(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 437 ສະບັບ, ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 28 ສະບັບ.
ພາບສາລະຄະດີກ່ຽວກັບການນຳໃຊ້ເຕັກໂນໂລຢີດີຈີຕອນຢູ່ບັນດາເຂດປູຊະນີຍະສະຖານປະຫວັດສາດນະຄອນ ຮ່າໂນ້ຍ ທີ່ເອົາລົງໃນເວັບໄຊ vovworld.vn ພາກພາສາລາວ ໃນທ້າຍອາທິດຜ່ານມາ ໄດ້ດຶງດູດຄວາມສົນໃຈຂອງຜູ້ຊົມຜູ້ອ່ານເປັນຈຳນວນຫຼາຍ. ໃນນັ້ນ, ເພື່ອ ດາລາວັນ ຢູ່ແຂວງ ໄຊສົມບູນ ໄດ້ແບ່ງປັນວ່າ: “ຮູບແບບດັ່ງກ່າວຄັກແທ້ແລະມີຄວາມໝາຍທີ່ສຸດ. ຂ້າພະເຈົ້າເອງບາງເທື່ອອ່ານສະເພາະແຕ່ຂໍ້ມູນປະຫວັດສາດກໍຍາກທີ່ຈະຈື່ໝົດໄດ້. ແຕ່ຖ້າວ່າ ມີທັງສຽງ, ຄຼິບວີດີໂອ, ຮູບ 2D ແລະການທ່ຽວທິບນີ້ແນ່ນອນວ່າຈະຈັບອົກຈັບໃຈແລະເຂົ້າໃຈໄດ້ງ່າຍກວ່າກໍຄືສ້າງຄວາມປະທັບໃຈໄດ້ຢ່າງເລິກເຊິ່ງກວ່າ. ໄລຍະຈະມາເຖິງ, ເມື່ອມາຫວຽດນາມ, ຂ້າພະເຈົ້າຈະທົດລອງລາຍການທ່ອງທ່ຽວແບບນີ້”.
ເພື່ອນ ທິບດາວອນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ comment ມາວ່າ: “ຊາວໜຸ່ມນະຄອນຫຼວງຮ່າໂນ້ຍມີຫົວຄິດປະດິດສ້າງແທ້ໆແລະໂຄສະນາເຂດປູຊະນີຍະສະຖານປະຫວັດສາດຢ່າງສຸດຈິດສຸດໃຈ. ແຂກທ່ອງທ່ຽວສາມາດຄົ້ນຫາບໍ່ວ່າປູຊະນີຍະສະຖານໃດໆ ໄດ້ເອງຢ່າງງ່າຍດາຍໂດຍບໍ່ຕ້ອງການຄວາມຊ່ວຍເຫຼືອຈາກຜູ້ນຳທ່ຽວ”.
ການແນະນຳໂຄສະນາຄຸນຄ່າປະຫວັດສາດ, ວັດທະນະທຳຢູ່ເຂດປູຊະນີຍະສະຖານແຫ່ງຕ່າງໆ ໄດ້ມີການສົມທົບທັງສຽງ, ຄຼິບວີດີໂອ, ຮູບ 2D |
ນອກຈາກບັນດາ comment ດັ່ງກ່າວແລ້ວ, ພວກຂ້າພະເຈົ້າຍັງໄດ້ຮັບບາງຄຳຖາມເຊິ່ງກໍມີເນື້ອໃນກ່ຽວຂ້ອງເຖິງການທ່ຽວທິບ. ລະອຽດແມ່ນ, ເພື່ອນຈັນທິມາຢູ່ນະຄອນຫຼວງວຽງຈັນໄດ້ສົ່ງຈົດໝາຍເຖິງລາຍການໂດຍຢາກຮູ້ຂໍ້ມູນລະອຽດກ່ຽວກັບລາຍການທ່ຽວທິບທີ່ໄດ້ເວົ້າເຖິງໃນພາບສາລະຄະດີດັ່ງກ່າວແລະທ່າອ່ຽງທ່ຽວທິບຢູ່ຫວຽດນາມ.
ການທ່ຽວທິບໄດ້ກາຍເປັນທ່າອ່ຽງຂອງຍຸກສະໄໝ ແລະ ຢູ່ ຫວຽດນາມ ກໍພວມຜັນຂະຫຍາຍຢູ່ຫຼາຍແຂວງ, ນະຄອນ. ຕົວຢ່າງຄື ລາຍການຄົ້ນຫາ ຖ້ຳເຊີນດ່ອງ (ແຂວງກວ໋າງບິງ) ໄດ້ຮັບຖືວ່າ ເປັນໜຶ່ງໃນ 10 ລາຍການທ່ຽວທິບ ທີ່ຄວນຄົ້ນຫາທີ່ສຸດໃນໂລກ ໂດຍໜັງສືພິມ The Guardian ຂອງອັງກິດ ຄັດເລືອກ. ຫຼືວ່າ ຢູ່ຫຼາຍສະຖານທີ່ທ່ອງທ່ຽວຄື ໂຮ່ຮວ່ານກຽມ, ສຳນັກໄປສະນີນະຄອນ ໂຮ່ຈີມິນ ພ້ອມກັບຫຼາຍຫໍພິພິທະພັນ, ເຂດປູຊະນີຍະສະຖານ ກໍໄດ້ຫັນເປັນດີຕອນ ເພື່ອເປີດຮັບໃຊ້ແຂກທ່ອງທ່ຽວຢ້ຽມຊົມແບບທາງໄກ.
