ລະບົບນາຂັ້ນໄດຢູ່ ຮ່ວາງສູຟີ່ງາມທີ່ສຸດໃນແຂວງ ຮ່າຢາງ
Ngo Tri Thanh/phongsuanh-vapa -  
ຮ່ວາງສູຟີ່ ແມ່ນໜຶ່ງໃນບັນດາລະບົບນາຂັ້ນໄດງາມທີ່ສຸດຢູ່ ຮ່າຢາງ ແລະ ພາກຕາເວັນຕົກສ່ຽງເໜືອ. ໃນຈຸດເວລານີ້ ນາຂັ້ນໄດ ຮ່ວາງສູຟີ່ ຍິງສວຍງາມກ່ວາ ດ້ວຍສີເຫຼືອງເຂົ້າພວມສຸກເຫຼືອງ ທ່າມກາງແສງຕາເວັນທີ່ສ່ອງລົງມາສ້າງເປັນຮູບພາບທຳມະຊາດສວຍງາມທີ່ສຸດ ອັນໄດ້ສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວເປັນຈຳນວນຫລວງຫລາຍ.
ຄວາມງາມໃນຍາມເຂົ້າສຸກເຫຼືອງຢູ່ ຮ່ວາງສູພີ່ ພ້ອມກັບທຳມະຊາດ, ອາກາດປອດໂປ່ງຢູ່ທີ່ນີ້ ໄດ້ເຮັດໃຫ້ບໍລິສັດທ່ອງທ່ຽວຫລາຍແຫ່ງມາຊອກຫາ ແລະ ສ້າງສະຖານທີ່ທ່ອງທ່ຽວຫລາຍແຫ່ງຢູ່ ຮ່າຢາງຕື່ມອີກ. ແຕ່ລະປີ ຢູ່ທີ່ນີ້ໄດ້ຂຸດຄົ້ນສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ດູດດຶມຫລາຍແຫ່ງຕື່ມອີກ, ອັນໄດ້ດຶງດູດແຂກທ່ອງທ່ຽວມາຢຽມເປັນຈຳນວນຫລວງຫລາຍ.
ມາ ຮ່າຢາງ ໃນລະດູເຂົ້າພວກສຸກເຫຼືອງຢູ່ ຮ່ວາງສູຟີ່, ນັກທ່ອງທ່ຽວຄວນຢ້ຽມຢາມນາຂັ້ນໄດທີ່ສວຍງາມຈຳນວນໜຶ່ງຄືຢູ່ຕາແສງ ບານຟຸ່ງ, ຕາແສງ ບານລວກ, ສ໋ານສາໂຮ່, ຕາແສງ ໂຮ່ເທົ່າ…ນີ້ແມ່ນແຫ່ງທີ່ເຂົ້າສຸກເຫຼືອງງາມທີ່ສຸດໃນລະບົບນາຂັ້ນໄດ ຮ່ວາງສູຟີ່.
Ngo Tri Thanh/phongsuanh-vapa