(vovworld)- ວິທະຍຸກະຈາຍສຽງຫວຽດນາມ ໄດ້ອັບເດດຂ່າວກ່ຽວກັບເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ໃນພາຫະນະສື່ມວນຊົນປະເພດຕ່າງເປັນປະຈຳ, ພິເສດແມ່ນໃນຄື້ນກະຈາຍສຽງ ແລະ ໃນເວັບໄຊ vovworld.vn ຂອງລະບົບລາຍການກະຈາຍສຽງດ້ວຍ 12 ພາສາ, ນັບທັງພາສາລາວ ແຕ່ວັນທີ 2/5/2014 ມາຮອດປະຈຸບັນ. ໃນເວລາ 1 ເດືອນເຕັມທີ່ຜ່ານມາ ນັບແຕ່ບັນດາຂ່າວຄາວທຳອິດກ່ຽວກັບເຫດການນີ້ໄດ້ອອກອາກາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ແລະ ບົດວິຈານຂອງຜູ້ຟັງ, ຜູ້ອ່ານໃນທົ່ວໂລກ ສະແດງຄວາມຄັດຄ້ານຕໍ່ການກະທຳຜິດພາດຂອງຈີນ, ພ້ອມທັງອອກສຽງສະໜັບສະໜູນຫວຽດນາມ ແລະ ບັນດາວິທີແກ້ໄຂຄວາມເຄັ່ງຕຶງໃນປະຈຸບັນຂອງຫວຽດນາມ. ໃນລາຍການມື້ນີ້, ພວກເຮົາຂໍຄັດສະເໜີບາງຄຳເຫັນທີ່ທ່ານຜູ້ຟັງຝາກເຖິງວິທະຍຸກະຈາຍສຽງຫວຽດນາມ ສະໜັບສະໜູນອະທິປະໄຕ, ຄວາມເປັນທຳຂອງຫວຽດນາມ.
(ພາບປະກອບ: http://vietbao.vn)
ບັນດາຜູ້ຟັງໄດ້ສະແດງຄວາມຄັດຄ້ານຢ່າງແຮງ, ກ່າວປະນາມເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ແລະ ຖືວ່າ: ນີ້ແມ່ນການກະທຳທີ່ຜິດພາດ, ລະເມີດກົດໝາຍສາກົນ. ທ່ານ Alfred Albrecht ຊາວເຢຍລະມັນ ຖືວ່າ: ນີ້ແມ່ນການກະທຳ “ໜ້າອັບອາຍ“ “ສະແດງໃຫ້ເຫັນເຈດຕະນາບໍ່ດີ ແລະ ບໍ່ເຄົາລົບບັນດາປະເທດນ້ອຍ“. ສ່ວນ Ishikawa Atsushi ຜູ້ຟັງຢູ່ຍີ່ປຸ່ນ ໃຫ້ຮູ້ວ່າ: “ຫວ່າງແລ້ວນີ້, ສື່ມວນຊົນຍີ່ປຸ່ນ ໄດ້ໃຫ້ຂ່າວຫຼາຍກ່ຽວກັບການປະທະກັນບົນທະເລລະຫວ່າງຫວຽດນາມ ແລະ ຈີນ. ການກະທຳເປີດແປນຂອງຈີນ ແມ່ນບໍ່ສາມາດຮັບຮູ້ໄດ້. ປະເທດຕ່າງໆລ້ວນແຕ່ລໍຖ້າການແກ້ໄຂຄວາມເຄັ່ງຕຶງໂດຍສັນຕິວິທີ“. ທ່ານຜູ້ຟັງ ອັດຕະປອນ ຢູ່ໄທ ຖືວ່າ: “ນີ້ແມ່ນການກະທຳທີ່ບັງອາດ, ລະເມີດກົດໝາຍສາກົນ, ບໍ່ຫົວຊາຕໍ່ການຄັດຄ້ານຂອງປະຊາຄົມໂລກ, ລະເມີດອະທິປະໄຕຂອງຫວຽດນາມ“. ເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ພວມກໍ່ຄວາມຂາດສະຖຽນລະພາບ, ສົ່ງຜົນສະທ້ອນເຖິງຄວາມສະຫງົບປອດໄພຢູ່ພາກພື້ນ. ຜູ້ຟັງ Michel Minouflet ຊາວຝະລັ່ງ ເວົ້າວ່າ: “ບໍ່ມີໃຜໃນໂລກສາມາດເມີນເສີຍຕໍ່ການກະທຳຂອງຈີນ ຊື່ງໄດ້ແຊກຊືມ ແລະ ຕັ້ງຮ້ານເຈາະນ້ຳມັນຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ“.
