ເພື່ອນຈິດຕະວົງ, ແຂວງ ອັດຕະປື ໄດ້ໂທລະສັບມາລາຍການໂດຍແບ່ງປັນວ່າ: ຂ້າພະເຂົ້າພ້ອມກັບຄອບຄົວຫາກໍ່ມາຢ້ຽມຢາມຫວຽດນາມ ກົງກັບໂອກາດງານບຸນໄຫວ້ພະຈັນຂອງຫວຽດນາມ. ຂ້າພະເຈົ້າໄດ້ພ້ອມກັບລູກເຂົ້າຮ່ວມຕ້ອນຮັບງານບຸນ ພ້ອມກັບບັນດາເພື່ອນຫວຽດນາມ ແລະ ໄດ້ເຂົ້າຮ່ວມບັນດາການລະຫຼີ້ນພື້ນເມືອງຂອງຫວຽດນາມ, ຜ່ານນີ້ຂ້າພະເຂົ້າກໍ່ຢາກໃຫ້ລູກຂອງຂ້າພະເຈົ້າເຂົ້າໃຈກວ່າກ່ຽວກັບງານບຸນ ໄຫວ້ພະຈັນ. ຜ່ານລາຍການ, ຂາ້ພະເຈົ້າຂໍອວຍພອນໃຫ້ບັນດາລູກຫຼານຊາວຫວຽດນາມ, ຕ້ອນຮັບບຸນໄຫວ້ພະຈັນຢ່າງເບີກບານມ່ວນຊື່ນ, ມີຄວາມອົບອຸ່ນພ້ອມກັບຄອບຄົວຂອງຕົນ.
ທ່ານຜູ້ຟັງທີ່ຮັກແພງ, ຈາກບັນດາປະເທດລາວ, ອິນໂດເນເຊຍ, ເຢຍລະມັນ… ທ່ານຜູ້ຟັງກໍ່ຍັງສືບຕໍ່ຝາກຈົດໝາຍ, ໂທລະສັບມາຫາລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, VOV ອວຍພອນຜົນສຳເລັດໃນທຸກຂົງເຂດຂອງລັດຫວຽດນາມຄື: ໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 1 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ບັນດາຜົນງານດ້ານເສດຖະກິດ, ວັດທະນະທຳກໍ່ຄືກິລາ. ສຳລັບແວັບໄຊຂອງ VOV5, ມີຜູ້ຟັງບາງທ່ານໄດ້ແບ່ງປັນວ່າ ມັກອ່ານບັນດາບົດຂຽນໃນລາຍການຊົນນະບົດໃໝ່ສຸດ ດ້ວຍຫຼາຍຮູບແບບທີ່ດີ, ວິທີປະຕິບັດໃໝ່; ສ່ວນໃນລາຍການສີສັນ 54 ຊົນເຜົ່າຫວຽດນາມ, ທ່ານຜູ້ຟັງໃຫ້ຮູ້ວ່າ ສາມາດຄົ້ນຫາສິ່ງທີ່ປະທັບໃຈໄດ້ຫຼາຍຢ່າງກ່ຽວກັບປະເທດຊາດຫວຽດນາມ ຄື, ອາຫານການກິນ, ວັດທະນະທຳ, ຊາວຫວຽດນາມ…
ທ່ານຜູ້ຟັງທີ່ເຄົາລົບ, ຍັງມີຂ່າວໜຶ່ງຄາດວ່ານັກທ່ອງທ່ຽວ ແລະ ຜູ້ຟັງຫຼາຍຄົນມີຄວາມສົນໃຈນັ້ນແມ່ນ: ນັບແຕ່ວັນທີ 01/09, ຢູ່ອ້ອມໜອງ ຮ່ວານກ໋ຽມ ແລະ ເຂດອ້ອມຂ້າງ ຈະມີ wifi ໂດຍບໍ່ເສຍຄ່າ ເພື່ອຮັບໃຊ້ນັກທ່ອງທ່ຽວເມື່ອມາຢ້ຽມຢາມແຫ່ງນີ້. ຄາດວ່າ, ແຕ່ລະເທື່ອເມື່ອໃຊ້ wifi ໂດຍບໍ່ເສຍຄ່ານີ້, ພຽງແຕ່ເຂົ້າອີນເຕີິແນັດໄດ້ເວລາ 30 ນາທີເທົ່ານັ້ນ. ຫຼັງຈາກນັ້ນ wifi ຈະຖືກຕັດອັດຕະໂນມັດ ແລະ ຜູ້ໃຊ້ຕ້ອງເຂົ້າໃໝ່ຈຶງສືບຕໍ່ນຳໃຊ້ຕໍ່ໄປອີກ. ປະຊາຊົນ ແລະ ນັກທ່ອງທ່ຽວເຂົ້າ wifi ແມ່ນ “Free wifi UBNDTP HANOI”, ຫຼັງຈາກນັ້ນກົດເບີໂທລະສັບສ່ວນຕົວໃສ່ ແລ້ວກໍ່ສາມາດນຳໃຊ້ໄດ້ເລີຍ.
