ໝູ່ບ້ານປູກດອກໄມ້ໄຕຕື້ວກ້າວເຂົ້າສູ່ລະດູບານໃໝ່ Lan Anh -   ວັນອັງຄານ ທີ 24 ມັງກອນ ຄ.ສ. 2017 | 16:00:00 (vovoworld) – ໂດຍຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 15 ກມ, ໝູ່ບ້ານປູກດອກໄມ້ ໄຕຕື້ວ ຂຶ້ນກັບເມືອງ ບັກຕື່ລຽມ ແມ່ນໝູ່ບ້ານປູກດອກໄມ້ທີ່ເປັນມູນເຊື້ອຂອງນະຄອນຫຼວງ ຮ່າໂນ້ຍ. ໃນຊຸມປີມໍ່ໆມານີ້, ປະຊາຊົນຢູ່ທີ່ນີ້ໄດ້ປູກດອກໄມ້ຫຼາຍຊະນິດຄື: ດອກລີລີ, ດອກຂົນຕາ, ດອກວາຍໂອແລັດ, ດອກເຂືອບ້າ, ດອກດາວເຮືອງ… ເຖິງວ່າພວມຢູ່ໃນວິວັດການຫັນເປັນເຂດຕົວເມືອງກໍ່ຕາມ, ແຕ່ປະຊາຊົນຢູ່ ບ້ານໄຕຕື້ວ ຍັງຄົງຮັກສາເນື້ອທີ່ດິນ ແລະ ຮັກສາອາຊີບປູກດອກໄມ້ທີ່ມີມາແຕ່ດົນນານນີ້ໄວ້ຢູ່. ເມື່ອໄປຢ້ຽມຢາມໝູ່ບ້ານປູກດອກໄມ້ ໄຕຕື້ວ ໃນຍາມໃກ້ຈະຮອດບຸນເຕັດປີລະກາ 2017 ນີ້, ທ່ານຈະໄດ້ຮັບຊົມດອກໄມ້ຫຼາຍຊະນິດພວມເບັ່ງບານສີສັນຫລາກຫລາຍ. ບັນດາດອກໄມ້ນາໆສີພວມໄດ້ຮັບການບົວລະບັດຢ່າງລະອຽດເພື່ອເອົາໄປຂາຍຢູ່ຖະຫນົນສາຍຕ່າງໆເພື່ອຮັບໃຊ້ໃຫ້ແຕ່ລະຄອບຄົວໃນນະຄອນຫລວງຮ່າໂນ້ຍປະດັບປະດາໃນບຸນເຕັດ. ເຊີນທ່ານເຊື່ອມຕົວເຂົ້າກັບບັນຍາກາດລະດູບານໃຫມ່ຢູ່ບ້ານປູກດອກໄມ້ໄຕຕື້ວດ້ວຍສີສັນຫລາກຫລາຍຂອງດອກໄມ້ນາໆຊະນິດ. ໝູ່ບ້ານປູກດອກໄມ້ ໄຕຕື້ວໄດ້ສະຫນອງປະລິມານດອກໄມ້ສົດຫລາຍສົມຄວນໃຫ້ແກ່ນະຄອນຫລວງ ຮ່າໂນ້ຍ ແລະ ເຂດໃກ້ຄຽງ ດອກດາວເຮືອງແມ່ນດອກໄມ້ຊະນິດຫນຶ່ງຊື່ງບ້ານໄຕຕຶ້ວປູກຫລາຍສຸດ. ດອກດາວເຮືອງສີອິດໄດ້ນຳໃຊ້ໃນໂອກາດບຸນເຕັດຫລາຍພໍສົມຄວນ. ດອກດາວເຮືອງຢູ່ບ້ານໄຕຕຶ້ວ ມີ 5-7 ຊະນິດ. ລາຄາ ດອກໄມ້ແຕ່ລະງ່າ ປະມານ 10.000 ດົງ. ດອກລັກເລ່ກໍແມ່ນດອກໄມ້ຊະນິດຫນຶ່ງທີ່ເປັນມູນເຊື້ອຫາກໍ່ໄດ້ຮັບການປູກຄືນໃຫມ່ຢູ່ບັນດາສວນປູກດອກໄມ້ໃນບ້ານຍ້ອນຄວາມຕ້ອງການຂອງຜູ້ໃຊ້ສອຍນັບມື້ນັບຫລາຍ. ກ່ອນນີ້ ເນື້ອທີ່ປູກດອກລັກເລ່ແມ່ນຫນ້ອຍສຸດ. ດອກຂົນຕາຊ້ອນພວມເບັ່ງບານນາໆສີຢູ່ບັນດາສວນ ດອກກຸລາບ ແມ່ນດອກໄມ້ຊະນິດຫນຶ່ງເຊິ່ງປະຊາຊົນຢູ່ບ້ານ ໄຕຕຶ້ວ ປູກຫລາຍພໍສົມຄວນ ແລະໄດ້ຮັບການບົວລະບັດຢ່າງລະອຽດ. ດອກລີລີ ແມ່ນດອກໄມ້ຊະນິດຫນຶ່ງຊື່ງຊາວບ້ານໄຕຕຶ້ວ ນຳເອົາມາປູກໃນ 3-4 ປີມານີ້. ຖ້າຫາກບໍ່ຄິດໄລ່ຢ່າງລະອຽດ ດອກໄມ້ປະເພດນີ້ຈະບານໄວກວ່າເມື່ອທຽບໃສ່ດອກໄມ້ປະເພດອື່ນ. Lan Anh Tag vovworld ດອກໄມ້ ຕອບກັບ ສົ່ງ ຂ່າວ/ບົດອື່ນ ຫວໍຮວ່າງວິງ - ຊາຍໜຸ່ມສ້າງຄວາມຮັ່ງມີຈາກຮູບແບບລ້ຽງໄກ່ ເປຣູ ທະຫານຍິງມວກເບເລຂຽວ ຫວຽດນາມ ຢູ່ທ່າມກາງຊາຍຮ້ອນຂອງອາຟະລິກາ ສະຫວັນນະເຂດ-ເສັ້ນທາງແລກປ່ຽນການຄ້າສຳຄັນຂອງອາຊຽນ ບັນດາການເຄື່ອນໄຫວຂອງນັກແຂ່ງຂັນລາວ 2 ຄົນໃນຂອບເຂດການເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ຄັ້ງທີ 2 ປີ 2019
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