ນອກຈາກການກ່າວປະນາມ, ຄັດຄ້ານຈີນ, ບັນດາທ່ານຜູ້ຟັງຍັງລະດົມກຳລັງໃຈປະຊາຊົນຫວຽດນາມ, ສະແດງໃຫ້ເຫັນການສະໜັບສະໜູນປະຊາຊົນຫວຽດນາມ ຜູ້ຮັກຫອມສັນຕິພາບ. ຜູ້ຟັງ M.Zainal ຂອງອິນໂດເນເຊຍ ໄດ້ຝາກຈົດໝາຍມີເນື້ອໃນວ່າ: “ອິນໂດເນເຊຍ ແລະ ບັນດາປະເທດອາຊຽນ ສະໜັບສະໜູນຫວຽດນາມ ແລະ ປາດຖະໜາວ່າ, ບັນດາຂໍ້ຂັດແຍ້ງຢູ່ທະເລຕາເວັນອອກຈະໄດ້ຮັບການແກ້ໄຂຜ່ານການປຶກສາຫາລື. ຫວັງວ່າ ຈີນ ຈະຮັບຮູ້ໄດ້ການກະທຳທີ່ຜິດພາດຂອງຕົນສຳລັບບັນຫາປະຊາທິປະໄຕຂອງຫວຽດນາມ“. ໃນຂະນະນັ້ນ, ຜູ້ຟັງອາເມລິກາ Mike Gottfried Princeton ໄດ້ສະໜັບສະໜູນຫວຽດນາມ ດ້ວຍການກະທຳລະອຽດ: “ຂ້າພະເຈົ້າຈະຂຽນຈົດໝາຍຝາກເຖິງບັນດາການນຳຢູ່ວໍຊິງຕັນ ເພື່ອຊຸກຍູ້ເຂົາເຈົ້າສະແດງນ້ຳໃຈສາມັກຄີລະຫວ່າງລັດຖະບານອາເມລິກາ ແລະ ລັດຖະບານຫວຽດນາມ ໃນບັນຫາຈີນ. ເລື່ອງຈີນ ແຊກຊືມ, ຕັ້ງຮ້ານເຈາະນ້ຳມັນຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ແມ່ນການກະທຳຂາດຄວາມຍຸດຕິທຳ. ອາເມລິກາ ສະຫນັບສະນູນຫວຽດນາມ ຢ່າງຊິ້ນເຊິງ. ຈີນຕ້ອງຢຸດຕິບັນດາການກະທຳເກາະຜິດກັບເພື່ອນຫວຽດນາມ ຂອງພວກຂ້າພະເຈົ້າ“.
ການຄັດຄ້ານຢູ່ຊູແອດ
(ພາບ: http://dantri.com.vn)
ບໍ່ພຽງແຕ່ບັນດາທ່ານຜູ້ຟັງຢູ່ປະເທດຕ່າງໆໃນໂລກເທົ່ານັ້ນ, ຫາກບັນ ດາຜູ້ຟັງຊາວຈີນ ກໍ່ເຫັນວ່າ, ເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ແມ່ນການກະທຳທີ່ຜິດພາດ. ຜູ້ຟັງ Zhang Pei Qiang ໄດ້ຝາກບົດວິຈານມາຍັງເວັບໄຊ www.vovworld.vn ດ້ວຍເນື້ອໃນ: “ຫວັງວ່າ, ສະພາບການຈະບໍ່ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງການພົວພັນລະຫວ່າງສອງປະເທດ ແລະ ຈະບໍ່ກາຍປັນການປະທະກັນຄືໃນປີ 1979. ຖ້າເກີດສົງຄາມ, ທັງສອງປະເທດກໍ່ຕ້ອງຮັບຄວາມເສຍຫາຍ, ສະນັ້ນ, ສອງປະເທດຕ້ອງຫລຸດຜ່ອນຄວາມເຄັ່ງຕຶງຜ່ານການເຈລະຈາ“.
ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ!
ພ້ອມກັບການສະໜັບສະໜູນຂອງເພື່ອນມິດສາກົນ, ບັນດາຄຳເຫັນແບ່ງປັນ, ລະດົມກຳລັງໃຈ, ການສະໜັບສະໜູນຂອງທ່ານຜູ້ຟັງຈາກປະເທດຕ່າງໆໃນໂລກ ແມ່ນອາລົມຈິດຄວາມຮັກແພງອັນລ້ຳຄ່າ, ມີຄວາມໝາຍທີ່ສຸດສຳລັບປະຊາຊົນຫວຽດນາມ. ຍາມໃດ, ປະຊາຊົນຫວຽດນາມ ກໍ່ຮັກຫອມສັນຕິພາບ ແລະ ປາດຖະໜາຢາກວ່າຄວາມເຄັ່ງຕຶງໃນປະຈຸບັນໄດ້ຮັບການແກ້ໄຂ. ຂໍຂອບໃຈພວກເພື່ອນທີ່ໄດ້ສະໜັບສະໜູນ ປະຊາຊົນຫວຽດນາມ ບົນເສັ້ນທາງຕໍ່ສູ້ເພື່ອສັນຕິພາບ. ພວກເຮົາຈະສືບຕໍ່ໃຫ້ຂ່າວກ່ຽວກັບເຫດການດັ່ງກ່າວເຖິງທ່ານຜູ້ຟັງໃນພາກຂ່າວຂອງວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ແລະ ໃນເວັບໄຊ www.vovworld.vn. ຖ້າທ່ານຜູ້ໃດມີຄຳຖາມ ກະລູນາຟາກມາຍັງລາຍການຂອງພວກເຮົາຕາມທີ່ຢູ່: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ, ເຮືອນເລກທີ 45 ຖະໜົນບ່າຈ້ຽວຮ່າໂນ້ຍ- ເບີໂທ: 00844.38256631-ອີແມວ:Laovov@.yahoo.com. ຂໍຂອບໃຈ ທ່ານທີ່ໄດ້ຮັບຟັງ ແລະ ຊົມລາຍການຂອງພວກເຮົາ, ສະບາຍດີ!