ຕົ້ນປີໄປວັດຈົກສະຫຼາກສ່ຽງໂຊກ
Minh Duc -  
(vovworld) – ຜູ້ໄປວັດວາອາຮາມຈົກສະຫຼາກສ່ຽງໂຊກດ້ວຍຄວາມຫວັງຈະປະສົບແຕ່ຄວາມໂຊກດີ, ສິ່ງທີ່ຈົບງາມໃນປີໃໝ່. ນີ້ແມ່ນປະເພນີເຊິ່ງຊາວຫວຽດນາມໄດ້ຮັກສາໄວ້ມາແຕ່ດົນນານ ແລະ ກາຍເປັນວັດທະນະທຳອັນດີງາມເມື່ອບຸນເຕັດ, ລະດູບານໃໝ່ວຽນມາ.
ວັດກິມລຽນ (ຫຼືເອີ້ນວ່າວັດຫວ່າງ) ຕັ້ງຢູ່ເມືອງອານຫຼາວ, ຫາຍຝ່ອງ, ທີ່ຫ່າງຈາກຂົວຫວ່າງ 1 ກມ
|
ວັດກິມລຽນ ໄດ້ຮັບການກໍ່ສ້າງແຕ່ປີ 2003, ຊາວທ້ອງຖີ່ນຖືວ່າວັດແຫ່ງນີ້ມີສັກສິດທີ່ສຸດ
|
ເມື່ອເຂົ້າວັດ, ນັກທ່ອງທ່ຽວໄດ້ຮັບການແນະນຳຢ່າງລະອຽດກ່ຽວກັບແທ່ນບູຊາແຕ່ລະແຫ່ງໃນວັດ
|
ຜູ້ໄປວັດ, ຖ້າຢາກຈົກສະຫຼາກສ່ຽງໂຊກ ແມ່ນຕ້ອງມີຄວາມເຊື່ອຖືບູຊາພະພຸດ, ອໍລະຫັນ, ຈຶ່ງສາມາດຈົກສະຫຼາກແລະຮູ້ໄດ້ຊາຕະກຳຂອງຕົນໃນປີ, ແມ່ນມີໂຊກໝານ ຫຼື ສ່ຽງຊວຍຄືແນວໃດ?
|
ກ່ອນຈະຈົກສະຫຼາກສ່ຽງໂຊກ, ຜູ້ຈົກຕ້ອງຂໍ “ອິນຢ໋າງ“, ຖ້າຂໍໄດ້ຈຶ່ງສາມາດຈົກສະຫຼາກສ່ຽງໂຊກໄດ້
|
ຕາມປະເພນີ, ພາຍຫຼັງຖະຫວາຍເຄື່ອງບູຊາ, ຜູ້ເຂົ້າວັດຈຶ່ງຈົກເອົາສະຫຼາກສ່ຽງໂຊກທີ່ເຮັດດ້ວຍໄມ້ໄຜ່ (ບາງແຫ່ງເຮັດດ້ວຍເຈ້ຍທີ່ຂຽນເປັນພາສາຈີນ-ນົມ) ໃນນັ້ນມີປະໂຫຍກໜຶ່ງເປັນພາສາຈີນ
|
ໃນສະຫຼາກທີ່ຈົກໄດ້ນັ້ນຈະລວບລວມໂດຍຫຍໍ້ກ່ຽວກັບຊີວິດ, ຄວາມສ່ຽງໂຊກຂອງຜູ້ຈົກສະຫຼາກໃນປີນັ້ນ
|
ຖ້າບໍ່ຮູ້ພາສາຈີນ, ທ່ານສາມາດຂໍພະສົງອ່ານແລະອະທິບາຍຊ່ວຍ
|
ເນື້ອໃນສະຫຼາກເວົ້າເຖິງຊາຕາຂອງຜູ້ຈົກສະຫຼາກເອງ; ເວົ້າເຖິງຄອບຄົວຂອງຜູ້ຈົກສະຫຼາກ; ການທຳມາຫາກິນຢູ່ທາງໄກ; ຊື່ສຽງ, ຕຳແໜ່ງໃນປີໃໝ່; ຄວາມຮັກ; ຄວາມສ່ຽງ…
|
ໄປວັດຈົກສະຫຼາກສ່ຽງໂຊກໃນຕົ້ນປີແມ່ນມູນເຊື້ອມາແຕ່ດົນນານຂອງຊາດຫວຽດນາມ, ສະແດງໃຫ້ເຫັນຄວາມເຊື່ອຖື ແລະ ຄວາມຫວັງຢາກປະສົບແຕ່ຄວາມໂຊກດີໃນຕະຫຼອດປີໃໝ່
|
ຮອດຍາມແລງ, ເຖິງວ່າອາການໜາວກະດ້າງກໍ່ຕາມ, ແຕ່ຫຼາຍຄົນຍັງຄົງພາກັນເຂົ້າວັດເພື່ອພາວະນາຂໍໃຫ້ປະສົບແຕ່ຄວາມໂຊກດີ ແລະ ຈົກສະຫຼາກສ່ຽງໂຊກໃນຍາມຕົ້ນປີ
|
Minh Duc