(vovworld) – ໃນອາທິດຜ່ານມາ, ໃນຈົດໝາຍ, ອີແມວ, ໂທລະສັບສົງເຖິງລາຍການ, ຜູ້ຟັງ, ຜູ້ອ່ານລາວບາງຄົນໄດ້ມີຄວາມສົນໃຈເຖິງງານບຸນວິຫານ ຮູ່ງ, ລາຍການທ່ອງທ່ຽວຢູ່ ຫ້າລອງ ແລະ ນີ້ກໍ່ແມ່ນເນື້ອໃນຕົ້ນຕໍໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້.
ໃນອີແມວສົ່ງເຖິງລາຍການ, ເພື່ອນ ລໍຄຳໄຊ ໄດ້ຂຽນວ່າ: “ປະຈຸບັນ, ຂ້າພະເຈົ້າພວມຮຽນພາສາ ຫວຽດ ຢູ່ໂຮງຮຽນ T80 ຢູ່ເມືອງເຊີນໄຕ, ຮ່າໂນ້ຍ. ຍ້ອນວ່າຫາກໍ່ມາຮຽນພາສາ ຫວຽດ ບໍ່ໄດ້ເທົ່າໃດເດືອນ, ສະນັ້ນ ເລື່ອງເວົ້າພາສາ ຫວຽດນາມ ຂອງຂ້າພະເຈົ້າຍັງບໍ່ທັນໄດ້ດີປານໃດ, ດັ່ງນັ້ນ ໃນໂອກາດບຸນປີໃໝ່ລາວ ປີນີ້ ຂ້າພະເຈົ້າຢາກໄດ້ໄປທ່ອງທ່ຽວກັບໝູ່ເພື່ອນ ເພື່ອຊອກຮູ້ ກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ຫຼາຍກ່ວາ. ຍ້ອນເວລາພັກບໍ່ມີຫຼາຍ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງຢາກໄປທ່ອງທ່ຽວບ່ອນໃດທີ່ໃກ້ໆກັບໂຮງຮຽນ, ໃນທັນທີກໍ່ຄິດໄດ້ເລີຍວ່າ ວິຫານຮູ່ງ, ບ່ອນພວມຈັດຕັ້ງງານບຸນວິຫານຮູ່ງ. ຫວັງວ່າ, ບັນນາທິການພາກພາສາລາວ ຈະສະໜອງຂໍ້ມູນຂ່າວເພື່ອໃຫ້ຮູ້ຍານພະຫະນະໄປເຖິງວິຫານຮູ່ງ ແລະ ເມື່ອໄປຫາແຫ່ງນັ້ນແລ້ວ ຂ້າພະເຈົ້າຄວນໄປຢ້ຽມຢາມສະຖານທີ່ໃດແດ່?”
ວິຫານຮູ່ງ (ພາບປະກອບຈາກອີນເຕີເນັດ)
|
ເພື່ອນ ລໍຄຳໄຊ ທີ່ຮັກແພງ, ຖ້າຫາກເພື່ອນຢາກໄປຢ້ຽມຢາມວິຫານ ຮູ່ງ ຈາກເມືອງ ເຊີນໄຕ ເພື່ອນສາມາດໄປຕາມເສັ້ນທາງຄືດັ່ງນີ້: ຈາກ ເຊີນໄຕ ໄປຕາມທາງຫຼວງ 32C ຜ່ານຂົວ ຟອງເຈົາ ຮອດທາງສາມແຍກ ຕຽນກຽນ ລ້ຽວຂວາຕາມ ທາງຫຼວງ 32C ເຂົ້າບ່ອນຈອດລົດ, ນັ້ນແມ່ນໄປດ້ວຍລົດໂອໂຕ. ຖ້າຫາກວ່າ ເພື່ອນ ດ້ວຍລົດຈັກ ເພື່ອນອອກຈາກເຊີນໄຕ ໄປຕາມທາງຫຼວງ 32C ຮອດ ກມ4+500 ລ້ຽວຊ້າຍເຂົ້າທາງ 325 ຮອດວັດ ໂຕ໋ (ວິຫານຈີ່ງ), ຝາກລົດຢູ່ສະຖານທີ່ຈອດລົດໃກ້ກັບຄະນະກຳມະການປະຊາຊົນຕາແສງ ຮີເກືອງ ຫຼື ສະຖານທີ່ຈອດລົດໃກ້ກັບວັດ ໂຕ໋.
