(vovworld) – ການປຸກລະດົມ ແລະ ພັດທະນາຍາມໃດກໍ່ແມ່ນທ່າອ່ຽງພາວະວິໄສຂອງປະຫວັດສາດ, ຂອງມະນຸດ. ໃນໄລຍະ 30 ປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ (VOV), ແມ່ນໜຶ່ງໃນບັນດາອູ່ຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ຍາມໃດກໍ່ແມ່ນອົງການສື່ມວນຊົນນຳໜ້າໃນການປ່ຽນໃໝ່, ມີຫົວຄິດປະດິດສ້າງ, ປະຕິບັດທົດລອງ ແລະ ໝູນໃຊ້ບັນດາຈິນຕະນາການໃໝ່ກ່ຽວກັບສື່ມວນຊົນ, ໝູນໃຊ້ເຕັກໂນໂລຢີທີ່ທັນສະໄໝໃນການຜະລິດບັນດາລາຍການກະຈາຍສຽງ. ຈຸດພົ້ນເດັ່ນທີ່ສຸດແມ່ນ, VOV ໄດ້ສ້າງຮູບແບບອົງການສື່ສານຫຼາຍຮູບການແຫ່ງທຳອິດຂອງປະເທດຊາດເຊິ່ງລວມມີ: ກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກ, ໜັງສືພິມ, ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວນັບມື້ນັບສູງຂອງມະຫາຊົນ. ບົດຂຽນຂອງນັກຂ່າວ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV.
|
ການປ່ຽນໃໝ່ທຳອິດ, ເປັນພື້ນຖານ ແລະ ສຳຄັນທີ່ສຸດແມ່ນການປ່ຽນໃໝ່ກ່ຽວກັບຈິນຕະນາການດ້ານສື່ມວນຊົນ, ປ່ຽນໃໝ່ກ່ຽວກັບເນື້ອໃນ. VOV ໄດ້ມ້າງທຳລາຍວິທີໂຄສະນາສົ້ນດຽວ ເພື່ອສ່ອງແສງຂໍ້ມູນຂ່າວດ້ວຍຫຼາຍສົ້ນ, ພາຍໃຕ້ຫຼາຍແງ່ມູນ, ກາຍເປັນເວທີປາໄສຂອງມະຫາຊົນ, ສ້າງເງື່ອນໄຂສະດວກໃຫ້ມະຫາຊົນເຂົ້າຮ່ວມລາຍການ. ດ້ວຍການໂຄສະນາຢ່າງຖືກຕ້ອງ, ພາວະວິໄສບັນດາບັນຫາຂອງຊີວິດສັງຄົມ, ຖືມະຫາຊົນເປັນແກ່ນສານ, ເປັນເປົ້າໝາຍເພື່ອມຸ່ງໄປເຖິງ, VOV ໄດ້ກາຍເປັນເພື່ອນມິດທີ່ສະໜິດສະໜົມ, ໜ້າໄວ້ເນື້ອເຊື່ອໃຈຂອງຜູ້ຟັງຫຼາຍລຸ້ນຄົນໃນທົ່ວປະເທດ. ມາຮອດປະຈຸບັນ, VOV ມີ 6 ລະບົບກະຈາຍສຽງ (VOV1, VOV2, VOV3, VOV4, VOV5, ຊ່ອງ VOV ຈໍລະຈອນແຫ່ງຊາດ) ດ້ວຍບັນດາເນື້ອໃນ, ອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ໃນນັ້ນມີຫຼາຍລາຍການໄດ້ຮັບການຖ່າຍທອດສົດ. ນັບແຕ່ປີ 2013, ບັນດາລະບົບກະຈາຍສຽງຂອງ VOV ໂຄສະນາຕາມທິດລົງເລິກຄື: VOV1 ລົງເລິກດ້ານການເມືອງ, VOV2 ໃຫ້ລົງເລິກດ້ານວັດທະນະທຳ - ຊີວິດສັງຄົມ - ວິທະຍາສາດການສຶກສາ, VOV3 ລົງເລິກດ້ານດົນຕີ - ຂໍ້ມູນຂ່າວ - ບັນເທິງ, VOV4 ລົງເລິກກ່ຽວກັບບັນຫາຊົນເຜົ່າ, VOV5 ແມ່ນພາກພາສາຕ່າງປະເທດ, VOV ຈະລາຈອນແຫ່ງຊາດລົງເລິກກ່ຽວກັບການຄົມມະນາຄົມ. ຫລັງຈາກນັ້ນກໍ່ມີຊ່ອງພາສາອັງກິດ 24/7 - ຊ່ອງວິທະຍຸເປັນພາສາອັງກິດ, ມຸ່ງໄປເຖິງຜູ້ຟັງພາສາ ອັງກິດຢູ່ພາຍໃນປະເທດ ແລະ ຢູ່ໃນໂລກ, ຊ່ອງ VOV ສຸຂະພາບ ແລະ ຄວາມປອດໄພດ້ານອາຫານ ລົງເລິກກ່ຽວກັບບັນຫາຄວາມປອດໄພ ແລະ ສຸຂະອະນາໄມດ້ານອາຫານ ແລະ ສຸຂະພາບ… VOV ພວມພັດທະນາ VOV5 ກາຍເປັນຊ່ອງກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, VOV4 ກາຍເປັນຊ່ອງກະຈາຍສຽງພາກພາສາຊົນເຜົ່າແຫ່ງຊາດ.
