(ນ້ຳຕົກຕາດ ບານຢົກ)
ໃນອາທິດຜ່ານມາ, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ໄດ້ຮັບໂທລະສັບ, ອີແມວ, ຈົດໝາຍຈາກຜູ້ຟັງລາວ ທີ່ສົ່ງມາລາຍການ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
ໃນອາທິດຜ່ານມາ, ເພື່ອນ ພັນນີ ຢູ່ນະຄອນຫລວງ ວຽງຈັນ, ໄດ້ໂທລະສັບຫາລາຍການຖາມວ່າ:
(ເພື່ອນ ພັນນີ ຢູ່ນະຄອນຫລວງ ວຽງຈັນ)
ເພື່ອນ ພັນນີ ທີ່ຮັກແພງ, ກ່ອນອື່ນໝົດພວກຂ້າພະເຈົ້າຂໍຂອບໃຈເພື່ອນທີ່ໄດ້ໂທລະສັບມາລາຍການ ແລະ ມີຄວາມສົນໃຈເຖິງທັດສະນີຍະພາບຂອງ ຫວຽດນາມ, ພິເສດແມ່ນຕາດ ບານຢົກ. ເພື່ອນ ພັນນີ ແລະ ທ່ານຜູ້ຟັງທີ່ເຄົາລົບ ນ້ຳຕົກຕາດ ບານຢົກ ແມ່ນໜຶ່ງໃນບັນດານ້ຳຕົກຕາດສວຍງາມທີ່ສຸດຢູ່ ຫວຽດນາມ, ສັງເກດຈາກທາງໄກ ກໍ່ເຫັນໄດ້ຄວາມໃຫຍ່ໂຕມະໂຫຖານ ແລະ ສວຍງາມຂອງຕາດ ບານຢົກ. ນ້ຳຕົກຕາດ ບານຢົກ ນອນໃນເຂດຊາຍແດນລະຫວ່ງ ຫວຽດນາມ ແລະ ຈີນ ຂຶ້ນກັບແຂວງ ກາວບັ່ງ. ນ້ຳຕົກຕາດ ບານຢົກ ແມ່ນສະຖານທີ່ທ່ອງທ່ຽວ, ເຖິງຢ່າງໃດກໍ່ຕາມ ບົນເສັ້ນທາງຈາກ ຮ່າໂນ້ຍ ໄປຕາດ ບານຢົກ ເພື່ອນສາມາດແວ່ຢາມສະຖານທີ່ທ່ອງທ່ຽວອີກຈຳນວນໜຶ່ງຄື: ວັດ ເຟິດຕິກຈຸກເລີມບານຢົກ, ໜອງ ທາງແຮນ, ຖ້ຳ ເງື່ອມງາວ, ຖ້ຳ ປັກບໍ໋. ນ້ຳຕົກຕາດ ບານຢົກ ຫ່າງໄກຈາກ ຮ່າໂນ້ຍ ປະມານ 370 ກມ. ບົນເສັ້ນທາງໄປທ່ຽວ ເພື່ອນຈະຜ່ານເທດສະບານເມືອງ ຈູງແຄ໋ງ ຫລັງຈາກນັ້ນຈຶ່ງໄປຮອດນ້ຳຕົກຕາດ ບານຢົກ, ເພື່ອນຄວນຈ່ອງຫ້ອງນອນ ແລະ ຝາກເຄື່ອງຂອງຢູ່ໂຮງແຮມ ທີ່ເທດສະບານ ຈູງແຄ໋ງ ກ່ອນ, ຫລັງຈາກນັ້ນ ຈຶ່ງໄປຢ້ຽມຢາມນ້ຳຕົກຕາດ ບານຢົກ, ພາຍຫລັງຢ້ຽມຢາມຕາດແລ້ວ ມາຮັບຫ້ອງນອນທີ່ໂຮງແຮມ. ຖ້າຍັງມີເວລາ ເພື່ອນສາມາດໄປຢ້ຽມຢາມຖ້ຳ ເງື່ອມງາວ ກໍ່ໄດ້. ຫວັງວ່າ ເພື່ອນ ແລະ ຄອບຄົວຈະມີຄວາມປະທັບໃຈອັນດີງາມ ແລະ ຮູ້ສຶກມີຄວາມໝາຍທີ່ສຸດ ເມື່ອມາຢ້ຽມຢາມ ຫວຽດນາມ ໃນໂອກາດພັກແລ້ງຈະມາເຖິງ.
ສ່ວນໃນອີແມວຂອງເພື່ອນ ເບັ້ນ ພິມມະສອນ, ນະຄອນຫລວງ ວຽງຈັນ ຂຽນວ່າ: ຂ້າພະເຈົ້າຮູ້ວ່າ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ ແຕ່ຂ້າພະເຈົ້າຢາກຮູ້ລະອຽດວ່າ ປີນີ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະເລີ່ມຕົ້ນແຕ່ມື້ໃດຫຮອດມື້ໃດ ກໍ່ຄືຢາກຮັບຟັງແນະນຳບາງຈຸດກ່ຽວກັບບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໄດ້ບໍ?
