ເຂົ້າປຸ້ນທາງ-ເຍື່ອງອາຫານແຊບໆຂອງຊາວຮ່າໂນ້ຍ
My Tra -  
(VOVWORLD) -ເຂົ້າປຸ້ນທາງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຊາວຮ່າໂນ້ຍ. ໃນເມື່ອກ່ອນ, ເຂົ້າປຸ້ນທາງ ໄດ້ແຕ່ງໃນຍາມບຸນ, ແຕ່ປະຈຸບັນໄດ້ກາຍເປັນເຍື່ອງອາຫານພິເສດເພື່ອເຊີນເພື່ອນຮັບປະທານ.
(ເຂົ້າປຸ້ນທາງຕ້ອງກິນຕອນຮ້ອນໆຈຶ່ງແຊບ) |
ສ່ວນປະກອບ (ເຂົ້າປຸ້ນ 5 ຖ້ວຍ)
- ໄກ່ຕົ້ມເຄິ່ງໂຕ
- ກະດູກໄກ່ 2 ຊຸດ, ຕີນໄກ່ 10 ອັນ
- ເຫັດຫອມ 10 ດອກ
- ໄຂ່ເປັດ 2 ໜ່ວຍ
- ໄຂ່ເຄັມ 2 ໜ່ວຍ
- ຢໍ່ໝູ 1 ຂີດ
- ນ້ຳມັນ ແລະ ເປືອກກຸ້ງແຫ້ງ
- ກຸ້ງແຫ້ງ 0,5 ຂີດ
- ຫົວບົ່ວໃຫຍ່ສີມ່ວງ, ຫົວບົ່ວແຫ້ງ, ຂີງ, ໝາກເຜັດດິບ, ນ້ຳຕານ
- ຫົວຜັກກາດຂາວແຫ້ງ 3 ຂີດ
- ຫົວເຊື້ອແມງດາ
- ເຂົ້າປຸ້ນເສັ້ນນ້ອຍ 7 ຂີດ
- ຫົວບົ່ວນ້ອຍ, ຜັກແພວ, ໃບໝາກນາວ, ໝາກເຜັດໜ່ວຍ, ກະປີ້ ແທັງຫ໊ວາ
ວິທີເຮັດ
ຂັ້ນຕອນເບື້ອງຕົ້ນ: ສ່ວນປະກອບ
- ຊີ້ນໄກ່ຊອຍ ແລະ ຈີກເປັນເສັ້ນປະໄວ້ຕ່າງຫາກ; ໄຂ່ແດງ, ຈືນເປັນແຜ່ນບາງໆ ແລ້ວຊອຍເປັນເສັ້ນ; ຢໍ່ໝູ່, ຜັກບົ່ວ, ຜັກແພວ, ໃບໝາກນາວຊອຍເປັນເສັ້ນບາງໆ; ໄຂ່ເຄັມຕົ້ມໃຫ້ສຸກ, ປອກເປຶອກໄຂ່ອອກ ແລ້ວຊອຍບາງໆ; ລ້າງເຫັດຫອມໃຫ້ສະອາດ, ແຊ່ນ້ຳອຸ່ນ; ແຊ່ຫົວຜັກກາດຂາວໃນນ້ຳອຸ່ນ 30 ນາທີ ແລ້ວລ້າງໃຫ້ສະອາດ, ຊອຍເປັນເສັ້ນບາງແລ້ວບີບນ້ຳອອກ, ແລ້ວຄົນໃສ່ກັບນ້ຳສົ້ມ, ນ້ຳຕານຂາວ 1 ບ່ວງ, ປະໄວ້ 30 ນາທີ; ຫົວກຸ້ງ ແລະ ເປືອກກຸ້ງຂົ້ວໃຫ້ມີກິ່ນຫອມ; ຫົວບົ່ວ, ຂີງ ລ້າງໃຫ້ສະອາດແລ້ວປີ້ງໃຫ້ສຸກ.
ຂັ້ນຕອນທີ 2: ນ້ຳເຂົ້າປຸ້ນ
- ເອົາກະດູກໄກ່ ແລະ ຕິີນໄກ່ລ້າງໃຫ້ສະອາດ, ລວກໃນນ້ຳຟົດ ເມື່ອເອົາໄປຕົ້ມຈິ່ງບໍ່ມີຝອດຫຼາຍ. ໃສ່ນ້ຳ 2 ລິດເພື່ອຕົ້ມກະດູກໄກ່, ຫົວບົ່ວ, ຂີງປີ້ງ, ຫົວຜັກບົ່ວແລ້ວ ປັບໄຟໃຫ້ຄ່ອຍໆ. ພາຍຫຼັງ 50 ນາທີ, ເອົານ້ຳມັນ ແລະ ເປືອກກຸ້ງ, ເຫັດຫອມ, ນ້ຳຕານ 1 ກ້ອນ, ເຄື່ອງປຸງໃສ່. ຕໍ່ຈາກນັ້ນແມ່ນຕົ້ມ 1 ຊົ່ວໂມງຕື່ມອີກ.
My Tra