ລົງທຶນເຂົ້າລາວ: ຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ

(vovworld) - ເຖິງວ່າການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິ​ດ​ຫວຽດ​ນາມ ຢູ່​ລາວ ຫາກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ຊຸມ​ປີ​ກ່ອນນີ້. ແຕ່​ກຳ​ລັງຄວາມ​ດຶງ​ດູດ​ຈາກ​ຕະ​ຫຼາດນີ້​ “ນັບ​ມື້​ນັບ​ແຮງກວ່​າ”. ບັນ​ດາ​ຜົນ​ສຳ​ເລັດ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຫຼາຍ​ແຫ່ງ ໃນ​ຂົງ​ເຂດດ​ຳ​ເນີນ​ທຸ​ລະ​ກິດ​ພວມ​​ເປັນ​ກາ​ນ​ຊຸກ​ຍູ້​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ຫວຽດ​ນາມ ຄື: ທະ​ນາ​ຄານ, ໂທ​ລະ​ຄົມ​ມະ​ນາ​ຄົມ, ບໍ​ລິ​ສັດ​ການ​ບິນ… ຫັນ​​ມາ​ລົງ​ທຶນ​ຢູ່​ລາວ ນັບ​ມື້​ນັບ​ຫຼາຍກວ່າ. ໃນ​ນັ້ນ, ແຫຼ່​ງ​ເງິນ​ລົງ​ທຶນ​ຂອງຫວຽດ​ນາມ ​ເຂົ້າ​ຕະ​ຫຼາດນີ້​ໃນ​ໄລ​ຍະ​​ຜ່ານ​ມາ​ກໍ​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ.


ລົງທຶນເຂົ້າລາວ: ຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ - ảnh 1
(ທ່ານ ຟ້າມກວາງ​ຟຸ໋ກ, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ Sacombank ປະ​ຈຳ​ລາວ)

ລາວ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ການ​ພົວ​ພັນ​​ດ້ານ​ການ​ທ​ູ​ດ​ອັນ​ດີ​ງາມ​ກັບ​ຫວຽດ​ນາມ, ແມ່ນ​ປະ​ຕູ​ສຳ​ຄັນ​ເພື່ອ​ແຊກ​ຊຶມ​ເຂົ້າ​ຕະ​ຫຼາດ​ໃຫຍ່​ຂອງອະ​ນຸ​ພາກ​ພື້ນ​ອາ​ຊີ. ປະ​ຈ​ຸ​ບັນ​, ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່​ລາວ ພວມ​ຢືນ​ອັນ​ດັບ​ 3, ສະ​ນັ້ນ, ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ກາ​ນ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ມີ​ຄວາມ​ຟົດ​ຟື້ນ​ທີ່​ສຸດ. ໃນ​ນັ້ນ, ພົ້ນ​ເດັ່​ນ​ຄື​ທະ​ນາ​ຄານ Sacombank​. ທ່ານ ຟ້າມກວາງ​ຟູ໋ກ, ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ Sacombank ປະ​ຈຳ​ລາວ, ໃຫ້​ຮູ້​ວ່າ.

        “Sacombank ສາ​ຂາ​ຢູ່​ລາວ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ວັນ​ທີ 12/12/2008, ວັນ​ທີ 03/08/2015 Sacombank ໄດ້​ດຳ​ເນີນ​ການ​ຍົກ​ລະ​ດັບ​ສາ​ຂາ​ຢູ່​ລາວ ໃຫ້​ກາຍ​ເປັນ​ທະ​ນາ​ຄານ​​ລູກ​ຖື​ຫຸ້ນ 100%. ຜ່ານ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 8 ປີ, Sacombank ລາວ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ເຕີບ​ໂຕ​ພໍ​ສົມ​ຄວນ, ນັບ​ມື້ນ​ັບ​ຢືນ​ຢັນ​ອິດ​ທິ​ພົນ​ຊື່​ສຽງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ລາວ ຜ່ານ​ການ​ສະ​ໜອງ​ບັນ​ດາ​ ມາດ​ຕະ​ການ​ແກ້​ໄຂ​ດ້ານ​ການ​ເງິນ​ຢ່າງ​ຮອບ​ດ້ານ ແລະ ບັນ​ດາ​ການ​ບໍ​ລິ​ການ​ທະ​ນາ​ຄານ​ ທັນ​ສະ​ໄໝ ທີ່​ສະ​ຫງວນ​ໃຫ້​ລູກ​ຄ້າ​​ເຊິ່ງ​ແມ່ນ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນທຸກ​ຊັ້ນ​ຄົນ​ຢູ່​ທ້ອງ​ຖິ່ນ ກໍ​ຄື ວົງ​ການ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ລາວ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​​ທີ່​ມີ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ”.

        ແຫຼ່ງ​ທຶນ FDI ຂອງ​ຫວຽດ​ນາມ ເຂົ້າ​ລາວ ນັບ​ມື້​ນັບ​ໄດ້​ເພີ່ມ​ຂຶ້ນ​​ຢ່າງ​ຕໍ່​ເນື່ອງໃນ​ໄລ​ຍະ 2011 – 2015, ນັບ​ທັງ​​ຈຳ​ນວນ​ໂຄງ​ການ ແລະ ຍອດ​ຈຳ​ນວນ​ເງິນ​ຈົດ​ທະ​ບຽນ. ໄລ່ຮອດ​ທ້າຍ​ເດືອນ 09/2016, ຫວຽດ​ນາມ ​ມີ 266 ໂຄງ​ການໄດ້​ຮັບ​ໜັງ​ສື​ອະ​ນຸ​ຍາດ​ລົງ​ທຶນ​ເຂົ້າ​ລາວ ​ ຈາກ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນ 5,1 ຕື້ USD, ​ທົບ 1,3 ເທົ່າ ​ເມື່ອ​​ທຽບ​ໃສ່​ປີ 2011 ກ່ຽວ​ກັບ​ຈຳ​ນວນ​ໂຄງ​ການ ແລະ ​ທົບ 1,26 ເທົ່າ ກ່ຽວ​ກັບຍອດ​ຈຳ​ນວນ​ເງິນ​ທຶນ; ລາວ ຢ​ືນ​ອັນ​ດັບ​ທີ 1 ໃນ​ຈຳ​ນວນ 64 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ມີ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ; ​ບັນ​ດາວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​​ລົງ​ທຶນ​ຢູ່ 16/18 ແຂວງ, ນະ​ຄອນ​ຂອງ​ລາວ. ທ່ານ​ປະ​ລິ​ຍາ​ເອກ ແບກ​ຫງອກ​ທັ໋ງ, ພະ​ແນກ​ແຜນ​ການ ແລະ ພັດ​ທະ​ນາ, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ ໃຫ​້​ຮູ້​ວ່າ.

        “ປະ​ຈຸ​ບັນ, ບັນ​ດາ​ຂົງ​ເຂດ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່​ລາວ ຕົ້​ນ​ຕໍ​ແມ່ນ​ພະ​ລັງ​ງານ, ກາ​ນ​ບໍ​ລິ​ການ, ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​ກຳ - ປ່າ​ໄມ້, ຂຸດ​ຄົ້ນ​ບໍ່​ແຮ່, ທະ​ນາ​ຄານ… ຫວຽດ​ນາມ ແມ່ນ 1 ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່ ມີ​​ລະ​ດັບ​ຍຸດ​ທະ​ສາດ​ຂອງ​ລາວ ແລະ ມີ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ລ​າວ. 2 ປະ​ເທດ ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອ​ງ​ພິ​ເສດ. ສະ​ນັ້ນ, ລັດ​ຖະ​ບານ​ລາວ ກໍ​ສະ​ໜັບ​ສະ​ໜູນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ທີ່ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ​ທີ່​ສຸດ”.

        ມີ​ຫຼາຍ​ໂຄງ​ການ​ລົງ​ທຶນ​​ເຂົ້າ​ລາວ ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ຂອງ​ຫວຽດ​ນາມ ໄດ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ຜົນ​ປ​ະ​ໂຫຍດ​ຢ່າງ​ແທ​ດ​ຈິງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​ຂອງ​ລາວ, ປະ​ກອບ​ສ່ວນ​ເພີ່ມ​ລາຍ​ຮັບ​ງົບ​ປະ​ມານ​​ໃຫ້​ລັດ​ຖະ​ບານ​ລ​າວ ປະ​ມານ 240 – 260 ລ້ານ USD/ປີ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​​ຜູ້​ອອກ​ແຮງ​ງານ 35.000 ຄົນ. ຄາດ​ວ່າ, ໃນ​ປີ 2017, ຕົວ​ເລກນີ້​ຈະ​ບັນ​ລຸ 350 – 400 ລ້ານ USD/ປີ, ສ້າ​ງວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ລາວ​ ປະ​ມານ 45.000 ຄົນ ແລະ ​ຈະສືບ​ຕ​ໍ່​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໄປ. ໃນ​ການ​ພົບ​ປ​ະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ຢູ່​ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ, ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດ​າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ພວມ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ລາວ.

(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ)

        ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ລາວ ບໍ່​ພຽງ​ແຕ່​ແມ່ນ​ການເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ​​​ເຊິ່ງ 2 ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​​ຍາມ​ໃດ​ກໍ​ຖືປະ​ເທດ​ລາວ ອ້າຍ​ນ້ອງເປັນ​ສຳ​ຄັນ ແລະ ປ​າດ​ຖະ​ໜາ​​ຢ​າກ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທດ​ລາວ ອີ​ກ​ດ້ວຍ. ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມ​ັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢ່າງບໍ່​ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