ຕອບຄຳຖາມຈາກທ່ານ​ຜູ້​ຟັງ​ ທີ່​ຝາກ​ມາລາ​ຍການໃນອາທິດຜ່ານມາ

(vovworld) - ໃນອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ​ໂທລະສັບ ​ແລະ ອີ​ແມວ ຈາກ​ທ່ານ​ຜູ້​ຟັງ​ທີ່​ຝາກ​ມາລາ​ຍການ. ​ໃນ​ຈົດໝາຍ​ທີ່​ຝາກ​ມາລາ​ຍການປະກອບ​ບັນດາ​ຄຳ​ເຫັນ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ລາຍການ​, ນອກ​ນັ້ນ, ກໍ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ຍານພາຫະນະ​ບັນທຸກ​ຜູ້​ໂດ​ຍສານ​ເພື່ອ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ໂຮງ​ລະຄອນ​ຕຸກກະຕາ​ນ້ຳ​ທັງ​ລອງ, ຮ່າ​ໂນ້ຍ. ​

       ເພື່ອ​ນ ມີນາ ​ແກ້ວ​ມາລີ, ພວມ​ດຳລົງ​ຊີວິດ​ຢູ່​ແຂວງ ບໍ່​ແກ້ວ ​ໄດ້​ສົ່ງ​ອີ​ແມວ ມາ​ຍັງ​ລາຍການ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ພ້ອມ​ກັບ​ເພື່ອນ​ມິດ ປະມານ 10 ຄົນຈະ​ມາ​ທ່ອ​ງທ່ຽວ​ຢູ່​ຮ່າ​ໂນ້ຍ. ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ຢາກ​​ໄປ​ຢ້ຽມຢາມ​ຢູ່​​ໃນ​ບໍລິ​ເວັນນະຄອນຫຼວງ​ຮ່າ​ໂນ້ຍ ​ແຕ່​ບໍ່​ຮູ້​ທາງ​ໄປ ກໍ່​ຄື​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ. ສະ​ນັ້ນຢາກ​ໃຫ້​ທາງ​ລາຍການ​ແນະນຳ​ໃຫ້​ວິ​ທີ່​ໃດ​ໜຶ່ງ​ທີ່​ສະດວກ​ທີ່​ສຸດ. ຂໍຂອບ​ໃຈ​ລາຍການ.


ຕອບຄຳຖາມຈາກທ່ານ​ຜູ້​ຟັງ​ ທີ່​ຝາກ​ມາລາ​ຍການໃນອາທິດຜ່ານມາ - ảnh 1
(ລົດ​ໃຊ້​ພະລັງງານ​ໄຟຟ້າຮັບ​ໃຊ້​ນັກ​ທ່ອ​ງ​ທ່ຽວ)

    ເພື່ອ​ນ ມີນາ ​ແກ້ວ​ມາລີ ທີ່​ຮັກ​ແພງ, ປະຈຸ​ບັນ, ຢູ່​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ, ຢູ່​ຖະໜົນ ດິງຕຽນ​ຮ່ວາງ, ໜອງຮ່ວານ​ກ໋ຽມ, ​ໄດ້​ມີ​ລົດ​ໃຊ້​ພະລັງງານ​ໄຟຟ້າຮັບ​ໃຊ້​ນັກ​ທ່ອ​ງ​ທ່ຽວຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດມາ​ຢ້ຽມຢາມ​ບັນດາ​ສະຖານ​ທີ ທີ່​ມີ​ຊື່​ສຽງ​ຢູ່ບໍລິ​ເວັນ. ດ້ວຍຄວາມ​ຍາວ 7 ກມ, ​ລົດ​ໃຊ້​ພະລັງງານ​ໄຟຟ້າ ຈະ​​ແລ່ນໄປ​ຜ່ານ 28 ຖະໜົນ​ການ​ຄ້າ, 13 ຖະໜົນ​ອາຊີບ​ຫັດຖະກຳ, 22 ສາລາ, 3 ວັດ, 8 ປູຊະນີ​ຍະ​ຊະ​ຖານ, ທິວ​ທັດ​ເຂດ​ໜອງ​ຮ່ວານ​ກ໋ຽມ ​ແລະ ຕະຫຼາດ ດົ່ງ​ຊວນ. ລົດ​ໃຊ້​ພະລັງງານ​ໄຟຟ້າສາມາດ​ບັນທຸກ​ຜູ້​ໂດຍສານ​ໄດ້ຈຳນວນ 8 ຄົນ, ​​ໃຊ້​ເວລາ​ປະມານ 45 ນາ​ທີ/ ຖ້ຽວ. ​​ເປີດ​ຮັບ​ແຂກ​ໃນ​ເວລາ ​ຕອນ​ກາງ​ເວັນ​ແຕ່ 8​ໂມງ30 ນາທີ - ຕອນ​ຄໍ່າ​ແຕ່ 19​ໂມງ - 23 ​ໂມງ. ​ເພື່ອນ​ສາມາດ​ຊື້​ປີ້​ຢູ່​ກັບ​ທີ່​ເລີຍ. ຂໍ​ອວຍ​ພອນ​ໃຫ້​ເພື່ອນ ​ແລະ ສະມາຊິກ​ໃນ​ຄະນະ​ມີ​ການ​ເດີນທາງ​ດ້ວຍຄວາມມ່ວນ​ຊື່ນ, ປອດ​ໄພ.


