ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ໂດຍ VOV ຈັດຕັ້ງ 5 ປີເທື່ອໜຶ່ງ, ເລີ່ມຕົ້ນແຕ່ປີ 1985. ນີ້ແມ່ນໂອກາດເພື່ອໃຫ້ຜູ້ຟັງສະແດງອາລົມຈິດຄວາມຮັກແພງ, ຄວາມສະໜິດຕິດພັນຂອງຕົນຕໍ່ VOV ກໍຄືປະເທດຊາດ ແລະ ຫວຽດນາມ.
ປີນີ້, ການເສັງໂດຍລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດຫວຽດນາມ VOV 5 ປຸກລະດົມ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ VOV (07/09/1945 – 07/09/2015). ພິທີມອບລາງວັນໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25/09 ຢູ່ສຳນັກງານ VOV. ຕໍ່ໄປນີ້, ເຊີນທ່ານເຂົ້າຮ່ວມບັນຍາກາດຂອງພິທີມອບລາງວັນນີ້.