ພ້ອມກັນການກຳເນີດຂອງເຄືອຂ່າຍ ອີນເຕີເນັດ ແລະ ການປະກົດຂອງບັນດາອຸປະກອນເຄື່ອນທີສະຫຼາດ, ບັນດາຜູ້ເຮັດວຽກງານສື່ສານຢູ່ VOV ຮັບຮູ້ວ່າຄວາມຕ້ອງການຈຳເປັນແມ່ນຕ້ອງສ້າງຍຸດທະສາດພັດທະນາຕາມຮູບແບບສື່ສານຫຼາຍຮູບການ. ປີ 1998, ໜັງສືພິມຂອງ VOV ລາຍສັບປະດາໄດ້ສະເໜີຕົວຕໍ່ທ່ານຜູ້ຟັງ, ຫຼັງຈາກນັ້ນໄດ້ປ່ຽນຊື່ເປັນ ໜັງສືພິມກະຈາຍສຽງ ຫວຽດນາມ. ປີ 1999, ໄດ້ສ້າງຕັ້ງສື່ເອເລັກໂຕນິກຂອງ VOV ທີ່ມີຊື່ວ່າ VOVnews, ຫຼັງຈາກນັ້ນແມ່ນ VOV.VN. ປີ 2008, VOV ໄດ້ອອກອາກາດລາຍການໂທລະພາບ (VOVTV). ໃນຮອບເວລາພຽງ 10 ປີເທົ່ານັ້ນ, ຈາກວິທີການໜຶ່ງດຽວນັ້ນແມ່ນກະຈາຍສຽງເທົ່ານັ້ນ, VOV ໄດ້ພັດທະນາຮູບການສື່ສານຕື່ມອີກ 3 ຮູບການນັ້ນແມ່ນ: ໜັງສືພິມ, ສື່ເອເລັກໂຕນິກ ແລະ ໂທລະພາບ. 4 ຮູບການສື່ສານນີ້ໄດ້ໜູນຊ່ວຍກັນ, ສ້າງເປັນກຳລັງທີ່ແຂງແຮງ, ເຮັດໃຫ້ການສື່ສານຂອງ VOV ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ມີປະສິດທິຜົນ ແລະ ດຶງດູດກ່ວາ.
ວັນທີ 3/2/1999, VOV ໄດ້ນຳເຂົາເຄື່ອນໄຫວອິນເຕີເນັດ ບັນດາລະບົບກະຈາຍສຽງຕ່າງໆ ແລະ ມາຮອດປະຈຸບັນ, ທຸກໆລາຍການກະຈາຍສຽງ, ໂທລະພາບຂອງ VOV ລ້ວນແຕ່ສາມາດຟັງ, ເບິ່ງທາງເຄືອຂ່າຍອີນເຕີເນັດຜ່ານແວບໄຊຂອງສື່ເອເລັກໂຕນິກ VOV.VN. ເລື່ອງລົງທຶນພັດທະນາບັນດາແວບໄຊ (vov1.vov.vn, vov2.vov.vn, vov4.vn, vovworld.vn…) ກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ VOV, ເພື່ອແນໃສ່ໝູນໃຊ້ທ່າແຮງຂອງ ອີນເຕີເນັດ ແມ່ນຄວາມສາມາດອັບແດດໄວ, ມີລັກສະນະໝູນໃຊ້ສູງ, ມີກຳລັງແຜ່ຂະຫຍາຍຢ່າງກ້ວາງຂວາງ. ບັນດາລະບົບລາຍການກະຈາຍສຽງຂອງ VOV ກໍ່ມີໜ້າ fanpage ເພື່ອໂຄສະນາບັນດາລາຍການກະຈາຍສຽງເຖິງຜູ້ຟັງ. ນີ້ກໍ່ແມ່ນບ່ອນເພື່ອແລກປ່ຽນ, ແມ່ນບ່ອນສະໜອງຂໍ້ມູນຂ່າວສຳລັບນັກຂ່າວ VOV.
VOV ກໍ່ແມ່ນອົງການສື່ມວນຊົນທີ່ໄດ້ເປີດບັນດາອົງການຕາງໜ້າປະຈຳຢູ່ຕ່າງປະເທດມາແຕ່ກ່ອນ. ນັບແຕ່ປີ 1998 ມາຮອດປະຈຸບັນ, VOV ໄດ້ສ້າງຕັ້ງ10 ອົງການຕາງໜ້າປະຈຳຢູ່ບັນດາພາກພື້ນສຳຄັນໃນໂລກ. ຢູ່ອາຊີມີ: ໄທ, ລາວ, ກຳປູເຈຍ, ຈີນ, ຍີ່ປຸ່ນ; ສ່ວນເອີລົບມີ: ຝລັ່ງ, ລັດເຊຍ, ສເຊັກໂກ; ຢູ່ຕາເວັນອອກກາງ ແລະ ອາຟະລິກາເໜືອມີ: ອີຢີບ; ຢູ່ທະວີບ ອາເມລິກາມີ ອາເມລິກາ, ນີ້ແມ່ນຂົວເຊື່ອມຕໍ່ຂອງ VOV, ເພື່ອແນໃສ່ເພີ່ມທະວີຄວາມສາມາດສະໜອງຂໍ້ມູນຂ່າວສານຂອງ VOV, ພ້ອມທັງໂຄສະນາກ່ຽວກັບຮູບພາບປະເທດຊາດ ແລະ ຊາວ ຫວຽດນາມ ເຖິງເພື່ອນມິດສາກົນ. ໄລຍະຈະມາເຖິງ, VOV ຄາດຄະເນວ່າຈະເປີດອົງການຕາງໜ້າປະຈຳຢູ່ ອົດສະຕາລີ, ອິນໂດເນເຊຍ, ກູບາ, ອິນເດຍ…
ພ້ອມກັບການປ່ຽນໃໝ່ຈີນຕະນາການສື່ມວນຊົນ ແລະ ເນື້ອໃນໂຄສະນາ, VOV ຍັງປ່ຽນໃໝ່ດ້ານເຕັກນິກກະຈາຍສຽງທີ່ທັນສະໄໝ, ເພີ່ມເນື້ອທີ່ສົ່ງສັນຍານ ແລະ ຄຸນນະພາບສັນຍານຢ່າງຕໍ່ເນື່ອງ; ມີຫຼາຍແບບວິທີສົ່ງສັນຍານ, ສົ່ງຄື້ນເຊັ່ນ: ຄື້ນສັ້ນທີ່ສຸດ, ຄື້ນກາງ, ຄື້ນສັ້ນ, ດາວທຽມ, ທາງອິນເຕີແນດ. ເລື່ອງໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການຜະລິດລາຍການກະຈາຍສຽງ ໄດ້ອະນຸຍາດໃຫ້ປະຕິບັດບັນດາລາຍການຖ່າຍທອດສົດຢ່າງສະດວກສະບາຍ ແລະ ງ່າຍດາຍກວ່າຕາມທິດເປີດ, ຕິດຕໍພົວພັນກັບຜູ້ຟັງ, ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານຫຼາຍຝ່າຍ. ມາຮອດປະຈຸບັນ, ລະບົບອຸປະກອນເຕັກນິກ ແລະ ສົ່ງສັນຍານຂອງ VOV ໄດ້ພັດທະນາຢ່າງແຮງ ແລະ ກວ້າງຂວາງ, ດ້ວຍສະຖານີວິທະຍຸກະຈາຍສຽງ ແລະ ສະຖານີສົ່ງຄື້ນ AM, FM ພາກພື້ນ 50 ແຫ່ງ, ສະຖານີສົ່ງຄື້ນ 4 ແຫ່ງທີ່ເຊົ່າຕ່າງປະເທດ. ເວລາສົ່ງຂື້ນຂອງ VOV ແມ່ນຂຶ້ນເຖິງ 300 ໂມງ/ວັນ. ເລື່ອງຫັນເປັນ ດີຈີຕອນລະບົບຜະລິດລາຍການກະຈາຍສຽງ; ປະຕິບັດການຖ່າຍທອດສົດລາຍການກະຈາຍສຽງ, ໂທລະພາບ ແລະ ລາຍການກະຈາຍສຽງ, ໂທລະພາບ ທາງອິນເຕີແນດ; ຜ່ານດາວທຽມ… ໄດ້ປະກອບສ່ວນສຳຄັນໃນການສະໜອງບັນດາຜະລິດຕະພັນສື່ມວນຊົນດ້ວຍຄຸນນະພາບສູງເຖິງມະຫາຊົນ.
ເລື່ອງພັດທະນາບັນດາອົງການສື່ສານຫຼາຍຮູບການແມ່ນທ່າອ່ຽງຈຳເປັນຂອງສື່ມວນຊົນໂລກ, ເຊິ່ງຫຼາຍປະເທດກ້າວໜ້າພວມນຳໃຊ້ ເພື່ອແນໃສ່ເສີມຂະຫຍາຍທ່າແຮງສັງລວມຂອງບັນດາຮູບການສື່ມວນຊົນ. VOV ຈະພັດທະນາແຮງ, ໝັ້ນຄົງຢ່າງແນ່ນອນ ແລະ ເປັນໜຶ່ງໃນບັນດາອົງການສື່ສານຫຼາຍຮູບການທີ່ທັນສະໄໝຂອງ ຫວຽດນາມຢ່າງແທ້ຈິງ.