ອາທິດຜ່ານມາ, ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບຈາກທ່ານຜູ້ຟັງລາວ. ໃນນັ້ນທ່ານຜູ້ຟັງມີຄວາມສົນໃຈພິເສດເຖິງ “ວັນຄູແຫ່ງຊາດຂອງຫວຽດນາມ”. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃນອາທິດຜ່ານມາ.
ເພື່ອນ ອິນທະວົງ ວິໄລສຸກ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ ລາວ ໄດ້ຝາກຈົດໝາຍເຖິງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າມີເພື່ອນ ຫວຽດນາມ ຜູ້ໜຶ່ງ, ແມ່ຂອງລາວແມ່ນຄູສອນ. ລາວຢາກໄດ້ຂອງຂວັນມາຈາກລາວເພື່ອມອບໃຫ້ແມ່ເນື່ອງໃນໂອກາດວັນຄູແຫ່ງຊາດ ຫວຽດນາມ. ຂ້າພະເຈົ້າຄິດວ່າ, ປະຈຸບັນຂອງຂວັນນີ້ໄດ້ສົ່ງເຖິງແມ່ຂອງລາວແລ້ວ. ຜ່ານລາວ ຂ້າພະເຈົ້າກໍ່ຮູ້ວ່າ: ຫວຽດນາມ ກໍ່ມີວັນຄູແຫ່ງຊາດ ແຕ່ຂ້າພະເຈົ້າຢາກຮູ້: ວັນຄູ ຫວຽດນາມ ຖືກຈັດຕັ້ງໃນມື້ໃດ ແລະ ໂອກາດນີ້ຈະມີການເຄື່ອນໄຫວໃດແດ່?
ເພື່ອນ ອິນທະວົງ ວິໄລສຸກ ທີ່ຮັກແພງ, ວັນທີ 28/9/1982, ສະພາລັດຖະມົນຕີ (ປະຈຸບັນແມ່ນລັດຖະບານ ຫວຽດນາມ) ໄດ້ປະກາດໃຊ້ມະຕິເລກທີ 167 ຖືວັນທີ 20/11 ປະຈຳປີແມ່ນວັນຄູແຫ່ງຊາດ. ນີ້ແມ່ນວັນບຸນຂອງຂະແໜງສຶກສາ ແລະ ແມ່ນວັນເພື່ອ “ເຄົາລົບຄູ, ເຄົາລົບຄຸນນະທາດ” ເພື່ອແນໃສ່ຈຸດໝາຍເຊີດຊູບັນດາຜູ້ເຄື່ອນໄຫວໃນຂະແໜງສຶກສາ. ໃນວັນນີ້, ບັນດານັກຮຽນເຄີຍມອບດອກໄມ້ ແລະ ຂອງຂວັນໃຫ້ຄູອາຈານ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ສິດສອນຕົນໃນໄລຍະຜ່ານມາ. ກໍ່ເນື່ອງໃນໂອກາດນີ້, ຂະແໜງສຶກສາກໍ່ສະຫລຸບຕີລາຄາການເຄື່ອນໄຫວສຶກສາ ວາງທິດທາງເຄື່ອນໄຫວແນໃສ່ຍົກສູງຄຸນນະພາບການສຶກສາ, ກໍ່ຄືມອບລາງວັນ, ຍ້ອງຍໍບັນດາຄູດີເດັ່ນ.
ພາບປະກອບ
ກໍໃນອາທິດ, ພວກເຮົາໄດ້ຮັບ ອີແມວຈາກທ່ານ ຫງວຽນວັນແຕ້ວ, ຊາວ ຫວຽດນາມ ອາໄສຢູ່ ໄທ, ເຊິ່ງແມ່ນຜູ້ຟັງ, ຜູ້ອ່ານທີ່ສະໜິດສະໜົມຂອງລາຍການ, ເນື້ອໃນອີແມວຂຽນວ່າ: ເນື່ອງໃນໂອກາດວັນຄູແຫ່ງຊາດ, ຂ້າພະເຈົ້າອວຍພອນໃຫ້ບັນດາຄູອາຈານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ບັນລຸຜົນງານຫຼາຍຢ່າງໃນພາລະກິດສິດສອນຂອງຕົນ. ຂໍອວຍພອນບັນດາຄູອາຈານທີ່ໄດ້ຮັບນາມມະຍົດຄູປະຊາຊົນ ແລະ ຄູດີເດັ່ນ ໃນປີ 2014 ນີ້ ແລະ ຫວັງວ່າບັນດາຄູ ຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມເພື່ອບັນລຸຜົນສຳເລັດຫຼາຍຢ່າງໃນຊຸມປີຕໍ່ໄປ…
ຂໍຂອບໃຈທ່ານ ແຕ້ວ ທີ່ໄດ້ຝາກຄຳອວຍພອນອັນດີງາມ ເຖິງບັນດາຄູອາຈານ, ພະນັກງານ, ພາລະກອນຂະແໜງສຶກສານັ້ນ, ເຖິງວ່າທ່ານຢູ່ຫ່າງໄກກັບບ້ານເກີດເມືອງນອນກໍ່ຕາມແຕ່ວັນບຸນໃດຂອງປະເທດຊາດ ທ່ານກໍ່ໄດ້ຜ່ານ VOV ຝາກຄຳອວຍພອນອັນດີງາມທີ່ສຸດໃຫ້ວັນບຸນເຫຼົ່ານັ້ນ. ສຳລັບພວກຂ້າພະເຈົ້າແລ້ວ, ບັນດາຄຳອວຍພອນຂອງທ່ານມີຄວາມໝາຍຫຼາຍທີ່ສຸດ, ເພາະວ່າມັນສະແດງໃຫ້ເຫັນຄວາມສະໜິດຕິດພັນຂອງທ່ານທີ່ມີຕໍ່ລາຍການ.
