່ຽວ​ກັບ​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ 8/1945 ພ້ອມ​ກັບ​ວັດຖຸ​ພັນ​ອື່ນໆ​ອີກ​ຫຼາຍ​ຢ່າງ. ມາ​ຢ້ຽມຢາມ​ຫໍພິພິດທະພັນ​ປະຫວັດສາດ​ຫວຽດນາມ ​ເພື່ອ​ນຈະ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ປະຫວັດ​ແຫ່ງ​ການ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ​ທີ່​ມີ​ມາ​ແຕ່​ດົນ​ນານ​​.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ! ຜ່ານ​ການ​ແນະນຳ​ດັ່ງກ່າວ​ຫວັງ​ວ່າ​ເພື່ອນບົວ​ຈັນ ​ເພງ​ສະຫວັດ ສາມາດ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ນະຄອນ ທ່າກ່ຳ​ປັ່ນ ​ຫາຍ​ຝ່ອງ ກໍ່​ຄື​ຊ່ວຍ​ໃຫ້​ເພື່ອນ ວຽງ​ສະຫວັນ ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​​ປະຫວັດສາດ​ຂອງ​ຫວຽດນາມ. ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ຂໍ​ຂອບ​ໃຈ​ທ່ານ​ຜູ້​ຟັງ​ທີ່​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ​ ຝາກ​ຈົດໝາຍ​ມາ​ແບ່ງປັນ​, ປະກອບຄວາມ​ເຫັນ​ໃຫ້​ແກ່​ລາຍການ ​ເພື່ອ​​ເຮັດໃຫ້​ລາຍການ​ນັບ​ມື້​ນັບ​ມ່ວນ​ກວ່າ.

ຕອບກັບ

ແອ​ງດາວ

ສະບາຍດີ​ບັນດາອ້າຍ​​​​ເອື້ອ​ຍນ້​​ອງ​ໂຄ​ສົກ​ສຽງ​ຫວານໆ,

ກ່ອນ​ອື່ນໝົດຂ້າພະ​ເຈົ້າ ຂໍ​ຝາກ​ຄວາມ​ຢ້ຽມຢາມ​ຖາມ​ຂ່າວ ຄຳອວຍພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ອ້າຍ​ເອື້ອຍນ້ອງ​ໂຄສົກ​ສຽງ​ຫວາ​ນຂອງ​ພາກ​ພາສາ​ລາວ VOV5, ຂໍ​​ໃຫ້​ພວກ​ທ່ານ​ຈົ່ງ​ມີ​ແຕ່​ຄວາມສຸກ​ສົມ​ຫວັງ,

​ເຖິງ​ວ່າ​ຄາ​ວຽກຫຼາ​ຍ ​ແຕ່ຂ້າພະ​ເຈົ້າ​ເຄີຍ​ຕິດ​ຕາມຣັບຟັງ​ລາຍການ​ຂອງ​ພາກ​ພາສາ​ລາວ ຂອງ​ພວກ​ທ່ານ​ຢ່າງ​ເປັນ​ປະຈຳ, ມັກ ​ແລະ​ຮັກຫຼາຍໆ.

​ເນື່ອງ​ໃນ​ໂອກາດ​ນີ້, ຂໍ​ທາງ​ພາກ​ພາສາ​ລາວ ຈັດ​ໃຫ້​ສອງ​ສາມ​ເພງ​ແດ່ ​ເພງ​ມ່ວນໆ​ເດີ ​ແລະ ຂໍ​ຟັງ​ນຳ​ໂຄສົກ​ສຽງ​ຫວານ​ເດີ.

ຂໍ​ຂອບ​ໃຈ.

ຂ່າວ/ບົດ​ອື່ນ