ພາຍຫຼັງວິທະຍຸກະຈາຍສຽງຫວຽດນາມ ເປີດສະຫຼອງເວບໄຊລະບົບບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດເປັນເວລາ 1 ກວ່າເດືອນ ຄືວັນທີ 15/1/2012 ມາຮອດປະຈຸບັນ, ລາຍການກະຈາຍສຽງພາກພາສາລາວໄດ້ຮັບຄຳເຫັນຈາກຜູ້ຟັງຫຼາຍທ່ານ. ໃນລາຍການຕອບຈົດໝາຍຈາກທ່ານຜູ້ຟັງອາທິດນີ້, ພວກເຮົາຂໍຄັດສະເໜີບາງຄຳເຫັນຈາກທ່ານຜູ້ຟັງທີ່ຝາກມາລາຍການ. ເຊີນທ່ານຮັບຟັງ.
ເພື່ອນເພດສະຫວັນ ສີຊານົນ, ຫົວໜ້າອະນຸສອນສະຖານ ໄກສອນ ພົມວິຫານ, ແຂວງອັດຕະປື, ໃຫ້ຮູ້ວ່າ. ກ່ອນນີ້, ເມື່ອຍັງເປັນຮອງປະທານກຳມະບານແຂວງອັດຕະປື, ຂ້າພະເຈົ້າມີໂອກາດມາຫວຽດນາມ ເຂົ້າຮ່ວມຊຸດເຝິກອົບຮົມດ້ານວິຊາການຢູ່ມະຫາວິທະຍາໄລກຳມະບານທີ່ນະຄອນຫຼວງຮ່າໂນ້ຍ, ພາຍຫຼັງຊຸດເຝິກອົບຮົມ, ທັງໄດ້ຮຽນດ້ານທິດສະດີ, ທັງໄດ້ໄປທັດສະນະສຶກສາຕົວຈິ່ງຢູ່ບາງທ້ອງຖິ່ນ, ຂ້າພະເຈົ້າຍິ່ງມີຄວາມຮັກປະເທດຊາດ ແລະ ຊາວຫວຽດນາມ ກວ່າ. ນັບແຕ່ນັ້ນ, ຍາມໃດຂ້າພະເຈົ້າກໍ່ໄກ້ສິດຕິດພັນກັບລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມກວ່າ. ແຕ່ຫວ່າງແລ້ວນີ້, ຍ້ອນໄດ້ຮັບຜິດຊອບໜ້າທີ່ໃໝ່, ຂ້າພະເຈົ້າບໍ່ສາມາດຮັບຟັງລາຍການເປັນປະຈຳໄດ້. ແຕ່ໂຊກດີເມື່ອໄດ້ຮັບຂ່າວວ່າ, ວິທະຍຸກະຈາຍສຽງຫວຽດນາມໄດ້ເປີດສະຫຼອງເວບໄຊບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດທາງອິນເຕີເນັດໃນເວລາໜຶ່ງສັບປະດາ, ແລະເມື່ອເຂົ້າເວບໄຊ ແມ່ນສາມາດອ່ານ ແລະ ຮັບຟັງບັນດາຂ່າວ, ກໍ່ຄືຄໍລຳເຊິ່ງຕົນມີຄວາມສົນໃຈໄດ້. ຂ້າພະເຈົ້າດີໃຈຫຼາຍ ເພາະວ່າຕົນເອງສາມາດໄດ້ອ່ານ ແລະ ຮັບຟັງຂ່າວຢ່າງຄົບຖ້ວນ ແລະ ກໍ່ດີໃຈຫຼາຍຕໍ່ການພັດທະນາຂອງລະບົບບັນດາລາຍການພາກພາສາຕ່າງປະເທດຂອງວິທະຍຸກະຈາຍສຽງ ຫວຽດນາມ.
ສ່ວນເພື່ອນ ສຸວັນທິບພະຈັນ, ຫົວໜ້າຫ້ອງການທ່ອງທ່ຽວເມືອງປາກລາຍ, ແຂວງໄຊຍະບູລີ ກໍ່ເວົ້າຄວາມໃນໃຈສູ່ຟັງວ່າ, ຂ້າພະເຈົ້າຮັບຟັງລາຍການພາກພາສາລາວເປັນປະຈຳ, ລາຍການມ່ວນ, ມີເນື້ອໃນອຸດົມສົມບຸນ, ຂ່າວຄາວກໍ່ໃໝ່. ພິເສດແມ່ນລາຍການທ່ອງທ່ຽວແມ່ນມີປະໂຫຍດທີ່ສຸດສຳລັບວຽກງານຂອງຂ້າພະເຈົ້າໃນປະຈຸບັນ. ຫວ່າງແລ້ວນີ້, ວິທະຍຸກະຈາຍສຽງຫວຽດນາມໄດ້ເປີດສະຫຼອງເວບໄຊລະບົບບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ, ຂ້າພະເຈົ້າດີໃຈຫຼາຍ, ແຕ່ກໍ່ຢາກແບ່ງປັນຄວາມຈິ່ງທີ່ວ່າ, ປະຈຸບັນ, ຍ້ອນພື້ນຖານດ້ານວັດຖຸຂອງລາວຍັງຈຳກັດຢູ່, ພະນັກງານຄືພວກຂ້າພະເຈົ້າເກືອບຄືວ່າບໍ່ເຄີຍສຳພັດກັບ ອິນເຕີແນດ, ຢາກເຂົ້າ ເວບໄຊ ແມ່ນຕ້ອງອາໄສຫ້ອງ ອິນເຕີແນດຂອງຫ້ອງການ, ຫຼືອາໄສໝູ່ເພື່ອນ, ດັ່ງນັ້ນມາຮອດປະຈຸບັນ, ວິທະຍຸຍັງຄົງແມ່ນອຸປະກອນຕົ້ນຕໍ່ເພື່ອໃຫ້ຂ້າພະເຈົ້າຮັບຟັງຂ່າວຄາວຂອງຫວຽດນາມ.
ເພື່ອນ ອາເລັກ ພະນັກງານສະຖານທູດລາວປະຈຳຫວຽດນາມໃຫ້ຮູ້ວ່າ, ບັນດາລາຍການກະຈາຍສຽງພາກພາສາລາວຖືກຮັກສາໄວ້ທາງອິນເຕີເນັດ ເປັນເວລາໜຶ່ງສັບປະດາ ໄດ້ສ້າງເງື່ອນໄຂສະດວກໃຫ້ຜູ້ທີ່ມັກຕິດຄາກັບວຽກງານຄືຂ້າພະເຈົ້າ ສາມາດອ່ານ, ຮັບຟັງໃນບໍ່ວ່າເວລາໃດ. ກ່ອນນີ້, ມີຫຼາຍເຫດການສຳຄັນທີ່ຂ້າພະເຈົ້າຢາກຮັບຟັງ, ແຕ່ຍ້ອນຄາວຽກກົງກັບເວລາອອກອາກາດລາຍການ, ດັ່ງນັ້ນບໍ່ໄດ້ຮັບຟັງເທື່ອ. ປະຈຸບັນ, ຂ້າພະເຈົ້າສາມາດອ່ານ, ຮັບຟັງຄືນໃໝ່ບັນດາຂ່າວທີ່ຕົນມີຄວາມສົນໃຈ. ຂ້າພະເຈົ້າດີໃຈຫຼາຍ ແລະ ຊົມເຊີຍຕໍ່ການພັດທະນາຂອງວິທະຍຸກະຈາຍສຽງຫວຽດນາມເວົ້າລວມ ແລະ ລະບົບບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດເວົ້າສະເພາະ.
ເພື່ອນ ອຸດອນ ສອນສຸລິດ, ພະນັກງານຂະແໜງສື່ມວນຊົນ, ແຂວງໄຊຍະບູລີ, ປະຈຸບັນພວມຮຽນປະລິຍາໂທ ຢູ່ມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍໃຫ້ຮູ້ວ່າ, ລາວເຄີຍຕິດຕາມຮັບຟັງລາຍການກະຈາຍສຽງພາກພາສາລາວເປັນປະຈຳ. ເພື່ອນ ອຸດອນ ສອນສຸລິດ, ເວົ້າວ່າ
ຂ້າພະເຈົ້າເຂົ້າເວບໄຊລະບົບບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ ແລະ ເຫັນວ່າ ເວບໄຊນີ້ໄດ້ຊ່ວຍຂ້າພະເຈົ້າກໍ່ຄືບັນດານັກສຶກສາລາວຫຼາຍທີ່ສຸດ, ເພາະວ່າ, ໃນເວບໄຊນີ້ມີ 12 ພາສາ. ທຸກຄົນສາມາດອ່ານບັນດາລາຍການພາກພາສາຫວຽດນາມ ແລະ ແລະພາສາລາວ, ຈາກນັ້ນປຽບທຽບ, ຮ່ຳຮຽນ ແລະມີຄວາມເຂົ້າໃຈກວ່າກ່ຽວກັບພາສາຫວຽດ. ເວບໄຊນີ້ຖືກຈັດງາມ, ນຳໃຊ້ງ່າຍ, ມີເນື້ອໃນອຸດົມສົມບຸນ, ໃນນັ້ນມີບັນດາຄໍລຳທີ່ຊ່ວຍໃຫ້ພວກເຮົາສາມາດຊອກຮູ້ກ່ຽວກັບວັດທະນະທຳ, ຊີວິດສັງຄົມ, ປະເທດຊາດ ແລະ ຊາວຫວຽດນາມ.. ຂ້າພະເຈົ້າເອງເອົາໃຈໃສ່ທີ່ສຸດເຖິງການພັດທະນາເສດຖະກິດຂອງຫວຽດນາມ. ຂ້າພະເຈົ້າຄິດວ່າ, ເວບໄຊນີ້ຈະມີປະໂຫຍດທີ່ສຸດສຳລັບບັນດານັກສຶກສາທີ່ພວມຮ່ຳຮຽນຢູ່ຫວຽດນາມຄືຂ້າພະເຈົ້າ.
ນີ້ແມ່ນບາງຄຳເຫັນຂອງທ່ານຜູ້ຟັງທີ່ກ່ຽວຂ້ອງເຖິງເວບໄຊລະບົບບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ. ພວກເຮົາຂໍຂອບອົກຂອບໃຈບັນດາຄວາມເຫັນທີ່ຈິງໃຈ, ສຸດຈິດສຸດໃຈຂອງທ່ານຜູ້ຟັງ ແລະຫວັງວ່າໃນໄລຍະຈະມາເຖິງ, ພວກເຮົາຄົງຈະສືບຕໍ່ໄດ້ຮັບຄວາມເຫັນປະກອບຂອງທ່ານຜູ້ຟັງ ເພື່ອໃຫ້ເວບໄຊຂອງພວກຂ້າພະເຈົ້າມີເນື້ອໃນອຸດົມສົມບຸນ, ດຶງດູດໃຈ, ຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງກວ່າອີກ. ພວກເພື່ອນຢ່າລືມເຂົ້າ ເວບໄຊ ຂອງພວກເຮົາຕາມລະຫັດ vovworld.vn ເລືອກພາສາລາວ. ໃນເວບໄຊນີ້ ພວກເພື່ອສາມາດຊອກໄດ້ບັນດາຂ່າວທີ່ມີປະໂຫຍດໃນທຸກຂົງເຂດ.