ເພື່ອນ ເບັ້ນ ພິມມະສອນ ທີ່ຮັກແພງ! ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ ແມ່ນບຸນສຳຄັດທີ່ສຸດໃນປີ. ບຸນປະຈຳຊາດຂອງຊາວ ຫວຽດນາມ ເຄີຍ ເລີ່ມຕົ້ນແຕ່ວັນທີ 30 ເດືອນ 12 ຫາວັນທີ 3 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ແຕ່ປີນີ້, ເດືອນ 12 ພັດບໍ່ຄົບວັນ 30, ດັ່ງນັ້ນ ບຸນເຕັດຈະເລີ່ມຕົ້ນແຕ່ວັນທີ 29 ເດືອນ 12 ຫາວັນທີ 3 ເດືອນຈຽງ (ແມ່ນວັນທີ 7 ຫາວັນທີ 10 ເດືອນ ກຸມພາ ຕາມສຸລິຍະປະຕິທິນ). ໃນຊຸມວັນບຸນເຕັດ, ບັນດາສະມາຊິກໃນຄອບຄົວເຕີຍເຕົ້າໂຮມກັນຢ່າງຄົບໜ້າພໍຕາໄປຢ້ຽມຢາມຖາມຂ່າວຍາດຕິພີ່ນ້ອງ, ອວຍພອນປີໃໝ່ ແລະ ບູຊາບັນພະບຸລຸດ… ຢາກມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບຸນເຕັດຂອງຊາວ ຫວຽດນາມ, ເຊີນທ່ານຕິດຕາມຮັບຟັງ ແລະ ອ່ານບັນດາບົດຂຽນກ່ຽວກັບບຸນເຕັດຂອງພວກຂ້າພະເຈົ້າໃນເວັບໄຊ vovworld.vn. ໃນໂອກາດບຸນເຕັດຂອງ ຫວຽດນາມ ເດີ.
ເພື່ອນ ອາລູນາ ຄຳຮຸງ, ແຂວງ ຊຽງຂວາງ ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮູ້ວ່າ ຫວຽດນາມ ແລະ ລາວ ມີການຮ່ວມມືຫລາຍຢ່າງໃນຂົງເຂດດ້ານສາທາລະນະສຸກ, ສະແດງໃຫ້ເຫັນດ້ວຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ລາວ ກໍ່ສ້າງໂຮງໝໍຢູ່ແຂວງ ຫົວພັນ ແລະ ແຂວງ ຊຽງຂວາງ. ຂໍລາຍການໃຫ້ຮູ້ຕື່ມ ກ່ຽວກັບ 2 ໂຄງການດັ່ງກ່າວ?
ເພື່ອນ ອາລູນາ ຄຳຮຸງ ທີ່ຮັກແພງ, ໂຄງການໂຮງໝໍມິດຕະພາບ ຫົວພັນ ແມ່ນໜຶ່ງໃນບັນດາໂຄງການຊ່ວຍເຫຼືອລ້າ ດ້ວຍຍອດຈຳນວນເງິນລົງທຶນຄາດວ່າຫລາຍທີ່ສຸດ ນັບແຕ່ກ່ອນມາຮອດປະຈຸບັນ ຊຶ່ງລັດຖະບານ ແລະ ປະຊາຊົນ ຫວຽດນາມ ສະຫງວນ ໃຫ້ລັດຖະບານ ແລະ ປະຊາຊົນ ລາວ. ໂຮງໝໍມິດຕະພາບ ຫົວພັນ ໂດຍແຂວງ ແທງຮ໋ວາ ຂອງ ຫວຽດນາມ ເປັນເຈົ້າພາບລົງທຶນມີຂອບຂະໜາດ 200 ຕຽງ. ໂຮງໝໍມິດຕະພາບ ຫົວພັນ ຈະແມ່ນບ່ອນປິ່ນປົວພະຍາດຕ່າງໆ ພິເສດແມ່ນບັນດາພະຍາດລະລາຍ, ໝາກໄຂ່ຫລັງ, ຫລອດປັດສາວະ. ສ່ວນໂຮງໝໍມິດຕະພາບ ຊຽງຂວາງ ແມ່ນໂຄງການພັດທະນາໂຄງລ່າງສາທາລະນະສຸກໃຫຍ່ທີ່ສຸດ ນັບແຕ່ກ່ອນມາຮອດປະຈຸບັນຂອງ ຫວຽດນາມ ຢູ່ພາກເໜືອ ລາວ, ໄດ້ຮັບການລົງທຶນກໍ່ສ້າງຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ລັດຖະບານ ແລະ ປະຊາຊົນ ລາວ. ດ້ວຍຍອດຈຳນວນເງິນລົງທຶນແມ່ນປະມານ 400 ຕື້ດົ່ງ ໂດຍແຂວງ ເງະອານ ເປັນເຈົ້າຂອງລົງທຶນ ດ້ວຍຂອບຂະໜາດ 200 ຕຽງ ແລະ ປະກອບ ພາຫະນະອຸປະກອນການແພດທີ່ທັນສະໄໝ ເພື່ອຮັບໃຊ້ໃຫ້ວຽກງານກວດ ແລະ ປິ່ນປົວພະຍາດໃຫ້ປະຊາຊົນແຂວງ ຊຽງຂວາງ. ໂຮງໝໍມິດຕະພາບ ຊຽງຂວາງ ແລະ ໂຮງໝໍມິດຕະພາບ ຫົວພັນ ໄດ້ຮັບການລົງມືກໍ່ສ້າງໃນຕົ້ນເດືອນ ມັງກອນ ປີ 2016 ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ ແລະ ສະເໝີຕົນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ປະຊາຊົນ ລາວ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com