ຖະໜົນຮ່າງມ້າມື້ໃກ້ຈະຮອດບຸນເຕັດ
Minh Duc -  
(vovworld) - ໃນຊຸມມື້ນີ້, ຖະໜົນຮ່າງມ້າ ຍາມໃດກໍ່ມີຄົນຊື້ຂາຍຢ່າງຄັບຄາໜາແໜ້ນ ແລະ ນີ້ກໍ່ແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວຖ່າຍຮູບຄື. ຮ່າງມ້າ ໄດ້ຮັບຖືວ່າ, ແມ່ນຖະໜົນມີສີສັນຫຼາກຫຼາຍໃນຄຸມຖະໜົນເກົ່າຂອງຮ່າໂນ້ຍ, ພິເສດແມ່ນໃນຍາມບຸນເຕັດ ແລະ ງານບຸນຕ່າງໆ.
ທັງຖະໜົນເຕັມໄປດ້ວຍສີສັນຫຼາກຫຼາຍຂອງໂຄມໄຟ, ເຄື່ອງປະດັບ, ເຄື່ອງບູຊາດ້ວຍເຈ້ຍ.
|
ຊຸມມື້ໃກ້ຈະຮອດບຸນເຕັດ, ຫຼາຍຄົນຄັດເລືອກຖະໜົນຮ່າງມ້າ ແມ່ນສະຖານທີ່ຍ່າງຫຼິ້ນ, ຢ້ຽມຊົມ ເພື່ອຮັບຮູ້ໄດ້ບັນຍາກາດບຸນເຕັດພວມວຽນມາຢູ່ຄຸ້ມຖະໜົນເກົ່າ 36 ສາຍ.
|
ຊຸມມື້ທ້າຍປີ ແມ່ນຈຸດເວລາມີຄົນໄປມາຊື້ຂາຍຢ່າງຄຶກໂຄມໜາແໜ້ນທີ່ສຸດ.
|
ຖະໜົນສາຍນີ້ຍັງແມ່ນຂົວຕໍ່ເຂດຊື້ຂາຍເຄື່ອງຂອງເຊິ່ງລວມມີບັນດາຖະໜົນຄື: ຮ່າງງາງ, ຮ່າງດ່າວ, ຮ່າງເດື່ອງ, ດົ່ງຊວນ, ຮ່າງເລືອກ.
|
ບັນດາເຄື່ອງຂອງບຸຊາກໍ່ຖືກວາງຂາຍເປັນຈຳນວນຫຼວງຫຼາຍ.
|
ຮູບສັດທີ່ເປັນສັນຍາລັກໃຫ້ປີໃໝ່ຖືກວາງຂາຍຢ່າງສວຍງາມ.
|
ຢູ່ພາກເໜືອ, ດອດຄາຍ ເປັນສັນຍາລັກໃຫ້ບຸນເຕັດ, ແຕ່ຢູ່ທີ່ນີ້ເພື່ອນກໍ່ສາມາດຊື້ດອກຄາຍທີ່ເປັນສັນຍາລັກຂອງຊາວພາກໃຕ້ໄດ້.
|
ຢູ່ແຄມຖະໜົນ, ບັນດາຊ່າງຕັດຜົມພວມຮີບເຮັ່ງຮັບໃຊ້ແຂກໃນຍາມທ້າຍປີ.
|
Minh Duc