ໃນຈົດໝາຍຝາກມາຍັງລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ວັນໄຊ ຕະວິນຍານ - ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ລາວ ໄດ້ຂຽນວ່າ: “ຂ້າພະເຈົ້າຢາກຮູ້ກ່ຽວກັບວິທີຕັ້ງຊື່ຂອງຊາວ ຫວຽດນາມ. ຊາວ ຫວຽດນາມ ມັກຕັ້ງຊື່ຫຍັງ ແລະ ຄວາມໝາຍຂອງຊື່ນັ້ນຄືແນວໃດ, ທ່ານສາມາດຍົກຕົວຢ່າງບາງຊື່ມ່ວນໆ ແລະ ມີຄວາມໝາຍໃຫ້ຂ້າພະເຈົ້າຮູ້ໄດ້ບໍ່?... ຫວັງວ່າລາຍການຈະຕອບຄຳຖາມຂອງຂ້າພະເຈົ້າ”. ເພື່ອຕອບສະໜອງຕາມຄຳຖາມຂອງທ່ານ ວັນໄຊ ຕະວິນຍານ, ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກເຮົາຂໍແນະນຳວິທີຕັ້ງຊື່ຂອງຊາວ ຫວຽດນາມ ໃຫ້ທ່ານວັນໄຊ ເວົ້າສະເພາະ ແລະ ທ່ານຜູ້ຟັງລາວ ເວົ້າລວມໄດ້ຮັບຊາບ, ເຊີນທ່ານຕິດຕາມຮັບຟັງ.
ທ່ານ ວັນໄຊ ຕະວິນຍານ ທີ່ຮັກແພງ! ບັນດານັກຄົ້ນຄ້ວາຖືວ່າ: ຊື່ຂອງຊາວ ຫວຽດນາມ ເລີ່ມມີມາແຕ່ສະຕະວັດທີ 2 ກ່ອນ ຄສ ແລະ ນັບມື້ນັບສົມບູນກ່ວາ. ໃນຂະນະນັ້ນ, ມີບາງຄຳເຫັນພັດຖືວ່າ: “ຊາວ ຫວຽດນາມ ມີຊື່ ແລະ ນາມສະກຸນນັບແຕ່ຕົ້ນ ຄສ”. ໂດຍບໍ່ມີຫຼັກການລວມໃນການຕັ້ງຊື່, ແຕ່ສຳຫຼັບຈິດຕະສາດ ຂອງຊາວ ຫວຽດນາມ ແລ້ວ, ເລື່ອງຕັ້ງຊື່ແມ່ນມີຄວາມໝາຍສຳຄັນທີ່ສຸດຍ້ອນວ່າຊື່ຈະຕິດພັນກັບແຕ່ລະຄົນໃນຕະຫຼອດຊີວິດ. ນອກຈາກນັ້ນ, ຊາວ ຫວຽດນາມ ຍັງມີທັດສະນະວ່າ: ໂດຍອີງໃສ່ຊື່ນັ້ນ ເຂົາເຈົ້າຈຶ່ງໄດ້ຮັບຜົນສຳເລັດ ແລະ ມີຄວາມໂຊກດີ. ສາມາດອີງໃສ່ຈຸດພິເສດສະເພາະ, ເພດ, ສະພາບການຂອງຄອບຄົວ, ວົງຕະກຸນ, ບ້ານເກີດເມືອງນອນ, ສັງຄົມ ແລະ ຄວາມຫວັງຂອງຜູ້ຕັ້ງຊື່ທີ່ຢາກຝາກຝັງໄດ້ກັບຊື່ນັ້ນ. ຊື່ຂອງຊາວ ຫວຽດນາມ ລວມມີ 3 ພາກສ່ວນຕົ້ນຕໍ: ນາມສະກຸນ, ຊື່ປະກອບ, ຊື່ແທ້ ແລະ ເຄີຍໄດ້ຮັບການເລືອກເຟັ້ນຢ່າງລະອຽດລະອໍ ທັງດ້ານສຽງ ແລະ ຄວາມໝາຍ, ໃຊ້ເພື່ອຈຳແນກຜູ້ນີ້ກັບຜູ້ອື່ນ. ຈຸດພິເສດສະເພາະໂດຍພື້ນຖານ ແລະ ເປັນເອກະລັກສະເພາະຂອງຊື່ຊາວ ຫວຽດນາມ ເມື່ອທຽບໃສ່ຊື່ຂອງຊາວ ຈີນ, ສ ເກົາຫຼີ, ຍີ່ປຸ່ນ ນັ້ນແມ່ນຍາມໃດກໍ່ເອີ້ນຊື່ແທ້ ຫາກບໍ່ແມ່ນວ່າເອີ້ນນາມສະກຸນ.
ຕາມປົກກະຕິແລ້ວ, ຊື່ ແລະ ນາມສະກຸນຂອງຊາວ ຫວຽດນາມ ໄດ້ເອີ້ນ ແລະ ຂຽນຕາມລຳດັບ: ນາມສະກຸນ + ຊື່ປະກອບ + ຊື່ແທ້. ຕົວຢ່າງຄື: ຫງວຽນທິອ໋ຽນ (ໃນນັ້ນ ຫງວຽນ ແມ່ນນາມສະກຸນ, ທິ ແມ່ນຊື່ປະກອບ ແລະ ອ໋ຽນ ແມ່ນຊື່ແທ້)... ກ່ອນໜ້ານັ້ນ, ໃນສະໄໝສັກດີນາ, ຊື່ປະກອບທີ່ເຄີຍນຳໃຊ້ທີ່ສຸດສຳລັບເພດຊາຍແມ່ນ “ວັນ” ແລະ ສຳລັບເພດຍິງ ແມ່ນ “ທິ”, ຍາມໃດກໍ່ຕັ້ງຢູ່ລະຫວ່າງກາງນາມສະກຸນ ແລະ ຊື່ແທ້, ຕົວຢ່າງຄື: ເຈີ່ນທິນຸ ຫຼື ຫງວຽນວັນຢູຍ... ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນ, ບັນດາຊື່ປະກອບດັ່ງກ່າວບໍ່ໄດ້ຮັບຄວາມນິຍົມອີກ ຍ້ອນວ່າມັນບໍ່ມ່ວນຄືບັນດາຊື່ປະກອບອື່ນໆ. ຊື່ແທ້ແມ່ນຊື່ເອີ້ນຂອງແຕ່ລະຄົນ ແລະ ເພື່ອຈຳແນກກັບບຸກຄົນອື່ນໆ. ຊາວ ຫວຽດນາມ ຖືວ່າ: ຊື່ແທ້ແມ່ນພາກສ່ວນໜຶ່ງທີ່ສະໜິດຕິດພັນກັບຜູ້ທີ່ມີຊື່ນັ້ນ. ມີຄຳສຸພາສິດທີ່ວ່າ “ເບິ່ງໜ້າຕັ້ງຊື່”, ດັ່ງນັ້ນເມື່ອຕັ້ງຊື່ເຂົາເຈົ້າເຄີຍເລືອກເຟັ້ນຢ່າງລະອຽດ ແລະ ອີງໃສ່ຈຸດພິເສດສະເພາະ, ເພດ, ສະພາບຕົວຈິງຂອງຄອບຄົວ, ວົງຕະກຸນ, ບ້ານເກີດເມືອງນອນ, ສັງຄົມ, ຄວາມມຸ້ງຫວັງຂອງພໍ່ແມ່... ຫາກບໍ່ຕັ້ງຊື່ຕາມລຳພັງ.
ເລື່ອງຕັ້ງຊື່ມີຄວາມໝາຍດ້ານວັດທະນະທຳຫຼາຍຢ່າງ. ຊື່ບໍ່ພຽງແຕ່ເພື່ອເອີ້ນເທົ່ານັ້ນ ຫາກມັນຍັງສະແດງຄວາມຫວັງ, ຄວາມຝາກຝັງຂອງຄອບຄົວ ແລະ ວົງຕະກຸນ. ພໍ່ແມ່ຜູ້ໃດກໍ່ຢາກຕັ້ງຊື່ມ່ວນໆໃຫ້ລູກ ເພື່ອໃຫ້ຊີວິດຂອງລູກໃນອະນາຄົດມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ໄດ້ຮັບຄວາມເຄົາລົບ, ນັບຖືຈາກທຸກຄົນ.
