ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ”

ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 1
ໃນໂອກາດ ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ, ສະຖານທູດ ແຫ່ງ ສປປລາວ ປະຈຳຫວຍດນາມ, ສົມທົບກັບຄະນະຄຸ້ມຄອງເຂດຄຸ້ມບ້ານ 79 - 81 ຫຼີນາມເດ໋ ໄດ້ຈັດຕັ້ງງານບຸນ ”ສາມັກຄີ - ມິດຕະພາບ - ຮ່ວມມື ຫວຽດນາມ - ລາວ”
ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 2
ກ່າວຄວມເຫັນທີ່ງານບຸນ, ທ່ານ Nguyen Trong Thanh ເລຂາຄະນະພັກ ເຂດຄຸ້ມບ້ານ 79 - 81 ຫຼີນາມເດ໋, ໄດ້ຢືນຢັນວ່າ, ເຖິງວ່າ 50 ກວ່າປີ ໄດ້ຜ່ານພົ້ນໄປ ແລະ ທຸກສິ່ງທຸກຢ່າງໄດ້ມີການປ່ຽນແປງຕາມການເວລາ ແລ້ວກໍ່ຕາມ, ແຕ່ການພົວພັນສາມັກຄີມິດຕະພາບລະຫວ່າງຫວຽດນາມ - ລາວ ຍັງຄົງຍື່ນຍົງຄົງຕົວຕະຫຼອດໄປ
ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 3
ທ້າວເພດດາວົງ ປູນທະເຮືອງສີ, ເລຂາຄະນະຊາວໜຸ່ມສະຖານທູດລາວປະຈຳ ຫວຽດນາມ, ໃຫ້ຮູ້ວ່າ, ງານບຸນມື້ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນ ທີ່ສຸດ, ອັນໄດ້ສ້າງກາລະໂອກາດໃຫ້ຊາວໜຸ່ມສອງປະເທດໄດ້ພົບປະ, ແລກ ປ່ຽນ ເພື່ອແນໃສ່ເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນສາມັກຄີ, ຄວາມ ເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນລະຫວ່າງສອງປະເທດກວ່າອີກ, ພ້ອມທັງ ຊຸກຍູ້ລຸ້ນໜຸ່ມປະກອບສ່ວນຢ່າງຕັ້ງໜ້າກວ່າອີກໃນການຮັກສາ ແລະ ພັດທະ ນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງປະເທດ
ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 4
ທ່ານ Huynh Dac Huong ຫົວໜ້າຄະນະ​​ພົວພັນ​ທະ​ຫານອາສາສະໝັກ ​ແລະ ຊ່ຽວຊານດ້ານການທະຫານຫວຽດນາມ ຊ່ວຍລາວ ກ່າວຄວາມເຫັນທີ່ງານບຸນ
ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 5
ໝູ່ຮ້ອງຫວຽດນາມ ແລະ ລາວພ້ອມກັນຂັບຮ້ອງບົດເພງ ຮ່າໂນ້ຍ - ວຽງຈັນ
ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 6
ນາງສາວລາວທີ່ສວຍງາມໃນວາດຟ້ອນພື້ນເມືອງຂອງລາວ
ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 7
ຊາວໜຸ່ມນັກສຶກສາລາວທີ່ພວມຮຳ່ຮຽນຢູ່ສະຖາບັນປ້ອງກັນຄວາມສະຫງົບ ຟ້ອນລຳຢ່າງມ່ວນຊື່ນ

ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 8
ນາງ Thuy ໃນບົດເພງ ຍ້ອງຍໍສັນລະເສີນລຸງ ໂຮ່

ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 9
ປ້າ Mai To Thu, ມີຜົວເສຍສະຫຼະຊີວິດຢູ່ສະໜາມຮົບພາກໃຕ້ຂອງລາວເມື່ອປີ 1971 ພ້ອມກັບລູກ ແລະ ຫຼານຂັບຮ້ອງບົດເພງ ຈຳປາເມືອງລາວ. ປ້້າ Thu ຮູ້ສຶກເອກອ້າງທະນົງໃຈເມື່ອເຫັນວ່າການເສຍສະຫຼະຊີວິດຂອງຄອບຄົວປ້າໄດ້
ປະກອບສ່ວນເພື່ອຄວາມສາມັກຄີຫວຽດນາມ -ລາວ.

ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 10
ທ່ານເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຫວຽດນາມ ສົມພອນ ສີຈະເລີນ ພ້ອມກັບພະນັກງານສະຖານທູດລາວ ແລະ ພໍ່ແມ່ປະຊາຊົນເຂດຄຸ້ມບ້ານ 79 - 81 ຫຼີນາມເດ໋ ໃນງານບຸນ
ງານບຸນ ”ສາມັກຄີ-ມິດຕະພາບ-ຮ່ວມມື ຫວຽດນາມ - ລາວ” - ảnh 11
ພໍ່ແມ່ປະຊາຊົນເຂດຄຸ້ມບ້ານ 79 - 81ຫຼີນາມເດ໋ ພ້ອມກັບພະນັກງານ ແລະ ນັກສຶກສາລາວທີ່ພວມເຮັດວຽກ ແລະ ຮຳ່ຮຽນຢູ່ຫວຽດນາມ ເຂົ້າຮ່ວມງານບຸນ

ຕອບກັບ

ຂ່າວ/ບົດ​ອື່ນ