(VOV)-ໃນສັບປະດາຜ່ານມາ ພວກເຮົາໄດ້ຮັບຈົດໝາຍຈາກເພື່ອນສຸດສາຄອນ ແລະ ຄຳກິ່ງ ຢູ່ແຂວງອຸດົມໄຊທີ່ຢາກຮູ້ກ່ຽວກັບຖະໜົນຄົນຍ່າງໃນຄຸ້ມເມືອງເກົ່າໂຮ້ຍອານ. ໃນລາຍການມື້ນີ້, ພວກເຮົາຂໍຕອບຄຳຖາມຂອງເພື່ອນ ຜ່ານບົດຂຽນຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ທີ່ມີຫົວຂໍ້ວ່າ: ຖະໜົນຄົນຍ່າງໂຮ້ຍອານ-ຜະລິດຕະພັນທ່ອງທ່ຽວທີ່ດູດດື່ມໃຈແຂກຕ່າງດ້າວທ້າວຕ່າງເມືອງ
ຖະໜົນຄົນຍ່າງໂຮ້ຍອານ
(ພາບ:hoian.vn )
ນັບແຕ່ຕົ້ນປີ 2012, ນະຄອນໂຮ້ຍອານ, ແຂວງກວາງນາມ ທາງພາກກາງຫວຽດນາມ ໄດ້ປະຕິບັດທິດນຳ “ຖະໜົມບໍ່ມີສຽງອຶກກະທຶກນຶກນັນ“ ໃນແຕ່ລະອາທິດມີ 5 – 6 ວັນ, ບັນດາສາຍທາງໃນເຂດ 1 ຂອງຄຸ້ມຖະຫນົນເກົ່າໂຮ້ຍອານ ໄດ້ກາຍເປັນຖະຫນົມສະຫງວນໃຫ້ແກ່ຄົນຍ່າງ ແລະ ລົດ 3 ລໍ້. ເຫດການດັ່ງກ່າວໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ ແລະ ສ້າງຄວາມດຶງດູດໃຈໃຫ້ແກ່ນັກທ່ອງທ່ຽວມາຢ້ຽມຢາມມໍລະດົກວັດທະນະທຳໂລກແຫ່ງນີ້. ຖະໜົນມີຄວາມສະຫງົບງຽບແລະ ຄວາມເປັນລະບຽບຮຽບຮ້ອຍກ່ວາ. ພິເສດ, ສຽງດົນຕີທີ່ກະຈາຍອອກຈາກລະບົບໂທລະໂຄ່ງຢູ່ຕາມຄຸ້ມຖະໜົນນັ້ນ, ໄດ້ສ້າງຄວາມປະທັບໃຈຢ່າງແທ້ຈິງໃຫ້ແກ່ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ທ່ານ Luong Chau Do ຢູ່ຖະໜົນ Tran Phu ນະຄອນໂຮ້ຍອານ ໃຫ້ຂໍ້ເສັງເກດວ່າ:
“ຂ້າພະເຈົ້າເຫັນວ່າທາງນະຄອນໄດ້ສະຫງວນຖະຫນົນໃຫ້ແກ່ຄົນຍ່າງຄືແນວນັ້ນໄດ້ສ້າງຄວາມສະດວກສະບາຍ, ແລະ ຮັບປະກັນຄວາມປອດໄພທາງຄົມມະນາຄົມ. ເຮັດໃຫ້ນັກທ່ອງທ່ຽວມີຄວາມສະຫວາດສະເຫວີຍ. ຂ້າພະເຈົ້າເຫັນວ່າ ມີຖະໜົນຄົນຍ່າງແມ່ນເໝາະສົມທີ່ສຸດ ແລະ ຖືກກັບກັບຈິດໃຈຂອງປະຊາຊົນ, ຮັບປະກັນຄວາມປອດໄພໃຫ້ແກ່ທຸກຄົນ, ໂດຍສະເພາະແມ່ນຜູ້ອາຍຸສູງ“
ຄ່ຳຄືນໂຮ້ຍອານ
(ພາບ:trungduonghotel.com )
ພ້ອມກັບການສະຫງວນຖະໜົນໃຫ້ແກ່ຄົນຍ່າງ ແລະ ປະຕິບັດທິດນຳທີ່ວ່າຖະໜົນບໍ່ມີສຽງອຶກກະທຶກນຶກນັນຂອງລົດຈັກ, ໂຮ້ຍອານ ຍັງຈັດລາຍການ “ຖະໜົນກາງຄືນໂຮ້ຍອານ“ ໃນຕອນຄ່ຳວັນເສົາຂອງທຸກໆສັບປະດາ. ເມື່ອຊົມເບິ່ງຖະໜົນໃນບັນຍາກາດສະຫງົບງຽບດ້ວຍໂຄມໄຟທີ່ມີສີຫຼາກຫຼາຍ, ແຂກທ່ອງທ່ຽວຈະມີຈຸດເວລາພັກຜ່ອນຢ່ອນອາລົມດ້ວຍຄວາມປະທັບໃຈທີ່ສຸດ. ແຂກທ່ອງທ່ຽວມາໂຮ້ຍອານຈະສາມາດຊອກເຫັນຄວາມສະຫງົບງຽບຢູ່ທີ່ນີ້. ແຂກທ່ອງທ່ຽວຊາວຝະລັ່ງ ຜູ້ໜຶ່ງ ໄດ້ມີຄວາມຮູ້ສຶກສະບາຍໃຈທີ່ສຸດເມື່ອຍ່າງເລາະຕາມຖະຫນົນສາຍຕ່າງໆຢູ່ໂຮ້ຍອານ, ອ້າຍໃຫ້ຮູ້ວ່າ: “ເມື່ອຍ່າງເລາະໃນຄຸ້ມຖະຫນົນເກົ່າ, ຂ້າພະເຈົ້າຮູ້ສຶກສະຫວາດສະເຫວີຍທີ່ສຸດ ແລະ ສະບາຍໃຈທີ່ສຸດ. ບໍ່ສະເພາະແຕ່ຄຸ້ມຖະຫນົນເກົ່າແຫ່ງນີ້ເທົ່ານັ້ນ, ຂ້າພະເຈົ້າປາດຖະໜາວ່າ: ຢູ່ໂຮ້ຍອານ ກໍ່ຄືສະຖານທີ່ທ່ອງທ່ຽວແຫ່ງຕ່າງໆຢູ່ຫວຽດນາມ ຈະມີຖະຫນົນຄົນຍ່າງຫຼາຍສາຍ ຕື່ມອີກ“.
