ທົບທວນຄືນບັນດາຜົນງານທີ່ພົ້ນເດັ່ນໃນ ການພົວພັນລະຫວ່າງ ​ຫວຽດ​ນາມ - ລາວປີ 2015

(vovworld) - ປີ 2015, ການ​ພົວ​ພັນ​ຮ່ວມ​ມືລະ​ຫວ່າງ​ຫວຽດ​ນາມ - ລາວ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ຮອບ​ດ້ານ​ພໍ​ສົມ​ຄວນ​ໃນ​ທຸກ​ຂົງ​ເຂດເຊັ່ນ: ດ້ານການ​ເມືອງ, ການ​ທູດ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ພາກ​ພື້ນ ແລະ ສາ​ກົນ… ບັນ​ດາໝາກ​ຜົນ​ທີ່​ບັນ​ລຸ​ໄດ​້​ໃນ​ຂົງ​ເຂດ​ເຫຼົ່າ​ນັ້ນໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທ​ດ​ຈິງ ໃຫ້​​ແກ່ການ​ພັດ​ທະ​ນາ​ລວມ​ຂອງ 2 ປະ​ເທດ​ຫວຽດ​ນາມ - ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ມື້ນີ້, ບັນ​ນາ​ທິ​ການ VOV ຂໍ​ທົບ​ທ​ວນ​ຄືນ​ບັນ​ດາ​​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ປີ 2015.


ທົບທວນຄືນບັນດາຜົນງານທີ່ພົ້ນເດັ່ນໃນ ການພົວພັນລະຫວ່າງ ​ຫວຽດ​ນາມ - ລາວປີ 2015 - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫຼອ​ງ​ສະ​ໜາມ​ບິນ​ສາ​ກົນ ອັດ​ຕະ​ປື)

      ສຳ​ລັບ​ການ​ພົວ​ພັນ​ທາງ​ການ​ທູ​ດ: 2 ຝ່າຍ​ໄດ້​ຕັ້ງ​ໜ້າ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຂອງ​ການ​ນຳ​ 2 ປະ​ເທດ​ ແລະ ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ທີ 37 ຂອງ​ຄ​ະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລ​າວ (ດຳ​ເນີນ​ໃນ​ເດືອນ 01/2015 ຢູ່​ຮ່າ​ໂນ້ຍ) ຢ່າງ​ມີ​ປະ​ສິດ​ທິ​ຜົນ. ​ປີ 2015, 2 ຝ່າຍ​ໄດ້​ແລກ​ປ່ຽນ​​ບັນ​ດາຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ​ຫຼາຍ​ຄະ​ນະ, ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ: ການຢ້ຽມ​ຢາມ​ຫວຽດ​ນາມຢ່າງ​ເປັນ​ທາງ​ການ ​ຂ​ອງ​ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້ ​ໃນ​ລະ​ຫວ່າງວັນ​ທີ 28/03 – 04/4/2015 ເນື່ອງ​ໃນ​ໂອ​ກາ​ດ​ທີ່​ທ່ານ​ນາງ​ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 132; ​ແລະ​ການມາ​ຢ້ຽມ​ຢາມ​ຫວຽ​ດ​ນາມ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ 30/04 ຂອງ​ທ່ານ​ຜູ​້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ, ​ຮອງປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ. ແລະ​ການ​ຢ້ຽ​ມ​ຢາມລາວ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ໃນ​ໂອກາດເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫຼອ​ງ​ສະ​ໜາມ​ບິນ​ສາ​ກົນ ອັດ​ຕະ​ປື, ແຂວງ ອັດ​ຕະ​ປື, ທາງ​ພາກ​ໃຕ້​ຂອງ​ລາວ. ​ນະ​ທີ່ນີ້ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕິ໋ນ​ຊາງ ໄດ້​ເນັ້ນ​ໜັກ​ວ່າ.