ເມື່ອໄປເຖິງວິຫານຮູ່ງແລ້ວ, ເພື່ອນສາມາດໄປຢ້ຽມຢາມ: ສຸສານຂອງເຈົ້າຊີວິດຮູ່ງ: ທີ່ໄດ້ຮັບຖືວ່າແມ່ນສຸສານຂອງເຈົ້າຊີວິດຮູ່ງອົງທີ 6. ສ່ວນຢ້ຽມຢາມວິຫານຫ້າ: ແມ່ນຈາກຕີນພູ ຮູ່ງ ໄປຜ່ານປະຕູໃຫຍ່ ຂຶ້ນຂັ້ນໄດໄປປະມານ 225 ຂັ້ນຈະໄປຮອດວິຫານ ຫ້າ ແລະ ວັດ ທຽນກວາງ. ວັດໄດ້ຮັບການກໍ່ສ້າງໃນສະຕະວັດທີ 15. ຢູ່ທາງໜ້າວິຫານ ຫ້າ ມີຕົ້ນໄມ້ໃຫຍ່, ບ່ອນນີ້ ປະທານ ໂຮ່ຈີມິນ ໄດ້ໂອ້ລົມກັບນັກຮົບຂອງກອງພົນປະຈັນບານທີ່ວ່າ “ບັນດາເຈົ້າຊີວິດຮູ່ງ ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ, ພວກເຮົາຕ້ອງພ້ອມກັນປົກປັກຮັກສາປະເທດຊາດ”. ທີ 3 ແມ່ນວິຫານຈູງ ເຊິ່ງແມ່ນບ່ອນບັນດາເຈົ້າຊີວິດຮູ່ງ ໄດ້ກໍ່ສ້າງບ່ອນພັກຜ່ອນ ແລະ ເຮັດວຽກ. ວິຫານເທື້ອງ, ແມ່ນບ່ອນ ທຸກຟ໋ານ ກໍ່ສ້າງແຜນສີລາສະບານຈະຮັກສາວິຫານ ແລະ ຮັກສາບັນດາຜົນງານເຈົ້າຊີວິດຮູ່ງ. ສຸດທ້າຍເພື່ອນແວ່ຢາມວິຫານ ຢ໋ຽງ, ໃນວິຫານນີ້ມີນ້ຳສ້າງງອກ (ແກ້ວມະນີ), ນ້ຳເຕັ້ມໃນ 4 ລະດູ.
ພາບປະກອບ
|
ສ່ວນໃນອີແມວສົ່ງເຖິງລາຍການ, ເພື່ອນ ວິໄລສຸກ ໄດ້ຕັ້ງຄຳຖາມກ່ຽວກັບການທ່ອງທ່ຽວດ້ວຍກ່ຳປັ່ນຢູ່ ຫ້າລອງ. ລາວຢາກຖາມລາຄາຂອງບໍລິການນີ້.
ເພື່ອນ ວິໄລສຸກ ທີ່ຮັກແພງ, ປະຈຸບັນ, ລາຍການທ່ອງທ່ຽວນອນໃນກ່ຳປັ່ນ ຢູ່ອ່າວຫ້າລອງ ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ສຸດ. ການທ່ອງທ່ຽວນອນໃນກ່ຳປັ່ນ ຈະນຳມາໃຫ້ແຂກທ່ອງທ່ຽວບັນດາຄວາມຮູ້ສຶກເຕັມໄປດ້ວຍຄວາມປະທັບໃຈໃນຍາມຄ່ຳຄືນຢູ່ອ່າວ ຫ້າລອງ, ແຂກທ່ອງທ່ຽວສາມາດເຂົ້າຮ່ວມບັນດາການເຄື່ອນໄຫວຄືລ່ອງເຮືອ ກາຢັກ, ອາບນ້ຳຢູ່ອ່າວ, ຊົມທິວທັດທຳມະຊາດຂອງອ່າວ ຫ້າລອງ ຢູ່ເທິງກ່ຳປັ່ນໃນຍາມສາຍັນ ຫຼື ຍາມອາລຸນ, ຕຶກປາມຶກໃນຍາມຄ່ຳຄືນ… ຄ່າບໍລິການນອນໃນກ່ຳປັ່ນຢູ່ອ່າວ ຫ້າລອງ ມີລາຄາຄືແນວນີ້ ສຳລັບກ່ຳປັ່ນມີມາດຖານ 5 ດາວຖ້າເພື່ອນພັກຜ່ອນ 2 ວັນ 1 ຄືນແມ່ນປະມານ 3.300.000 ດົ່ງ/ຄົນ. ສຳລັບກ່ຳປັ່ນມີມາດຖານ 4 ດາວຖ້າເພື່ອນພັກຜ່ອນ 2 ວັນ 1 ຄືນແມ່ນປະມານ 2.800.000 ດົ່ງ/ຄົນ. ສຳລັບກ່ຳປັ່ນມີມາດຖານ 3 ດາວຖ້າເພື່ອນພັກຜ່ອນ 2 ວັນ 1 ຄືນແມ່ນປະມານ 2.400.000 ດົ່ງ/ຄົນ… ຄ່າບໍລິການນີ້ອາດຈະມີການປ່ຽນແປງຕາມເດືອນ, ຕາມລະດູ. ຫວັງວ່າ, ບັນດາຂໍ້ມູນຂ່າວດັ່ງກ່າວຈະຊ່ວຍໃຫ້ເພື່ອນ ວິໄລສຸກ ມີການທ່ອງທ່ຽວເຕັ້ມດ້ວຍຄວາມປະທັບໃຈ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.