(vovworld) – ອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບອີແມວ, ໂທລະສັບ ແລະ ຈົດໝາຍ 5 ສະບັບຈາກທ່ານຜູ້ຟັງຝາກມາລາຍການ. ໃນນັ້ນ, ທ່ານຜູ້ຟັງໄດ້ຕັ້ງຄຳຖາມຕ່າງໆຢາກໄດ້ຮັບຄຳຕອບຈາກລາຍການ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຈະຕອບບາງຄຳຖາມທີ່ທ່ານຜູ້ຟັງຝາກມາທາງລາຍການຂອງພວກເຮົາ.
ໃນອາທິດຜ່ານມາ, ເພື່ອນ ວິລາລີ, ແຂວງ ຄຳມ່ວນ ຝາກຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: ກ່ອນນີ້ 2, 3 ອາທິດ, ເມື່ອຟັງວິທະຍຸ, ຂ້າພະເຈົ້າໄດ້ຮັບຂ່າວກ່ຽວກັບການເສັງ “ເພື່ອນຮູ້ຫຍັງກ່ຽວກັບ ຫວຽດນາມ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ປຸກລະດົມ. ຍ້ອນຄ້າງຄາກັບວຽກງານ, ດັ່ງນັ້ນຂ້າພະເຈົ້າບໍ່ສາມາດຈົດຄຳຖາມໄດ້. ຂ້າພະເຈົ້າຢາກໃຫ້ລາຍການໃຫ້ຮູ້ຄຳຖາມຄືນອືກເທື່ອໜຶ່ງແດ່?
ເພື່ອນ ວິລາລີ ທີ່ຮັກແພງ, ພວກຂ້າພະເຈົ້າຂໍປະກາດຄຳຖາມຂອງການເສັງນີ້ຄືນໃຫ້ທ່ານຜູ້ຟັງທຸກທ່ານຮູ້ແຈ້ງ ແລະ ເຂົ້າຮ່ວມການເສັງຂອງພວກເຮົາ:
1 - ປີ 2014, ຫວຽດນາມ ບັນລຸໄດ້ບັນດາຜົນງານພົ້ນເດັ່ນໃດແດ່ ໃນຂົງເຂດເສດຖະກິດ, ການຕ່າງປະເທດ, ການໜູນຊ່ວຍ - ສັງຄົມ, ການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ?
2 - ຫວຽດນາມ ພວມເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2014-2016. ທ່ານຈົ່ງໃຫ້ຮູ້ການປະກອບສ່ວນ ແລະ ການເຄື່ອນໄຫວຕ່າງໆຂອງຫວຽດນາມ ໃນປີທຳອິດທີ່ເປັນ ສະມາຊິກ ສະພາສິດທິມະນຸດ ສະຫະປະຊາຊາດ?
3 - ປີ 2014, ຫວຽດນາມ ມີປູຊະນີຍະສະຖານ ແລະ ຮູບການສິລະປະສອງຢ່າງໄດ້ຮັບກາຮັບຮອງຈາກ UNESCO ວ່າເປັນມໍລະດົກວັດທະນະທຳທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງຂອງມວນມະນຸດ, ນັ້ນແມ່ນມໍລະດົກໃດ? ມາຮອດປະຈຸບັນ, ຫວຽດນາມ ໄດ້ມີມໍລະດົກວັດທະນະທຳທີ່ມີຮູບຮ່າງ ແລະ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດທີ່ໄດ້ຮັບການຮັບຮອງ ຈາກ UNESCO ຈັກຢ່າງ? ທ່ານຈົ່ງຍົກຊື່ຂອງບັນດາມໍລະດົກດັ່ງກ່າວ.
4 - ທ່ານຮູ້ຫຍັງແດ່ກ່ຽວກັບປີທ່ອງທ່ຽວແຫ່ງຊາດ 2015 ຂອງຫວຽດນາມ ທີ່ມີຫົວຂໍ້ວ່າ “ເຊື່ອມຕໍ່ບັນດາມໍລະດົກໂລກ“? ຈົ່ງຍົກຊື່ບັນດາເຫດການວັດທະນະທຳ, ທ່ອງທ່ຽວທີ່ເປັນເອກະລັກສະເພາະໃນລາຍການນີ້?
5 - ວັນທີ 7/9/2015, ວິທະຍຸກະຈາຍສຽງຫວຽດນາມ ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ. ທ່ານຈົ່ງໃຫ້ຮູ້ກ່ຽວກັບການພັດທະນາຂອງວິທະຍຸກະຈາຍສຽງຫວຽດນາມ ໃນ 5 ປີຜ່ານມາ?
6 - ຕາມເພື່ອນແລ້ວ, ມີຈັກຄົນເຂົ້າຮ່ວມການເສັງນີ້?
ອົງປະກອບລາງວັນມີດັ່ງຕໍ່ໄປນີ້:
- ລາງວັນທີໜຶ່ງ 01 ລາງວັນ: ໄດ້ມາທ່ອງທ່ຽວຫວຽດນາມ 1 ສັບປະດາໂດຍບໍ່ຕ້ອງເສຍຄ່າ
- ລາງວັນທີສອງ 01 ລາງວັນ: ໄດ້ມາທ່ອງທ່ຽວຫວຽດນາມ 5 ວັນໂດຍບໍ່ຕ້ອງເສຍຄ່າ
- ລາງວັນທີສາມ 02 ລາງວັນ: ໄດ້ມາທ່ອງທ່ຽວຫວຽດນາມ 4 ວັນໂດຍບໍ່ຕ້ອງເສຍຄ່າ
- ລາງວັນຊົມເຊີຍ 10 ລາງວັນ: ແຕ່ລະລາງວັນມີມູນຄ່າ 1.000.000 ດົ່ງ (ເປັນວັດຖຸ)
- ນອກນັ້ນ, ຜູ້ຟັງທຸກທ່ານທີ່ເຂົ້າຮ່ວມການເສັງລ້ວນແຕ່ໄດ້ຮັບຂອງຂວັນທີ່ມີມູນຄ່າ 300.000 ດົ່ງ.
ເວລາຮັບບົດເສັງເລີ່ມແຕ່ວັນທີ 1/2/2015 ແລະ ສິ້ນສຸດລົງໃນວັນທີ 30/6/2015 (ໄລ່ຕາມກາໄປສະນີບ່ອນຝາກ). ທ່ານຜູ້ຟັງສາມາດສົ່ງບົດເສັງທາງໄປສະນີ, ຫຼືຜ່ານ Email laovov5@gmail.com ທ່ານກໍ່ສາມາດຊອກໄດ້ຄຳຕອບຜ່ານບັນດາລາຍການກະຈາຍສຽງ, ຫຼືໃນເວັບໄຊ vovworld.vn ຂອງພວກຂ້າພະເຈົ້າ. ວິທະຍຸກະຈາຍສຽງຫວຽດນາມຂໍອວຍພອນໃຫ້ພວກທ່ານປະສົບຜົນສຳເລັດ.
ພາບປະກອບ
|
ສ່ວນ ເພື່ອນ ຈັນສະໝອນ, ແຂວງ ວຽງຈັນ, ກໍ່ໄດ້ໂທລະສັບມາຍັງລາຍການ, ເວົ້າວ່າ: ຂ້າພະເຈົ້າໄດ້ຮັບຟັງບົດກ່ຽວກັບ ຊາວ ຫວຽດນາມ ຢາກສະແດງໄມ້ໄຝ່ ໃນບຸນເຕັດ, ແລະ ປະເພນີນີ້ມີມາແຕ່ດົນນານແລ້ວ, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ບົດນີ້ທີ່ສຸດ. ແຕ່ຂ້າພະເຈົ້າບໍ່ທັນຮູ້ວ່າເປັນຫຍັງໄມ້ໃຝ່ຈຶ່ງສາມາດຂັບໄລ່ຜີໄດ້?
ປະເພນີປູກຕົ້ນໄມ້ໄຜ່ຍາມບຸນເຕັດ ເຖິງວ່າບໍ່ເຮັດເປັນສ່ວນຫຼາຍຄືກ່ອນນີ້ກໍຕາມ, ແຕ່ມາຮອດປະຈຸບັນ, ຍັງມີຫຼາຍຄອບຄົວຢູ່ເຂດບ້ານນາຍັງຮັກສາປະເພນີອີກດ້ວຍ. ຕົ້ນໄມ້ໄຜ່ເຄີຍຖືກຕັ້ງຢູ່ເດີນໜ້າບ້ານ, ເທິ່ງຍອດຕົ້ນໄມ້ຖືກແຂວນວັດຖຸສິ່ງຂອງຫຼາຍຢ່າງທີ່ມີຄວາມໝາຍທາງ ດ້ານຈິດວິນຍານເພື່ອ ຂັບໄລ່ຜີສາງ ແລະ ພາວະນາໃນປີໃໝ່ຈົ່ງມີແດ່ສິ່ງທີ່ດີທີ່ງາມ. ເມື່ອເລືອກເອົາກົກໄມ້ໄຜ່ມາປູກໃນຍາມບຸນເຕັດນັ້ນ, ແມ່ນຕ້ອງເລືອກເອົາກົກ ໄມ້ໄຜ່ທີ່ມີໃບຂຽວອຸ່ມທຸ່ມ, ບໍ່ຖືກສັດຕູພືດ, ບໍ່ຖືກຕັດເອົາຍອດຕົ້ນໄມ້ ແລະ ບໍ່ມີຮັງນົກ, ຮັງໝົດ. ເມື່ອຕັດເອົາຕົ້ນໄມ້ໄຜ່, ເຂົາເຈົ້າມັກເລືອກເອົາຂະໜາດຄວາມຍາວ ແມ່ນເລກຄີກ ຄື 5ແມດຫຼື 7 ແມດ, ຖາ້ຫາກຕັ້ງ ຕົ້ນໄມ້ໄຜ່ຢູ່ສະຖານທີ່ກ້ວາງ ແມ່ນອາດຈະຕັດຕົ້ນໄມ້ໄຜ່ຍາວກວ່າ. ປະເພນີປູກຕົ້ນໄມ້ໄຜ່ຍາມບຸນເຕັດຂອງຊາວຫວຽດນາມແມ່ນມີຄວາມໝາຍ ທີ່ສຸດ, ກ່ອນອື່ນໝົດ ຕົ້ນໄມ້ໄຜ່ຂອງຊາວຫວຽດນາມແມ່ນສິ່ງເຊື່ອມຕໍ່ລະຫວ່າງຟ້າກັບດິນ. ທີ່ 2, ຕົ້ນໄມ້ໄຜ່ກາຍເປັນ ຕົ້ນໄມ້ທີ່ມີຈິດວິນຍານ, ຊຶ່ງຕິດພັນກັບປັດໄຈເລົ່າຂານສືບກັນມາຂອງສາສະໜາພຸດ. ຕົ້ນໄມ້ໄຜ່ ມີຄວາມໝາຍອີກອັນໜຶ່ງ ແມ່ນ ຕົ້ນໄມ້ຢັ້ງຢືນອະທິປະໄຕ, ສິດນຳໃຊ້ຕອນດິນຂອງເຈົ້າຂອງເຮືອນ. ນອກຈາກນັ້ນ, ຕົ້ນໄມ້ໄຜ່ ກໍຍັງເປັນສິ່ງບົ່ງບອກເຖິງລະດູບານໃໝ່, ບຸນປີໃໝ່ປະຈຳຊາດໄດ້ວຽນມາແລ້ວ.
ລາຍການໂອ້ລົມກັບເພື່ອນລາວຂອງພວກເຮົາຂໍ້ສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ໃດມີຄວາມສົນໃຈ ແລະ ຢາກປະກອບຄຳເຫັນໃຫ້ລາຍການກະລຸນາສົ່ງຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ-ເຮືອນເລກທີ 45 ຖະໜົນບາຈ້ຽວ-ຮ່າໂນ້ຍ ຫຼືໂທລະສັບມາໂດຍກົງຕາມເບີໂທ: 0084.43.8256631, ອີແມວ: Laovov@yahoo.com ຫຼື laovov5@gmail.com. ພວກເຮົາຍິນດີຕ້ອນຮັບ ແລະ ພ້ອມແລ້ວຈະຕອບຄຳຖາມຂອງທ່ານທຸກປະການ. ຂໍຂອບໃຈທ່ານທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ.