ໃນຊຸມມືນີ້, ສອງປະເທດລາວ - ຫວຽດນາມ ພວມມຸ່ງໄປສູ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ, 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕາພາບການຮ່ວມມື ແລະ ປີແຫ່ງຄວາມສາມັກຄີ, ມິດຕະພາບລະຫວ່າງຫວຽດນາມ - ລາວ. ໃນເຂດດິນແດນ Dien Bien Phu ແຫ່ງປະຫວັດສາດນີ້, ປະຊາຊົນແຕ່ລະຄົນພວມເພີ່ມພູນຄຸນສ້າງຄວາມສາມັກຄີມິດຕະພາບນັ້ນ ດ້ວຍຄວາມສັດຊື່ບໍ່ລິສຸດກັບບັນດາແຂວງທາງພາກເໜືອຂອງລາວ.
ອ້າຍ ສົມພອນ ດີລີວົງ, ພະນັກງານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ແລະ ບັນດານັກສຶກສາລາວ ທີ່ພວມຮຽນພາສາຫວຽດນາມ ຢູ່ສູນສຶກສາບຳລຸງສ້າງປະຈຳແຂວງ Dien Bien ຮູ້ສຶກວ່າເມື່ອໄດ້ມາດຳລົງຊີວິດ, ແລະ ຮໍ່າຮຽນຢູ່ Dien Bien Phu ດິນແດນແຫ່ງປະຫວັດສາດນີ້ ແມ່ນຄວາມເປັນກຽດ, ແມ່ນຄວາມເອກອ້າງຖະນົງໃຈຂອງອ້າຍ. ບໍ່ພຽງແຕ່ຍ້ອນຄວາມເອົາໃຈໃສ່, ຄວາມໃກ້ຊິດສະໜິດສະໜົມຂອງຄູ່ອາຈານ ແລະ ບັນດາໝູ່ເພື່ອນໃນໂຮງຮຽນເທົ່ານັ້ນ, ຫາກອ້າຍຍັງຮູ້ສຶກວ່າເຂດດິນແດນ ແລະ ປະຊາຊົນຢູ່ທີ່ນີ້ມີຄວາມໃກ້ຊິດສະໜິດສະໜົມຄືດັ່ງປະຊາຊົນໃນປະເທດຂອງຕົນອີກດ້ວຍ.
“ແຕ່ດົນນານມາແລ້ວ, ຂ້າພະເຂົ້າເຄີຍໄດ້ຮັບຟັງວ່າ ລາວ - ຫວຽດນາມ ເປັນອ້າຍນ້ອງທີ່ໄດ້ອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍຢ່າງ. ດຽວນີ້, ໄດ້ມາຮຽນພາສາຫວຽດ ຢູ່ແຂວງ Dien Bien, ຂ້າພະເຈົ້າຍິ່ງມີຄວາມເຂົ້າໃຈໄດ້ວ່າ ເປັນຫຍັງຊາວຫວຽດນາມ ແລະ ລາວ ພັດມີຄວາມຮັກແພງກັນຄືແນວນັ້ນ. ຊາວຫວຽດນາມ ມີຄວາມດຸໝັ່ນຂະຫຍັນພຽນ, ເຮັດວຽກເກັ່ງ ແລະ ມີຄວາມໃກ້ຊິດສະໜິດສະໜົມ. ຂ້າພະເຈົ້າມັກຢູ່ແຂວງ Dien Bien ແລະ ຫວຽດນາມ ເພາະມັນຄ້າຍຄືຢູ່ບ້ານເກີດເມືອງນອນຂອງຕົນແທ້ ”.
ໃນເກືອບ 10 ປີທີ່ຜ່ານມາ, ປີໃດແຂວງ Dien Bien ກໍສະໜອງທຶນສຶກສາ ໃຫ້ແກ່ນັກສຶກສາລາວ ປະມານ 90 ຄົນ ມາຮໍ່າຮຽນພາສາຫວຽດ ເປັນເວລາ 1 ປີຢູ່ຫວຽດນາມ ແລະ ບຳລຸງສ້າງວິຊາຊີບໃຫ້ນັກສຶກສາເກືອບ 300 ຄົນ ຢູ່ບັນດາວິທະຍາໄລ, ໂຮງຮຽນວິຊາຊີບຊັ້ນກາງຢູ່ແຂວງເປັນເວລາ 3 ປີ. ປະຈຸບັນ, ແຂວງ Dien Bien ກໍສົ່ງນັກຮຽນ 25 ຄົນ ເຊິ່ງແມ່ນນັກຮຽນບັນດາເຜົ່າໃນແຂວງໄປຮໍ່າຮຽນຢູ່ມະຫາວິທະຍາໄລ ສຸພານຸວົງ ແຫ່ງປະເທດລາວ. ທ່ານ Le Van Quy, ຫົວໜ້າພະແນກສຶກສາບຳລຸງສ້າງ ແຂວງ Dien Bien ໃຫ້ຮູ້ວ່າ.