ຕອບຄຳຖາມຈາກທ່ານ​ຜູ້​ຟັງ​ ທີ່​ຝາກ​ມາລາ​ຍການໃນອາທິດຜ່ານມາ - ảnh 2
(ການ​ສະ​ແດງລະຄອນຕຸກກະຕານ້ຳ)

  ເພື່ອນ ວຽງ ສິນ​ທຳ​ມະ​ນາ​ວົງ ທີ່​ຮັກ​ແພງ, ສິລະປະລະຄອນຕຸກກະຕານ້ຳແມ່ນປະເພດສິລະປະສະແດງບົນ ເວທີ່ພື້ນເມືອງທີ່ເປັນເອກະລັກສະເພາະ, ຕິດພັນກັບ ພື້ນຖານອະລິຍະທຳປູກເຂົ້າ ນາທາມ ​ແລະ ​ໄດ້ມີ​ມາ​ກ່ອນ​ນີ້​ເກືອບ​ພັນ​ປີ​ຢູ່​ຫວຽດນາມ. ​ເມື່ອມີ​​ໂອກາດມາ​ຮັບ​ຊົ​ມລາຍການ​ສະ​ແດງສິລະປະລະຄອນຕຸກກະຕານ້ຳຢູ່ ໂຮງລະຄອນຕຸກກະຕານ້ຳທັງ​ລອງ, ສິ່ງ​ທີ່ປະ​ທັບ​ໃຈ​ທຳ​ອິດ ​ແມ່ນ​ການວາງສະ​ແດງ​ສິລະ​ປະ​ຈັດ​ວາງ​ບັນດາຕົວລະຄອນ ຕຸກກະຕານ້ຳທີ່​ເຮັດ​ດ້ວຍ​ໄມ້​ຊະນິດ​ຕ່າງໆ, ມີ​ສີສັນ​ຫຼາກ​ຫຼາຍ​ເພື່ອ​ຮັບ​ໃຊ້​ລາຍການ​ສະ​ແດງລະຄອນ ຕຸກກະຕານ້ຳ. ບັນດາ ລາຍການ​ສະ​ແດງລະຄອນຕຸກກະຕານ້ຳ ສ່ວນ​ຫຼາຍ​ແມ່ນ​ບັນດາ​ເລື່ອງ​ລາວ, ​ເທບ​ນິຍາຍ, ​ເລື່ອງ​ລາວ​ປະຫວັດສາດ, ຊີວິດ​ອອກ​ແຮງ​ງານ​ຂອງ​ຊາວ​ກະ​ສີກ​ອນຫວຽດນາມ... ອັນ​ໄດ້​ດຶງ​ດູດ​ແຂກ​ມາ​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ຕ່າງປະ​ເທດ. ນັກ​ສິລະ​ປີນ​ ຈູ​ເລື້ອງ ຮອງ​ຜູ້ອຳນວຍການ ໂຮງລະຄອນຕຸກກະຕານ້ຳທັງ​ລອງ ​ໃຫ້​ຮູ້​ວ່າ:

       

     “ໂຮງລະຄອນຂອງ​ພວກ​ຂ້າພະ​ເຈົ້າ​ເຄຶ່ອນ​ໄຫວ​ຕະຫຼອດປີ​ເພື່ອ​ຮັບ​ໃຊ້​ແຂກ​ຄົນ​ ທັງຫຼາຍເພື່ອ​ແນະນຳ ແລະ ໂຄສະນາ​ຈຸດວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຫວຽດນາມ, ນັ້ນ​ແມ່ນ ສິລະປະລະຄອນຕຸກກະຕານ້ຳ. ນີ້​​ແມ່ນ​ປະ​ເພດ​ສິລະ​ປະ ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຄວາມ​ສົນ​ໃຈຈາກແຂກທ່ອງທ່ຽວສາກົນອີກດ້ວຍ. ​ໄລ່​ມາ​ຮອດ​ປະຈຸ​ບັນ, ​ໂຮງ​ລະຄອນ​ຕຸກກະຕາ​ນ້ຳຂອງ​ພວກ​ຂ້າພະ​ເຈົ້າເຄື່ອນ​ໄຫວ​ໄດ້ 20 ປີ​ແລ້ວ”.

      ຂໍ​ຂອບ​ໃຈ​ເພື່ອນ ວຽງ ສິນ​ທຳ​ມະ​ນາ​ວົງ ທີ່​ເອົາ​ໃຈ​ໃສ່​ເຖິງ​ສິລະ​ປະ​ພິ​ເສດ​ຂອງ​ຫວຽດນາມ. ​ເພື່ອນ​ສາມາດ​ມາ​ຮັບ​ຊົມ​ການສະ​ແດງ​ຕຸກກະຕາ​ນ້ຳຢູ່ ໂຮງລະຄອນ ຕຸກກະຕານ້ຳທັງ​ລອງ ທີ່ເຮືອນ​ເລກທີ 57 B ຖະໜົນ​ດິງຕຽນ​ຮ່ວາງ - ຮ່າ​ໂນ້ຍ.

     ຖ້າ​ທ່ານ​ຜູ້​ຟັງທ່ານ​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ມີ​ຄຳ​ຖາມກະ​ລຸນາ​ຝາກ​ຈົດໝາຍມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈຽວ​ຮ່າ​ໂນ້ຍ ຫຼື ​ໂທ​ມາ​ໂດຍ​ກົງ​ກໍ່​ໄດ້​ຕາມເບີໂທ: 0084.4.38256631 ຫຼື ອີ​ແມວ laovov@yahoo.com.

ຕອບກັບ

ວິໄລສອນ

ມາລາຄືຫຍັງ? ມີຈັກປະເພດ?

ຂ່າວ/ບົດ​ອື່ນ