ຄະນະຊາວໜຸ່ມແນະນຳແຂກຢ້ຽມຊົມໄປທ່ຽວຜ່ານ tour ທ່ຽວທິບ ຢູ່ເຂດພະລາຊະວັງ ທັງລອງ |
ສຳລັບລາຍການທ່ຽວທິບທີ່ໄດ້ເວົ້າເຖິງໃນພາບສາລະຄະດີນັ້ນ ແມ່ນໂດຍຊາວໜຸ່ມເມືອງ ບາດິ່ງ, ນະຄອນ ຮ່າໂນ້ຍ ປະຕິບັດ, ເຊິ່ງລວມມີການຢ້ຽມຊົມ 5 ສະຖານທີ່ທ່ອງທ່ຽວພົ້ນເດັ່ນໃນບໍລິເວນເມືອງ. ນັ້ນແມ່ນ ພະລາດຊະວັງທັງລອງ, ວັດເສົາດຽວ, ວັດ ເຈິ່ນກວັກ, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ. ພິເສດ, ໃນລາຍການທ່ອງທ່ຽວດັ່ງກ່າວ ໄດ້ເອົາລົງຜູ້ນຳທ່ຽວເໝືອນຈິງ ດ້ວຍພາສາ ຫວຽດ ແລະ ພາສາ ອັງກິດ ເພື່ອສາມາດຕອບສະໜອງຫຼາຍຂໍ້ມູນທີ່ເປັນໂຫຍດໃຫ້ແຂກທ່ອງທ່ຽວເມື່ອມີຄວາມຕ້ອງການຊອກຮູ້ ແລະ ຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວ, ເຂດປູຊະນີຍະສະຖານປະຫວັດສາດໃນບໍລິເວນເມືອງ. ມີພຽງສະມາດໂຟນ ໜ່ວຍໜຶ່ງ, ແຂກທ່ອງທ່ຽວກໍສາມາດຊື້ປີ້, ຮັບຟັງຄຳແນະນຳ, ອະທິບາຍ, ຄົ້ນຫາຂໍ້ມູນທີ່ກ່ຽວຂ້ອງຢູ່ເຂດປູສະນີຍະສະຖານໄດ້ແລ້ວ.
ຫວັງວ່າ ເພື່ອນຈະທົດລອງລາຍການທ່ອງທ່ຽວດັ່ງກ່າວໃນໄວໆນີ້ ແລ້ວຢ່າລືມແບ່ງປັນຄວາມຮູ້ສຶກຂອງເພື່ອນໃຫ້ພວກຂ້າພະເຈົ້ານຳເດີ.
ສືບຕໍ່ລາຍການ ແມ່ນເນື້ອໃນຈົດໝາຍຂອງເພື່ອນ ຈັນເພັງ ຢູ່ແຂວງ ບໍລິຄຳໄຊ. ເພື່ອນ ຈັນເພັງ ໄດ້ຂຽນມາວ່າ: “ຢູ່ຮ່າໂນ້ຍ ມີປູສະນີຍະສະຖານ ທັງໝົດຈັກແຫ່ງ ແລະ ແຫ່ງໃດໄດ້ສ້າງໂປຼແກຼມເປັນຮູບແບບດີຈີຕອນແລ້ວ?”
ແຂກທ່ອງທ່ຽວສາມາດ ສະແກນ ລະຫັດ ເພື່ອເຂົ້າອ່ານຂໍ້ມູນກ່ຽວກັບປູຊະນີຍະສະຖານທີ່ຕົນຢາກຄົ້າຫາ |
ນີ້ກໍແມ່ນອີກຄຳຖາມໜຶ່ງທີ່ກ່ຽວຂ້ອງເຖິງການຫັນເປັນດີຈີຕອນໃນຂະແໜງການທ່ອງທ່ຽວ. ສຳລັບຄຳຖາມຂອງເພື່ອນ ຈັນເພັງ, ພວກຂ້າພະເຈົ້າ ຂໍຕອບດັ່ງນີ້: ຢູ່ຮ່າໂນ້ຍ ມີປູຊະນີຍະສະຖານປະຫວັດສາດ ແລະ ວັດທະນະທຳ ທັງໝົດ 5.922 ແຫ່ງ. ຕາມທ່ານ ຫງວຽນດຶກຕຽນ, ຮອງເລຂາ ຜູ້ປະຈຳການຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ, ປະທານສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ແບ່ງປັນກັບ ນັກຂ່າວ VOV ເມືື່ອທ້າຍເດືອນ ມີນາ ຜ່ານມາແລ້ວ, ໄລ່ຮອດທ້າຍເດືອນ ມີນາ 2023 ໄດ້ຜັນຂະຫຍາຍການສ້າງໂປຼແກຼມເປັນຮູບແບບດີຈີຕອນຢູ່ເຂດປູຊະນີຍະສະຖານ 322 ແຫ່ງ ໃນທົ່ວນະຄອນ ຮ່າໂນ້ຍ. ພ້ອມດຽວກັນນັ້ນ, ຢູ່ ບໍລິເວນຕ່າງໆໃນ 30 ເມືອງຂອງນະຄອນ ກໍພວມຜັນຂະຫຍາຍວຽກງານດັ່ງກ່າວ ເພື່ອຮັບປະກັນໃຫ້ຂໍ້ມູນມີລັກສະນະຄົບຊຸດ ແລະ ເປັນລະບົບ ເພື່ອສ້າງຄວາມສະດວກໃນການຮັກສາ ກໍຄືໂຄສະນາເຜີຍແຜ່ບັນດາຄຸນຄ່າວັດທະນະທຳຂອງທ້ອງຖິ່ນ, ຂອງນະຄອນຫຼວງ; ພ້ອມທັງສ້າງຖານຂໍ້ມູນລວມໃຫ້ແກ່ນະຄອນ.
ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານ ທີ່ໄດ້ຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ, ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./.