ທ່ານ Le Van Quy, ຫົວໜ້າພະແນກສຶກສາບຳລຸງສ້າງ ແຂວງ Dien Bien
( ພາບ: dienbien.edu.vn )
“ ພວກຂ້າພະເຈົ້າເຫັນວ່າ ເລື່ອງສືບຕໍ່ບຳລຸງສ້າງນັກສຶກສາໃຫ້ແກ່ບັນດາແຂວງທາງພາກເໜືອຂອງລາວ, ກໍຄືສືບຕໍ່ສົ່ງພະນັກງານ, ນັກຮຽນຂອງຫວຽດນາມ ໄປຮຽນຢູ່ແຂວງ ຫຼວງພະບາງ ແມ່ນວຽກງານທີ່ຈຳເປັນ ເພື່ອແນໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ທັງສອງຝ່າຍ. ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າຍັງແລກປ່ຽນຄະນະພະນັກງານ ຄຸ້ມຄອງ ແລະ ຄູສອນລະຫວ່າງແຂວງ Dien Bien ກັບ ແຂວງຫຼວງພະບາງ, ອຸດົມໄຊ, ພົງສາລີ ເພື່ອແລກປ່ຽນບົດຮຽນ, ຝຶກອົບຮົມແນໃສ່ຍົກສູງຄຸນນະພາບການສຶກສາເທື່ອລະກ້າວ ”.
ນອກຈາກການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດສຶກສາແລ້ວ, ນັບແຕ່ປີ 2006 ມາຮອດປະຈຸບັນ, ແຂວງ Dien Bien ຍັງຊ່ວຍເຫຼືອ 3 ແຂວງທາງພາກເໜືອຂອງລາວ ຄືແຂວງຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ ນັບ 10 ຕື້ດົງ ໃນບັນດາຂົງເຂດເສດຖະກິດສັງຄົມ. ສະເພາະປີ 2012 ນີ້, ແຂວງ Dien Bien ໄດ້ມອບ ກິດຈະກຳ ສະຫວັດດີການສັງຄົມໃຫ້ແຕ່ລະແຂວງລວມຍອດມູນຄ່າ 32 ຕື້ດົງ. ປະຈຸບັນບັນດາວິສາຫະກິດຂອງແຂວງ Dien Bien ໄດ້ຊຸກຍູ້ ແລະ ຜັນຂະຫຍາຍການລົງທຶນ, ຊ່ວຍເຫຼືອລາວ ໃນທຸກຂົງເຂດຄື; ພະລັງງານ, ໂລຫະ ແລະ ການບໍລິການ. ເພື່ອສືບຕໍ່ເສີມຂະຫຍາຍບັນດາຜົນງານດັ່ງກ່າວ, ທ່ານນາງ Lo Thi Thu, ຮອງຫົວໜ້າພະແນກການຕ່າງປະເທດໃຫ້ຮູ້ວ່າ.
“ໃນໄລຍະຈະມາເຖິງແຂວງ Dien Bien ພວກຂ້າພະເຈົ້າຈະສືບຕໍ່ຫັນເປັນລະອຽດ, ປະຕິບັດບັນດາເນື້ອໃນເຊິ່ງສອງພັກ, ສອງລັດ ໄດ້ລົງນາມ. ພ້ອມກັນປະຕິບັດວຽກງານໂຄສະນາສຶກສາປະຊາຊົນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ກໍ່ຄືການຮ່ວມມືຢ່າງຮອບດ້ານລະຫວ່າງຫວຽດນາມ ແລະ ລາວ ເວົ້າລວມ, ແລະ ແຂວງ Dien Bien ກັບບັນດາແຂວງທາງພາກເໜືອຂອງລາວເວົ້າສະເພາະໃນທຸກໆຂົງເຂດເປັນຢ່າງດີ. ທາງແຂວງກໍ່ສົ່ງຄະນະຜູ້ແທນໄປຍັງບັນດາແຂວງທາງພາກເໜືອຂອງລາວເພື່ອແລກປ່ຽນ, ຮໍ່າຮຽນເອົາບົດຮຽນເຊິ່ງກັນ ແລະ ກັນເປັນປະຈຳ ”.
ການພົບປະແລກປ່ຽນສີສັນວັດທະນະທຳຫວຽດນາມ - ລາວ
( ພາບຈາກອີນເຕີແນດ )
ໃນດວງໃຈຂອງອ້າຍສົມພອນ ແລະ ນັກສຶກສາລາວແຕ່ລະຄົນ, ຮ່າໂນ້ຍ - ວຽງຈັນ, Dien Bien - ພາກເໜືອຂອງລາວເວົ້າສະເພາະ ກໍ່ຄື ຫວຽດນາມ - ລາວ ເວົ້າລວມຍາມໃດກໍ່ມີຄວາມສາມັກຄີ, ໃກ້ຊິດສະໜິດສະໜົມ ແລະ ມີຄວາມຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.