ເພື່ອນ ສຸກມະລີວົງ ແຂວງ ໄຊຍະບຸລີ ໄດ້ສົ່ງຈົດໝາຍຫາລາຍການໂດຍຖາມວ່າ: ໃນລາຍການຊົນນະບົດໃໝ່, ຂ້າພະເຈົ້າໄດ້ຮັບຟັງກ່ຽວກັບການພັດທະນາບັນດາຂະແໜງອາຊີບ, ທາງຄົມມະນາຄົມ, ວິທີປ່ຽນໃໝ່ໃນການພັດທະນາກະສິກຳ. ແຕ່ຂ້າພະເຈົ້າຍັງບໍ່ທັນເຂົ້າໃຈວ່າ ໂດຍອີງໃສ່ມາດຖານໃດເພື່ອຕີລາຄາວ່າແມ່ນຕາແສງບັນລຸໄດ້ມາດຖານ ຊົນນະບົດໃໝ່?
ເພື່ອນ ສຸກມະລີວົງ ທີ່ຮັກແພງ, ບັນດາມາດຖານແຫ່ງຊາດກ່ຽວກັບການພັດທະນາຊົນນະບົດໃໝ່, ເຊິ່ງທ່ານນາຍົກລັດຖະມົນຕີໄດ້ເຊັນຂໍ້ຕົກລົງປະກາດໃນເດືອນ 4/2009, ໄດ້ແບ່ງເປັນ 5 ໝວດຄື: ໝວດທີ 1 ແມ່ນມາດຖານກ່ຽວກັບ “ແຜນກຳນົດ ແລະ ປະຕິບັດແຜນກຳນົດ”. ໝວດທີ 2 ແມ່ນ “ພື້ນຖານໂຄງລ່າງເສດຖະກິດ - ສັງຄົມ” ດ້ວຍບັນດາມາດຖານຄົມມະນາຄົມ, ຊົນລະປະທານ, ໄພຟ້າ, ໂຮງຮຽນ, ພື້ນຖານດ້ານວັດຖຸ, ວັດທະນະທຳ, ຕະຫຼາດຊົນນະບົດ, ໄປສະນີ, ເຮືອນຢູ່ຂອງປະຊາຊົນ. ໝວດທີ 3 ແມ່ນ “ເສດຖະກິດ ແລະ ຈັດຕັ້ງການຜະລິດ”, ເຊິ່ງລວມມີມາດຕະຖານດ້ານລາຍຮັບ, ຄອບຄົວທຸກຍາກ, ໂຄງປະກອບແຮງງານ ແລະ ຮູບການຈັດຕັ້ງການຜະລິດ. ໝວດທີ 4 ແມ່ນ “ວັດທະນະທຳ - ສັງຄົມ - ສິ່ງແວດລ້ອມ” ເຊິ່ງລວມມີການສຶກສາ, ສາທາລະນະສຸກ, ວັດທະນະທຳ ແລະ ສິ່ງແວດລ້ອມ. ແລະ ມາດຖານສຸດທ້າຍແມ່ນໝວດກ່ຽວກັບ “ລະບົບການເມືອງ” ດ້ວຍ 2 ມາດຖານ: ລະບົບອົງການການເມືອງສັງຄົມໝັ້ນຂົງເຂັ້ມແຂງ ແລະ
ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ມາດຖານແຫ່ງຊາດໄດ້ກຳນົດບັນດາຄາດໝາຍຢ່າງລະອຽດທີ່ສຸດໃນຊີວິດສັງຄົມ, ການຜະລິດ, ການດຳລົງຊີວິດຢູ່ເຂດຊົນນະບົດ. ມີບັນດາມາດຖານທີ່ມີລັກສະນະເປັນຮູບຮ່າງຄື: ລະບົບຕາໜ່າງໄພຟ້າ, ທາງຄົມມະນາຄົມ, ສຸກສາລາ, ລາຍຮັບ, ເຮືອນຢູ່, ແຕ່ກໍມີບັນດາມາດຖານກໍມີລັກສະນະບໍ່ເປັນຮູບຮ່າງຄື: ອັດຕາສ່ວນສຳເລດການສຶກສາພາກບັງຄັບ, ຄົນງານໄດ້ຮັບການບຳລຸງສ້າງ, ການເຂົ້າຮ່ວມປະກັນສຸຂະພາບ, ບັນດາໝູ່ບ້ານບັນລຸມາດຖານບ້ານວັດທະນະທຳ...
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.