(vovworld) - ອາທິດຜ່ານມາ, ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຫຼາຍສະບັບທີ່ທ່ານຜູ້ຟັງລາວ ແລະ ຫວຽດນາມ ຝາກເຖິງລາຍການ. ໃນນັ້ນ, ທ່ານຜູ້ຟັງໄດ້ມີຄວາມສົນໃຈເຖິງບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຄັດສະເໜີເນື້ອໃນຈົດໝາຍທີ່ທ່ານຜູ້ຟັງຝາກມາຍັງລາຍການ ແລະ ຕອບບາງຄຳຖາມທີ່ທ່ານຜູ້ຟັງມີຄວາມສົນໃຈ.
ການສະແດງສິລະປະທີ່ງານບຸນດອກບານ ດ້ຽນບຽນ ປີ 2017
|
ເພື່ອນ ວັນດາລາບຸດ, ຢູ່ແຂວງ ຜົ້ງສາລີ ໄດ້ຝາກອີແມວມາຍັງລາຍການດ້ວຍເນື້ອໃນວ່າ “ແຂວງ ຜົ້ງສາລີ ທີ່ຂ້າພະເຈົ້າພວມດຳລົງຊີວິດມີຊາຍແດນຕິດກັບແຂວງດ້ຽນບຽນຂອງ ຫວຽດນາມ. ໃນໄລຍະມໍ່ໆນີ້, ຂ້າພະເຈົ້າພວມມີເວລາຫວ່າງ ແລະ ກະວ່າຈະໄປທ່ອງທ່ຽວຢູ່ດ້ຽນບຽນ. ຂ້າພະເຈົ້າຂໍໃຫ້ບັນນາທິການຂອງ ພາກພາສາລາວ VOV ແນະນຳສິ່ງໃດໜຶ່ງກ່ຽວກັບເຂດດິນແດນແຫ່ງນີ້ໃຫ້ຂ້າພະເຈົ້າໄດ້ບໍ່? ບັນດາຂໍ້ມູນຂ່າວທີ່ພວກເພື່ອນສະໜອງໃຫ້ຈະເປັນປະໂຫຍດໃຫ້ແກ່ການໄປທ່ອງທ່ຽວຂອງຂ້າພະເຈົ້າ. ຂໍຂອບໃຈ.”
ເພື່ອນ ວັນດາລາບຸດ ທີ່ຮັກແພງ! ດ້ຽນບຽນ ແມ່ນແຂວງຊາຍແດນເຂດພູດອຍຂຶ້ນກັບເຂດຕາເວັນຕົກພາກເໜືອຂອງ ຫວຽດນາມ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 504 ກມ ໄປທາງທິດຕາເວັນຕົກ, ພາກຕາເວັນອອກ ແລະ ຕາເວັນອອກສ່ຽງເໜືອ ຕິດກັບແຂວງ ເຊີນລາ, ທິດເໜືອຕິດກັບແຂວງ ລາຍເຈົາ, ທາງທິດຕາເວັນຕົກສ່ຽງເໜືອຕິດກັບແຂວງ ຢວນໜານ (ປະເທດຈີນ), ທາງທິດຕາເວັນຕົກ ແລະ ຕາເວັນຕົກສ່ຽງໃຕ້ຕິດກັບ ສປປ ລາວ. ດ້ຽນບຽນ ແມ່ນແຂວງໜຶ່ງດຽວ ມີເສັ້ນຊາຍແດນຮ່ວມມີລວງຍາວກ່ວາ 400 ກມ ກັບ ປະເທດ ລາວ ແລະ ຈີນ. ແຂວງມີ 10 ອົງການບໍລິການຂັ້ນເມືອງ ດ້ວຍ 130 ຕາແສງ, ເທດສະບານ (ໃນນັ້ນມີ 29 ຕາແສງຊາຍແດນ), ພົນລະເມືອງມີເກືອບ 550.000 ຄົນ, ລວມມີ 19 ຊົນເຜົ່າອ້າຍນ້ອງ. ໃນເສັ້ນຊາຍແດນ ຫວຽດນາມ - ລາວ, ນອກຈາກ 2 ຄູ່ດ່ານຊາຍແດນແມ່ນ ຫ້ວຍປວກ ແລະ ໄຕຈາງ ແລ້ວ, ຍັງມີ 3 ຄູ່ດ່ານຊາຍແດນອື່ນກະກຽມຈະໄດ້ຮັບການເປີດປະຕູ. ໃນໄລຍະຈະມາເຖິງ, ໃນເສັ້ນຊາຍແດນ ຫວຽດນາມ - ຈີນ ມີດ່ານຊາຍແດນ ອາປາຈ໋າຍ - ລອງຟູ໋. ດ້ຽນບຽນ ແມ່ນແຂວງທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ພິເສດແມ່ນຂົງເຂດວັດທະນະທຳ - ປະຫວັດສາດ. ພົ້ນເດັ່ນກ່ວາໝູ່ແມ່ນບັນດາປູຊະນີຍະສະຖານປະຫວັດສາດໄຊຊະນະ ດ້ຽນບຽນຝູ ເຊິ່ງລວມມີ: ກອງບັນຊາການບັ້ນຮົບ ດ້ຽນບຽນຝູ - ເມື່ອງຟັງ, ບັນດາຖານທີ່ໝັ້ນ ຮີມລາມ, ບານແກ໋ວ, ດົກເລິບ, ບັນດານໂນນພູ A1, C1, D1, E1 ແລະ ຂອບເຂດໃຈກາງຂອງຖານທີ່ໝັ້ນຂອງ ຝຣັ່ງ (ເຂດຂຸດຄອງ De Catri). ໄປຄຽງຄູ່ກັນນັ້ນແມ່ນບັນດາຖຳ້, ແຫຼ່ງນ້ຳ ແລະ ໜອງນ້ຳໄດ້ສ້າງເປັນແຫຼ່ງຊັບພະຍາກອນການທ່ອງທ່ຽວທຳມະຊາດທີ່ອຸດົມສົມບູນຄື: ປ່າດົງດິບ ເມື່ອງແຍ໋, ບັນດາຖ້ຳຢູ່ ປາເທີມ (ດ້ຽນບຽນ)…ນອກຈາກນັ້ນ, ດ້ຽນບຽນ ຍັງມີຄວາມສາມາດບົ່ມຊ້ອນດ້ານວັດທະນະທຳບໍ່ມີຮູບຮ່າງ, ດ້ວຍ 19 ຊົນເຜົ່າອ້າຍນ້ອງດຳລົງຊີວິດຮ່ວມກັນ, ແຕ່ລະຊົນເຜົ່າມີສີສັນວັດທະນະທຳສະເພາະໄດ້ສ້າງເປັນຫຼາຍຮູບຫຼາຍແບບທີ່ສຸດ ແລະ ປະຈຸບັນ, ບັນດາຊົນເຜົ່າດັ່ງກ່າວຍັງຄົງຮັກສາບັນດາຮີດຄອງປະເພນີໄວ້ຢູ່, ສະເພາະແມ່ນຊົນເຜົ່າຜູ້ໄທ ແລະ ເຜົ່າມົ້ງ… ຫວ່າງມໍ່ໆນີ້, ແຂວງ ດ້ຽນບຽນ ໄດ້ຈັດຕັ້ງງານບຸນດອກບານເຊິ່ງເລິ່ມແຕ່ວັນທີ 11 – 14/3, ເປັນໜ້າເສຍດາຍທີ່ເພື່ອນໄດ້ພາດໂອກາດເຂົ້າຮ່ວມການເຄື່ອນໄຫວປະຈຳປີນີ້. ແຕ່ວ່າໃຫ້ເພື່ອນອຸ່ນອ່ຽນໃຈເພາະວ່າໃນປະຈຸບັນ ດອກບານພວມເບັ່ງບານເພື່ອຕ້ອນຮັບເພື່ອນຢູ່.
ທ່ານ Jordan Vogt – Roberts ທູດທ່ອງທ່ຽວຫວຽດນາມ
|
ໃນອາທິດ, ເພື່ອນ ຄຳເບັ່ງ ອິນທະວົງສາ, ແຂວງ ວຽງຈັນ ໄດ້ໂທລະສັບເຖິງລາຍການໂດຍໃຫ້ຮູ້ວ່າ: “ຂ້າພະເຈົ້າຫາກໍ່ໄດ້ໄປຊົມຟິມຮູບເງົາ “ກົງ - ເກາະກະໂຫຼກຫົວ” ແລະ ໄດ້ອ່ານຂ່າວໃນແວບໄຊ vovworld.vn ແລ້ວມີຫຼາຍພາບໃນຟິມຮູບເງົາດັ່ງກ່າວໄດ້ຖ່າຍທຳຢູ່ ຫວຽດນາມ. ຂ້າພະເຈົ້າຢາກໄດ້ຮູ້ຂໍ້ມູນຂ່າວຕື່ມອີກກ່ຽວກັບບັນດາສະຖານທີ່ນັ້ນຢູ່ ຫວຽດນາມ ໄດ້ບໍ່?”
ເພື່ອນ ຄຳເບັ່ງ ອິນທະວົງສາ ທີີ່ຮັກແພງ, ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດຍ້ອນບັນດາທິວທັດທຳມະຊາດຂອງ ຫວຽດນາມ ໄດ້ຮັບການຖ່າຍທຳໃນຟິມຮູບເງົາຂອງ Hollywood ແລະ ດຶງດູດໄດ້ຄວາມສົນໃຈຂອງມະຫາຊົນ. ໃນຟິມຮູບເງົາມີສະຖານທີ່ທຳເຊິ່ງໄດ້ຖ່າຍທຳຢູ່ ຮ້າລອງ, ນິງບິ່ງ (ພາກເໜືອ) ແລະ ກວາງບີ່ງ (ພາກກາງ) ຂອງຫວຽດນາມ ກວມເຖິງ 70%. ພິເສດ, ໃນເຂດທັດສະນີຍະພາບທ່ອງທ່ຽວ ຈ່າງອານ (ແຂວງ ນິງບິ່ງ) ມີສະຖານທີ່ທ່ອງທ່ຽວເຊິ່ງແມ່ນເຂດຖ່າຍທຳຟິມຮູບເງົາດັ່ງກ່າວ. ຜູ້ກຳກັບການສະແດງຂອງຟິມຮູບເງົາ, ທ່ານ Jordan Vogt – Roberts ກໍ່ໄດ້ຮັບເຊີນເປັນທູດທ່ອງທ່ຽວຫວຽດນາມ ອາຍຸການ 2017-2020 ຢູ່ຕະຫຼາດ ອາເມລິກາ ແລະ ອັງກິດ. ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວແລ້ວ, ທ່ານ Jordan Vogt – Roberts ທູດທ່ອງທ່ຽວຫວຽດນາມ ຄາດວ່າ ຈະເຂົ້າຮ່ວມບັນດາການເຄື່ອນໄຫວໂຄສະນາ, ສົ່ງເສີມການທ່ອງທ່ຽວຫວຽດນາມໂດຍຜ່ານບັນດາການເຄື່ອນໄຫວສື່ມວນຊົນ, ສິລະປະ ແລະ ບັນດາການເຄື່ອນໄຫວອື່ນໆ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.