(ພາບ:canthuexe.com)
ໂດຍຜ່ານບັນດາສິ່ງກີດຂວາງໃນເບື້ອງຕົ້ນ, ໂຮ້ຍອານ ໄດ້ປະຕິບັດສຳເລັດທິດນຳທີ່ວ່າຖະຫນົນບໍ່ມີສຽງວົນແຊວເທື່ອລະກ້າວດ້ວຍຫຼາຍມາດຕະການຄື. ຂົນຂວາຍ, ເກ້ຍກ່ອມ, ໂຄສະນາເຜີຍແຜ່ໃຫ້ປະຊາຊົນ ຕະຫຼອດຮອດການໃຫ້ບຸລິມະສິດແກ່ການດຳເນີນທຸລະກິດ… ປະຈຸບັນ, ປະຊາຊົນໂຮ້ຍອານ ໄດ້ມີຄວາມຊິນເຄີຍກັບເລື່ອງບໍ່ຂີ່ລົດຈັກໃນຄຸ້ມຖະໜົນເກົ່າແລ້ວ. ຄຸ້ມຖະຫນົນເກົ່າມີຄວາມສະຫງົບງຽບ ແລະຮັບປະກັນຄວາມເປັນລະບຽບຮຽງຮ້ອຍ, ສະນັ້ນ, ບັນດາຮ້ານຂາຍເຄື່ອງ, ຮ້ານກິນດື່ມຈຶ່ງດຳເນີນທຸລະກິດຢ່າງມີປະສິດທິຜົນກ່ວາ. ທ່ານ Truong Van Bay ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ້ຍອານໃຫ້ຮູ້ວ່າ:
“ຖະໜົນຄົນຍ່າງຈະຖືກປະຕິບັດຢ່າງເດັດຂາດແຕ່ 1-6 ມື້ ແລະ ມຸ້ງໄປເຖິງການຜັນຂະຫຍາຍຖະໜົນຄົນຍ່າງທັງໝົດໃນທົວເຂດຄຸ້ມຖະຫນົນເກົ່າ. ເພື່ອສ້າງຄວາມດູດດື່ມໃຈກ່ວາໃຫ້ແກ່ຖະໜົນ, ໃນໄລຍະຜ່ານມາ, ໂຮ້ຍອານ ໄດ້ຈັດບັນດາສະຖານທີ່ເສບດົນຕີປະສານສຽງພື້ນເມືອງ, ສະຖານທີ່ສະແດງສິລະປະພື້ນເມືອງ ແລະ ສອນເພງພື້ນເມືອງຕື່ມອີກ….“
ໂຮ້ຍອານ ແມ່ນໜຶ່ງໃນບັນດາຈຸດນັດພົບຂອງຂະແໜງທ່ອງທ່ຽວແຂວງກວາງນາມ ເວົ້າສະເພາະ ແລະ ຂອງຫວຽດນາມ ເວົ້າລວມ. ໂດຍມີຄວາມຮັບຮູ້ສິ່ງດັ່ງກ່າວຢ່າງຈະແຈ້ງ, ພ້ອມກັບການຍົກສູງຄຸນນະພາບບັນດາຜະລິດຕະພັນການທ່ອງທ່ຽວທີ່ມີຢູ່ແລ້ວ, ຂະແໜງທ່ອງທ່ຽວໂຮ້ຍອານ ຍັງຖືເປັນສຳຄັນການເປີດກ້ວາງບັນດາລາຍການທ່ອງທ່ຽວທາງແມ່ນ້ຳ, ໝູ່ເກາະທະເລ, homestay…ກະກຽມສົມທົບກັນຈັດບັນດາເຫດການວັດທະນະທຳ, ການທ່ອງທ່ຽວໃນພາກພື້ນ ແລະ ສາກົນ….ດ້ວຍບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຄຸ້ມຖະໜົນເກົ່າໂຮ້ຍອານ ນັບມື້ນັບປ່ຽນໃໝ່ ແລະ ດູດດືມໃຈແຂກທ່ອງທ່ຽວກ່ວາອີກ. ໂຮ້ຍອານ ໄດ້ກາຍເປັນພາບພົດທີ່ສວຍງາມຢ່າງແທດຈິງ ແລະ ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ.