(vovworld)- ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ 7 ສະບັບຈາກທ່ານຜູ້ຟັງ. ໃນນັ້ນທ່ານຜູ້ຟັງໄດ້ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືລະຫວ່າງບັນດາຄະນະ, ຂະແໜງການ ຫວຽດນາມ - ລາວ ແລະ ບັນດາບົດທີ່ອອກອາກາດໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງສົນໃຈ.
ທ່ານກິແກ້ວ, ແຂວງ ຫົວພັນໄດ້ຝາກອີແມວເຖິງລາຍການໂດຍຖາມວ່າ: “ຂ້າພະເຈົ້າມີເພື່ອນຜູ້ໜຶ່ງເຮັດວຽກຢູ່ທະນາຄານການຄ້າຫຸ້ນສ່ວນ ລົງທຶນ ແລະ ພັດທະນາ ຫວຽດນາມ (BIDV), ສາຂາລາວ. ລາວໄດ້ແຈ້ງໃຫ້ຂ້າພະເຈົ້າຮູ້ວ່າ, ທະນາຄານແຫ່ງນີ້ມີການເຄື່ອນໄຫວໜູນຊ່ວຍພັດທະນາລະບົບເຕັກໂນໂລຢີ ຂໍ້ມູນຂ່າວສານໃຫ້ຫ້ອງວ່າການລັດຖະບານ ລາວ. ຜ່ານລາຍການຂ້າພະເຈົ້າຢາກຮູ້ຂໍ້ມູນຂ່າວລະອຽດກ່ຽວກັບເຫດການນີ້.”
ພິທີກວດຢັ້ງຢືນ, ມອບສົ່ງໂຄງການໜູນຊ່ວຍພັດທະນາລະບົບເຕັກໂນໂລຢີຂໍ້ມູນຂ່າວສານ(ໄອທີ)ໃຫ້ແກ່ຫ້ອງວ່າການລັດຖະບານລາວ
(ພາບ: Petrotimes)
|
ທ່ານ ກິແກ້ວ ທີ່ຮັກແພງ, ອາທິດຜ່ານມາ, ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ໄດ້ຈັດຕັ້ງການກວດຢັ້ງຢືນ, ມອບສົ່ງໂຄງການໜູນຊ່ວຍພັດທະນາລະບົບເຕັກໂນໂລຢີຂໍ້ມູນຂ່າວສານ(ໄອທີ)ໃຫ້ແກ່ຫ້ອງວ່າການລັດຖະບານລາວ. ໂຄງການດັ່ງກ່າວລວມມີບັນດາພາກສ່ວນຄື: ບຳລຸງສ້າງຍົກສູງລະດັບໃຫ້ແກ່ພະນັກງານໄອທີ, ປະກອບອຸປະກອນ ແລະ ສ້າງລະບົບອີແມວສະເພາະໃຫ້ແກ່ຫ້ອງວ່າການ. ດ້ວຍຈຸດປະສົງໜູນຊ່ວຍຫ້ອງວ່າການລັດຖະບານລາວ ມີພື້ນຖານໄອທີ ທັນສະໄໝຮັບໃຊ້ໃຫ້ການເຄື່ອນໄຫວວິຊາສະເພາະ, BIDV ໄດ້ຜັນຂະຫຍາຍບ້ວງເງິນໜູນຊ່ວຍພັດທະນາໄອທີເຊິ່ງລວມມີ: ບຳລຸງສ້າງໄອທີ ແລະ ສ້າງລະບົບອີແມວໃຫ້ຫ້ອງວ່າການລັດຖະບານ ລາວ, ລວມຍອດມູນຄ່າກ່ວາ 83.000 USD. ດ້ວຍການໜູນຊ່ວຍຈາກ BIDV, ພື້ນຖານໄອທີຂອງຫ້ອງວ່າການລັດຖະບານ ລາວ ໄດ້ຮັບການຍົກລະດັບ, ທັນສະໄໝ, ຮັບປະກັນຄວາມລັບ, ຮັບໃຊ້ການເຄື່ອນໄຫວຂອງອົງການ. ລັດຖະບານ ລາວ ມີຄວາມປາດຖະໜາຢາກຍູ້ແຮງການນຳໃຊ້ໄອທີ, ຜັນຂະຫຍາຍລະບົບຫ້ອງວ່າການເອເລັກໂຕນິກໃຫ້ບັນດາຫົວໜ່ວຍບໍລິຫານຂອງລາວ. ນີ້ແມ່ນການເຄື່ອນໄຫວໜູນຊ່ວຍທີ່ມີຄວາມໝາຍ, ສະແດງໃຫ້ເຫັນການຮ່ວມເດີນທາງຂອງ BIDV ໃນບັນດາການເຄື່ອນໄຫວຂອງຫ້ອງວ່າການລັດຖະບານ. ໂຄງການໜູນຊ່ວຍເລີ່ມໄດ້ຮັບການປະຕິບັດແຕ່ເດືອນ 2/2015 ແລະ ສຳເລັດໃນເດືອນ 6/2015. ຕາມຂໍ້ຕົກລົງລະຫວ່າງ 2 ຝ່າຍ, BIDV ທັງໜູນຊ່ວຍບຳລຸງສ້າງຍົກລະດັບຊັບພະຍາກອນມະນຸດໄອທີໃຫ້ຫ້ອງວ່າການລັດຖະບານ ລາວ, ທັງອຸປະຖຳອຸປະກອນເຕັກໂນໂລຢີພື້ນຖານ, ສ້າງລະບົບອີແມວສະເພາະໃຫ້ຫ້ອງວ່າການລັດຖະບານ ລາວ. BIDV ໄດ້ຜັນຂະຫຍາຍ 5 ຊຸດບຳລຸງສ້າງໃຫ້ແກ້ພະນັກງານໄອທີໃນຫ້ອງວ່າການລັດຖະບານ ລາວ. ບົນພື້ນຖານຂໍ້ສະເໜີຂອງຫ້ອງວ່າການລັດຖະບານ ລາວ, ໃນໄລຍະຈະມາເຖິງ, BIDV ກໍ່ພິຈາລະນາກ່ຽວກັບການໜູນຊ່ວຍໄລຍະ 2 ໃຫ້ແກ່ຫ້ອງວ່າການລັດຖະບານ ລາວ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ລາວ ໄດ້ມອບໃບຍ້ອງຍໍໃຫ້ BIDV. ນີ້ແມ່ນການຮັບຮູ້, ຕີລາຄາສູງຂອງລັດຖະບານລາວທີ່ມີຕໍ່ BIDV ໃນການເຄື່ອນໄຫວໜູນຊ່ວຍລັດຖະບານລາວຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ.
ເພື່ອນຈັນສະໝອນ, ຢູ່ແຂວງບໍ່ແກ້ວໄດ້ຝາກຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ “ອາທິດແລ້ວນີ້, ຂ້າພະເຈົ້າໄດ້ຮັບຟັງບົດກ່ຽວກັບຫ້ອງຮຽນຂອງບັນດາຄູສອນຢູ່ແຂວງ ດັກລັກ. ສິ່ງພິເສດແມ່ນ, ຢູ່ຫ້ອງຮຽນດັ່ງກ່າວບັນດາຄູສອນແມ່ນທະຫານປ້ອງກັນຊາຍແດນ ແລະ ນັກຮຽນແມ່ນປະຊາຊົນຂອງຕາແສງ Ia Rve, ເມືອງ Ea Sup. ຂ້າພະເຈົ້າຮູ້ສຶກນັບຖືພວກອ້າຍຫຼາຍ, ຍ້ອນວ່ານອກຈາກເລື່ອງປະຕິບັດວຽກງານປ້ອງກັນຊາຍແດນສຳເລັດແລ້ວ, ພວກອ້າຍຍັງສະຫງວນເວລາເພື່ອນຳຕົວໜັງສືມາໃຫ້ປະຊາຊົນອີກດ້ວຍ. ຂ້າພະເຈົ້າຢາກຮັບຟັງຄືນບົດຂຽນດັ່ງກ່າວ.”
ເພື່ອນຈັນສະໝອນ ທີ່ເຄົາລົບ, ຫ້ອງຮຽນລົບລ້າງໄພກຶກໜັງສືໂດຍບັນດາອ້າຍຄູທີ່ເປັນທະຫານຈັດຂຶ້ນນັ້ນມີນັກຮຽນທັງໝົດ 22 ຄົນຢູ່ບ້ານຕ່າງໆໃນຕາແສງ Ia Rve, ເມືອງ Ea Sup. ຜູ້ມີອາຍຸສູງກ່ວາໝູ່ແມ່ນ 40 ປີ, ຕ່ຳກ່ວາໝູ່ແມ່ນ 15 ປີ, ສ່ວນຫຼາຍເຂົາເຈົ້າແມ່ນຜູ້ສ້າງເສດຖະກິດໃໝ່ທີ່ມາຈາກບັນດາແຂວງເຂດພູດອຍທາງພາກເໜືອ, ແລະ ແຂວງ ເບັນແຈ. ສຳລັບນັກຮຽນສ່ວນຫຼາຍແມ່ນຊາວກະສິກອນນັ້ນ, ສິ່ງສຳຄັນກ່ວາໝູ່ແມ່ນຕ້ອງຮູ້ຕົວໜັງສືເພື່ອສາມາດອ່ານໄດ້ຄຳແນະນຳກ່ຽວກັບວິທີນຳໃຊ້ຢາບົວລະບັດຕົ້ນໄມ້. ເຖິງວ່ານີ້ແມ່ນວຽກງານນ້ອຍໆ ແລະ ງ່າຍດາຍສຳລັບທຸກຄົນກໍ່ຕາມ, ແຕ່ສຳລັບຊາວກະສິກຳນັ້ນແມ່ນວຽກງານສຳຄັນທີ່ສຸດ.ເຊີນເພື່ອນຈັນສະໝອນ ແລະ ຜູ້ຟັງທີ່ສົນໃຈເຖິງບົດຂຽນດັ່ງກ່າວສາມາກຮັບຟັງຄືນລາຍການພາກພາສາລາວ, ວັນທີ 14/6 ໃນແວບໄຊ vovworld.vn ຫຼື vov5.vn.
ຍັງມີເວລາພຽງ 2, 3 ກ່ວາມື້ອີກເທົ່ານັ້ນ ແມ່ນຈະຮອດກຳນົດເວລາສຸດທ້າຍ (30/6) ເພື່ອສົ່ງຄຳຕອບກ່ຽວກັບການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ”. ຖ້າຫາກຜູ້ຟັງທ່ານໃດຢາກເຂົ້າຮ່ວມການເສັງ, ຂໍສົ່ງຄຳຕອບໃຫ້ລາຍການໂດຍໄວໃຫ້ທັນກັບເວລາ. ທ່ານຜູ້ຟັງສາມາດຝາກຄຳຕອບໃຫ້ພວກຂ້າພະເຈົ້າທາງໄປສະນີໂດຍຈ່າໜ້າ ຊ່ອງວ່າ: ວິທະຍຸກະຈາຍສຽງຫວຽດນາມ, ພາກພາສາລາວ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ, ຫວຽດນາມ, ຫຼືທາງອີແມວຜ່ານອີແມວ laovov5@gmail.com ຫຼື laovov@yahoo.com. ເພື່ອໃຫ້ການຕອບຄຳຖາມຊັດເຈນ, ທ່ານສາມາດຊອກຫາບັນດາຂໍ້ມູນກ່ຽວຂ້ອງເຖິງການເສັງໃນລາຍການ “ຕິດຕໍ່ພົວພັນກັບຜູ້ຟັງ” ດ້ວຍແວບໄຊ vovworld.vn ຂອງພວກເຮົາ.
ລາຍການໂອ້ລົມກັບເພື່ອນລາວຂອງພວກເຮົາຂໍ້ສິ້ນສຸດລົງພຽງເທົ່າ ນີ້. ຖ້າຫາກຜູ້ໃດມີຄວາມສົນໃຈ ແລະ ຢາກປະກອບຄຳເຫັນໃຫ້ລາຍການກະລຸນາສົ່ງຈົດໝາຍມາຍັງລາຍການໂດຍຈ່າໜ້າ ຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ-ເຮືອນເລກທີ 45 ຖະໜົນບາຈ້ຽວ-ຮ່າໂນ້ຍ ຫຼືໂທລະສັບມາໂດຍກົງຕາມເບີໂທ: 0084.43.8256631, ອີແມວ: Laovov@yahoo.com ຫຼື laovov5@gmail.com. ພວກເຮົາຍິນດີຕ້ອນຮັບ ແລະ ພ້ອມແລ້ວຈະຕອບຄຳຖາມຂອງທ່ານທຸກປະການ. ຂໍຂອບໃຈທ່ານທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ.