ວັນທີ 12/12, ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ມີບົດກ່າວປາໄສສຳຄັນ, ຕາລາຄາສູງບົດບາດ, ທີ່ຕັ້ງຂອງຊາວໜຸ່ມໃນພາລະກິດການປະຕິວັດຂອງພັກ, ຂອງຊາດທີ່ກອງປະຊຸມໃຫ່ຍຄະນະຊາວໜຸ່ມກອມມູນິດໂຮ່ຈິມິນທົ່ວປະເທດຄັ້ງທີ 10. ຕໍ່ໄປບັນນາທິການວິທະຍຸກະຈາຍສຽງຫວຽດນາມຂໍຄັດສະເໜີເນື້ອໃນບົດກ່າວປາໄສດັ່ງກ່າວ.
ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ
(ພາບ:anninhthudo.vn)
ເປີດຫົວເລື່ອງບົດກ່າວປາໄສ, ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ຢັ້ງຢືນວ່າ: ໃນຕະຫຼອດໄລຍະປະຫວັດສາດຂອງຊາດຫວຽດນາມ, ຊາວໜຸ່ມຫວຽດນາມ ລຸ້ນຕ່າງໆຍາມໃດກໍ່ຍົກສູງນ້ຳໃຈຮັກຊາດ, ບໍ່ຢ້ານກົວຕໍ່ຄວາມທຸກຍາກລຳບາກ, ການເສຍສະຫຼະ, ພ້ອມແລ້ວທີ່ຈະອຸທິດສ່ວນເພື່ອພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຕະຫຼອດ 80 ປີຜ່ານມາ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ເຕີບໂຫ່ຍເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ປະຕິບັດໜ້າທີ່ສາມັກຄີ, ເຕົ້າໂຮມ, ສຶກສາອົບຮົມ, ຂົນຂວາຍຊາວໜຸ່ມເຂົ້າຮ່ວມບັນດາຂະບວນການປະຕິວັດເປັນຢ່າງດີ. ໃນຊຸມປີມໍ່ໆມານີ້, ຈາກພຶດຕິກຳຕົວຈິງໃນການເຄື່ອນໄຫວທີ່ອຸດົມສົມບູນ, ຟົດຟື້ນ ແລະ ມີຊີວິດຊີວາຂອງໄວໜຸ່ມ, ໃນຂົງເຂດຕ່າງໆໄດ້ປະກົດມີຊາວໜຸ່ມດີເດັ່ນຫຼາຍຄົນ, ອົງການຈັດຕັ້ງຊາວໜຸ່ມດີເດັ່ນຫຼາຍອົງການ, ປະກອບສ່ວນເຂົ້າໃນມູນເຊື້ອອັນສະຫງ່າລາສີຂອງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ. ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ເນັ້ນໜັກວ່າ:
“ບັນດາການເຄື່ອນໄຫວມີຄວາມໝາຍຂອງຄະນະຊາວໜຸ່ມສືບຕໍ່ໄດ້ຮັບການເປີດກ້ວາງ, ບັນດາຂະບວນການເຄື່ອນໄຫວປະຈັນບານ, ພັດທະນາເສດຖະກິດສັງຄົມ, ປົກປັກຮັກສາປະເທດຊາດ, ຮຽງບ່າຮຽງໄລ່ກັບຊາວໜຸ່ມໃນການກໍ່ຮ່າງສ້າງຕົວ….ໄດ້ສ້າງເປັນຂີດໝາຍທີ່ດີໃນຊີວິດສັງຄົມ. ອົງການຊາວໜຸ່ມນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ແນວໂຮມສາມັກຄີເຕົ້າໂຮມຊາວໜຸ່ມໄດ້ຮັບການເປີດກ້ວາງ. ຄຸນນະພາບການເມືອງຂອງສະມາຊິກຊາວໜຸ່ມໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ, ຖັນແຖວພະນັກງານຊາວໜຸ່ມມີຈຳນວນຫຼວງຫຼາຍ, ໜຸ່ມແໜ້ນ, ມີລະດັບວິຊາການທີ່ເຂົາເຈົ້າໄດ້ ແລະ ພວມກາຍເປັນແຫຼ່ງພະນັກງານສືບທອດທີ່ໄວ້ເນື້ອເຊື່ອໃຈຂອງພັກ, ອຳນາດການປົກຄອງ ແລະ ໝູ່ຄະນະຢູ່ທຸກຂັ້ນ“.
ຜູ້ແທນເຂົ້າຮ່ວມກອງປະຊຸມໃຫ່ຍຄະນະຊາວໜຸ່ມທົ່ວປະເທດຄັ້ງທີ 10
(ພາບ:dantri.com.vn)
ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໃຫ້ຮູ້ວ່າ: ກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກທິດທາງ, ຈຸດໝາຍ, ໜ້າທີ່ການປະຕິວັດຂອງຫວຽດນາມ ໃນ 5 ປີຂ້າງໜ້າ ແລະ ສຳລັບລຸ້ນໜຸ່ມ, ພັກກອມມູນິດຫວຽດນາມ ກຳນົດຕ້ອງປະຕິບັດວຽກງານການເມືອງ, ແນວຄິດ, ການສຶກສາອົບຮົມມູນເຊື້ອ, ອຸດົມການ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດເປັນຢ່າງດີ. ຕາມທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລ້ວ, ວຽກງານຊາວໜຸ່ມແມ່ນບັນຫາເປັນຕາຍຂອງຊາດ, ແມ່ນໜຶ່ງໃນບັນດາປັດໄຈຕັດສິນຊີ້ຂາດຂອງການປະຕິວັດ. ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ຢືນຢັນວ່າ:
“ພັກ ແລະ ລັດ ຖືບັນຫາຊາວໜຸ່ມ ແລະ ວຽກງານຊາວໜຸ່ມເປັນສຳຄັນທີ່ສຸດ, ມີຄວາມເຊື່ອໝັ້ນຕໍ່ຊາວໜຸ່ມ ແລະ ອົງການຊາວໜຸ່ມຢ່າງເລິກເຊິ່ງ. ສະນັ້ນ, ຊາວໜຸ່ມ ແລະ ຄະນະຊາວໜຸ່ມເອງກໍ່ຕ້ອງມີສະຕິຄວາມຮັບຮູ້ຕໍ່ທີ່ຕັ້ງບົດບາດ ແລະ ພາລະກຳຂອງຕົນຢ່າງເລິກເຊິ່ງ, ຄົບຖ້ວນກ່ວາອີກ, ຍົກສູງຄວາມຮັບຜິດຊອບ, ມານະພະຍາຍາມສູ້ຊົນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຍົກສູງລະດັບຄວາມຮູ້ພູມປັນຍາ, ຄຸນສົມບັດສິນທຳປະຕິວັດ“
ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ຮຽກຮ້ອງໃຫ້ອົງການຊາວໜຸ່ມຕ້ອງຖືເປັນສຳຄັນ ແລະ ປະຕິບັດວຽກງານສຶກສາອົນຮົມດ້ານການເມືອງແນວຄິດໃຫ້ແກ່ຊາວໜຸ່ມໃຫ້ດີກ່ວາອີກ. ນີ້ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ທັງມີລັກສະນະຍຸດທະສາດຍາວນນານ ແລະ ແມ່ນໄມ້ວັດແທກປະສິດທິຜົນຂອງຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ. ຄະນະຊາວໜຸ່ມຕ້ອງຊ່ວຍພັກສາມັກຄີ, ເຕົ້າໂຮມ, ສຶກສາອົບຮົມ, ບຳລຸງສ້າງຊາວໜຸ່ມ, ສ້າງລຸ້ນໜຸ່ມທີ່ມີຄຸນນະທາດການເມືອງ, ມີລະດັບຄວາມຮູ້, ມີຫົວຄິດປະດິດສ້າງເພື່ອສືບທອດພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ, ດຳເນີນການສຶກສາອົບຮົມຊາວໜຸ່ມດ້ວຍຫຼາຍຮູບການທີ່ອຸດົມສົມບູນ, ມີຊີວິດຊີວາ ແລະ ມີຄວາມດຶງດູດໂດຍຜ່ານບັນດາວຽກງານອັນແທດຈິງ, ສົມທົບກັບການສຶກສາໃນຄອບຄົວ, ໂຮງຮຽນ ແລະ ສັງຄົມ ແລະ ເໝາະສົມກັບແຕ່ລະເປົ້າໝາຍ.
ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ກໍ່ຮຽກຮ້ອງໃຫ້ຄະນະຊາວໜຸ່ມຕ້ອງມີຫຼາຍຮູບການ ແລະ ມາດຕະການເໝາະສົມເພື່ອເສີມຂະຫຍາຍບົດບາດປະຈັນບານ, ຫົວຄິດປະດິດສ້າງ, ນ້ຳໃຈອາສາສະໝັກ, ປຸກລຸກຄວາມສາມາດບົ່ມຊ້ອນອັນໃຫ່ຍຫຼວງຂອງຊາວໜຸ່ມທຸກຊັ້ນຄົນ, ປຸກລະດົມຊາວໜຸ່ມນຳໜ້າໃນພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ປະຕິບັດສຳເລັດບັນດາເນື້ອໃນການເມືອງ, ວິຊາການຢູ່ແຕ່ລະທ້ອງຖິ່ນ, ຫົວໜ່ວຍ. ທ່ານເລຂາທິການໃຫ່ຍພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ຊີ້ແຈງວ່າ: ບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມຕ້ອງເລີ່ມຈາກໜ້າທີ່ການເມືອງລວມຂອງປະເທດຊາດ, ໂດຍສະເພາະແມ່ນໃນການພັດທະນາເສດຖະກິດສັງຄົມ, ຮັກສາສະຖຽນລະພາບດ້ານການເມືອງ, ກໍ່ສ້າງ ແລະ ປັບປຸງພັກ. ຄະນະຊາວໜຸ່ມຕ້ອງມີບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ມີຫຼາຍຮູບຫຼາຍແບບທີ່ເໝາະສົມກັບໄວໜຸ່ມ, ເພື່ອດຶງດູດຊາວໜຸ່ມເຂົ້າຮ່ວມບັນດາຂະບວນການຂອງຄະນະຊາວໜຸ່ມຢ່າງຕັ້ງໜ້າ.