ລະດູບານໃໝ່ພົບປະກັບນັກແຕ້ມຊຸດສະແຕມ ບຸນເຕັດປີຈໍ - ນັກຈິດຕະກອນ ຟ້າມຮ່າຫາຍ
My Tra -  
(VOVWORLD) -ຊຸດສະແຕມໃນລະດູບານໃໝ່ປີຈໍ ໄດ້ເລີ່ມມາຈາກບັນດາໂຕໝາທີ່ເຮັດດ້ວຍຫີນ ແລະ ພັນໝາຂອງເກາະ ຟູ໋ກວກ ພ້ອມກັບບັນດາລວດລາຍທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ລຽບງ່າຍແຕ່ມີຄວາມໝາຍເລິກເຊິ່ງເປັນພິເສດ.
|
ຊຸດສະແຕມລວມມີ 2 ແບບ, ດ້ວຍຂະໜາດ 37x37ມມ, ໂດຍນັກຈິດຕະກອນຟ້າມຮ່າຫາຍ ອອກແບບຕາມຮູບແບບ ກຣາບຟິກ. ກ່ອນນັ້ນ, ຊຸດສະແຕມດັ່ງກ່າວໄດ້ຮັບລາງວັນທີ 1 ໃນການປະກວດ “ຈຸດວັດທະນະທຳພື້ນເມືອງໃນສະແຕມບຸນເຕັດ” ຈາກຄະນະກຳມະການໃຫ້ຄະແນນການອອກແບບສະແຕມບຸນເຕັດ. ແບບທີໜຶ່ງ ມີລາຄາ 3.000 ດົ່ງ, ມີຮູບໝາຜູ້ໃນພື້ນສີຂຽວ, ແບບທີສອງ ມີລາຄາ 10.500 ດົ່ງ, ມີຮູບໝາແມ່ອຸ້ມລູກໃນພື້ນສີແດງ - ບົວ. |
(ພາບ: ຈິດຕະກອນ, ປະລິຍາໂທວິຈິດສິນ ຟ້າມຮ່າຫາຍ)
|
|
ເກັບຮັກສາຊຸດສະແຕມບຸນເຕັດແມ່ນຄວາມນິຍົມທີ່ຂາດບໍ່ໄດ້ຂອງວົງການຜູ້ເກັບຮັກສາສະແຕມ
ຍ້ອນມັນມີຄຳອວຍພອນປີໃໝ່ເບີກບານມ່ວນຊື່ນ, ມີຄວາມຜາສຸກ, ຄວາມອີ່ມໜຳສຳລານ.
|
My Tra