ເພື່ອຢາກໃຫ້ລູກເຕົ້າມີຄວາມສວຍງາມ, ສະຫຼາດສະຫຼຽວ, ເຂັ້ມແຂງ ແມ່ນຕັ້ງຊື່ວ່າ: ຕ໋ວນ (ໝາຍເຖິງສະຫຼາດສະຫຼຽວ), ຢຸ້ງ (ພິລະອາດຫານ), ຮູ່ງ (ເຂັ້ມແຂງ), ຫວູ (ແຂງແຮງຄືສາຍລົມ)... ຖ້າຢາກໃຫ້ລູກຕົນຮຽນເກັ່ງ, ມີຄວາມປີຊາສາມາດ ຊາວ ຫວຽດນາມ ເຄີຍຕັ້ງຊື່ວ່າ: ລີງ (ມີຄວາມໄຫວພິບ), ເຮ້ວ (ຄວາມສວຍງາມ), ມິນ (ສະຫຼາດ), ຮ໋ຽວ (ກະຕັນຍູ)... ຖ້າຢາກໃຫ້ລູກເປັນຄົນໃຈດີມີໃຈບຸນ ພໍ່ແມ່ເຄີຍຕັ້ງຊື່ວ່າ: ອ໋າຍ (ລູກຮັກຂອງພໍ່ແມ່), ເຍີນ (ຄົນດີ), ດຶກ (ຄຸນສົມບັດ), ຮ໋ຽນ (ໃຈດີ), ແທ໋ງ (ບັນລຸຜົນສຳເລັດໃນທຸກໆວຽກງານ)... ຢາກໃຫ້ລູກເຕົ້າມີຊີວິດອິມໜຳສຳລານພໍ່ແມ່ເຄີຍຕັ້ງຊື່ວ່າ: ຮືງ (ຄວາມຈະເລີນຮູ່ງເຮືອງ), ຮວາ (ຄວາມງາມຂອງດອກໄມ້), ເວືອງ, ຟອງ (ສາຍລົມ), ຖີ້ງ (ຄວາມສີວິໄລ)... ຖ້າຢາກໃຫ້ລູກມີຄວາມຜາສຸກ, ສະຫງົບສຸກ ພໍ່ແມ່ເຄີຍຕັ້ງຊື່: ອານ ແລະ ຕິ້ງ (ໝາຍເຖິງຄວາມສະຫງົບ), ທ້ວນ (ເຮັດວຽກຫຍັງກໍ່ສະດວກ), ທົງ (ເຮັດວຽກສະດວກສະບາຍ)... ຢາກໜູນຊ່ວຍໃຫ້ລູກຍາມໃດກໍ່ບັນລຸຜົນງານໃນພາລະກິດຂອງຕົນ ພໍ່ແມ່ເຄີຍຕັ້ງຊື່ວ່າ: ຫງີ້, ເກືອງ, ຮ່ວາງ, ເຫຍີນ, ຮົ່ງ, ກຽນ...
ທ່ານຜູ້ຟັງທີ່ເຄົາລົບ, ພວກເຮົາຫວັງວ່າ: ຜ່ານບົດຂຽນນີ້ ພວກເພື່ອນຈະເຂົ້າໃຈສ່ວນໃດສ່ວນໜຶ່ງວິທີຕັ້ງຊື່ຂອງ ຊາວ ຫວຽດນາມ ກໍ່ຄືບັນດາຊື່ມ່ວນໆ ແລະ ມີຄວາມໝາຍ. ແລະຜ່ານນີ້ກໍ່ຫວັງວ່າທ່ານ ວັນໄຊ ຕະວິນຍານ ຈະເຂົ້າໃຈໄດ້ຄວາມໝາຍຊື່ຂອງບັນດາເພື່ອນຊາວ ຫວຽດນາມ ຂອງຕົນ. ທ່ານຜູ້ຟັງທີ່ເຄົາລົບ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໄດ້ສິ້ນສຸດລົງພຽງເທ່ົານີ້, ທ່ານຜູ້ຟັງສາມາດອ່ານຄືນ, ທຸກໆລາຍການຂອງພາກພາສາລາວໃນເວັບໄຊ vovworld.vn. ຫຼືພວກເພື່ອນສາມາດຝາກຈົດໝາຍ ມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທມາໂດຍກົງເຖິງພວກເຮົາຕາມເບີໂທ 0084.43.8256631. ພົບກັນໃໝ່ໃນລາຍການໜ້າຂໍຂອບໃຈ.