        “ສະ​ໜາມ​ບິນ​ສາ​ກົນ​ອັດ​ຕະ​ປື ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ການ​ອອກ​ແບບທີ່ທັນ​ສະ​ໄໝ ຈະ​ປະ​ກອບ​ສ່ວນ​ຍົກ​ສູງ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ແຂວງ​ອັດ​ຕະ​ປື. ສະ​ໜາມ​ບິນນີ້ ບໍ່​ພ​ຽງ​ແຕ່​ປະ​ກອບ​ສ່ວນສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ໄປ​ມາ​ລະ​ຫວ່າງ​ແຂວງ​ອັດ​ຕະ​ປື ກັບ​ທ້ອງ​ຖີ່ນ​ຕ່າງໆ​ຂອງ​ລາວ ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ລາວ - ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອີກ​ດ້ວຍ, ສ້າງ​ຄວາມ​ສະ​ດວກ​ໃຫ້​​ແກ່ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອ​ບ​ສ່ວນ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ, ການ​ຄ້​າ, ການ​ລົງ​ທຶນ​ກັບ​ເຂດ​ພາກ​ໃຕ້​ຂອງ​ລາວ​ອີກ​ດ້ວຍ”.

        ກ່ຽວ​ກັບ​ການ​ພົວ​ພ​ັນ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ: 2 ຝ່າຍ​ໄດ​້​ລົງ​ນາມ​ໃນ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄລ​ຍະ 2015 – 2020, ສົມ​ທົບ​ກັນ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍດ​້ານ​ສັງ​ຄົມ​ຢູ່​ແຕ່​ລະ​ປະ​ເທດ, ສະ​ກັດ​ກັ້ນ​ບັນ​ດາ​ກົນ​ອຸ​ບາຍ ແລະ ການ​ເຄື່ອນ​ໄຫວ​ມ້າງ​ທຳ​ລາຍ​ຂອງ​ບັນ​ດາ​​ອິດ​ທິກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. 2 ຝ່າຍ​ຕັ້ງ​ໜ້າ​ສົມ​ທົບ​ກັນ​ສ້າງ​ແຜນ​ສັງ​ລວມ​ກ່ຽວ​ກັບ​ໂຄງ​ການ​ປັກ​ຫຼັກ​ໝາຍ​ຖີ່ ແລະ ບູ​ລະ​ນະ​ລະ​ບົບ​ຫຼັກ​ໝາຍ​ຊາຍ​ແດນ​ຫວຽດ​ນາມ - ລາວ.


ທົບທວນຄືນບັນດາຜົນງານທີ່ພົ້ນເດັ່ນໃນ ການພົວພັນລະຫວ່າງ ​ຫວຽດ​ນາມ - ລາວປີ 2015 - ảnh 2
(ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​
ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ​ຫວຽດ​ນ​າມ ຫວູ​ຮຸຍ​ຮ່​ວາງ)

        ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ​ການ​ລົງ​ທຶນ, ການ​ຄ້າ: ຫວຽດ​ນາມ ສືບ​ຕໍ່​ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ 3 ຢູ່​ລາວ. ໄລ່​ຮອດ​ເດືອນ 11/2015, ຫວຽດ​ນາມ ໄດ້​ສະ​ໜອງ 9 ໂຄງ​ການ​ໃໝ່, 9 ໂຄງກ​ານ​ເພີ່ມ​ເງິນ​ລົງ​ທຶນ​ໃຫ້​ລາວ, ​ດ້ວຍຍອດ​​ຈຳ​ນວນເງິນ​ລົງ​ທຶນ​ໃໝ່ ແລະ ເພີ່ມ​ຂຶ້ນ​ແມ່ນ 166 ລ້ານ USD. ສິ່ງ​ທ​ີ່​ໜ້າ​ສົນ​ໃຈ​ແມ່ນ, ໃນ​ເດືອນ 03/2015, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ຫວຽດ​ນາມ - ລາວ ສະ​ບັບ​ໃໝ່. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ​ຫວຽດ​ນ​າມ ຫວູ​ຮຸຍ​ຮ່​ວາງ ໃຫ້​ຮູ້​ກ່ຽວ​ກັບ​ລັກ​ສະ​ນະ​ພິ​ເສດ​ໃນ​ສັນ​ຍາ​ນີ້​ວ່າ.