ທ່ານຜູ້ຟັງທີ່ເຄົາລົບ, ໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຫວຽດນາມ, ຕອນຄ່ຳວັນທີ 13/11 ຜ່ານມາ, ຢູ່ຮ່າໂນ້ຍ ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ຈັ້ດຕັ້ງພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ແລະ ມອບນາມມະຍົດຄູອາຈານປະຊາຊົນໃຫ້ 39 ຄົນ ແລະ ນາມມະຍົດຄູດີເດັ່ນໃຫ້ 680 ຄົນ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ຝາກຄຳອວຍພອນອັນດີງາມເຖິງຄູອາຈານ, ພະນັກງານ, ພາລະກອນ… ຄຸ້ມຄອງການສຶກສາທຸກຄົນໃນທົ່ວປະເທດ ແລະ ອວຍພອນໃຫ້ບັນດາຄູອາຈານໄດ້ຮັບນາມມະຍົດຄູປະຊາຊົນ ແລະ ຄູດີເດັ່ນໃນປີ 2014 ນີ້. ນີ້ແມ່ນບັນດາຜູ້ດີເດັ່ນໃນຖັນແຖວຄູອາຈານທີ່ສຸດຈິດສຸດໃຈກັບອາຊີບ, ຮັກແພງນັກຮຽນ, ມີຄວາມສາມາດບົ່ມຊ້ອນດ້ານວິຊາຊີບ, ມີຫົວຄິດປະດິດສ້າງໃນການສິດສອນ, ຄົ້ນຄ້ວາວິທະຍາສາດ, ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການສຶກສາ, ບຳລຸງສ້າງຂອງປະເທດຊາດ ແລະ ໄດ້ຮັບຄວາມຮັກແພງຈາກນັກຮຽນ, ເພື່ອນຮ່ວມງານ ກໍ່ຄືຮັບຄຳເຊື່ອໝັ້ນຈາກປະຊາຊົນ. ໃນຈຳນວນຄູດີເດັ່ນ 680 ຄົນນັ້ນ, ໃນນັ້ນມີຄູທີ່ເປັນແມ່ຍິງ 288 ຄົນ, ຄູແມ່ນຊາວຊົນເຜົ່າ 19 ຄົນ.
ນອກຈາກນັ້ນ, ພວກເຮົາກໍ່ໄດ້ຮັບອີແມວອວຍພອນວັນຄູແຫ່ງຊາດຈາກທ່ານ ພອນມະລີ, ລັດດາພອນ, ຄຳພັນ… ຢູ່ແຂວງ ໄຊຍະບູລີ, ຄຳມ່ວນ ແລະ ວຽງຈັນ ອີກດ້ວຍ.
ວັນນີ້, ໃນທົ່ວປະເທດ ຫວຽດນາມ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງເຫດການສຳຄັນນີ້. ພວກເພື່ອນຈົ່ງຕິດຕາມລາຍການຂ່າວຂອງພວກເຮົາເພື່ອກຳໄດ້ບັນດາການເຄື່ອນໄຫວນັ້ນແດ່ເດີ.
ລາຍການໂອ້ລົມກັບເພື່ອນລາວຂອງພວກເຮົາຂໍສິ້ນສຸດລົງພຽງເທົ່ານີ້, ຖ້າຫາກຜູ້ຟັງທ່ານໃດມີຄວາມສົນໃຈ ແລະ ຢາກປະກອບຄຳເຫັນໃຫ້ລາຍການສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ-ເຮືອນເລກທີ 45 ຖະໜົນບາຈ້ຽວ-ຮ່າໂນ້ຍ ຫຼືໂທລະສັບມາໂດຍກົງຕາມເບີໂທ: 0084.43.825.6631, ອີແມວ: Laovov@yahoo.com ຫຼື laovov5@gmail.com. ພວກເຮົາຍິນດີຕ້ອນຮັບ ແລະ ພ້ອມແລ້ວທີ່ຈະຕອບຄຳຖາມຂອງທ່ານທຸກປະການ. ຂໍຂອບໃຈທ່ານທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ.