ພິທີຊັກທຸງອາຊຽນຢູ່ຮ່າໂນ້ຍເນື່ອງໃນໂອກາດສະເຫຼີມສະຫຼອງ49ປີແຫ່ງວັນສ້າງຕັ້ງອາຊຽນ
Nguyễn Hùng/VOV.VN -  
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 – 8/8/2016) ແລະ ສະເຫຼີມສະຫຼອງ 21 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 – 28/7/2016), ຕອນເຊົ້າວັນທີ 8/8, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີຊັກທຸງ ອາຊຽນ 2016. ເຂົ້າຮ່ວມພິທີຊັກທຸງ ອາຊຽນ ມີຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ນະຄອນ ຮ່າໂນ້ຍ ແລະ ຫົວໜ້າຄະນະທູຕານຸທູດ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າສະຖານທູດ ບັນດາປະເທດ ອາຊຽນ ປະຈຳ ຮ່າໂນ້ຍ. ພິທີຊັກທຸງເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ໄດ້ກາຍເປັນທຳນຽມປະຈຳປີທີ່ເປັນໜ້າເອກອ້າງທະນົງໃຈຂອງທຸກໆປະເທດສະມາຊິກ ອາຊຽນ ແລະ ຄະນະເລຂາ ອາຊຽນ.
Nguyễn Hùng/VOV.VN