        “2 ຝ່າຍ​ໄດ້​ສະ​ຫງວນໃຫ້​ກັນ​​ບັນ​ດາ​ບຸ​ລິ​ມະ​ສິດ​ດ​້ານ​​​ປະ​ລິ​ມານປະ​ເພດສິນ​ຄ້າ​​, ​ກໍ​ຄືຮັບ​ບຸ​ລິ​ມະ​ສິດ​ດ້ານ​ພາ​ສີ, ຫັນ​ລະ​ບຽບ​ການດ​້ານ​ການ​ຄ້າ​ເປັນ​ສະ​ດວກ, ເພື່ອ​ເຮັດ​ແນວ​ໃດ​ໃຫ້ສິນ​ຄ້າ​ຂອງ​ລາວ ນຳ​ເຂົ້າ​ຫວຽດ​ນາມ ​ກໍ​ຄື​ໃຫ້​ສິນ​ຄ້າ​ຂອງ​ຫວຽດ​ນາມ ເຂົ້​າ​ຕະ​ຫຼາດ​ລາວ ໃນ​ໄລ​ຍະ​ໄວ​ທີ່​ສຸດ, ສະ​ດວກ​ທີ່​ສຸດ. ສັນ​ຍານີ້ກໍ​ຊີ້​ແຈ້​ງ, ໄປ​ຄ​ຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ, 2 ຝ່າຍ​ຍັງ​ສົ່ງ​ເສີມ​​ວິ​ສ​າ​ຫະ​ກິດ 2 ປະ​ເທດ​ຄົ້ນ​ຄວ້າ​, ຊອກ​ຫາ​ກາ​ລະ​ໂອ​ກາ​ດ​ລົງ​ທຶນ​ໃນ​ຂ​ົງ​ເຂດ​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ ແລະ ເພີ່ມ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ. 2 ຝ່າຍ​ມີ​ທ່າ​ໄດ້​ບຽບ​ໃນ​ການ​ເພີ່​ມ​​ປະ​ລິ​ມານ​ສິນ​ຄ້​າ​ ແລະ ຕອບ​ສະ​ໜອງ​ຄວາມ​ຕ້ອ​ງ​ການ​ຂອງ 2 ປະ​ເທດ ແລະ ​ສາ​ມາດຈະ​ສົ່ງ​ໄປ​ຍັງ​ປະ​ເທດ​ທີ 3 ໄດ້”.

        ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ: ນັບ​ແຕ່​ປີ 2011 – 2015 ຈຳ​ນວນ​ນັກ​ສຶກ​ສາ​ລາວມາຮ່ຳ​ຮຽນ​ຢູ່​ ຫວຽດ​ນາມໄດ້​ເພີ່ມ​ຂືຶ້ນໃນ​ແຕ່​ລະ​ປີ​, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕ້ອງ​ການ​ໃນ​ການ​ຮ່ຳ​ຮຽນ​ ແລະ ກໍ່ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ພິ​ເສດ​ແມ່ນ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

        ​ຄຽງ​ຂ້າງການ​ຮ່ວມ​ມືຫຼາຍຝ່າຍ, ຫວຽດ​ນາມ ແລະ ລາວໄດ້​ຍູ​້​ແຮງ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ອາ​ຊຽນ, ​ພາກ​ພື້ນ ແລະ ສາ​ກົນ. 2 ປະ​ເທດ​ເພີ່ມ​ທະ​ວີ ແລະ ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ເປັນ​ປະ​ຈຳ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ; ສົມ​ທົບ​ກັນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່: ASEAN, CLV, CLMV, ACMECS, GMS, ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ເວ​ທີ​ປາ​ໄສ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